ສະພາແຫ່ງຊາດລາວ ດໍາເນີນ ໄປຕາມ ພັກ-ຣັດ

0:00 / 0:00

ກົດຣະບຽບຂອງພັກ ປະຊາຊົນ ປະຕິວັດລາວ ສມັຍທີ 10 ໃນພາກເປີດຫົວເຣື່ອງ ກໍານົດເອົາໄວ້ວ່າ ພັກປະຊາຊົນ ປະຕິວັດລາວ ແມ່ນກອງນໍາໜ້າທີ່ ມີການຈັດຕັ້ງ, ແມ່ນການຈັດຕັ້ງ ການເມືອງສູງສຸດ ຂອງຊົນຊັ້ນກັມມະກອນ ແລະ ຂອງຣະບອບປະຊາທິປະໄຕ ປະຊາຊົນລາວ, ພັກປະຊາຊົນ ປະຕິວັດລາວ ປະກອບດ້ວຍບຸກຄົນ ທີ່ຕື່ນຕົວ, ຫ້າວຫັນປະຕິວັດ, ດີເດັ່ນກວ່າໝູ່ ແລະທັງວ່າ ສະມາຊິກພັກ ມີສິດໄດ້ຮັບຂ່າວສານ ອັນຈໍາເປັນ ແລະ ປົກປ້ອງຄວາມເຫັນ ແລະ ທັສນະຂອງຕົນ, ແຕ່ເມື່ອຕົກລັງເປັນມະຕິແລ້ວ ຕ້ອງເວົ້າ ແລະປະຕິບັດ ຕາມມະຕິຂອງພັກຢ່າງເຂັ້ມງວດ, ຫ້າມຈັດຕັ້ງ, ເຄື່ອນໄຫວ ແລະ ເຂົ້າຮ່ວມການປະທ້ວງ ຫຼືໃຊ້ສື່ສັງຄົມ ອອນລາຍ ຕ້ານການຈັດຕັ້ງພັກ ແລະຣັຖ; ພັກປະຊາຊົນ ປະຕິວັດລາວ ເປັນພັກກໍາອໍານາດ, ເປັນແກນນໍາໃນຣະບົບການເມືອງ ຂອງຣະບອບປະຊາທິປະໄຕ ປະຊາຊົນ ຊຶ່ງ ພັກປະຊາຊົນ ປະຕິວັດລາວ ບໍ່ພຽງແຕ່ກໍານົດເອົາໄວ້ ຢູ່ໃນກົດຣະບຽບຂອງພັກ ເທົ່ານັ້ນ ແຕ່ຫາກຍັງບົ່ງເອົາໄວ້ ຢູ່ໃນມາດຕຣາ 3 ຂອງ ຣັຖທັມມະນູນທີ່ວ່າ ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນລາວ ບັນດາເຜົ່າ ໄດ້ຮັບການປະຕິບັດ ແລະ ຮັບປະກັນ ດ້ວຍການເຄື່ອນໄຫວ ຂອງຣະບົບການເມືອງ ຊຶ່ງມີພັກປະຊາຊົນ ປະຕິວັດລາວ ເປັນແກນນໍາ.

ເວົ້າເຖິງຣະບົບການເມືອງຂອງ ສປປລາວ, ອີງໃສ່ມະຕິຂອງພັກທີ່ຜ່ານມາ ແມ່ນມີທັງສະພາແຫ່ງຊາດ, ຣັຖບານ ແລະອົງການ ປົກຄອງທ້ອງຖິ່ນ, ສານປະຊາຊົນ ແລະອົງການ ອັຍການປະຊາຊົນ, ອົງການແນວລາວສ້າງຊາດ ຂັ້ນຕ່່າງໆ, ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ສະຫະພັນ ແມ່ຍິງລາວ, ສະຫະພັນກັມມະບານລາວ, ສະຫະພັນ ນັກຣົບເກົ່າ ແຫ່ງຊາດ.

ສະເພາະສະພາແຫ່ງຊາດ ເຖິງແມ່ນພັກ ປະຊາຊົນ ປະຕິວັດລາວ ຈະກໍານົດໄວ້ຢູ່ໃນມາດຕຣາ 52 ຂອງຣັຖທັມມະນູນວ່າເປັນ ອົງການສູງສຸດແຫ່ງ ອໍານາດຣັຖ, ເປັນອົງການ ນິຕິບັນຍັດ ແລະມີສິດ ແລະໜ້າທີ່ 21 ຢ່າງຕາມມາດຕຣາ 53.

ແລະຢູ່ໃນກົດໝາຍວ່າດ້ວຍ ສະພາແຫ່ງຊາດ ພາກທີ 2 ໝວດທີ 2 ມາດຕຣາ 10 ກໍກໍານົດໃຫ້ສິດ ແລະ ໜ້າທີ່ລວມແກ່ສະພາ ແຫ່ງຊາດ 3 ດ້ານຄື: ດ້ານນິຕິບັນຍັດ ຮວມທັງການພິຈາຣະນາ ແລະຮັບຮອງເອົາຣັຖທັມມະນູນ ແລະກົດໝາຍ, ດ້ານການຕົກລົງ ບັນຫາພື້ນຖານ ຂອງປະເທດຊາດ ທີ່ມີທັງທາງດ້ານການເມືອງ ແລະ ການປົກຄອງ, ດ້ານເສຖກິດ- ສັງຄົມ, ດ້ານການຈັດຕັ້ງ ແລະ ບຸຄລາກອນ ແລະ ດ້ານການຕິດຕາມກວດກາ ທີ່ມີທັງການຕິດຕາມກວດກາ ການປະຕິບັດຣັຖທັມມະນູນ, ກົດໝາຍ, ມະຕິຂອງ ກອງປະຊຸມສະພາ ແຫ່ງຊາດ, ແຜນພັທນາເສຖກິດ-ສັງຄົມ ແລະອື່ນໆ.

ແລະມາດຕຣາ 27 ກໍເວົ້າເຖິງສິດ ແລະ ໜ້າທີ່ຂອງສະມາຊິກ ສະພາແຫ່ງຊາດ ຊຶ່ງຂໍ້ທີ 5 ໃຫ້ສິດຊັກຖາມປະທານ ແລະ ຄະນະ ປະຈໍາສະພາແຫ່ງຊາດ, ປະທານປະເທດ, ນາຍົກ ຣັຖມົນຕຣີ, ສະມາຊິກຣັຖບານ, ຫົວໜ້າອົງການອັຍການ ປະຊາຊົນສູງສຸດ, ປະທານສານ ປະຊາຊົນສູງສຸດ ແລະ ປະທານອົງການກວດສອບແຫ່ງຣັຖ ໃນກອງປະຊຸມສະພາ ແຫ່ງຊາດ ແລະ ຂໍ້ທີ 8 ກໍເວົ້າເຖິງໃຫ້ຄໍາປຶກສາ ແລະ ຄໍາແນະນໍາແກ່ພົລເມືອງ ກ່ຽວກັບການຍື່ນຄໍາຮ້ອງທຸກ ແລະ ບັນຫາຕ່າງໆ ທີ່ຕິດພັນກັບຜົລປໂຍດ ຂອງປະຊາຊົນ.

ແຕ່ເຖິງຢ່າງໃດກໍຕາມ ຫຼາຍຄົນກໍຍັງເຫັນວ່າ ໃນເມື່ອທັງໃນພາກທິສດີ ແລະ ໃນພາກປະຕິບັດຕົງຈິງ ທຸກການຈັດຕັ້ງ ແລະການ ເຄື່ອນໄຫວ ຮວມທັງຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ລ້ວນແລ້ວແຕ່ແມ່ນພັກ ເປັນຜູ້ຈັດຕັ້ງ ແລະ ຊີ້ນໍາ ທຸກວຽກງານ ບໍ່ວ່າຈະເປັນສະພາແຫ່ງຊາດ ຊຸດໃດກໍຕາມໃນ 9 ຊຸດ ຊຶ່ງຊຸດທີ 9 ນີ້ ກໍແມ່ນ ທ່ານ ໄຊສົມພອນ ພົມວິຫານ ກັມມະການກົມການເມືອງ ສູນກາງພັກ ເປັນປະທານ.

ກ່ຽວກັບເຣື່ອງທີ່ວ່ານີ້ ທ່ານ ສົມຈິດ ສຸວັນນະຄີລີ ຮອງ ປະທານອົງການອໍານາດປະຊາຊົນລາວ ແລະ ທັງເປັນສະມາຊິກ ສະພາ ໂຮມລາວ ເພື່ອສັນຕິພາບ ແລະ ປະຊາທິປະໄຕ ທີ່ ສະຫະຣັຖ ອາເມຣີກາ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 6 ມິຖຸນາ 2021 ນີ້ວ່າ ທຸກການຈັດຕັ້ງ ໃນຣະບອບຜະເດັດການ ແມ່ນຢູ່ໃຕ້ອໍານາດຂອງພັກ:

ປະຊາຊົນລາວທ່ານນຶ່ງ ຢູ່ພາຍໃນປະເທດ ຜູ້ຂໍສງວນຊື່, ສະຖານທີ່ ແລະເວລາ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ ຢູ່ໃນຣະບຽບກົດໝາຍ ກໍເວົ້າຢູ່ວ່າ ສະພາແຫ່ງຊາດ ເປັນອົງການສູງສຸດ ແຫ່ງອໍານາດຣັຖ, ແຕ່ໃນຄວາມເປັນຈິງ ແມ່ນຢູ່ພາຍໃຕ້ການນໍາພາ ຂອງພັກ:

ທ່ານ ອິນຊີທອງ ຄະນະນໍາ ແລະທັງເປັນໂຄສົກອົງການລາວເສຣີ Free Laos Campaign ທີ່ ສະຫະຣັຖອາເມຣິກາ ກໍກ່າວ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 6 ມິຖຸນາ ນີ້ວ່າ ໃນການຈັດຕັ້ງຂອງ ສປປລາວ ຜູ້ມີອໍານາດສູງສຸດກວ່າໝູ່ ແມ່ນພັກປະຊາຊົນ ປະຕິວັດລາວ:

ໃນຂນະດຽວກັນ ປະຊາຊົນລາວທ່ານນຶ່ງ ຢູ່ພາຍໃນປະເທດ ຜູ້ຂໍສງວນຊື່ ແລະສຽງ ກໍເວົ້າເຖິງການເຄື່ອນໄຫວຂອງສະພາແຫ່ງຊາດ ໃນປັດຈຸບັນວ່າ ເຮັດໄປຕາມຂັ້ນຕອນ, ໄປຕາມຂະບວນ ແຕ່ກໍຍັງຢູ່ພາຍໃຕ້ການນໍາພາ ຂອງພັກຄືເກົ່າ.

ເວົ້າເຖິງການປົກຄອງ ຢູ່ປະເທດຄອມມິວນິສ ບໍ່ມີອົງການໃດ ຈະຢູ່ເໜືອພັກໄດ້ ດັ່ງທີ່ທ່ານ ສົມຈິດ ກ່າວວ່າ:

ແລະວ່າ ຢູ່ປະເທດຄອມມິວນິສ ເຂົາລົງວິນັຍ ໃສ່ໂທດໄດ້ແຕ່ຊັ້ນຜູ້ນ້ອຍ:

ແລະປະຊາຊົນລາວຢູ່ພາຍໃນປະເທດຜູ້ຂໍສງວນຊື່ທ່ານດຽວກັນນີ້ ກໍກ່າວວ່າ ທີ່ຜ່ານມາ ມີແຕ່ພວກຜູ້ນ້ອຍໄດ້ຮັບໂທດ:

ແຕ່ເຖິງຢ່າງໃດກໍຕາມ ຜູ້ນໍານັກປະຊາຊົນປະຕິວັດລາວ ກໍຍອມຮັບຢູ່ໃນກອງປະຊຸມໃຫຍ່ຂອງພັກ ທີ່ຜ່ານໆມາ ເຖິງຖັນແຖວ ພະນັກງານ ທີ່ຝ່າຝືນກົດຣະບຽບຂອງພັກ ຫລື ກົດໝາຍ ຂອງຣັຖ ແລະຈັນຍາບັນຂອງສະມາຊິກພັກ ແລະທັງວ່າ ຈະເດັດດ່ຽວຕ້ານ ແລະກໍາຈັດປັດເປົ່າພຍາດໃນຕົວ, ບົ່ງການອ້າຍດຽວ, ຂາດປະຊາທິປະໄຕ ປະຊາທິປະໄຕ ແບບຮູບການ, ເວົ້າຫລາຍແຕ່ບໍ່ເຮັດ ຫລື ເຮັດແບບຂາດຄວາມຮັບຜິດຊອບ, ເຫັນບັນຫາແລ້ວມີແຕ່ທ້ວງມີແຕ່ຈົ່ມ, ແບບແຜນອາຍາສິດ, ມີແຕ່ເວົ້າ, ມີແຕ່ອອກມະຕິແຕ່ບໍ່ເຮັດ ຫລືເຮັດກໍບໍ່ແທດ ກັບ ຕົວຈິງ, ເຮັດແບບມະລຸ້ມມະລ້ວຍ, ອັດຕະວິໄສ ແລະພໍໄດ້ແຕ່ຮູບການ.