ສິດທິມະນຸດ ຢູ່ ສປປລາວ

ສຸພັດຕາ
2018.06.14
F-Human-rights ສິດທິມະນຸດຂັ້ນພື້ນຖານ ຂອງແຕ່ລະຄອບຄົວລາວ ຍັງຕ້ອງໄດ້ມີການປັບປຸງ ໃຫ້ໄດ້ດີຂຶ້ນກວ່າ ທີ່ເປັນຢູ່ໃນປັຈຈຸບັນນີ້
RFA/SS

ເຈົ້າໜ້າທີ່ລາວ ແລະຄນະກັມການ ສິດທິມະນຸດສະຫະປະຊາຊາດ ຈະຮ່ວມກັນທົບທວນ ສະພາບການນັບຖື ສິດທິພົລເຮືືອນ ແລະສິດທິ ທາງດ້ານການເມືອງ ໃນລາວ ວ່າຍັງມີການລ່ວງຣະເມີດ ຫຼືປັບປຸງການນັບຖືສິດທິ ເຫຼົ່ານີ້ມີດີຂຶ້ນຫລືບໍ່. ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ທາງ ການລາວ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 14 ມິຖຸນາ ນີ້ວ່າ:

“ເຮົາເຂົ້າໃຈວ່າ ອັນທາງ UN ຫຼືທາງສິດທິມະນຸດສາກົນນະເນາະ ເຮົາເຂົ້າໃຈວ່າ ເຂົາເຈົ້າຜັກດັນຢາກໃຫ້ ລັດຖະບານ ເຄົາລົບສິດທິມະນຸດ ເນາະ ມີສິດທີ່ຈະເວົ້າ ມີສິດທີ່ຈະເວົ້າໃນສິ່ງທີ່ເຮົາ ສະແດງຄວາມຄິດເຫັນ ຂອງເຮົາອອກໄປ ເລື່ອງການເມືອງແຕ່ວ່າ ເຮົາຕ້ອງຄິດວ່າ ວິທີການເຮັດກັບເຮົາຕ້ອງ ຄ່ອຍເປັນຄ່ອຍໄປ ແລ້ວກໍ່ຕ້ອງເຂົ້າໃຈວ່າ ລະບອບຂອງເຮົາ ມັນບໍ່ແມ່ນລະບອບເສລີປະຊາທິປະໄຕນໍ້ ການທີ່ຈະ ມາປ່ຽນແປງ ຜັກດັນໃຫ້ເກີດແບບສິດທິເສລີພາບ ເວົ້າຢ່າງດຽວເລີຍຫັ້ນນາ ກໍແບບນີ້ມັນກໍ ຂ້ອນຂ້າງ ທີ່ຈະຍາກ ໃນການທີ່ຈະມາປ່ຽນແປງ ປຶບ ແບບນັ້ນເລີຍ.”

ຢ່າງໃດກໍຕາມສຳລັບຂໍ້ສເນີເຫຼົ່ານີ້ ເຈົ້າໜ້າທີ່ທາງການລາວ ທ່ານນີ້ກ່າວຕື່ມວ່າ ໃນຖານະເຈົ້າໜ້າທີ່ຣັຖຄິດວ່າ ໃນອະນາຄົດກໍອາຈເຮັດໄດ້ ຕາມຂໍ້ສເນີ ຍ້ອນທຸກມື້ນີ້ ປະຊາຊົນກໍເລີ້ມມີການ ວິພາກວິຈານ ການເຮັດວຽກ ຂອງພະນັກງານຣັຖ ຜ່ານສື່ ອອນລາຍຫຼາຍຂຶ້ນ ແລະກໍເປັນ ຈຸດເລີ້ມຕົ້ນ ຂອງການມີສິດມີສຽງ ໃນການອອກຄິດຄຳເຫັນຕ່າງໆ:

“ຖ້າຕາມກົດໝາຍແລ້ວ ຄົນລາວມີສິດທີຈະນຳສະເໜີ ແນວຄວາມຄິດ ຫຼືວ່າສິ່ງໃດທີ່ເຮົາເຫັນວ່າ ບໍ່ຖືກຕ້ອງ ເຮົາສາມາດທີ່ຈະເວົ້າໄດ້ ໃນສາທາລະນະ ແຕ່ວ່າໃນລາວ ມັນຫຼາຍກວ່າກົດໝາຍ ໝາຍເຖິງວ່າ ກໍມີເລື່ອງອຳນາດ ແລ້ວກໍການເມືອງມາກ່ຽວຂ້ອງ ຫັ້ນນະ ບາງຄົນ ມີເສັ້ນມີສາຍ ເປັນຜູ້ໃຫຍ່ຈັ່ງຊີ້ຫັ້ນນາ ຂະເຈົ້າກໍ່ສາມາດເວົ້າໄດ້ ແລະສາມາດເອົາຕົວລອດໄດ້ ເຫັນຫຼາຍປະເດັນ ບໍ່ວ່າເປັນເລື່ອງ ການຈ້າງ ເຂົ້າເຮັດວຽກ ແຕ່ວ່າຄືປະຊາຊົນທຳມະດາ ເວລາທີ່ເວົ້າປະຈານ ສິ່ງໃດອອກໄປແລ້ວຫາກວ່າຂະເຈົ້າ ບໍ່ມີຍາດຜູ້ໃຫຍ່ ທາງດ້ານການເມືອງ ຫຼືຜູ້ມີອຳນາດຫັ້ນນາ ມັນຍາກກໍຍາກຫຼາຍ ທີ່ຂະເຈົ້າຈະເຄຶື່ອນໄຫວໄດ້.”

ໃນມື້ວັນທີ່ 11-12 ກໍຣະກະດານີ້ ຄນະກັມການ ສິດທິມະນຸດສະຫະປະຊາຊາດ ຈະຫາລືກັບເຈົ້າໜ້າທີ່ ທາງການລາວ ເພື່ອທົບທວນ ເບິ່ງວ່າ ຜ່ານມາ ທາງການລາວ ໄດ້ນັບຖືສິດທິພົລເຮືອນ ແລະສິດທິທາງການເມືອງ ແນວໃດແດ່.

ທີ່ມາຜ່ານມາ ກໍມີກໍຣະນີ ຊາວບ້ານຢືບ ເມືອງທ່າແຕງ ແຂວງເຊກອງ 14 ຄົນ ຖືກທາງການແຂວງ ຈັບໃນເດືອນ ກໍຣະກະດາ ປີ 2017 ຜ່ານມາ ຍ້ອນມີຂໍ້ຂັດແຍ່ງທີ່ດິນ ກັບບໍຣິສັດຢາງພາຣາ ວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.