ນັກສຶກສາ 26 ຕຸລາ ຄວນຖືກ ປ່ອຍຕົວ

ຈໍາປາທອງ
2015.10.28
F-Gov2 ຫ້ອງວ່າການຣັຖບານ ສປປ ລາວ
L PDR

ໃນວັນ ຄົບຮອບ 16 ປີ ຂອງ ການ ເຄື່ອນໄຫວ ປະທ້ວງ ຂອງ ຂະບວນການ ນັກສຶກສາ ລາວ ເພື່ອ ປະຊາ ທິປະຕັຍ ຢູ່ຕໍ່ໜ້າ ສຳນັກງານ ປະທານ ປະເທສ ສປປລາວ ທີ່ ນະຄອນຫຼວງ ວຽງຈັນ ໃນ ວັນທີ 26 ຕຸລາ 1999, ພັນທະມິດ ເພື່ອ ປະຊາ ທິປະຕັຍ ໃນລາວ ທວງໃຫ້ ທາງການ ລາວ ປ່ອຍ ຄນະນຳ ຂະບວນການ ທີ່ ຖືກຈັບ ຂັງຄຸກ ສາມເຄ້ ມາໄດ້ 10 ປາຍ ປີ ແລ້ວ ຢ່າງ ຮີບດ່ວນ ແລະ ບໍ່ມີ ເງື່ອນໄຂ.

ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ພັນທະມິດ ເພື່ອ ປະຊາ ທິປະຕັຍ ໃນລາວ ໃຫ້ ສຳພາດ ວິທຍຸ ເອເຊັຽ ເສຣີ ຜແນກ ພາສາລາວ ໃນວັນທີ 27 ຕຸລາ 2015, ທວງໃຫ້ ທາງການ ລາວ ປ່ອຍ ຄນະນຳ ຂະບວນການ ນັ້ນ ໃຫ້ເປັນ ອິສຣະ:

"ໃຫ້ ສປປລາວ ປ່ອຍ ພວກເພິ່ນ ໃຫ້ມີ ອິສຣະພາບ ເພາະ ພວກເພິ່ນ ກະບໍ່ໄດ້ ກະທຳ ຫຍັງຜິດ ປ້າຍ ຄຳຂວນ ກໍຍັງ ບໍ່ທັນໄດ້ ຍົກ ຊ້ຳ ພໍພຽງແຕ່ ກຽມເອົາປ້າຍ ຂຶ້ນນໍ ກະຍັງ ຖືກຈັບ ເຖິງຂັ້ນນີ້ ແລ້ວ, ອັນນີ້ ແມ່ນການ ກະທຳທີ່ ໂຫດຮ້າຍ ປ່າເຖື່ອນ ຂອງ ການປົກຄອງ ແບບ ຜະເດັດການ ຄອມມິວນິສ ພັກດຽວໃນ ສປປລາວ ປັດຈຸບັນ".

ດຣ. ບຸນທອນ ເຫັນວ່າ ຂະບວນການ ນັກສຶກສາ ລາວ ທີ່ ໄດ້ພາກັນ ກະກຽມ ທຳການ ປະທ້ວງ ໃນວັນທີ 26 ຕຸລາ ນັ້ນ ເປັນ ຂະບວນການ ທີ່ມີ ຄວາມຫວັງ ຢາກໃຫ້ ມີການ ປ່ຽນແປງ ການປົກຄອງ ຢູ່ ປະເທສ ລາວ ໄປສູ່ ປະຊາ ທິປະຕັຍ, ຮຽກຮ້ອງ ໃຫ້ ມີການ ແກ້ໄຂ ບັນຫາ ແບບ ສັນຕິ ແລະ ດ້ວຍ ຄວາມ ຍຸຕິທັມ, ແຕ່ອັນທີ່ ຜິດພາດ ທີ່ສຸດ ກໍຄື ທາງການ ລາວ ຈັບຂັງ ຄນະນຳ 5 ຄົນ:

"ກະມີ ທ່ານ ທອງປະເສີດ ເກື້ອກູນ, ພູວັນ ຈັນມະນີວົງ, ທ່ານ ແກ້ວໃຈ, ທ່ານ ຄຳພູວຽງ ສີສະອາດ, ທ່ານ ແສງອາລຸນ ແພງພັນ ແລະ ໃນນັ້ນ ຫັ້ນ ທ່ານ ຄຳພູວຽງ ສີສະອາດ ກໍໄດ້ ເສັຽຊີວິດ ຢູ່ ໃນຄຸກ ຍ້ອນຖືກ ທໍຣະມານ ແລະ ທ່ານ ແກ້ວໃຈ ກໍໄດ້ຖືກ ຫາຍສາບສູນ ໂດຍທີ່ວ່າ ບໍ່ໄດ້ມີ ຂໍ້ມູນ ຣະອຽດ ວ່າ ຫາຍສາບສູນ ແບບໃດ".

ການຈັບກຸມ ຄນະນຳ ຂະບວນການ ນັກສຶກສາ ລາວ ແຕ່ປີ 1999 ຈົນມາຮອດ ມື້ນີ້ ທາງການ ລາວ ກໍຍັງບໍ່ ຍອມປ່ອຍ ນັ້ນ ພັນທະມິດ ເພື່ອ ປະຊາ ທິປະຕັຍ ໃນລາວ ຖືວ່າ ເປັນການ ຣະເມີດ ສິດທິມະນຸດ ຢ່າງ ຮ້າຍແຮງ ຈົນໄດ້ ຍົກມາເປັນ ນຶ່ງ ໃນ 16 ບັນຫາ ສຳຄັນ ທີ່ ໄດ້ສເນີ ຕໍ່ ສະຫະ ປະຊາຊາດ. ດັ່ງ ດຣ. ບຸນທອນ ກ່າວ ອີກວ່າ:

"ນຶ່ງ ໃນ ຈຳນວນ 16 ຂໍ້ ສເນີ ຂໍ້ ໃຫຍ່ ນັ້ນ ກໍແມ່ນ ບັນຫາ ການຈັບກຸມ ນັກ ສຶກສາ 26 ຕຸລາ ທີ່ ຍົກມາເປັນ ປະເດັນ ສຳຄັນ ເປັນ ເຫດຜົລ ທີ່ ບໍ່ໃຫ້ ສະຫະ ປະຊາຊາດ ເລືອກເອົາ ສປປລາວ ເຂົ້າເປັນ ສະມາຊິກ ສະພາ ສິດທິມະນຸດ".

ການ ເຄື່ອນໄຫວ ປະທ້ວງ ຂອງ ຂະບວນການ ນັກສຶກສາ ລາວ ເພື່ອ ປະຊາ ທິປະຕັຍ ຢູ່ຕໍ່ໜ້າ ສຳນັກງານ ປະທານ ປະເທສ ສປປ ລາວ ໃນ ວັນທີ 26 ຕຸລາ 1999 ຖືກ ທາງການ ລາວ ປາບປາມ, ແຕ່ ຄນະນໍາ ຂະບວນການ 6 ຄົນ ສາມາດ ເອົາຕົວ ຫລົບໜີ ອອກນອກ ປະເທສ ໄດ້ ຊຶ່ງ ປັດຈຸບັນ ລີ້ພັຍ ການເມືອງ ຢູ່ ສະຫະຣັຖ ອະເມຣິກາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.