ທາງການຈະຊ່ອຍຜູ້ເຄາະຮ້າຍ ຈາກ ຄ້າມະນຸດ

ຈໍາປາທອງ
2018.10.25
f-workers ຄົນງານລາວ ໃນແຂວງ ພາກໃຕ້ ທີ່ຂ້າມໄປມາ ຣະຫວ່າງ ຊາຍແດນ ລາວ-ໄທ ເພື່ອປະກອບອາຊີພ ທໍາມາຫາກິນ
RFA

ປັດຈຸບັນກະຊວງແຮງງານ ແລະສວັດດິການສັງຄົມ ສປປລາວ ກຽມມາຕການຊ່ອຍເຫລືອ ຄົນງານລາວ ທີ່ຕົກເປັນເຫຍື່ອ ຂອງການ ຄ້າມະນຸດ ຢູ່ຕ່າງປະເທສ ເປັນຕົ້ນການຈັດຕັ້ງ ຄນະກັມການ ພິສູດສັນຊາດ ຜູ້ທີ່ຈະໄປເຮັດວຽກ ຕາມບົດບັນທຶກ ຄວາມເຂົ້າໃຈ ກັບ ປະເທສເພື່ອນບ້ານ ແລະພຍາຍາມໃຫ້ຄົນງານລາວ ໄປເຮັດວຽກແບບຜ່ານ ບໍຣິສັດ ຈັດຫາງານ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ກະຊວງ ດັ່ງກ່າວ:

"ໄລຍະຜູ້ທີ່ໄປພວກເຮົາກໍມີແຜນຢູ່ແລ້ວ ແຜນກໍຄືວ່ານຶ່ງ, ເຮົາໃຫ້ຜ່ານບໍຣິສັດຈັດຫາງານ ຜ່ານສູນບໍຣິການຈັດຫາງານ ໃນການສິອອກໄປ ເຮັດວຽກຢູ່ ຕ່າງປະເທສນໍ ເຮົາກໍມີສູນໃຫ້ປຶກສາຫາລື ກ່ຽວກັບເຣຶ່ອງການໄປອອກ ແຮງານຢູ່ຕ່າງປະເທສ ເຮົາກໍໄດ້ມີແຜນຕົວນີ້."

ບັນຫາທີ່ມັກເກີດຂຶ້ນເລື້ອຍໆ ກໍແມ່ນບາງຄົນໄປເຮັດວຽກ ຢູ່ຕ່າງປະເທສ ແລ້ວຖືກເຄາະຮ້າຍ. ເມື່ອກວດພົບເຫັນ ເຈົ້າໜ້າທີ່ ສະຖານທູດ ລາວ ກໍໄດ້ສົ່ງຂະເຈົ້າ ກັບຄືນປະເທສ. ແຕ່ຫລັງຈາກໄດ້ຮັບການບໍາບັດ ສຸຂພາບຮ່າງກາຍແລະຈິດໃຈ ຢູ່ລາວແລ້ວ ຂະເຈົ້າກໍມັກກັບໄປ ຫາເຮັດວຽກ ຢູ່ຕ່າງປະເທສຄືນອີກ ຍ້ອນປັດໃຈຫລາຍຢ່າງ ເປັນຕົ້ນແມ່ນຍ້ອນຄວາມທຸກຍາກ ແລະບໍ່ສາມາດ ຊອກຫາວຽກເຮັດຢູ່ລາວໄດ້.

ເຈົ້າໜ້າທີ່ກະຊວງແຮງງານ ແລະສວັດດິການສັງຄົມ ອີກທ່ານນຶ່ງກໍເວົ້າວ່າ ຄົນລາວທີ່ໄປເຮັດວຽກ ຢູ່ໄທ ຖ້າຕ້ອງການຄວາມ ຊ່ອຍເຫລືອ ກໍສາມາດໄປພົວພັນ ກັບເຈົ້າໜ້າທີ່ ສະຖານທູດໄດ້ ດັ່ງທີ່ທ່ານກ່າວວ່າ:

"ມີໜ່ວຍງານທີ່ແຕ່ງຕັ້ງຈາກກະຊວງເຮົາ ເພິ່ນໄປປະຈໍາຢູ່ໄທຫັ້ນນະ ສະຖານທູດລາວ ປະຈໍາໄທ ເຂົ້າໄປພົວພັນກໍໄດ້ ເພິ່ນກໍປະຈໍາຢູ່ຫັ້ນ ບໍ່ແນ່ໃຈປະເທສອື່ນ ແຕ່ວ່າເຮົາມີປະຈໍາຢູ່ໄທ ນີ້, ໃນກອງປະຊຸມຣັຖບາລ ປະຈໍາເດືອນຕຸລານີ້ ໄດ້ພິຈາຣະນາ ຮ່າງດໍາຣັຖ ວ່າດ້ວຍຄວາມ ປອດໄພ ແລະ ສຸຂພາບຄົນງານ ທີ່ຍັງເຫັນວ່າ ບາງມາຕການຍັງບໍ່ຈະແຈ້ງ ແລະຄົບຖ້ວນ."

ຕາມຂໍ້ມູນຂອງກົມຕໍາຣວດສະກັດກັ້ນ ແລະຕ້ານການຄ້າມະນຸດ ຂອງ ສປປລາວ ໃນເດືອນຕຸລາ ນີ້ວ່າ ມີຄົນງານລາວໄປເຮັດວຽກຢູ່ປະເທສ ໄທ ປະມານ 7 ພັນຄົນ. ໃນນັ້ນເປັນແມ່ຍິງ 4 ພັນຄົນ ແລະຖືກສົ່ງກັບຄືນປະເທສ 60 ປາຍຄົນ. ໃນນັ້ນເປັນແມ່ຍິງ 50 ປາຍຄົນ ແລະ ຫລາຍຄົນມີຄວາມສ່ຽງຕໍ່ ການທີ່ຈະຕົກເປັນເຫຍື່ອ ຂອງການຄ້າມະນຸດ.

ສໍາລັບແມ່ຍິງລາວທີ່ຖືກຕົວະຍົວະໄປຈີນ ມີປະມານ 3 ພັນຄົນ ເຈົ້າໜ້າທີ່ກົງສຸນລາວ ປະຈໍາເມືອງຊຽງຮຸ່ງ ໄດ້ຊ່ອຍເຫຼືອແລະສົ່ງແມ່ຍິງລາວ ກັບຄືນປະເທສປະມານ 600 ປາຍຄົນ ແລະກົງສຸນໃຫຍ່ ສປປລາວ ປະຈໍາຢູ່ ປະເທສຈີນ ໄດ້ສົ່ງຜູ້ຖືກ ເຄາະຮ້າຍກັບຄືນປະເທສ ປະມານ 150 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.