ສາກົນອາຈທົບທວນການ ຊ່ອຍເຫຼືອ ລາວ


2013.11.08
F-Langen ທ່ານ ເວີຣ໌ເນີຣ໌ ແລັງເຫງິນ (Werner Langen) (ຊ້າຍ) ຫົວໜ້າຄະນະຜູ້ຕາງໜ້າສະພາຢູໂຣບ ທີ່ໄປຢ້ຽມຢາມ ສປປລາວ ເມື່ອວັນທີ່ 28 ຕຸລາ 2013 (ຮູປຖ່າຍວັນທີ 4 ກຸມພາ 2010 ໃນມື້ເປີດສະພາຢູໂຣບ)
Wikimedia-Source: Dennis/EPP Political Assembly 4-5 February 2010

 

ວິທຍຸອອສເຕຣເລັຍຣາຍງານວ່າ ສະຫະພາບຢູໂຣບ ອາດຈະທົບທວນ ການຊ່ອຍເຫລືອ ແກ່ສປປລາວເພາະທາງການລາວຍັງບໍ່ສາມາດ ໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນ ໃນລາວ ແລະ ເຈົ້າຂອງຣາງວັນ ແມັກໄຊໄຊ ປີ 2005.

ວິທຍຸກະຈາຍສຽງ ABC ຂອງອອສເຕຣເລັຍຣາຍງານອີກວ່າ ທ່ານ ເວີຣ໌ເນີຣ໌ ແລັງເຫງິນ (Werner Langen) ຫົວໜ້າຄະນະຜູ້ຕາງໜ້າ ສະພາຢູໂຣບ ທີ່ໄປຢ້ຽມຢາມລາວ ເມື່ອວັນທີ່ 28 ຕຸລາ 2013 ກ່າວວ່າ ສປປລາວ ອາດຈະກາຍເປັນປະເທດ ທີ່ຢູ່ໂດດດ່ຽວ ໃນອາຊຽນ ຖ້າຫາກສະພາບການ ນັບຖືສິດທິມະນຸດຮ້າຍແຮງຢູ່ຕໍ່ໄປ. ທ່ານ ແລັງເຫງິນ ກ່າວຢໍ້າວ່າ:

"ສະພາຢູໂຣບ ຢາກຮູ້ສະພາບການລ່ວງລະເມີດສິດທິມະນຸດ ຢູ່ໃນຫຼາຍປະເທດໃນໂລກ. ສະຫະພາບຢູໂຣບໄດ້ຈັດຕັ້ງຄະນະກັມມະການ ນຶ່ງຂື້ນແຕ່ປີ 2003 ເພື່ອຕິດຕາມເບິ່ງ ສະພາບການດັ່ງກ່າວ ແລະ ສະຫະພາບຢູໂຣບ ໄດ້ໃຫ້ເງິນຊ່ວຍເຫລືອເຖິງ 16 ລ້ານຢູໂຣ ເພື່ອ ສົ່ງເສີມໃຫ້ມີການນັບຖືສິດທິມະນຸດ ເພື່ອຫລຸດຜ່ອນຄວາມທຸກຍາກ ເພື່ອສົ່ງເສີມການສຶກສາແລະການຄ້າ. ດ່ັງນັ້ນພວກເຮົາຈຶ່ງສົນໃຈກ່ຽວ ກັບການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ຫລາຍເປັນພິເສດ".

ນອກຈາກນັ້ນ ທາງວິທຍຸອອສເຕຣເລັຍ ຍັງເວົ້າວ່າ ອົງການສິດທິມະນຸດໃນທົ່ວໂລກ ກໍຮຽກຮ້ອງໃຫ້ ສະຫະພາບຢູໂຣບ ໃຊ້ມາຕການກົດ ດັນທາງການລາວແຮງຂື້ນ. ທີ່ຜ່ານມາອົງການນິຣະໂທດກັມສາກົນ ກໍໄດ້ຮຽກຮ້ອງໃຫ້ທາງການລາວ ໃຫ້ຄວາມກະຈ່າງແຈ້ງກ່ຽວກັບ ການ ຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ ໂດຍດ່ວນແລະໃນຣາຍງານຂ່າວ ຂອງວິທຍຸກໍເວົ້າຕື່ມວ່າ ອົງການແລະຣັຖບານ ຕ່າງປະເທດ ຄວນກົດດັນ ຣັຖບານສປປລາວ ແຮງຂື້ນ ບໍ່ແມ່ນພຽງແຕ່ຮຽກຮ້ອງ ຂໍຄວາມກະຈ່າງແຈ້ງ ໄປເລື້ອຍໆເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.