ອະພັຍໂທດໂດຍປາສຈາກ ນັກໂທດ ການເມືອງ
2018.12.07
ໃນວັນທີ 30 ພຶສຈິກາ ຜ່ານມານີ້ ກົມຕຳຣວດ ຄຸມຂັງດັດສ້າງ ກະຊວງປ້ອງກັນຄວາມສງົບ ໄດ້ຈັດພິທີໃຫ້ອະພັຍໂທດ ແກ່ນັກໂທດທີ່ມີ ຄວາມປະພຶດດີ ຈຳນວນ 1,711 ຄົນ ເນື່ອງໃນໂອກາດສລອງວັນຊາດ ທີ່ 2 ທັນວາ ນີ້, ໃນຈຳນວນດັ່ງກ່າວມີ ນັກໂທດຄະດີຢາເສບຕິດ 1,285 ຄົນ, ຄະດີທົ່ວໄປ 85 ຄົນ ແລະນັກໂທດທີ່ຖືກປ່ອຍໃຫ້ເປັນອິສຣະທັງໝົດ 347 ຄົນ, ແຕ່ນັກໂທດການເມືອງ ຫຼືກຸ່ມຕໍ່ຕ້ານຣັຖບານ ບໍ່ໄດ້ຮັບການອະພັຍໂທດ.
ກ່ອນໜ້ານີ້ ເມື່ອວັນທີ 8 ຕຸລາ ຜ່ານມາ ທາງການນະຄອນຫຼວງວຽງຈັນ ກໍໄດ້ປ່ອຍຕົວນັກໂທດຈຳນວນ 53 ຄົນກ່ອນກຳນົດ ຍ້ອນຄວາມ ປະພຶດດີ ໃນຣະຫວ່າງການຖືກຄຸມຂັງ ແຕ່ມີເງື່ອນໄຂວ່າ ຖ້າຫາກເຮັດຜິດອີກ ກໍຈະເພີ້ມໂທດທີ່ເຫຼືອໃສ່ໃນໂທດໃໝ່ ແລະ ຈະບໍ່ມີການ ຜ່ອນໂທດອີກ.
ຕໍ່ກັບເຣື້ອງດັ່ງກ່າວນີ້ ເຈົ້າໜ້າທີ່ຕຳຣວດລາວກ່າວວ່າ ນັກໂທດທີ່ໄດ້ຮັບການອະພັຍໂທດ ແລ້ວຖືກປ່ອຍຕົວອອກມາຢູ່ບ້ານຕາມ ປົກກະຕິນັ້ນ ກໍຈະມີເຈົ້າໜ້າທີ່ຕຳຣວດ ໃນພື້ນທີ່ເປັນຜູ້ຕິດຕາມຄວາມປະພຶດ ແລະການເຄື່ອນໄຫວ ເພື່ອຮັບປະກັນວ່າ ອະດີດນັກໂທດຜູ້ນັ້ນ ໄດ້ກັບໃຈ ເປັນຄົນດີແລ້ວ ແລະຈະບໍ່ເຮັດຄວາມຜິດອີກ, ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 6 ທັນວາ ນີ້ວ່າ:
“ເພີ່ນກະຕິດຕາມ ຕິດຕາມເປັນເດືອນ ເປັນຫຍັງໄປ ໄປຢູ່ບ້ານຢູ່ຫຍັງ ເພິ່ນກະຕິດຕາມ ສຶກສາອົບຮົມກ່າວເຕືອນ ຢູ່ຂັ້ນບ້ານຂັ້ນຫຍັງ ບໍ່ໃຫ້ລະເມີດລະບຽບກົດໝາຍເທົ່ານັ້ນແຫຼະ.”
ທ່ານກ່າວຕື່ມວ່າ ໃນຂນະດຽວກັນ ຫາກຜູ້ທີ່ຖືກປ່ອຍຕົວອອກຈາກຄຸກ ເຮັດຄວາມຜິດໃໝ່ ແລ້ວຖືກຈັບອີກ ກໍຈະໄດ້ຮັບໂທດໜັກກວ່າເກົ່າ ເພາະຖືວ່າ ບໍ່ໄດ້ຮັບຮູ້ບຸນຄຸນ ການໃຫ້ອະພັຍໂທດ ແລະໃນເທື່ອຕໍ່ໄປ ກໍຈະບໍ່ມີສິດໄດ້ຮັບອະພັຍໂທດອີກ.
ໃນວັນຊາດ ປີ 2017 ທາງການລາວ ໄດ້ອະພັຍໂທດແກ່ນັກໂທດຈຳນວນ 1,890 ຄົນ ແລະເມື່ອປີ 2016 ໄດ້ອະພັຍໂທດແກ່ນັກໂທດ ຈຳນວນ 1,450 ຄົນ.
ປັດຈຸບັນ ສປປລາວ ມີນັກໂທດຄະດີການເມືອງຈຳນວນນຶ່ງ ເປັນຕົ້ນ ທ້າວບຸນທັນ ທັມມະວົງ ຊາວລາວສັນຊາດໂປແລນ ທີ່ຖືກຈັບໃນຂໍ້ຫາ ໃສ່ຮ້າຍປ້າຍສີ ພັກ-ຣັຖ ຜ່ານທາງສື່ສັງຄົມອອນລາຍ ຮວມທັງຄົນງານລາວ 3 ຄົນ ປະກອບມີ ທ້າວສຸການ ໃຈທັດ, ທ້າວສົມພອນ ພິມມະສອນ ແລະ ນາງຫຼອດຄຳ ທັມມະວົງ ຊຶ່ງຖືກຈັບ ເມື່ອເດືອນກຸມພາ ປີ 2016 ໃນຂໍ້ຫາໃສ່ຮ້າຍປ້າຍສີ ພັກ-ຣັຖ.