ສປປ ລາວ ທີ 2 ທັນວາ
2014.12.02
ພັກ ແລະ ຣັຖບານ ລາວ ບໍ່ມີຄຳສັ່ງ ຈັດງານ ໃຫຍ່ໂຕ ມະໂຫລານ ເພື່ອ ສເລີມສລອງ ວັນຊາດ ທີ 2 ທັນວາ ຄົບຮອບ 39 ແຫ່ງ ການ ສ້າງຕັ້ງ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນ ລາວ ໃນ ປີນີ້ ຍ້ອນວ່າ ສປປ ລາວ ມີບັນຫາ ທາງ ດ້ານ ການເງິນ. ນັກຂ່າວ ວິທຍຸ ເອເຊັຽ ເສຣີ ໄດ້ສຳພາດ ເຈົ້າໜ້າທີ່ ຂອງ ຣັຖ 2 ທ່ານ ຜູ້ທີ່ ຂໍສງວນ ຊື່ ຢູ່ ນະຄອນ ຫລວງ ວຽງຈັນ ກ່ຽວກັບ ເລື້ອງນີ້. ເຈົ້າໜ້າທີ່ ຣັຖ ທ່ານນຶ່ງ ກ່າວວ່າ:
"ບໍ່ມີການ ເໜັງຕິງ ຫຍັງ, ມິດ ເພີ່ນບໍ່ໃຫ້ ມີການ ສເລີມສລອງ ຫຍັງ ແຕ່ລະ ກະຊວງ ມັນຕິດລົບ. ແຕ່ເງິນ ຊິເອົາໄປໃຊ້ ເດິນ ສວນສນາມ ຍັງບໍ່ມີ. ມັນເລື້ອງ ເງິນໆໆ ຄຳໆ ນີ້ລະ ບາງບ່ອນ ກໍຍັງ ບໍ່ທັນໄດ້ ຮອດ ເງິນເດືອນ".
ເຈົ້າໜ້າທີ່ ທ່ານນັ້ນ ຍັງ ກ່າວຕື່ມ ອີກວ່າ:
"ການທີ່ ຣັຖບານ ບໍ່ມີເງິນ ຈັດງານ ວັນຊາດ ຍ້ອນວ່າ ບັນຫາ ການສໍ້ຣາສ ບັງຫລວງ ແລະ ພນັກງານ ຂັ້ນໃຫຍ່ ກະກິນ ພໍຂັ້ນໃຫຍ່, ພນັກງານ ຂັ້ນກາງ ກໍກິນ ພໍຂັ້ນກາງ ແລະ ພນັກງານ ຂັ້ນນ້ອຍ ກໍກິນ ພໍຂັ້ນນ້ອຍ ຈົນເຮັດໃຫ້ ຄັງເງິນ ແຫ່ງຊາດ ຕິດລົບ. ບໍ່ມີເງິນ ແຮ່ຄັງ".
ເຈົ້າໜ້າທີ່ ຣັດ ອີກທ່ານນຶ່ງ ກ່າວວ່າ ປີນີ້ ຣັຖບານ ຈະບໍ່ມີ ການຈັດງານ ຫຍັງ ໃຫຍ່ໂຕ ຍ້ອນວ່າ ເຂົາເຈົ້າ ຈະກຽມໄວ້ ຈັດງານ ໃນ ປີຕໍ່ໄປ ຊຶ່ງຈະຈັດ ໃຫ້ ໃຫຍ່ ບາດດຽວເລີຍ. ແລະ ເຈົ້າໜ້າທີ່ ທ່ານນີ້ ຍັງກ່າວ ອີກວ່າ ຈີນ ຈະໃຫ້ເງິນ ຊ່ວຍເຫຼືອ ແກ່ ສປປ ລາວ ໃນການ ຈັດງານ ສລອງ ວັນຊາດ ທີ 2 ທັນວາ ໃນປີ 2015 ຊຶ່ງ ຈະເປັນວັນ ຄອບຮອບ 40 ປີ ຂອງ ສປປ ລາວ.
ໃນໂອກາດ ວັນຊາດ ທີ 2 ທັນວາ ປີນີ້ ໜັງສືພິມ ຂອງ ທາງການ ລາວ ກໍໄດ້ ຣາຍງານ ສະເພາະ ແຕ່ ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ ແຫ່ງ ສປປ ລາວ ກ່າວບົດ ປາໄສ ກ່ຽວກັບ ຄວາມເປັນມາ ຂອງ ວັນຊາດ ແລະ ນໍາພາ ບັນດາ ການນຳ ພັກ-ຣັດ ເຂົ້າວາງ ພວງມະລາ ຢູ່ ອານຸສາວະຣີ ນັກຮົບ ນິຣະນາມ ແລະ ຢືນໄວ້ ອາໄລ ຢູ່ ອານຸສາວະຣີ ຂອງອະດີດ ປະທານ ໄກສອນ ພົມວິຫານ.