ບັນຫາຂັດແຍ່ງ ທີ່ດິນໃນລາວ
2013.02.27
ການຕັດສິນ ບັນຫາ ຂໍ້ຂັດແຍ່ງ ເຣື່ອງ ທີ່ດິນ ໃນ ສປປລາວ ຍັງເປັນບັນຫາ ທີ່ ແກ້ບໍ່ຕົກ ຫຍູ້ງຍາກ ສລັບຊັບຊ້ອນ ຢູ່ຕລອດມາ.
ຢູ່ ສປປລາວ ມີຂໍ້ຂັດແຍ່ງ ທີ່ດິນຫລາຍ ຣະຫວ່າງ ປະຊາຊົນ ກັບ ປະຊາຊົນ, ປະຊາຊົນ ກັບ ນັກລົງທຶນ ແລະ ປະຊາຊົນ ກັບຣັຖ, ມີການຟ້ອງຮ້ອງ ກັນຂຶ້ນສານ ແຕ່ການ ພິຈາຣະນາ ຕັດສິນ ຂໍ້ຂັດແຍ່ງ ນັ້ນ ເປັນບັນຫາຍາກ ແລະ ຊັບຊ້ອນ ຍ້ອນຣະບົບ ການຈັດສັນ ທີ່ດິນ ຍັງບໍ່ເປັນ ຣະບຽບເທື່ອ. ດັ່ງເຈົ້າໜ້າທີ່ ອົງການ ອັຍການ ປະຊາຊົນ ສູງສຸດ ໃນນະຄອນຫລວງ ວຽງຈັນ ກ່າວວ່າ:
"ເຣື່ອງດິນນີ້ ບໍ່ງ່າຍປານໃດ ຂ້ອຍຄິດວ່າ ເຣື່ອງດິນນີ້ ສິຍາກຢູ່ ຄິດວ່າຊິຍາກ ຕໍ່ໄປ ເຣື່ອງທີ່ດິນ ທີ່ດິນນີ້ ຂໍ້ຂັດແຍ່ງ ແກ້ຍາກຫລາຍ ດຽວນີ້ ມີບັນຫາເກືອບ ໝົດທຸກບ່ອນ ແກ້ຍາກ ເພາະວ່າດິນ ມັນບໍ່ ມີໜັງສື ທີ່ດິນຢູ່ລາວ ເຮົານີ້ ໃບຕາດິນ ກໍມີແຕ່ຢູ່ ໃນເມືອງ ຢູ່ເມືອງໃຫຍ່ ເມືອງໃຫຍ່ ສໍາຄັນ ເມືອງນ້ອຍ ບໍ່ມີດອກ ມັນກໍເລີຍເກີດ ມີບັນຫາຫລາຍ".
ທ່ານກ່າວຕື່ມວ່າ ຂໍ້ຂັດແຍ່ງ ສ່ວນຫລາຍ ເກີດຈາກ 3 ສາເຫດ ຄື ທີ່ດິນ ສືບຕໍ່ ມໍຣະດົກ, ການຊື້ຂາຍ ທີ່ດິນ ໂດຍທີ່ຜູ້ຂາຍ ບໍ່ເຮັດໜັງສື ໃຫ້ຮັດກຸມ. ບາງຄັ້ງ ເກີດບັນຫາ ທີ່ດິນຕອນດຽວ ແຕ່ມີໜັງສື ຊື້ຂາຍ ຫລາຍກວ່າ 1 ໃບ. ຫລືບາງຄັ້ງ ຄົນຂາຍທີ່ດິນ ບໍ່ມີໜັງສື ຢັ້ງຢືນ ທີ່ດິນ ຂອງຕົນ ແລະ ດິນທີ່ເປັນ ກໍາມະສິດ ຂອງຣັຖ ທີ່ແບ່ງໃຫ້ ປະຊາຊົນ ບາງຄັ້ງຜູ້ແບ່ງ ຄືຂັ້ນເມືອງ ຫລື ຂັ້ນບ້ານ ບໍ່ແບ່ງຢ່າງ ຍຸຕິທັມ. ບັນຫາ ຂໍ້ຂັດແຍ່ງ ເຣື່ອງທີ່ດິນ ມີຫລາຍ ກໍຣະນີ ບໍ່ໄດ້ຂຶ້ນສານ, ປະຊາຊົນ ຕົກລົງ ກັນເອງ ຫລື ຕົກລົງກັນ ກັບ ອໍານາດ ການປົກຄອງ ເມືອງ ແລະ ບາງຄັ້ງ ກໍເກີດມີ ການ ປະທ້ວງຂຶ້ນ ໂດຍຈະເຫັນໄດ້ ຫລາຍຄັ້ງ ມີຊາວບ້ານ ຖືກຈັບ ຍ້ອນ ການຟ້ອງຮ້ອງ ເຣື່ອງທີ່ດິນ. ບາງຄັ້ງ ປະຊາຊົນ ບໍ່ຕ້ອງການ ຟ້ອງຮ້ອງ ຕໍ່ສານ ໄດ້ຍື່ນຄໍາຮ້ອງທຸກ ໄປເຖິງ ສະພາ ແຫ່ງຊາດ ເພື່ອໃຫ້ຊ່ວຍ ພິຈາຣະນາ ແກ້ໄຂ.