ປະທານປະເທດລາວຕ້ອນຮັບຜູ້ນໍາ ນິວຊີແລນ
2013.08.15

ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ສປປລາວ ຕ້ອນຮັບທ່ານ Jerry Mateparae ຂ້າຫລວງໃຫຍ່ ຫລື ຜູ້ປົກຄອງ ປະເທດ ນິວຊີແລນ ຢູ່ ນະຄອນຫລວງ ວຽງຈັນ ເມື່ອວັນພຸດ ທີ່ຜ່ານມາ ແລະ ໃນໂອກາດ ດຽວກັນນີ້ ທ່ານ ຈູມມະລີ ໄຊຍະສອນ ໄດ້ຂໍຮ້ອງ ໃຫ້ ນິວຊີແລນ ສນັບສນູນ ການຂໍເຂົ້າເປັນ ສະມາຊິກ ສະພາ ສິດທິມະນຸດ ຂອງ ສະຫະປະຊາຊາດ ແລະ ສະມາຊິກ ຂອງກອງທຶນ ພົລເມືອງ ສະຫະປະຊາຊາດ ຂອງ ສປປລາວ ໃນສມັຍ ປີ 2016 ຈົນເຖິງປີ 2018.
ນອກຈາກນັ້ນ ປະທານ ປະເທດລາວ ແລະ ຂ້າຫລວງໃຫຍ່ ນິວຊີແລນ ຍັງໄດ້ຕົກລົງ ຈະເສີມສ້າງ ຄວາມສຳພັນ ຣະຫວ່າງກັນ ໃຫ້ດີຂື້ນ ແລະຈະຂຍາຍການຮ່ວມມືໃນຫຼາຍໆດ້ານເປັນຕົ້ນໃນດ້ານ ເສຖກິດການສຶກສາ ສາທາຣະນະສຸຂ ກະສິກັມ ແລະ ການພັທນາ ຊັພຍາກອນ ມະນຸດ. ພິເສດ ປະທານ ປະເທດລາວ ໄດ້ຂອບໃຈ ນິວຊີແລນ ທີ່ໃຫ້ການ ຊ່ວຍເຫລືອ ແກ່ສປປລາວ ເປັນເງິນປະມານ 3 ລ້ານ 3 ແສນ ດອນລ່າ ສະຫະຣັຖ ເພື່ອສ້າງ ແລະປັບປຸງ ສະຖານທີ່ ທ່ອງທ່ຽວ ແລະ ຊ່ວຍເກັບກູ້ ຣະເບີດ ທີ່ແຂວງ ຊຽງຂວາງ.
ທ່ານ ຈູມມະລີ ໄຊຍະສອນ ກ່າວຕໍ່ ຂ້າຫລວງໃຫຍ່ ນິວຊີແລນວ່າ ປະເທດລາວ ກຳລັງສູ້ຊົນ ປະຕິບັດ ໃຫ້ໄດ້ຕາມ ເປົ້າໝາຍສຫັດສວັດ ໃໝ່ ເປັນຕົ້ນເປົ້າໝາຍ ການຫລຸດຜ່ອນ ການເສັຍຊີວິດ ຂອງແມ່ຍິງ ແລະເດັກນ້ອຍ.