ລາວ ອາຈໂຈະສ້າງເຂື່ອນນ້ອຍ
2018.05.31

ສະພາແຫ່ງຊາດລາວ ຈະພິຈາຣະນາ ໂຈະ ການສ້າງເຂື່ອນຂນາດນ້ອຍ ໃນທົ່ວປະເທດ ພາຍຫລັງກວດພົບວ່າ ເຂື່ອນຂນາດນ້ອຍ 2 ແຫ່ງ ສ້າງບໍ່ໄດ້ມາຕຖານ ແລະ ຍັງເຮັດໃຫ້ເສັຽ ງົບປະມານໃນການສ້າງ. ໃນປີຜ່ານມາ ຣັຖບານລາວ ມີຄຳສັ່ງ ໃຫ້ທຸກແຂວງ ໂຈະການໃຫ້ ສຳປະທານ ສ້າງເຂື່ອນຂນາດນ້ອຍ ເພື່ອໃຫ້ເຈົ້າໜ້າທີ່ ກະຊວງພລັງງານ ແລະບໍ່ແຮ່ ໄປກວດກາມາຕຖານ ຂອງເຂື່ອນກ່ອນ. ດັ່ງເຈົ້າໜ້າທີ່ ກົມທຸຣະກິສ ພລັງງານ ກະຊວງພລັງງານ ແລະບໍ່ແຮ່ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ:
"ປັດຈຸບັນເນາະ ຣັຖບານໄດ້ອອກແຈ້ງການວ່າໃຫ້ທຸກໆແຂວງຫັ້ນແຫລະ ໂຈະການພິຈາຣະນາກ່ອນ ເຊັ່ນເຂື່ອນນ້ອຍກ່ອນ ບໍ່ໃຫ້ຟ້າວເຊັນ ຫຍັງເທື່ອ ໃຫ້ໂຈະລົງກ່ອນ ເພາະວ່າມັນເຮົາຕ້ອງໄດ້ກວດເບິ່ງ ເຂື່ອນທຸກເຂື່ອນທົ່ວປະເທດ ກ່ອນແລ້ວຈາກນັ້ນ ຖ້າວ່າມີຈັ່ງໃດ ຈະມີອີກ ແຈ້ງການນຶ່ງ ອອກມາ ແຕ່ວ່າແຈ້ງການຫລ້າສຸດ ແມ່ນເພິ່ນສັ່ງໂຈະກ່ອນ."
ທ່ານວ່າ ກົດໝາຍວ່າດ້ວຍໄຟຟ້າ ສະບັບປັບປຸງປີ 2017 ທີ່ຈະປະກາດໃຊ້ໃນໄວໆນີ້ ຣະບຸວ່າ ກະຊວງພລັງງານແລະບໍ່ແຮ່ ຈະເປັນຜູ້ເຊັນ ອະນຸມັດ ໂຄງການເຂື່ອນຂນາດນ້ອຍ 5 ເມກາວັດຂຶ້ນໄປ ສ່ວນແຂວງ ບໍ່ມີສິດທີ່ຈະສ້າງເຂື່ອນຂນາດນ້ອຍ ກວ່າ 5 ເມກາວັດ.
ຜ່ານມາການສ້າງເຂື່ອນຂນາດນ້ອຍໃນລາວ ມີຫລາຍແຫ່ງບໍ່ໄດ້ມາຕຖານ ເຮັດໃຫ້ເຂື່ອນ ເກີດຄວາມເສັຽຫາຍ ສົ່ງຜົລກະທົບຕໍ່ຊາວບ້ານ, ດັ່ງເຂື່ອນນໍ້າອ້າວທີ່ ແຂວງຊຽງຂວາງ ແຕກ ແລະກຳແພງເຂື່ອນເຊກະໝານ 1 ຢູ່ແຂວງເຊກອງ ຫ່ານອອກຈົນຕ້ອງ ໄດ້ຢຸດການຜລິດ.
ໃນມື້ວັນທີ 25 ພຶສພາ ຜ່ານມາ ກະຊວງພລັງງານ ແລະບໍ່ແຮ່ ຮ່ວມກັບທະນາຄານໂລກ ໄດ້ຕົກລົງກັນຈະສເນີ ໃຫ້ສະພາແຫ່ງຊາດ ອອກ ນິຕິກັມ ຫ້າມແຂວງ ແລະທ້ອງຖິ່ນ ສ້າງເຂື່ອນຂນາດນ້ອຍ 100 ເມກາວັດ ລົງມາ.