ລາວ ບໍ່ປະຕິບັດສັນຍາ ສິດທິ ມະນຸດ

ອຸ່ນແກ້ວ ສຸກສະຫວັນ
2014.12.18
F-flag ສັນຍາລັກ ທຸງຊາດ ແຫ່ງ ສປປ ລາວ
LPDR

 

ປີ 2010 ສປປ ລາວ ໄດ້ເຊັນ ສນັບສນູນ ສົນທິ ສັນຍາ ສາກົນ ວ່າດ້ວຍ ການປົກປ້ອງ ທຸກຄົນ ຈາກ ການ ຫາຍສາບສູນ ແບບ ບັງຄັບ. ແຕ່ຕໍ່ມາ ໃນ ວັນທີ 15 ທັນວາ ປີ 2012, ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ດີເດັ່ນ ລາວ ພັດຖືກ ລັກພາຕົວ ໄປ ຢູ່ຕໍ່ໜ້າ ປ້ອມ ຕຳຣວດ ຢູ່ຖນົນ ທ່າເດື່ອ ເຂດ ບ້ານວັດນາກ ເມືອງ ສີສັດຕະນາກ ນະຄອນ ຫລວງ ວຽງຈັນ ຊຶ່ງການ ລັກພາ ຕົວ ນັ້ນມີ ເຈົ້າໜ້າທີ່ ຕຳຣວດ ຢູ່ປ້ອມຍາມ ກໍຮູ້ເຫັນ. ສິ່ງດັ່ງກ່າວ ຈິ່ງເຮັດໃຫ້ ປະຊາຄົມ ໂລກ ທວງຖາມ ຣັຖບານ ກ່ຽວກັບ ເລື້ອງ ທ່ານ ສົມບັດ ສົມພອນ ຕລອດເວລາ 2 ປີ ທີ່ ທ່ານ ສົມບັດ ຖືກ ລັກພາຕົວ ໄປ.

ຫລ້າສຸດ ໃນວັນທີ 16 ທັນວາ ຜ່ານມາ ສະຖານທູດ ສະຫະຣັຖ ອະເມຣິກາ ປະຈຳລາວ ກໍມີ ຖແລງການ ສະແດງ ຄວາມ ເປັນ ຫ່ວງ ເປັນໄຍ ຕໍ່ການ ຫາຍຕົວໄປ ຂອງ ທ່ານ ສົມບັດ ແລະ ໃນຕອນທ້າຍ ຂອງ ຖແລງການ ໄດ້ ແຈ້ງວ່າ: ພວກ ຂ້າພະເຈົ້າ ຍິນດີ ຮັບເອົາ ຖແລງການ ຈາກ ປະທານ ປະເທດລາວ, ນາຍົກ ຣັຖມົນຕຣີ ແລະ ບຸກຄົນ ອື່ນໆ ທີ່ ສະແດງ ຄວາມ ເປັນຫ່ວງ ເປັນໄຍ ຂອງ ພວກທ່ານ ກ່ຽວກັບ ການ ຫາຍຕົວໄປ ຂອງ ທ່ານ ສົມບັດ ສົມພອນ ແລະ ຂໍ ຮຽກຮ້ອງ ອີກເທື່ອນຶ່ງ ໃຫ້ ຣັຖບານ ລາວ ດໍເນີນ ການ ສືບສວນ ຢ່າງ ເຕັມຮູບແບບ.

ອົງການ ຈັດຕັ້ງ ດ້ານສິດທິ ມະນຸດ ກໍຣະບຸ ໄວ້ວ່າ ເຫດຜົນ ທີ່ ທາງການລາວ ຖືກກົດດັນ ກ່ຽວກັບ ເຣື້ອງ ການຫາຍຕົວ ໄປ ຂອງ ທ່ານ ສົມບັດ ກໍຍ້ອນວ່າ ທາງການ ລາວ ໄດ້ເຊັນ ສນັບສນູນ ສົນທິ ສັນຍາ ສາກົນ ວ່າດ້ວຍ ການ ປົກປ້ອງ ທຸກຄົນ ຈາກການ ຫາຍສາບສູນ ແບບ ບັງຄັບ ແລ້ວ ຍັງບໍ່ມີ ຕົວຊີ້ວັດ ອັນໃດ ທີ່ ສະແດງວ່າ ທາງການລາວ ມີ ການ ປະຕິບັດ ແລະ ເຄົາຣົບ ສິດທິມະນຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.