ຜູ້ຖືກອະພັຍໂທສກັບໄປ ອາຊີບເດີມ

ນັກໂທສ ທີ່ໄດ້ຮັບ ອະພັຍໂທສ ບາງຄົນ ກັບໄປເຮັດ ຄວາມຜິດ ຄືເກົ່າ ຍ້ອນ ບໍ່ມີວຽກເຮັດ ງານທຳ.

ກະຊວງຍຸຕິທັມ ສປປລາວ Public domain

ເຈົ້າໜ້າທີ່ທ້ອງຖິ່ນ ນະຄອນຫຼວງວຽງຈັນທ່ານນຶ່ງກ່າວວ່າ, ນັກໂທສທີ່ໄດ້ຮັບການອະພັຍໂທສ ແລ້ວຖືກປ່ອຍໂຕອອກຈາກຄຸກນັ້ນ, ບາງຄົນ ເມື່ອກັບມາຢູ່ໃນສັງຄົມ ກໍຍັງກັບໄປເຮັດຄວາມຜິດ ຢູ່ຄືເກົ່າ, ໂດຍສະເພາະນັກໂທສຄະດີ ຂີ້ລັກ ແລະຂາຍ ຢາເສພຕິດ ຍ້ອນບໍ່ມີວຽກເຮັດ ງານທໍາ, ເນື່ອງຈາກນາຍຈ້າງສ່ວນໃຫຍ່, ຈະບໍ່ຮັບເອົາຄົນທີ່ເຄີຍຕິດຄຸກເຂົ້າເຮັດວຽກນໍາ, ຈຶ່ງເຮັດໃຫ້ເປັນບັນຫາໃນສັງຄົມຢູ່. ດັ່ງຍານາງໄດ້ ກ່າວຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນມື້ວັນທີ 08 ກຸມພາ ນີ້ວ່າ:

“ເຮັ່ງກວ່າເກົ່າກະມີ ແຮ່ງເຄື່ອນໄຫວໜັກ, ວ່າຊັ້ນສາ. ການຄ້າຂາຍຢາເສພຕິດບໍ່, ຂີ້ລັກງັດແງະມັນບໍ່ຢາກປ່ຽນແປງສ່ວນຫຼາຍ. ຢາເສພຕິດ ຈັ່ງຊີ້, ຜ່ານມາເຄີຍຄ້າຂາຍໜ້ອຍ ອອກມາແຮ່ງຄ້າຂາຍໜັກ. ອອກມາເຂົາກໍບໍ່ມີວຽກເຮັດງານທຳເດ້, ກໍຍາກເດ້ ຄົນຊິຮັບ."

ຍານາງກ່າວຕື່ມວ່າ, ຍັງມີອະດີດນັກໂທສອີກຈຳວນນຶ່ງ, ທີ່ອອກມາຈາກຄຸກແລ້ວ, ປະພຶຕໂຕດີ ບໍ່ໄປຫຍຸ້ງກ່ຽວກັບແນວບໍ່ດີອີກ, ຄັນຜູ້ໃດມີ ຍາດຕິພີ່ນ້ອງທີ່ມີທຸຣະກິຈ ຄ້າຂາຍ ກໍຈະໄປເຮັດວຽກ ກັບຍາດຕິພີ່ນ້ອງຂອງເຂົາ.

ນັກໂທສທີ່ຖືກປ່ອຍໂຕອອກຈາກ ຄຸກແລ້ວກັບຄືນມາສູ່ສັງຄົມນັ້ນ, ທາງການໄດ້ມອບໝາຍ ໃຫ້ເຈົ້າໜ້າທີ່ທ້ອງຖິ່ນ, ແລະ ຕຳຣວຈບ້ານ ເປັນຜູ້ຕິດຕາມເບິ່ງແຍງພຶຕຕິກັມ, ແລະການເຄື່ອນໄຫວທົ່ວໄປ, ແຕ່ບາງຈຳນວນ ກໍຖືກຈັບໃນຄວາມຜິດຊ້ຳຊາກ.

ກ່ອນໜ້ານີ້, ເຈົ້າໜ້າທີ່ປ້ອງກັນຄວາມສງົບ ແຂວງຊຽງຂວາງ ທ່ານນຶ່ງ ໄດ້ເລົ່າສູ່ຜູ້ສື່ຂ່າວເອເຊັຽເສຣີຟັງວ່າ, ນັກໂທສທີ່ໄດ້ຮັບອະພັຍໂທສ ຈົນຖືກ ປ່ອຍໂຕແລ້ວ, ກັບມາເຮັດຄວາມຜິດອີກ, ແລະຖືກຈັບເຂົ້າຄຸກອີກນັ້ນ, ຈະໄດ້ຮັບໂທສທີ່ໜັກກວ່າເກົ່າ ແລະ ຈະບໍ່ມີສິດໄດ້ຮັບ ອະພັຍໂທສອີກເລີຍ, ຍ້ອນທາງການຖືວ່າເປັນນັກໂທສ ທີ່ບໍ່ຮູ້ເຖິງຄຸນຄ່າຂອງການອະພັຍໂທສ.

ໃນໂອກາດວັນສະຖາປະນາ ສປປລາວ ວັນທີ 2 ທັນວາ ເມື່ອປີກາຍ, ຣັຖບານລາວ ໄດ້ອະພັຍໂທສແກ່ນັກໂທສ ໃນທົ່ວປະເທສທັງໝົດ 1,711 ຄົນ. ໃນນັ້ນ, ສ່ວນຫຼາຍເປັນນັກໂທສ ຄະດີຢາເສພຕິດເຖິງ 1,281 ຄົນ, ສ່ວນນັກໂທສຄະດີການເມືອງ ຫຼື ກຸ່ມຕໍ່ຕ້ານຣັຖບານ ບໍ່ໄດ້ຮັບການອະພັຍໂທສ ຢ່າງເດັດຂາດ ຍ້ອນເປັນຄວາມຜິດ ທີ່ຮ້າຍແຮງ.

ເຖິງຢ່າງໃດກໍຕາມ, ເມື່ອຖາມເຖິງຈຳນວນນັກໂທສ ທີ່ຖືກຂັງໃນຄຸກແຕ່ລະແຫ່ງ ແລະ ຈຳນວນນັກໂທສຄະດີ ທາງການເມືອງວ່າມີຫຼາຍ ປານໃດນັ້ນ, ເຈົ້າໜ້າທີ່ທ່ານນີ້ ເລົ່າສູ່ຟັງວ່າ ບໍ່ເຄີຍມີການເປີດເຜີຍໃຫ້ຮູ້ເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org