ລາວ-ຢູໂຣບພົບກັນບັນຫາ ສິດທິ ມະນຸດ
2014.06.08

ສປປລາວ ແລະ ສະຫະພາບ ຢູໂຣບ ເປີດ ກອງປະຊຸມ ຄັ້ງທີ 5 ຂອງ ຄະນະ ປະຕິບັດ ງານຮ່ວມ ກັນ 2 ຝ່າຍ ທາງດ້ານ ຂໍ້ມູລ ຂ່າວສານ ກ່ຽວກັບ ການປົກຄອງ ແລະ ສິດທິ ມະ ນຸດ ທີ່ ກຸງ Brussels ປະເທດ Belgium ເພື່ອ ແລກປ່ຽນ ຂໍ້ມູລ ຂ່າວສານ ໃນເຣື່ອງ ສິດທິ ມະນຸດ ຢູ່ ປະເທດ ລາວ ແລະ ສະຫະພາບ ຢູໂຣບ.
ໃນກອງ ປະຊຸມ ດັ່ງກ່າວ ໄດ້ມີການ ປຶກສາ ຫາຣື ກັນໃນເຣື່ອງ ສິດທິ ມະນຸດ ເປັນຕົ້ນ ເຣື້ອງ ເສຣີພາບ ໃນການ ປາກເວົ້າ ຂີດຂຽນ, ການໂຮມ ຊຸມນຸມ ແລະ ຈັດຕັ້ງ ສະມາຄົມ ເຣື້ອງໂທດ ປະຫານ ຊີວິດ ສັງຄົມ ພົລເຮືອນ ຜູ້ປົກປ້ອງ ສິດທິມະນຸດ ເສຣີພາບ ໃນການ ນັບຖື ສາສນາ ແລະ ຄວາມເຊື່ອຖື ຄວາມ ສເມີພາບ ຍິງ-ຊາຍ ການ ຄ້າມະນຸດ, ເຣື້ອງຄຸກ ແລະ ສະພາບ ສູນບໍາບັດ ຄົນຕິດ ຢາເສບຕິດ ແລະ ການໃຫ້ ສັຕຍາບັນ ສົນທິ ສັນຍາ ວ່າດ້ວຍ ສິດທິ ມະນຸດ ຕ່າງໆ.
ທ່ານ ພູຂົງ ສີສຸລາດ ຫົວໜ້າ ກົມ ສົນທິ ສັນຍາ ແລະ ກົດໝາຍ ກະຊວງການ ຕ່າງປະເທດ, ເລຂາທິການ ຄະນະ ກັມການ ແຫ່ງຊາດ ລາວ ກ່ຽວກັບ ສິດທິ ມະນຸດ ກ່າວຕໍ່ ວຽງຈັນທາມສ໌ ວ່າ ກອງປະຊຸມ ທີ່ກຸງ Brussels ເປັນໄປ ຕາມເປົ້າໝາຍ ຂອງ ຄະນະ ປະຕິບັດ ງານ 2 ຝ່າຍ ທີ່ ຖືກຈັດ ຕັ້ງຂຶ້ນ ເມື່ອປີ 2005.
ໃນນັ້ນ ສປປລາວ ໄດ້ຊີ້ແຈງ ຫລາຍ ກໍຣະນີ ກ່ຽວກັບ ບຸກຄົນ ທີ່ ສະຫະພາບ ຢູໂຣບ ມີຄວາມ ກັງວົນນໍາ ຂະນະທີ່ ສະຫະພ າບ ຢູໂຣບ ໃຫ້ຂໍ້ມູລ ໃໝ່ ຫລ້າສຸດ ກ່ຽວກັບ ການ ສນັບສນູນ ຂອງຕົນ ໃນເຣື່ອງ ການ ປົກຄອງ ແລະ ສິດທິມະນຸດ. ສະຫະພາບ ຢູໂຣບ ໄດ້ເວົ້າເຖິງ ໂຄງການ ທີ່ຈະດໍາເນີນ ໃນ ອະນາຄົດ ຄືແຕ່ປີ 2014 ຫາ 2020.
ຜ່ານກອງ ປະຊຸມນັ້ນ ສະຫະພາບ ຢູໂຣບ ສາມາດ ເຂົ້າໃຈດີ ຂຶ້ນ ກ່ຽວກັບ ກົດໝາຍ, ນະໂຍບາຍ ແລະ ຄວາມ ພຍາຍາມ ຂອງ ຣັຖບານ ລາວ ໃນການ ປະຕິບັດ ພັນທະ ທາງດ້ານ ສິດທິມະນຸດ ແລະ ການ ທົບທວນ ເປັນແຕ່ລະ ຣະຍະ ທົ່ວໄປ ຫລື UPR ຂອງລາວ ເພື່ອ ຮັບປະກັນ ໃຫ້ ປະຊາຊົນ ລາວ ມີ ສິດທິ ມະນຸດ ຫລາຍ ຂຶ້ນ ແລະລາວ ກໍໄດ້ ຮຽນຮູ້ ເຖິງການ ສົ່ງເສີມ ແລະ ການປົກປ້ອງ ສິດທິມະນຸດ ຂອງ ສະຫະພາບ ຢູໂຣບ ນໍາດ້ວຍ.