ສະພາແຫ່ງຊາດ ປິດ ປະຊຸມ

ທາງການລາວ ປິດກອງປະຊຸມ ສະພາແຫ່ງຊາດ ສມັຍສາມັນ ເທື່ອທີ 5 ຂອງສະພາ ແຫ່ງຊາດ ຊຸດທີ 8 ປິດແລ້ວ

ຍານາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາຕລາວ ກ່າວປິດກອງປະຊຸມ ສມັຍສາມັນເທື່ອທີ 5 ຂອງ ສະພາແຫ່ງຊາຕ ຊຸດທີ 8 ວັນທີ 28 ມິຖຸນາ 2018 Screen captured : TV Lao HD

ໃນຕອນບ່າຍ ຂອງມື້ວັນທີ 28 ມີຖຸນາ 2018 ນີ້ ທີ່ນະຄອນຫລວງວຽງຈັນ ໄດ້ມີພິທີປິດກອງປະຊຸມສະພາ ແຫ່ງຊາດລາວ ສມັຍສາມັນ ເທື່ອທີ 5 ຂອງສະພາ ແຫ່ງຊາດ ຊຸດທີ 8 ພາຍໃຕ້ການເປັນປະທານ ຂອງ ຍານາງ ປານີ ຢ່າທໍ່ຕູ້ ປະທານສະພາ ແຫ່ງຊາດລາວ ພາຍຫລັງທີ່ໄດ້ດໍາເນີນ ມາແຕ່ມື້ວັນທີ 5 ມີຖຸນາ. ຍານາງ ປານີ ຢ່າທໍ່ຕູ້ ໄດ້ກ່າວປິດກອງປະຊຸມ ຕອນນຶ່ງວ່າ:

"ມາຮອດນີ້ ໃນນາມປະທານກອງປະຊຸມ ຂ້າພະເຈົ້າ ຂໍອັດກອງປະຊຸມ ສມັຍສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 8 ຢ່າງເປັນ ທາງການ ນັບແຕ່ເວລານີ້ເປັນຕົ້ນໄປ ຂໍຂອບໃຈ."

ກ່ອນປິດກອງປະຊຸມ ຍານາງ ສວນສວັນ ວິຍະເກດ ເລຂາທິການ ສະພາແຫ່ງຊາດ ໄດ້ຕາງໜ້າຄນະກອງເລຂາ ສະພາແຫ່ງຊາດ ກ່າວ ຮັບຮອງ 2 ມະຕິຂອງກອງປະຊຸມສະພາ ແຫ່ງຊາດ ຄືຮ່າງມະຕິ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັທນາ ເສຖກິດສັງຄົມ, ແຜນ ງົບປະມານແຫ່ງຣັຖ ປະຈໍາ 4 ເດືອນຜ່ານມາ, ຄາດຄະເນການປະຕິບັດແຜນ ພັທນາເສຖກິດ-ສັງຄົມ 6 ເດືອນຕົ້ນປີ ແລະທິດທາງ ວຽກງານຈຸດສຸມ 6 ເດືອນທ້າຍປີ 2018 ແລະມະຕິ ວ່າດ້ວຍແຜນແມ່ບົດ ຈັດສັນທີ່ດິນແຫ່ງຊາດ ຮອດປີ 2030. ດັ່ງທີ່ຍານາງກ່າວວ່າ:

"ຕາງໜ້າ ໃຫ້ກອງເລຂາກອງປະຊຸມ ຂ້າພະເຈົ້າ ຂໍອະນຸຍາດຜ່ານ 2 ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ດັ່ງນີ້: ຮ່າງມະຕິກອງປະຊຸມ ສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ເອົາບົດຣາຍງານຂອງຣັຖບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັທນາ ເສຖກິດ-ສັງຄົມ, ແຜນງົບປະມານແຫ່ງຣັຖ ປະຈໍາ 4 ເດືອນຜ່ານມາ, ຄາດຄະເນປະຕິບັດແຜນ 6 ເດືອນຕົ້ນປີ ແລະທິດທາງ ວຽກງານຈຸດສຸມ 6 ເດືອນທ້າຍປີ 2018. ມະຕິກອງປະຊຸມ ສະພາແຫ່ງຊາດ ວ່າດ້ວຍແຜນແມ່ບົດ ຈັດສັນທີ່ດິນ ແຫ່ງຊາດ ຮອດປີ 2030."

ຕລອດກອງປະຊຸມ ທີ່ດໍາເນີນໄປເປັນເວລາ 18 ມື້ ນອກຈາກໄດ້ປະກອບ ຄວາມຄຶດຄວາມເຫັນໃສ່ບົດຣາຍງານຂອງຣັຖບານ ແລະຮັບຮອງ ເອົາແລ້ວ ສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງຕ່າງໆ ຍັງໄດ້ປະກອບຄວາມຄຶດຄວາມເຫັນ ແລະຮັບຮອງ ເອົາກົດໝາຍຈໍານວນ 13 ສະບັບທີ່ຣັຖບານ ແລະພາກສ່ວນກ່ຽວຂ້ອງ ໄດ້ສເນີເຂົ້າມາ. ໃນນັ້ນ ມີ 8 ສະບັບທີ່ເປັນກົດໝາຍສ້າງໃໝ່ ແລະ 5 ສະບັບເປັນ ກົດໝາຍ ສະບັບປັບປຸງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org