ຍ.ນ ພິຈິກາ ພົບ ເຈົ້າໜ້າທີ່

ໄຊຍາ
2018.09.12
F-BO ຍານາງ ພິຈິກາ ບຸນກວ້າງ ຫຼື ໂບ
Public Social media : Bo

ຈາກກໍຣະນີ ທີ່ ຍານາງ ພິຈິກາ ບຸນກວ້າງ ອະດີດປະທານສະໂມສອນບານເຕະ ວຽງຈັນ ຢູໄນເຕັດ ໄປພົບເຈົ້າໜ້າທີ່ຕຳຣວດ ກົມຄຸ້ມຄອງ ຄົນຕ່າງປະເທດ ທີ່ຂຶ້ນກັບ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສງົບ ໃນວັນທີ 11 ກັນຍາ ທີ່ຜ່ານມາ.

ຜົນຂອງການໄປພົບ ເຈົ້າໜ້າທີ່ຕຳຣວດຄຸ້ມຄອງ ຄົນຕ່າງປະເທດ ກໍຄື; ເຈົ້າໜ້າທີ່ຕຳຣວດ ເຮັດໄປຕາມຄຳສເນີ ຂອງປະທານສະຫະພັນ ບານເຕະ ແຫ່ງຊາດລາວ ເທົ່ານັ້ນ.

ແຫລ່ງຂ່າວຜູ້ທີ່ຮູ້ເຫັນເຫດການນີ້, ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 12 ກັນຍາ ວ່າ:

ໃນການພົບເຈົ້າໜ້າທີ່ຕໍາຣວດ ມີຢູ່ສາມປະເດັນ ທີ່ເຈົ້າໜ້າທີຕຳຣວດ ຕ້ອງການຄຳຊີ້ແຈງ ຈາກ ຍານາງ ໂບ:

1: ສະຫະພັນບານເຕະແຫ່ງຊາດລາວ ເວົ້າວ່າຍານາງ ໂບ ໄດ້ປະຈານທາງເຂົ້າຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ.

2: ມີຄົນເວົ້າວ່າ ຍານາງ ໂບ ໄດ້ຕັດຕໍ່ເອົາຮູບໝາໃສ່ກັບທຸງ ຂອງ ສະຫະພັນບານເຕະແຫ່ງຊາດລາວ ແລະ ທຸງຕ່າງໆຂອງທາງການ.

3: ມີຄົນໃຫ້ການວ່າ ຢູ່ໃນຄລິບ ວີດີໂອ ມາດາມໂບ ໄດ້ເອີ່ຍເຖິງ ທ່ານ ຄຳໄຕ ສີພັນດອນ ອະດີດປະທານປະເທດ ແລະ ການອູ້ມ ໃຫ້ຫາຍສາບສູນ.

ແຫລ່າງຂ່າວ ທ່ານນີ້ ກ່າວຕໍ່ອີກວ່າ: ສຳລັບ ປະເດັນທີ 1. ຍານາງ ໂບ ກໍໄດ້ຊີ້ແຈງຕໍ່ ເຈົ້າໜ້າທີ່ ວ່າຕົນເອງບໍ່ໄດ້ມີເຈຕນາ ອອກເຟສບຸກ ສົດ ປະຈານທາງເຂົ້າ ຫ້ອງການສະຫະພັນບານເຕະແຫ່ງຊາດລາວ ເພາະວ່າ ຍານາງເອງ ຫາກໍກັບມາຈາກແຂວງ ອັດຕະປື ກໍເລີຍມີຄົນ ຖາມວ່າ, ຢູ່ ອັດຕະປື ຫວະ? ຍານາງ ກໍຕອບໄປວ່າ ຢູ່ແຖວຫົນທາງເຂົ້າຫ້ອງການ ສະຫະພັນບານເຕະ ແຫ່ງຊາດລາວ.

ປະເດັນທີ 2. ຍານາງ ໂບ ກໍຕອບໄປວ່າ ລາວເອງບໍ່ໄດ້ເປັນຄົນຕັດຕໍ່ພາບ ດັ່ງກ່າວໃສ່ກັນ, ແຕ່ ມີຄົນອື່ນເຮັດຕັດຕໍ່ ແລະເອົາມາເຜີຍແຜ່ ຕ່າງຫາກ.

ປະເດັນທີ 3. ຍານາງ ໂບ ກໍໄດ້ຊີ້ແຈງໄປວ່າ ມີຄົນສະແດງຄຳຄິດເຫັນ ເວົ້າເລື້ອງ ອະດີດປະທານປະເທດ ທ່ານ ຕຳໄຕ ສີພັນດອນ, ຊຶ່ງ ເລື້ອງນີ້ ບໍ່ແມ່ນລາວເປັນຄົນເອີຍຊື່ເພິ່ນຂຶ້ນມາ.

ຂັ້ນຕອນຕໍ່ໄປກໍຄື ເຈົ້າໜ້າທີ່ຕຳຣວດ ໄດ້ເຮັດໜັງສືຊີ້ແຈງໄປຫາ ສະຫະພັນບານເຕະ ແຫ່ງຊາດລາວ (ອີງຕາມແຫ່ງຂ່າວ.)

ກ່ອນໜ້ານີ້ ວັນທີ 10 ກັນຍາ ທ່ານ ພັນໂທ ໄຊຍະພອນ ດວງມາລາ ເຈົ້າໜ້າທີ່ຕຳຣວດ ຈາກກົມຄຸ້ມຄອງ ຄົນຕ່າງປະເທດ ໄດ້ກ່າວຕໍ່ ເອເຊັຍເສຣີ ວ່າ: ມີແຕ່ວ່າ ຢາກເຊີນ ຍານາງໂບ ເຂົ້າມາເພື່ອຄວາມກະຈ່າງແຈ້ງຕ່າງໆ ຫັ້ນເນາະ ບໍ່ໄດ້ວ່າ ຊິໃຫ້ຜູ້ກ່ຽວ ມາລົງໂທດ ລົງຫຍັງ ບໍ່ມີຫຍັງ ມີແຕ່ໃຫ້ຜູ້ກ່ຽວມາ ທຳຄວາມເຂົ້າໃຈກັນເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.