ຜູ້ນໍາ ແລະ ຄະນະຣັຖບານ ຊຸດໃໝ່ ຂອງລາວ
2021.03.22

ກອງປະຊຸມ ສະພາແຫ່ງຊາດລາວ ຊຸດທີ 9 ຄັ້ງປະຖົມມະຣຶກ ໄດ້ປະກາດ ຮັບຮອງເອົາຄະນະຣັຖບານ ຊຸດໃໝ່ ເມື່ອວັນທີ 22 ມິນາ ຜ່ານມາ. ໃນກອງປະຊຸມໄດ້ຮັບຮອງເອົາ ທ່ານ ທອງລຸນ ສີສຸລິດ ອາດີດນາຍົກຣັຖມົນຕຼີ ຂື້ນເປັນປະທານປະເທດຄົນໃໝ່ ແທນ ທ່ານ ບຸນຍັງ ວໍລະຈິດ. ໃນໂອກາດຮັບຕຳແໜ່ງ ທ່ານ ທອງລຸນ ສີສຸລິດ ໄດ້ກ່າວ ໃນກອງປະຊຸມ ບາງຕອນວ່າ.
"ກອງປະຊຸມສະພາແຫ່ງຊາດ ຄັ້ງປະຖົມມະຣຶກ ຊຸດທີ 9 ໄດ້ເລືອກຕັ້ງໃຫ້ຂ້າພະເຈົ້າດຳຣົງຕຳແໜ່ງ ເປັນປະທານປະເທດ ແຫ່ງ ສາທາຣະນະຣັຖ ປະຊິປະຕັຍ ປະຊາຊົນລາວ ຂ້າພະເຈົ້າຂໍສະແດງ ຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາສະມາຊິກສະພາ ແຫ່ງຊາດ ຊຸດທີ 9 ທີ່ໄດ້ໃຫ້ຄວາມເຊື່ອໝັ້ນ ແລະໄວ້ວາງໃຈຕໍ່ ຂ້າພະເຈົ້າທັງເປັນການມອບຄວາມ ຮັບຜິດຊອບ ພາລະໜ້າທີ່ ອັນໃຫຍ່ຫຼວງ ເຕັມໄປດ້ວຍຄວາມຮັບຜິດຊອບອັນສູງສົ່ງ ແລະ ໜັກໜ່ວງໃນການປະຕິບັດ ພາລະບົດບາດ ໃນຖານະເປັນປະມຸກ ແຫ່ງຣັຖ ຂອງ ສາທາຣະນະຣັດ ປະຊາທິປະຕັຍ ປະຊາຊົນລາວ."
ທ່ານ ທອງລຸນ ສີສຸລິດ ໄດ້ຖືກຮັບຮອງ ຈາກ ສະມາຊິກສະພາແຫ່ງຊາດ ດ້ວຍຄະແນນ 161 ສຽງ, ບໍ່ເຫັນດີ 1 ສຽງ, ງົດລົງ ຄະແນນ 1 ສຽງ ຮວມທັງໝົດ 163 ສຽງ.
ທ່ານ ພັນຄຳ ວິພາວັນ ອາດີດ ຮອງ ປະທານປະເທດ ໄດ້ຖືກຮັບຮອງໃຫ້ດຳຣົງຕຳແໜ່ງ ນາຍົກ ຣັຖມົນຕຼີຄົນໃໝ່ ແທນ ທ່ານ ທອງລຸນ ສີສຸລິດ. ໃນໂອກາດຮັບຕຳແໜ່ງນາຍົກ ຣັຖມົນຕຼີ ທ່ານ ໄດ້ກ່າວບາງຕອນວ່າ:
"ຂ້າພະເຈົ້າຮູ້ສຶຶກເປັນກຽດຢ່າງສູງ ມີຄວາມພາກພູມໃຈເປັນຢ່າງຍິ່ງ ແລະຂໍສະແດງຄວາມຮູ້ບຸນຄຸນຢ່າງສູງ ຕໍ່ບັນດາທ່ານສະມາຊິກ ສະພາແຫ່ງຊາດ ຊຸດທີ 9 ເຊີ່ງ ເປັນໂຕແທນ ຂອງ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ໄດ້ໃຫ້ ຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະ ລົງຄະແນນສຽງຮັບຮອງ ເອົາການແຕ່ງຕັ້ງຂ້າພະເຈົ້າ ໃຫ້ດຳຣົງຕຳແໜ່ງເປັນ ນາຍົກຣັຖມົນຕຼີ ຕາມການສເນີ ຂອງ ທ່ານ ປະທານປະເທດ."
ທ່ານໄດ້ກ່າວຕື່ມວ່າ ນັບແຕ່ນີ້ໄປອີກ 5 ປີ ຄະນະຣັຖບານຊຸດໃໝ່ ຈະເນັ້ນໜັກຄວາມສະຖຽນຣະພາບ ທາງດ້ານການເມືອງ, ປັບປຸງ ຄຸ້ມຄອງເສຖກິຈ ມະຫາພາກຮວມທັງປະຕິຮູບ ການເງິນງົບປະມານ ປັບປຸງບໍຣິຫານພາກຣັຖ ໃຫ້ມີຄວາມກະທັດຮັດ ບັນລຸເປົ້າໝາຽ ການພັທນາແບບຍືນຍົງ ແກ້ໄຂຄວາມທຸກຍາກຫຼຸດຜ່ອນ ຄວາມແຕກໂຕນຣະຫວ່າງໂຕເມືອງ ກັບຊົນນະບົດ ແລະ ສືບຕໍ່ແນວທາງ ສັນຕິພາບ, ມີຕພາບໃນການປະຕິບັດການ ຕ່າງປະເທດ.
ທ່ານ ພັນຄຳ ວິພາວັນ ໄດ້ຖືກຮັບຮອງດ້ວຍຄະແນນ 153 ຈາກທັງໝົດ 162 ສຽງ ບໍ່ເຫັນດີ 3 ສຽງ ງົດອອກ 1 ສຽງ.
ທ່ານ ໄຊສົມພອນ ພົມວິຫານ ອາດີດປະທານສູນກາງ ແນວລາວສ້າງຊາດ ໄດ້ຖືກຮັບຮອງ ໃຫ້ດຳຣົງຕຳແໜ່ງ ປະທານສະພາ ແຫ່ງຊາດແທນ ຍານາງ ປານີ ຢາທໍຕູ້ ທີ່ເລື່ອນຂຶ້ນເປັນ ຮອງປະທານປະເທດ.
ຕໍ່ການປະກາດຣັຖບານຊຸດໃໝ່ ຊາວນະຄອນຫຼວງວຽງຈັນ ໄດ້ໃຫ້ຄຳເຫັນວ່າ ເບິ່ງໂດຍຮວມຍັງບໍ່ແມ່ນກົງຈັກ ເສຖກິຈສ່ວນໃຫຍ່ ຈະໄປທາງດ້ານກົງຈັກ ບໍຣິຫານອົງກອນຣັຖ ຫຼາຍກວ່າ ເຊັ່ນການປາບປາມການສໍ້ຣາດບັງຫຼວງ ເປັນຕົ້ນ.
"ຄະນະກະຢາກວ່າເດັດຂາດຢູ່ ແຕ່ຊິເດັດຊໍ່າໃດ ຍັງຟັງເບິ່ງໃນ 5 ປີ ເພິ່ນ ຊິເດັດໄດ້ຊໍ່າໃດ ເພາະວ່າເຣື່ອງນີ້ໃຜກະເວົ້າໄດ້ຢູ່ ແຕ່ຄາຢູ່ ຂອດວ່າມັນບໍ່ມີເງິນ ຜູ້ໃດເປັນກະຄືເກົ່າ ຫັ້ນແຫຼະ. ແຕ່ວ່າຍັງບໍ່ທັນແມ່ນຫົວ ເສຖກິຈເທື່ອ ຕ້ອງໄດ້ເນັ້ນແນວນັ້ນ ແລ້ວຊອກເອົາ ບຸຄລາກອນທີ່ດີ ເຂົ້າໃນຂົງເຂດ ໃນການພັທນາ ແຕ່ລະພາກສ່ວນ."
ຊາວລາວອີກທ່ານນຶ່ງ ໄດ້ສະແດງຄວາມເຫັນວ່າ ທ່ານ ນາຍົກຣັຖມົນຕຼີ ຄົນໃໝ່ ກ້າເວົ້າ ຄວາມຈິງໃນອົງກອນຣັຖ ແຕ່ພໍມາເປັນ ນາຍົກຈະເປັນຄືດັ່ງຜ່ານມາບໍ່.
"ແຕ່ວ່າເບິ່ງຈິດໃຈ ເພິ່ນກະເຊື່ອໝັ້ນຢູ່ ເພິ່ນກ້າປາກ ກ້າເວົ້າແຕ່ວ່າເພິ່ນ ມາເປັນນາຍົກນີ້ ຊິກ້າບໍ່ເຂົາວ່າກະດີກ່ວາ ຜູ້ທີ່ວ່າບໍ່ກ້າ ປາກເວົ້າຄັນຖ້າເພິ່ນເວົ້າເພິ່ນກະຕ້ອງເຮັດ."
ສ່ວນນັກວິຊາການໄທຍ ອາຈາຣ ດຣ. ໂຍທີນ ສແວງດີ ຈາກສະຖາບັນວິຈັຍປະຊາກອນ ແລະ ສັງຄົມ ມະຫາວິທຍາລັຍມະຫິດົນ ໄດ້ຕັ້ງຂໍ້ສັງເກດວ່າ ການເລືອກຜູ້ນໍາປະເທດຣະດັບ ສູງສຸດຍັງເປັນການເລືອກຕັ້ງ ຕາມປະເພນີເດີມໆ ໂດຍເລືອກເອົາຜູ້ອາວຸໂສ ແລະ ເປັນກຸ່ມ ຜູ້ນຳທີ່ມີປວັດ ຫຼືສືບທອດອຳນາດ ຈາກຊຸດເກົ່າ. ສ່ວນຄົນຣຸ້ນໃໝ່ ຕ້ອງລໍຖ້າຕໍ່ໄປ.
"ແບບແຜນປະເພນີ ທີ່ເຂົາໃຊ້ກັນຢູ່ຄ້າຍກັບຈະອີງໄປທາງເຊື່ອ ໃນລັກສນະ ທີ່ວ່າຖ້າເວົ້າເປັນພາສາອີສານ ຄືຄົນເຖົ້າຄົນແກ່. ຄົນມີສ່ວນຮ່ວມໃນການ ປະຕິວັດ ຄົນທີ່ເປັນແກ່ນ ເປັນສານກະຕ້ອງເອົາຜູ້ນັ້ນກ່ອນ ຈັ່ງໃດຄົ້ນຣຸ້ນໃໝ່ກະຖ້າຕໍ່ໄປ. ແຕ່ ຂ້າພະເຈົ້າເຊື່ອວ່າ ເຂົາກໍຄົງຈະຮັກສາຄວາມແໜ້ນແຟ້ນຍິ່ງໆຂຶ້ນຕໍ່ໄປ."
ກົງຈັກການບໍຣິຫານຂອງຣັຖບານ ຊຸດທີ 9 ປະກອບໄປດ້ວຍ 17 ກະຊວງ ແລະ ສອງ ອົງການທຽບເທົ່າ. ໂດຍມີ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກຣັຖມົນຕຼີ, ຣັຖມົນຕຼີ ກະຊວງປ້ອງກັນປະເທດ.
ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຼີ ຣັຖມົນຕຼີ ກະຊວງແຜນການ ແລະ ການລົງທຶນ.
ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກຣັຖມົນຕຼີ.
ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ຣັຖມົນຕຼີ ກະຊວງປ້ອງກັນຄວາມສະຫງົບ.
ທ່ານ ສະເຫຼີມໄຊ ກົມມະສິດ ຣັຖມົນຕຼີກະຊວງການຕ່າງປະເທດ.
ທ່ານ ຄຳແພງ ໄຊສົມແພງ ຣັຖມົນຕຼີ ກະຊວງອຸດສາຫະກັມ ແລະການຄ້າ.
ທ່ານ ຄຳເຈັນ ວົງໂພສີ ຣັຖມົນຕຼີ ຫົວໜ້າຫ້ອງວ່າການສຳນັກງານນາຍົກ.
ທ່ານ ບໍ່ວຽງຄຳ ວົງດາລາ ຣັຖມົນຕຼີ ກະຊວງເທັກໂນໂລຢີ ແລະ ການສື່ສານ.
ທ່ານ ເພັດ ພົມພິທັກ ຣັຖມົນຕຼີກະຊວງກະສິກັມ ແລະປ່າໄມ້.
ຍານາງ ບຸນຄຳ ວໍລະຈິດ ຣັຖມົນຕຼີກະຊວງ ຊັພຍາກອນທັມມະຊາດ ແລະສີ່ງແວັດລ້ອມ.
ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທະນາຄານແຫ່ງຊາດລາວ.
ຍານາງ ຄຳໃບ ຂັດຕິຍະ ຣັຖມົນຕຼີກະຊວງແຮງງານ ແລະ ສວັດດີການສັງຄົມ.
ຍານາງ ສວນສະຫວັນ ວິຍາເກດ ຣັຖມົນຕຼີ ກະຊວງຖແລງ ຂ່າວວັທນະທັມ ແລະທ່ອງທ່ຽວ.
ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຼີກະຊວງການເງິນ.
ທ່ານ ວຽງສະຫວັດ ສີພັນດອນ ຣັຖມົນຕຼີກະຊວງໂຍທາທິການ ແລະຂົນສົ່ງ.
ທ່ານ ພຸດ ສິມມາລາວົງ ຣັຖມົນຕຼີກະຊວງສຶກສາທິການ ແລະກິລາ.
ທ່ານ ບຸນແຝງ ພູມມະໄລສິດ ຣັຖ ມົນຕຼີກະຊວງສາທາຣະນະສຸຂ.
ທ່ານ ໄພວິ ສີບົວລິພາ ຣັຖມົນຕຼີ ກະຊວງຍຸຕິທັມ.
ທ່ານ ທອງຈັນ ມະນີໄຊ ຣັຖມົນຕຼີກະຊວງພາຍໃນ.
ແລະ ທ່ານ ດາວວົງ ພອນແກ້ວ ຣັຖມົນຕຼີ ກະຊວງພລັງງານ ແລະ ບໍ່ແຮ່.