ຜູ້ນໍາລາວຂໍໃຫ້ປາບປາມ ການສໍ້ຣາສບັງຫຼວງ

ຈໍາປາທອງ
2021.02.10
ຜູ້ນໍາລາວຂໍໃຫ້ປາບປາມ ການສໍ້ຣາສບັງຫຼວງ ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນເຖິງຄວາມສໍາຄັນ ໃນການແກ້ໄຂບັນຫາ ຣະບົບອາຍາສິດ ແລະ ການສໍ້ຣາດບັງຫລວງ
ພາບປະກອບ: ນັກຂ່າວພົລເມືອງ

ບັນຫາການໃຊ້ຣະບົບອາຍາສິດ ແລະ ການສໍ້ຣາດບັງຫລວງ ຢູ່ ສປປລາວ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກ ປະຊາຊົນ ປະຕິວັດລາວ ແລະ ນາຍົກຣັຖມົນຕຣີ ໄດ້ກ່າວ ໃນໂອກາດມອບຮັບຕໍາແໜ່ງ ປະທານຄະນະກໍາມະການກວດກາ ສູນກາງພັກ ໃນມື້ ວັນສຸກ ທີ່ຜ່ານມາ, ໂດຍໄດ້ເນັ້ນຢໍ້າເຖິງຄວາມສໍາເຣັດ ຂອງການກວດກາພັກ ພາຍໃຕ້ການເປັນ ປະທານຂອງ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງ ສູນກາງພັກ ທີ່ໄດ້ສເນີແນວທາງ ຕໍ່ຄະນະກໍາມະການສູນກາງພັກ ໃນການແກ້ໄຂບັນຫາ ຣະບົບ ອາຍາສິດ ແລະ ການສໍ້ຣາດບັງຫລວງ ແລະ ພາຍໃນໂຄງສ້າງພັກ ແລະໃນໝູ່ສະມາຊິກພັກ.

ທ່ານ ທອງລຸນ ສັ່ງໃຫ້ຄະນະກໍາມະການກວດກາ ສູນກາງພັກ ກໍານົດກົນໄກ, ວິທີການ ແລະມາຕການປະຕິບັດ ທີ່ຈະສ້າງຄວາມ ໝັ້ນໃຈ ໃນການສ້າງໃຫ້ສະມາຊິກພັກ ມີຄວາມໂປ່ງສັຍ ແລະເຂັ້ມແຂງ, ອີງຕາມການຣາຍງານ ຂອງໜັງສືພິມວຽງຈັນທາມສ໌ ວັນທີ 9 ກຸມພາ 2021.

ພ້ອມກັນນັ້ນ ທ່ານຍັງໄດ້ແນະນໍາ ໃຫ້ປະທານຄະນະກໍາມະການ ກວດກາສູນກາງພັກ ປາບປາມການສໍ້ຣາດບັງຫຼວງ ແລະວ່າຍ້ອນ ການສໍ້ຣາດບັງຫລວງ ຈຶ່ງເຮັດໃຫ້ຄວາມເຊື່ອ ໝັ້ນຂອງປະຊາຊົນ ທີ່ມີຕໍ່ພັກຫລຸດໜ້ອຍຖອຍລົງ.

ທ່ານ ທອງລຸນ ສີສຸລິດ ຮຽກຮ້ອງ ໃຫ້ມີການປາບປາມ ການສໍ້ຣາສບັງຫລວງ ຫລື ມີການສືບສວນສອບສວນ ຢ່າງເລິກເຊິ່ງ ກ່ຽວກັບການສໍ້ຣາສບັງຫລວງ ໂດຍສະເພາະກຸ່ມຄົນ ທີ່ຣະເມີດກົດໝາຍ ຕາມຫາງສຽງສັງຄົມ ທີ່ເຫັນວ່າ ມີພະນັກງານຣັຖ ຈໍານວນນຶ່ງ ຮັ່ງມີລໍ້າລວຍຜິດປົກຕິນັ້ນ ອາດມາຈາກການສວຍໃຊ້ໜ້າທີ່ຕໍາແໜ່ງ ສໍ້ຣາສບັງຫລວງ ຫລື ໄດ້ເງິນ ມາແບບບໍ່ໂປ່ງສັຍ.

ກ່ຽວກັບເຣື່ອງນີ້ ຊາວແຂວງສາລະວັນ ທ່ານນຶ່ງທີ່ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 10 ກຸມພາ ນີ້ວ່າເຫັນດີທີ່ສຸດ ໃນເຣື່ອງການກວດກາ ເຈົ້າໜ້າທີ່ຣັຖ ທີ່ສໍ້ຣາດບັງຫຼວງ ເພາະເຫັນວ່າ ມີເຈົ້າໜ້າທີ່ຣັຖ ຫຼາຍຂແນງການ ສວຍໃຊ້ຕໍາແໜ່ງໜ້າທີ່ ຂອງຕົນ ເພື່ອຫາຜົລປະໂຫຍດສ່ວນໂຕ ແຕ່ກໍຍັງບໍ່ແນ່ໃຈວ່າ ເພິ່ນຈະປະຕິບັດໄດ້ ດັ່ງທີ່ທ່ານກ່າວວ່າ:

“ຜູ້ໃຫຍ່ເພິ່ນເວົ້າຫັ້ນ ພໍຟັງຢູ່ດອກ. ແຕ່ມາຮອດຂັ້ນລຸ່ມພີ້ແຫລະ ຄັນວ່າບໍ່ມີແນວປ້ອນແດ່ກະ ເຊັ່ຍໄປຮໍ່າໄປຮຽນ ຍາກແດ່ຫັ້ນແຫລະ ເຫັນຫລານໄປຮຽນຢູ່ສວັນ ປົກຕິມັນກະ ຄ່າເອກສານ 30 ພັນ ເພິ່ນກະຂໍຄ່ານໍ້າຄ່າໃນ ເປັນ 50-60 ພັນກີບ ຫັ້ນແຫລະ. ກະຫຼາຍ ຄົນເຂົາໄປເຮັດ ກະມີລັກສນະນັ້ນໝົດ ຫັ້ນແຫລະ. ຮຽນຈົບມາແລ້ວກະຈ້າງເຂົາ ອີກແຫຼະ ເສັຽກະ 5 ໝື່ນ ຫາ ແສນປາຍ ບາດ.”

ທ່ານເວົ້າຕໍ່ໄປວ່າ ການສໍ້ຣາດບັງຫຼວງ, ການຫາຜົລປໂຍດໃຫ້ໂຕເອງ ຂອງເຈົ້າໜ້າທີ່ຣັຖ ມັນມີຢູ່ທຸກຂແນງການແລ້ວແຕ່ໃຜ ຈະເອົາໜ້ອຍເອົາຫຼາຍ. ເວລາປະຊາຊົນ ຈະເຮັດຫຍັງ ກໍຕາມ ຕ້ອງເສັຽເງິນໝົດ, ແຕ່ສັງເກດເຫັນລາຍທີ່ສຸດ ຄືການຈ້າງເຂົ້າ ເປັນພະນັກງານ ຣັຖກອນ.

ຊາວແຂວງຈໍາປາສັກ ຜູ້ຂໍບໍ່ບອກຊື່ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ, ເຈົ້າໜ້າທີ່ຣັຖບາງຄົນ ເຂົ້າເປັນຣັຖກອນບໍ່ພໍ ເທົ່າໃດປີ ກໍຮັ່ງມີ ລໍ້າລວຍຂຶ້ນຫຼາຍ, ມີເງິນຊື້ຣົດເກັງຂີ່, ມີເງິນປຸກເຮືອນຫລັງໃຫຍ່ ອັນເປັນເຣື່ອງທີ່ຜິດສັງເກດ, ແຕ່ກໍບໍ່ເຫັນໜ່ວຍງານຂອງຣັຖ ເພິ່ນໄປກວດກາ ແລະ ເຣື່ອງຢາບ້າ ກໍເຊັ່ນກັນ ດັ່ງທີ່ທ່ານກ່າວວ່າ:

“ກະມີຫັ້ນແລ້ວ ມີແຕ່ບຸກຄົນຫັ້ນແລ້ວ ຮັ່ງມີນີ້ ກະລວຍຫັ້ນແລ້ວ ຫາເອົາແນວນີ້ ແຜນພວກເພິ່ນເຮັດນາຍບ້ານ ລາງເທື່ອໄປຈັບ ພວກຢາບ້າ ຢາອີ ລາງເທື່ອເຂົາກວດກາຢາບ້າ ບໍ່ເຫັນແລ້ວ ບາດນີ້ມາກວດຢູ່ຄຸກ ພັດເຫັນຢາບ້າກະມີ ເອີ້... ເຂົາກະຫາເອົາເງິນ ປັບໃໝບາດນີ້.”

ທີ່ນະຄອນຫລວງວຽງຈັນ ຊາວລາວຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ກຸມພາ ນີ້ວ່າ ການທີ່ຈະແກ້ໄຂເຣື່ອງການ ສໍ້ຣາດບັງຫລວງ ຂອງເຈົ້າໜ້າທີ່ຣັຖ ເປັນເຣື່ອງທີ່ ທ້າທາຍຫຼາຍທີ່ສຸດ ຍ້ອນພະນັກງານຣັຖ ບາງຂແນງການ ເຮັດເປັນຂະບວນ ນັບຕັ້ງແຕ່ຄະນະນໍາ ລົງໄປເຖິງເຈົ້າໜ້າທີ່ຂັ້ນຕໍ່າ, ຍິ່ງເປັນຂັ້ນນໍາ ທີ່ມີອໍານາດ ແລະ ມີອິດທິພົນໃນພື້ນທີ່ ກໍຍິ່ງແຮງກວດກາ ບໍ່ໄດ້ເລີຍ.

ແລະທີ່ຜ່ານມາ ກໍເຫັນວ່າ ທາງການລາວ ມີການອອກແຈ້ງການ ທຸກປີ ວ່າກວດພົບພະນັກງານຈໍານວນນຶ່ງ ທີ່ກະທໍາຄວາມຜິດ, ສໍ້ຣາດບັງຫລວງ, ຣະເມີດວິນັຍ ແລະກົດໝາຍ, ແຕ່ກໍເຫັນວ່າ ບໍ່ມີການລົງໂທດ ໃສ່ວິນັຍ ຫລື ສານຕັດສິນ ຢ່າງເປັນຮູປທັມ ໃຫ້ປະຊາຊົນ ໄດ້ເຫັນພໍເທົ່າໃດ ແລະເຮັດໃຫ້ປະຊາຊົນ ເກີດຄວາມເຊື່ອໝັ້ນ ໃນມາຕການປາບປາມ ການສໍ້ຣາດບັງຫລວງ ຫລາຍຂຶ້ນ ພໍເທົ່າໃດ ດັ່ງທີ່ທ່ານກ່າວ:

“ແຕ່ວ່າເຣື່ອງນີ້ນິມັນຍາກຢູ່ ເພາະວ່າມັນບໍ່ແມ່ນບຸກຄົນ ອັນນີ້ມັນແບບຣັຖ ກະຮ່ວມຫົວກັນອັນນີ້ນິ ແຕ່ວ່າເຫັນແຕ່ເພິ່ນໄດ້ແຈ້ງການ ວ່າໂອ໋ ຜູ້ນັ້ນແຫຼະຜູ້ນີ້ແຫລະ ທັມດານີ້ ປະກາດແລ້ວ ເຈົ້າກະຕ້ອງປະຕິບັດວິນັຍ ຂຶ້ນສານຕັດສິນ ຢ່າງຄັກແນ່ ອັນນີ້ມັນບໍ່ມີ ອັນນີ້ນ່າ.”

ກ່ຽວກັບເຣື່ອງນີ້ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ໄດ້ກ່າວໃນໂອ ກາດ ກອງປະຊຸມໃຫຍ່ ຂອງອົງຄະນະພັກ ກະຊວງ ການເງິນ ຄັ້ງທີ 3 ເມື່ອວັນທີ 9 ພຶສຈິກາ 2020 ທີ່ຜ່ານມາຕອນນຶ່ງວ່າ ພະນັກງານກະຊວງການເງິນ ຖືເປັນກະຊວງນຶ່ງ ທີ່ຖືກ ຫາງສຽງສັງຄົມ ກ່າວຫາມາຕລອດວ່າ ມີການສໍ້ຣາດບັງຫລວງ ເກີດຂຶ້ນຫລາຍທີ່ສຸດ, ລໍ້າລວຍທີ່ສຸດ ແລະມັນເປັນຕາມຄໍາເວົ້າຂອງ ປະຊາຊົນແທ້, ເພາະໄລຍະຜ່ານມາ ມີຫລັກຖານຈະແຈ້ງວ່າ ເຈົ້າໜ້າທີ່ກະຊວງ ການເງິນບາງຄົນ ປະຕິບັດໜ້າທີ່ ບໍ່ຊື່ສັດ:

”ຄັນວ່າສິ່ງສັກສິດມີຈິງ ໄປສາບານແມ້ວ່າສະຫາຍຜູ້ໃດ, ເຂົາລະແວງສົງສັຍກະເປັນສິດຂອງເຂົາ ແຕ່ວ່າການແກ້ໄຂອັນນີ້ບໍ່ແມ່ນ ໜ້າທີ່ເຂົາ ແຕ່ແມ່ນໜ້າທີ່ເຮົາເດ້ ໃນການປັບປຸງ ແກ້ໄຂ ສະນັ້ນຜ່ານມານີ້ກະມີຫຼັກຖານ ມີສາເຫດບາງຄົນກະໄປຖາມເງິນນໍາເຂົາ ເອົາເງິນນໍາເຂົາ ຮຽກເອີ້ນເອົາ ຂົ່ມຂູ່ເອົາ ກະມີໃດ໋ ເປັນແນວນັ້ນເດ”

ແລະ ທ່ານ ບຸນທອງ ຈິດມະນີ ປະທານອົງການກວດກາຣັຖບາລ ກໍໄດ້ກ່າວໃນກອງປະຊຸມ ວຽກງານກວດກາ ທົ່ວປະເທດ ປະຈໍາປີ 2020 ແລະ 5 ປີ ແຕ່ປີ 2016 ຫາປີ 2020 ໃນມື້ວັນທີ 29 ມົກກະຣາ 2021 ນີ້ວ່າ ຕລອດ 5 ປີ ທີ່ຜ່ານມາ ມີການກວດພົບ ແລະ ລົງວິນັຍພະນັກງານຣັຖ ທີ່ສໍ້ຣາດບັງຫຼວງ ແລະຣະເມີດກົດໝາຍທັງໝົດ 3,200 ຄົນ, ແຕ່ຖືກດໍາເນີນ ຄະດີຕາມກົດໝາຍ ພຽງ 93 ຄົນ ຊຶ່ງໃນນັ້ນ ສານໄດ້ຕັດສິນ ໄປແລ້ວ 64 ຄົນ.

ເວົ້າເຖິງການສໍ້ຣາດບັງຫລວງຢູ່ ສປປລາວ ປີ 2020 ອົງການເພື່ອຄວາມໂປ່ງສັຍສາກົນ ໄດ້ຣາຍງານປະຈໍາປີ 2020 ວ່າ ລາວ ໄດ້ຄະແນນຄວາມໂປ່ງໃສພຽງ 29 ຄະແນນ ຈາກ ຈໍານວນຄະແນນເຕັມ 100 ຄະແນນ ແລະ ຖືກຈັດໃຫ້ຢູ່ໃນອັນດັບທີ 134 ໃນຈໍານວນ 180 ປະເທດໃນໂລກ ຂະນະທີ່ ປີ 2019 ທີ່ຜ່ານມາ ຢູ່ໃນອັນດັບທີ 130.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.