ສະພາບໍ່ເຫັນດີໃຫ້ ຕ່າງຊາດ ຊື້ຂາຍ ທີ່ດິນ
ສະມາຊິກ ສະພາແຫ່ງຊາດ ບໍ່ເຫັນດີ ໃຫ້ຄົນຕ່າງປະເທດ ມາຊື້-ຂາຍ ສິດນຳໃຊ້ ທີ່ດິນ ຢູ່ ສປປລາວ.
-
ສຸພັດຕາ
2018-12-20 -
-
-
Your browser doesn’t support HTML5 audio
ສະມາຊິກສະພາແຫ່ງຊາດ ຈຳນວນ 29 ທ່ານ ບໍ່ເຫັນດີນຳ ຮ່າງກົດໝາຍ ທີ່ອະນຸຍາດໃຫ້ຄົນຕ່າງປະເທດ ມາຊື້-ຂາຍ ສິດນຳໃຊ້ທີ່ດິນ ຢູ່ ສປປລາວ ໃສ່ໃນຮ່າງກົດໝາຍ ໃນມາຕຣາ 96, ໃນນັ້ນເປັນຍ້ອນສະມາຊິກ ສະພາແຫ່ງຊາດ ເຫັນວ່າບໍ່ເໝາະສົມ ໂດຍສະເພາະ ແມ່ນ ການຂາຍກັມມະສິດທີ່ດິນ ໃຫ້ຄົນຕ່າງປະເທດ.
ຕໍ່ປະເດັນດ່ັງກ່າວນີ້ ເຈົ້າໜ້າທີ່ຂແນງທີ່ດິນກ່າວວ່າ ຄົນຕ່າງປະເທດບໍ່ສາມາດອອກຊື່ໃນໃບຕາດິນ ຫຼືຊື້-ຂາຍສິດນຳໃຊ້ທີ່ດິນ ຢູ່ ສປປລາວ ໄດ້ເພາະປະເທດລາວ ມີກົດໝາຍຢັ້ງຢືນແລ້ວ, ດ່ັງທ່ານກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 20 ທັນວາ ນີ້ວ່າ:
“ໂຕນີ້ບໍ່ສາມາດນຳໃຊ້ໄດ້ເດີ້ ກົດໝາຍບໍ່ສາມາດ ບໍ່ໃຫ້ຄົນຕ່າງຊາດ ທີ່ເປັນເຊື້ອຊາດຕ່າງປະເທດ ບໍ່ແມ່ນຊາດລາວ ສາມາດອອກຊື່ໃນ ໃບຕາດິນໄດ້ ຍ້ອນກົດໝາຍກໍຢັ້ງຢືນໃຫ້ແລ້ວ ວ່າຊາວຕ່າງຊາດ ບໍ່ສາມາດອອກຊື່ ຊື້ທີ່ດິນຢູ່ລາວໄດ້ ຄົນຕ່າງຊາດ ກໍບໍ່ມີສິດ ອອກຊື່ ນຳໃຊ້ທີ່ດິນໄດ້.”
ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ຄົນຕ່າງປະເທດ ບໍ່ສາມາດອອກຊື່ໃນໃບຕາດິນ ຫຼື ຊື້-ຂາຍ ສິດນຳໃຊ້ທີ່ດິນ ຢູ່ສປປລາວໄດ້, ແຕ່ຄົນຕ່າງ ປະເທດ ກໍຍັງສາມາດ ເຊົ່າຫຼືສັມປະທານທີ່ດິນ ໃນນາມທຸຣະກິຈ ຢູ່ສປປລາວໄດ້, ໂດຍມີຂໍ້ຕົກລົງຈຳນວນປີ ການເຊົ່າຫຼືສໍາປະທານ ທີ່ດິນ ຂຶ້ນຢູ່ກັບກົດຣະບຽບ ຕາມທີ່ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມກຳນົດ, ດັ່ງທ່ານກ່າວວ່າ:
“ໂຕນີ້ ຄັນມາເຊົ່າໃນນາມບໍຣິສັດຫຼືໃນນາມຄ້າຂາຍ ໃຫ້ເຂົ້າມາພົວພັນຢູ່ກັບຜແນກຊັພຍາກອນທຳມະຊາດແລະສິ່ງແວດລ້ອມ ຍົກຕົວຢ່າງ ຈະມາເຮັດ ຕະຫຼາດ ທຸຣະກິດຕ່າງໆ ຍາວນານ ມາສ້າງຕະຫຼາດ ເປັນຕະຫຼາດ ເປັນອາຄານຂອງເຂົາເຈົ້າ 20 ປີ ຫຼັງຈາກ 20 ປີ ທຸກຢ່າງຈະເປັນຂອງຣັດ.”
ສຳລັບກົດໝາຍກ່ຽວກັບ ຄົນຕ່າງປະເທດມາ ຊື້-ຂາຍສິດນຳໃຊ້ທີ່ດິນ ຢູ່ສປປລາວ ຕາມມາຕຣາ 96 ນັ້ນ ຣະບຸວ່າ ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງທັງພາຍໃນ ແລະຕ່າງປະເທດ ສາມາດຊື້-ຂາຍ ສິດນຳໃຊ້ທີ່ດິນ ພາຍໃນກຳນົດບໍ່ເກີນ 50 ປີ ແລະສາມາດ ຊື້ທີ່ດິນ ໄດ້ອີກ 1 ຄັ້ງ ແຕ່ບໍ່ໃຫ້ເກີນກຳນົດ 40 ປີໃນ ສປປລາວ ໄດ້.
ເມື່ອວັນທີ 18 ທັນວາ ຜ່ານມາ ສະມາຊິກສະພາແຫ່ງຊາດ ບໍ່ເຫັນດີໃຫ້ຄົນຕ່າງປະເທດ ມາຊື້-ຂາຍສິດນຳໃຊ້ທີ່ດິນ ຢູ່ສປປລາວ ຍ້ອນວ່າ ຕ້ອງການປົກປ້ອງສິດ ແລະຜົນປໂຍດ ຂອງປະຊາຊົນລາວ.