ລາວ ຕຽມເລືອກຕັ້ງທົ່ວປະເທດ
2021.01.04

ຫລາຍແຂວງໃນລາວ ກໍາລັງກະກຽມຂັ້ນຕອນການເລືອກຕັ້ງຕ່າງໆ, ກ່ອນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ທີ່ຈະມີຂຶ້ນ ໃນມື້ວັນທີ 21 ກຸມພາ ທີ່ຈະມາເຖິງນີ້.
ມາເຖິງປັດຈຸບັນ ຫຼາຍແຂວງມີຣາຍຊື່ ຜູ້ສມັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງຄົບຕາມ ຈໍານວນ ທີ່ກໍານົດໄວ້ແລ້ວ ແຕ່ບໍ່ສາມາດ ເປີດເຜີຍໃຫ້ສາທາຣະນະຊົນຮູ້ໄດ້, ດັ່ງເຈົ້າໜ້າທີ່ສະພາແຫ່ງຊາດ ເຂດເລືອກຕັ້ງທີ 6 ແຂວງຫລວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ມົກຣານີ້ວ່າ:
“ເພິ່ນມີຊື່ ສສ ແລ້ວເຈົ້າ, ແຕ່ເຮົາຍັງບໍ່ສາມາດເປີດເຜີຍວ່າ ມີທ່ານໃດແດ່ເຈົ້າ, ມີເປົ້າໝາຍແລ້ວ ຍັງບໍ່ຮູ້ວ່າຈັກທ່ານທີ່ແນ່ຊັດເທື່ອນະ ທີ່ແຈ້ງໆຫັ້ນ ຍັງບໍ່ຮູ້ເທື່ອ ແຕ່ວ່າເພິ່ນ ມີບຸກຄົນ ທີ່ວ່າເປັນເປົ້າໝາຍ ທີ່ຈະລົງສມັກແລ້ວເຈົ້າ.”
ຢູ່ແຂວງອຸດົມໄຊ ກໍາລັງຮວບຮວມຣາຍຊື່ ຜູ້ສມັກຮັບເລືອກຕັ້ງເປັນສະມາຊິກ ສະພາ ທັງ ສະພາແຫ່ງຊາດ ແລະ ສະພາຂັ້ນແຂວງ, ແລະ ຈະມີການປະກາດອອກຢ່າງເປັນທາງການ ໃນມໍ່ໆນີ້, ຄືກ່ອນວັນເລືອກຕັ້ງ 45 ມື້.
ໃນຂນະດຽວກັນ ກໍກະກຽມການເລືອກຕັ້ງໄປນໍາ, ດັ່ງເຈົ້າໜ້າທີ່ ສະພາແຫ່ງຊາດ ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ດຽວນີ້ເພິ່ນກໍາລັງກຽມຢູ່, ແຕ່ວ່າເພິ່ນບໍ່ໄດ້ສົ່ງມາໃຫ້ທາງເບື້ອງເຮົາພີ້ເທື່ອ, ວຽກເລືອກຕັ້ງນີ້ ເຮົາກໍກໍາລົງກຽມ ກະໄດ້ເກືອບສ່ວນນຶ່ງ ແລ້ວ. 2 ອາທິດ ທີ່ຜ່ານມາ ເພິ່ນກະສໍາເຣັດ ໃນການລົງຝຶກອົບຮົມ ໃຫ້ບັນດາຄະນະເຂດເລືອກຕັ້ງ ຂັ້ນເມືອງ.”
ທ່ານກ່າວຕື່ມວ່າ ເຣື່ອງການປະກາດຣາຍຊື່ ຜູ້ສມັກຮັບເລືອກຕັ້ງ ເປັນສະມາຊິກສະພາຜູ້ແທນທັງໝົດນັ້ນ, ຄາດວ່າຈະປະກາດໃນມໍ່ໆ ນີ້, ແລະຜູ້ສມັກຮັບເລືອກຕັ້ງນັ້ນ, ຈະເລີ່ມໄປ ໂຄສະນາຫາສຽງ ຕັ້ງແຕ່ວັນທີ 21 ມົກກະຣາ ໄປເຖິງປະມານ ວັນທີ 20 ກຸມພາ 2021 ຄືກ່ອນວັນເລືອກຕັ້ງ 1 ມື້.
ໃນຂນະດຽວກັນ ຢູ່ບາງແຂວງ ກໍຍັງເປີດຮັບຜູ້ສະມັກຮັບເລືອກຕັ້ງ ເປັນສະມາຊິກ ສະພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງຢູ່ ແລະຈະເປີດຮັບຜູ້ສມັກ ໄປຮອດວັນທີ 4 ມົກກະຣາ, ຄື ເປັນມື້ສຸດທ້າຍ ແຕ່ກໍຍັງບໍ່ທັນບອກຈໍານວນຜູ້ສະມັກ ໄດ້ ເຊັ່ນດຽວກັນ, ດັ່ງເຈົ້າໜ້າທີ່ ສະພາປະຊາຊົນຂັ້ນແຂວງ ປະຈໍາເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
"ໂອ໋ ຫລາຍ, ແຕ່ບໍ່ທັນໄດ້ຄົບ, ເພາະວ່າເພິ່ນຫາກໍ່ເລີ່ມສົ່ງນະ ຕາມທີ່ແຈ້ງຫັ້ນວ່າ ບໍ່ໃຫ້ກາຍວັນທີ 4 ໂອ໋ ເຮົາກະບໍ່ຮູ້ ມັນເປັນຂອງ ອະນຸກັມມະການໃຜ ກັມມະການມັນຫັ້ນນະ.”
ສໍາລັບຢູ່ນະຄອນຫລວງວຽງຈັນ ຫາກໍ່ໄດ້ສໍາເຣັດກອງປະຊຸມ ສມັຍສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ 1 ໃນມື້ວັນທີ 30 ທັນວາ ທີ່ຜ່ານມານີ້ ຊຶ່ງ ດຣ. ອານຸພາບ ຕຸນາລົມ ກໍາມະການສູນກາງພັກ ປະຊາຊົນ ປະຕິວັດລາວ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ກ່າວກ່ຽວກັບການກະກຽມ ການເລືອກຕັ້ງສະມາຊິກ ສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ 2 ເມື່ອວັນທີ 30 ທັນວາ ຜ່ານມານີ້ວ່າ:
“ສິ່ງສໍາຄັນລະແມ່ນ ເປັນຕົວແທນ ຂອງປະຊາຊົນ, ຕ້ອງໄດ້ຈົງຮັກພັກດີ, ແລະຕັ້ງຕອບບໍຣິສຸດ ຕໍ່ປະຊາຊົນ ຕ້ອງຖືປະຊາຊົນ ເປັນກົກ, ແລ້ວກໍຮັບໃຊ້ປະຊາຊົນ ຢ່າງແທ້ຈິງ ເປັນແບບ ຢ່າງສັດຊື່ ດ້ານການທ່ຽງທັມນີ້ ເປັນຕົ້ນຕໍ ຕໍ່ປະຊາຊົນ, ເປັນຄົນຂອງ ປະຊາຊົນ ທີ່ປະຊາຊົນເລືອກເອົາ, ຕ້ອງບໍ່ອວດອົ່ງທະນົງຕົວ ແລະ ບໍ່ສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອຜົລປໂຍດ ຂອງຕົນເອງ.”
ເວົ້າເຖິງການໂຄສະນາຫາສຽງ, ເຈົ້າໜ້າທີ່ສາທາຣະນະສຸກ ທ່ານນຶ່ງ ກ່າວວ່າ, ສໍາລັບການຫາສຽງກ່ອນການເລືອກຕັ້ງ ຂອງບັນດາ ຜູ້ສະມັກຮັບເລືອກຕັ້ງ ແລະການໃຊ້ສິດປ່ອນບັດ ເລືອກຕັ້ງ ຂອງປະຊາຊົນ ແຕ່ລະເຂດເລືອກຕັ້ງ, ຈະດໍາເນີນໄປພາຍໃຕ້ມາຕການ ປ້ອງກັນ ການແຜ່ຣະບາດຂອງເຊື້ອພຍາດໂຄວິດ-19, ໂດຍຈະບໍ່ໃຫ້ມີການເຕົ້າໂຮມກັນຫລາຍ ເກີນໄປ, ດັ່ງທີ່ທ່ານກ່າວຕໍ່ ວິທຍຸ ເອເຊັຽເສຣີວ່າ:
"ຮອດມື້ກະສິມີປ້ອງກັນ, ໝາຍຄວາມວ່າໃສ່ masks, ແລ້ວກະແຈລລ້າງມື, ແລ້ວກະຢູ່ຫ່າງກັນແມັດນຶ່ງ. ເພິ່ນກະສິກະກຽມຈັ່ງ ຊັ້ນແຫຼະ ຊິປ່ອນບັດຜູ້ແທນຣາສດອນນີ້ ກະຄົນມັນ ບໍ່ຫລາຍ ມັນກະບໍ່ອັ່ງກັນປານໃດດອກ, ກະສິະບໍ່ມີິບັນຫາດອກ.”
ແລະຊາວໜຸ່ມລາວຄົນນຶ່ງ ກໍເວົ້າວ່າ ຕົນເອງກໍກຽມພ້ອມແລ້ວ, ສໍາລັບການໄປໃຊ້ສິດປ່ອນບັດເລືອກຕັ້ງຢູ່ເຂດເລືອກຕັ້ງຂອງຕົນ, ໃນມື້ວັນທີ 21 ກຸມພາ ທີ່ຈະມາເຖິງນີ້ ແລະວ່າ ຈະໃຊ້ສິດເລືອກໃຫ້ໄດ້ຜູ້ແທນທີ່ດີ ແລະເປັນຄວາມຫວັງຂອງປະຊາຊົນ:
“ອາຍຸເຮົາກະເຖິງທີ່ວ່າສິໄປປ່ອນບັດນະ, ເຮົາກະຕື່ນເຕັ້ນໂອ໋ ເລືອກໄດ້ຜູ້ດີເຮົາກະດີໃຈ ຖືວ່າຈະມີຄວາມສໍາຄັນ ຕໍ່ໄປທີ່ວ່າຈະເປັນ ຜູ້ຄຸ້ມຄອງ ປະເທດ ຫລືວ່າບໍຣິຫານປະເທດ.”
ມາຮອດມື້ນີ້ ສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ ແຕ່ລະເຂດເລືອກຕັ້ງ ຍັງບໍ່ທັນໄດ້ເປີດເຜີຍ ຈໍານວນຜູ້ສມັກຮັບ ເລືອກຕັ້ງ ເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ 9 ແລະ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ 2 ວ່າຈະມີເທົ່າໃດ ແລະໃນແຕ່ລະ ເຂດເລືອກຕັ້ງ ຈະເລືອກເອົາສະມາຊິກ ສະພາຈັກຄົນ. ແຕ່ເປັນທີ່ຮູ້ກັນວ່າ ຈະມີຈໍານວນເພີ່ມຂຶ້ນ ຈາກຊຸດ ປັດຈຸບັນ.
ສະມາຊິກສະພາ ແຫ່ງຊາດ ຊຸດທີ 8 ມີ 149 ຄົນ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ 1 ມີ 360 ຄົນ, ສະມາຊິກ ສະພາແຫ່ງຊາດ ຊຸດທີ 8 ມີຈໍານວນເພີ່ມຂຶ້ນ ຈາກຊຸດທີ 7 17 ຄົນ.