ສະພາແຫ່ງຊາຕປິດ ປະຊຸມ ສມັຍສາມັນ

ມະນີຈັນ
2017.05.18
f-pany ຍານາງ ປານີ ຢ່າທໍ່ຕູ້ ປະທານ ສະພາແຫ່ງຊາຕ ສປປລາວ
Screen captured LNTV video

ກອງປະຊຸມ ສະພາແຫ່ງຊາຕລາວ ສມັຍສາມັນ ເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 8 ໄດ້ປິດລົງ ໃນຕອນບ່າຍ ຂອງວັນທີ 18 ພຶສພາ ນີ້ ທີ່ຫໍປະຊຸມ ສະພາແຫ່ງຊາຕ ໃນນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງຍານາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາຕ ລາວ.

ກອງປະຊຸມໄດ້ສເນີໃຫ້ ຄນະປະຈຳສະພາແຫ່ງຊາຕ ເອົາໃຈໃສ່ຫຼາຍໆດ້ານ ເພື່ອໃຫ້ບັນລຸເປົ້າໝາຍ ດັ່ງຍານາງ ປານີ ກ່າວໃນຕອນນຶ່ງວ່າ:

“ເພີ່ມທະວີ ການປະສານສົມທົບ ກັບຣັຖບານ ເພື່ອຊຸກຍູ້ ກະຊວງ, ອົງການ, ຂແນງການ ແລະ ອົງການປົກຄອງທ້ອງຖິ່ນ, ເອົາໃຈໃສ່ ແກ້ໄຂ ຕິດຕາມ ກວດກາ ບັນຫາ ທີ່ມີລັກສນະເລັ່ງດ່ວນ ພົວພັນເຖິງຜົລປໂຍດສ່ວນຫລວງຫລາຍ ຂອງປະຊາຊົນ ກໍຄື ການປະພິດ ຂອງພະນັກງານຣັຖ ແລະ ລະເມີດສິດ ອັນຊອບທັມ ຂອງພົລເມືອງ.”

ນອກຈາກນັ້ນ ກອງປະຊຸມ ໄດ້ພິຈາຣະນາ ແລະ ຮັບຮອງເອົາ ກົດໝາຍ ຈຳນວນ 14 ສບັບ ໃນຂົງເຂດ ເສຖກິຈສັງຄົມ, ການປ້ອງກັນ ຊາຕ, ປ້ອງກັນຄວາມສງົບ, ການປົກຄອງ ແລະ ຍຸດຕິທັມ, ອົງການຈັດຕັ້ງ ມະຫາຊົນ ແລະ ການຕ່າງປະເທດ.

ໃນກອງປະຊຸມ ສະພາແຫ່ງຊາຕຄັ້ງນີ້, ສະມາຊິກສະພາແຫ່ງຊາຕ ໄດ້ມີການລົງຄະແນນສຽງ ຮັບຮອງເລືອກເອົາ ຍານາງ ດຣ. ວຽງທອງ ສີພັນດອນ ໃຫ້ດຳຣົງຕຳແໜ່ງ ເປັນປະທານ ອົງການກວດສອບແຫ່ງຣັຖ ອີກເປັນສມັຍທີ 2 ຈົນເຖິງປີ 2021, ພາຍຫຼັງທີ່ຍານາງໄດ້ດຳຣົງ ຕຳແໜ່ງຄົບ 1 ວາຣະ ພໍດີຕັ້ງແຕ່ປີ 2012 ຫາ 2017.

ຍານາງປານີ ຢາທໍ່ຕູ້ ກ່າວປິດກອງປະຊຸມ ໃນຕອນທ້າຍວ່າ:

“ມາຮອດນີ້, ໃນນາມປະທານກອງປະຊຸມ ຂພຈ ຂໍປະກາດອັດກອງປະຊຸມສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 8 ຢ່າງເປັນ ທາງການ ນັບແຕ່ເວລານີ້ ເປັນຕົ້ນໄປ. ຂໍຂອບໃຈ”.

ກອງປະຊຸມສະພາແຫ່ງຊາຕລາວ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 8 ນີ້, ໄດ້ດຳເນີນມາທັງໝົດ 17 ມື້ເຕັມ, ເຣີ່ມແຕ່ ວັນທີ 25 ເມສາ ແລະ ມາສິ້ນສຸດ ໃນວັນທີ 18 ພຶສພາ 2017.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.