ດຣ ຄໍາເຜີຍປານມາໄລທອງ ໄດ້ຕໍາແໜ່ງໃໝ່


2013.09.11
F-khampheuy ດຣ ຄໍາເຜີຍ ປານມາໄລທອງ ກໍາລັງກ່າວເຖິງ ຣະບົບການສຶກສາ ໃນລາວ ທີ່ຂາດຄຸນພາບ ແລະລັດທິ ມາກສ໌ເລນິນ ທີ່ລ້າຫລັງ
Screen captured from Youtube video

 

ເຈົ້າໜ້າທີ່ຣະດັບສູງ ໃນສະພາແຫ່ງຊາດ ສປປລາວ ຜູ້ບໍ່ປະສົງອອກຊື່ ໄດ້ເປີດເຜີຍ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ວ່າ ເມື່ອມໍ່ໆມານີ້ ຄນະ ປະຈໍາສະພາ ແຫ່ງຊາດລາວ ໄດ້ມີມະຕິແຕ່ງຕັ້ງ ທ່ານ ຄໍາເຜີຍ ປານມາໄລທອງ ສະມາຊິກ ສະພາແຫ່ງຊາດ ຊຸດທີ 7 ຈາກເຂດນະຄອນ ຫລວງວຽງຈັນ ໃຫ້ເປັນຫົວໜ້າ ຄນະຊີ້ນໍາວຽກງານ ການຝຶກອົບຮົມ ຂອງສະພາແຫ່ງຊາດລາວ ຢ່າງເປັນທາງການ.

ພາຣະໜ້າທີ່ສໍາຄັນ ໃນບົດບາດໃໝ່ ຂອງທ່ານ ຄໍາເຜີຍ ຄືການຝຶກອົບຮົມ ສະມາຊິກສະພາ ໃຫ້ມີຄວາມພ້ອມ ທັງໃນພາກທິສດີ ແລະພາກ ປະຕິບັດ ໃນການຄົ້ນຄວ້າ ພິຈາຣະນາ ເພື່ອຮັບຮອງເອົາ ກົດໝາຍ, ໃນການພົບປະ ກັບປະຊາຊົນ ຫລືທີ່ຜູ້ມີສິດເລືອກຕັ້ງ, ການສອບຖາມ ແລະຕອບຂໍ້ຂ້ອງ ໃຈຕ່າງໆ ທີ່ປະຊາຊົນມີ ຕໍ່ການປະຕິບັດໜ້າທີ່ ຂອງສະພາແຫ່ງຊາດ ແລະການບໍຣິຫານງານ ຂອງຣັຖບານ.

ທ່ານເປີດເຜີຍຕໍ່ໄປວ່າການທີ່ ທ່ານ ຄໍາເຜີຍ ໄດ້ຮັບບົດບາດໃໝ່ນີ້ ພິສູດໃຫ້ເຫັນວ່າ ທ່ານຄໍາເຜີຍເປັນຜູ້ມີຄວາມຮູ້ ຄວາມສາມາດປະຕິບັດ ໜ້າທີ່ຮັບຜິດຊອບ ຢ່າງເອົາຈິງເອົາຈັງ ພ້ອມກັນນັ້ນ ກໍຍັງພິສູດ ໃຫ້ເຫັນວ່າ ຄວາມຄິດເຫັນຂອງທ່ານ ທີ່ວ່າການພັທນາ ດ້ານ ການສຶກສາ ຂອງລາວ ຕລອດຣະຍະທີ່ຜ່ານມາ ໄດ້ດໍາເນີນໄປ ໃນທິດທາງທີ່ຜິດພາດ ແລະບໍ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດ ຊຶ່ງເປັນ ການສະແດງອອກໃນທັສນະທີ່ສ້າງສັນແລະຫວັງດີຕໍ່ປະເທດຊາດຢ່າງແທ້ຈິງ ແຕ່ກໍຍັງມີສະມາຊິກຂັ້ນນໍາ ຂອງ ພັກປະຊາຊົນປະຕິວັດລາວ ຈໍານວນບໍ່ໜ້ອຍທີ່ຍອມຮັບຄໍາຄິດເຫັນນັ້ນບໍ່ໄດ້ ຈຶ່ງໄດ້ຊຸກຍູ້ ໃຫ້ມີການປົດ ທ່ານຄໍາເຜີຍ ອອກຈາກຕໍາແໜ່ງ ປະທານສະຖາບັນວິທຍາສາດ ສັງຄົມແຫ່ງຊາດແລະຕໍາແໜ່ງໜ້າທີ່ສໍາຄັນດ້ານການເມືອງນັບແຕ່ຕົ້ນປີ 2012 ເປັນຕົ້ນມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.