ການເລືອກຕັ້ງຂອງລາວ ບໍ່ມີຜົນ ບໍ່ມີອິສຣະ

ອຸ່ນແກ້ວ ສຸກສະຫວັນ
2021.02.25
ການເລືອກຕັ້ງຂອງລາວ ບໍ່ມີຜົນ ບໍ່ມີອິສຣະ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປ ລາວ ອອກໄປໃຊ້ສິດ ປ່ອນບັດເລືອກຕັ້ງ
ຂ່າວປະເທດລາວ

ນັກວິຊາການລາວ ແລະ ຕ່າງປະເທດ ບອກວ່າການເລືອກຕັ້ງໃນວັນທີ 21 ກຸມພາ ທີ່ຜ່ານມາ ບໍ່ເປັນໄປຕາມຫຼັກສາກົນ ແລະບໍ່ມີ ຜົນຫຍັງຕໍ່ການເມືອງຂອງລາວ.

ທ່ານ Phil Robertson ຮອງຜູ້ອຳນວຍການ ອົງການສິ້ງຊອມ ດ້ານສິດທິມະນຸດ ຫຼື Human Rights Watch ປະຈຳເຂດເອເຊັຽ ໄດ້ກ່າວຕໍ່ເອເຊັຽເສລີ ວ່າ:

"ທຸກມື້ ລາວ ດຳເນີນປະຊາທິປະໄຕ ແບບບໍ່ຈິງ ນັ້ນກໍຄື ການເລືອກຕັ້ງທີ່ບໍ່ຈິງ ຊຶ່ງລະເມີດມາດຕຣາ ທີ 25 ຂອງສົນທິສັນຍາສາກົນ ວ່າດ້ວຍສິດທິ ທາງການເມືອງຂອງພົລເຮືອນ ທີ່ ສປປລາວ ໄດ້ໃຫ້ສັດຕະຍາບັນ ໃນປີ 2009."

ທ່ານ Phil Robertson ກ່າວຕື່ມອີກວ່າ:

"ມາດຕຣາ 25 ຍັງລະບຸວ່າ ປະຊາຊົນທຸກຄົນ ມີສິດເລືອກຕັ້ງ ແລະ ໄດ້ຮັບການເລືອກຕັ້ງ ຕາມວາລະການເລືອກຕັ້ງ, ແຕ່ຄວາມ ເປັນຈິງກໍຄື ຢູ່ປະເທດລາວ ມີປະຊາຊົນຈຳນວນຫຼາຍ ບໍ່ມີໂອກາດ ເຂົ້າໄປໃນສະພາ ຍ້ອນວ່າ ພັກ ຈະເລືອກເອົາຜູ້ທີ່ ຈົງຮັກພັກດີ ຕໍ່ພັກ ເຂົ້າໄປຢູ່ໃນສະພາ. ການເລືອກຕັ້ງແທ້ຈິງ ໝາຍເຖິງ ຜູ້ສະໝັກແທ້ໆ ແຕ່ບໍ່ແມ່ນກຸ່ມຄົນ ຂອງພັກ ທີ່ເປັນຜູ້ກຳນົດ."

ນອກຈາກນີ້ ຊ່ຽວຊານຕ່າງປະເທດ ທ່ານນຶ່ງ ທີ່ເຄີຍເຮັດວຽກຢູ່ ປະເທດລາວກ່ຽວກັບ ການສົ່ງເສີມສິດທິ ຂັ້ນພື້ນຖານຂອງປະຊາຊົນ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ສິ່ງສຳຄັນອີກອັນນຶ່ງ ສຳລັບຄວາມຍຸຕິທັມ ກໍຄື ປະຊາຊົນລາວ ສາມາດເລືອກຜູ້ແທນ ຂອງຕົນເຂົ້າໄປຢູ່ໃນສະພາໄດ້ ສະນັ້ນ ຂ້າພະເຈົ້າຄິດວ່າ ການເລືອກຕັ້ງ ຈະມີເສຣີພາບ ແລະ ຄວາມຍຸຕິທັມຫຼືບໍ່ນັ້ນ ພວກເຮົາຄວນເບິ່ງພາບລວມ ທາງດ້ານການເມືອງ ຂອງລາວ ສະນັ້ນ ຂ້າພະເຈົ້າຄິດດ່າ ການເລືອກຕັ້ງພຽງ ພັກດຽວນັ້ນ ມັນບໍ່ມີຄວາມຍຸຕິທັມ ແລະ ບໍ່ມີເສຣີພາບ ແລ້ວເຮົາຊິໄປ ຫວັງຫຍັງ ກັບການເລືອກຕັ້ງ."

ການເລືອກຕັ້ງຢູ່ປະເທດລາວ ພັກປະຊາຊົນປະຕິວັດລາວ ບໍ່ອະນຸຍາດໃຫ້ຜູ້ສະໝັກ ທີ່ເປັນເອກກະຣາດແທ້ໆ ລົງເລືອກຕັ້ງ. ທ່ານ Phil Robertson ກ່າວອີກວ່າ:

"ສິ່ງທີ່ພວກເຮົາໄດ້ເຫັນ ກໍຄື ພັກບໍ່ອະນຸຍາດ ໃຫ້ຜູ້ສະໝັກທີ່ເປັນອິສຣະແທ້ໆ ລົງເລືອກຕັ້ງໃນລະບົບພັກດຽວ. ເຖີງວ່າທີ່ຜ່ານມາ ສະມາຊິກສະພາແຫ່ງຊາດ ຈຳນວນນຶ່ງກ້າເວົ້າ ເລື່ອງການສໍ້ຣາດບັງຫຼວງ ແຕ່ກໍຖືກຫ້າມລົງເລືອກຕັ້ງອີກ."

ໃນຂນະທີ່ ນັກວີຊາການໄທຍ ໃຫ້ຄຳເຫັນວ່າ ການເລືອກຕັ້ງຄັ້ງນີ້ ບໍ່ໄດ້ມີຜົນຫຍັງ ຕໍ່ກັບການເມືອງຂອງລາວ. ທ່ານ ອະດິສອນ ເສມແຍ້ມ ຜູ້ອຳນວຍການ ສູນແມ່ຂອງສຶກສາ ຈາກ ຈຸລາລົງກອນ ມະຫາວິທະຍາໄລ ປະເທດໄທຍ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

"ທີ່ຈິງການເລືອກຕັ້ງມັນແທບ ຈະບໍ່ມີຜົນຫຍັງ ເພາະວ່າ ທີ່ຈິງ ຫຼັງຈາກກອງປະຊຸມພັກ ສິ້ນສຸດລົງນີ້ ການແຕ່ງຕັ້ງຄະນະກັມການ ສູນກາງພັກ ຫຼື ກົມການເມືອງ ນີ້ມັນກໍພຽງຈະບອກ ຫຍັງບາງຢ່າງແລ້ວວ່າ ເລື່ອງຂອງໜ້າຕາ ຫຼື ຜູ້ທີ່ຈະມາເປັນຣັຖມົນຕຣີ ຫຼື ຜູ້ທີ່ຈະມາເປັນເຈົ້າແຂວງ ແມ່ນຫຍັງຕ່າງໆນີ້ ມັນເຫັນພາບແລ້ວ."

ທ່ານ ອະດິສອນ ກ່າວຕື່ມອີກວ່າ:

"ທີ່ນີ້ ຫຼັງຈາກການເລືອກຕັ້ງ ມັນກໍເປັນຫຍັງບາງຢ່າງ ທີ່ມັນຄ້າຍໆກັບວ່າ ບໍ່ໄດ້ມີຜົນຫຍັງ ໃນແງ່ຂອງທາງດ້ານການເມືອງ."

ກ່ອນການເລືອກຕັ້ງ ຜູ້ສະໝັກພຽງແຕ່ ລົງໄປແນະນຳໂຕເອງ ໃຫ້ປະຊາຊົນໄດ້ຮັບຮູ້ເທົ່ານັ້ນ, ແຕ່ບໍ່ໄດ້ເວົ້າເຖິງນະໂຍບາຍວ່າຈະ ຊ່ວຍເຫຼືອປະຊາຊົນແນວໃດ ແລະ ຈະເຮັດຫຍັງ ເພື່ອປະຊາຊົນ.

ນັກວິຊາການລາວ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ມີແຕ່ວ່າ ເອີ; ດີໃຈທີ່ໄດ້ມາເປັນໂຕແທນ ຂໍຝາກຂໍຝັງແດ່ເດີ ຂໍຢູ່ໃນອ້ອມອົກ ອ້ອມໃຈ ຂອງພໍ່ແມ່ປະຊາຊົນ ທີ່ໄດ້ເປັນຕົວແທນ ຂອງປະຊາຊົນ ເຈົ້າຕົວແທນຂ້ອຍ ເຈົ້າຕົວແທນອີ່ສັງ ເປັນຕົວແທນແບບໃດ ເຈົ້າຊິໃຫ້ຄວາມຊັດເຈນ ໃນລັກສນະບໍຣິບົດ ຄວາມຕ້ອງການໄຝ່ຝັນ ຂອງປະຊາຊົນ ອັນນີ້ ເຂົາຕ້ອງການ ປາກທ້ອງຂອງເຂົາມາກ່ອນ ປາກທ້ອງ ເຂົາຊິໄດ້ມາ ເຮັດຈັ່ງໃດ ແຕ່ນັບແຕ່ໂຄວິດ ເຂົ້າມາ ເອົາປາກທ້ອງມາໃຫ້ມັນໄດ້ ເຮັດຈັງໃດ ລະໂຕໃດ ມັນຂັດຂວາງມາກັບ ໂຄວິດ ບໍ່ເວົ້າເລີຍ."

ນັກວິຊາການທ່ານນີ້ ກ່າວຕື່ມອີກວ່າ:

"ຕັ້ງບໍ່ໄປເລືອກນີ້ ມີແຕ່ໄປເບິ່ງຊື່ໆ ເພາະວ່າ ເຮົາຮູ້ ເຮົາຄົນເຂົ້າໃຈຈຸດນັ້ນແລ້ວ ເຮົາເບິ່ງຊື່ໆ ເຮົາຕັ້ງບໍ່ໄປເລືອກ. ເຮົາຮູ້ວ່າ ສົມຜົນທີ່ເຮົາແກ້ມາ ຄຳຕອບມັນແມ່ນຫຍັງ."

ສ່ວນວ່າ ເຈົ້າໜ້າທີ່ທາງການລາວ ກໍບໍ່ໄດ້ໃຫ້ຄຳຕອບທີ່ຊັດເຈນ ກ່ຽວກັບເລື່ອງນີ້. ເມື່ອເອເຊັຽເສຣີ ຖາມວ່າ ການເລືອກຕັ້ງຄັ້ງນີ້ ຈະເອົາຕາມຄະແນນຂອງປະຊາຊົນທີ່ລົງໄປ ຫຼືວ່າ ມີພັກເປັນຜູ້ເລືອກໄວ້ແລ້ວ, ທ່ານ ສົມພູ ດວງສະຫວັນ ໂຄສົກຄະນະກັມການ ເລືອກຕັ້ງ ແຫ່ງຊາດ ຕອບແບບທາງອ້ອມ ວ່າ:

"ອັນນີ້ ມັນບໍ່ມີ ບໍ່ມີທິດຊີ້ນຳແນວນັ້ນ ກົດໝາຍ ກະບໍ່ໄດ້ກຳນົດ ທິດຊີ້ນຳ ການແນະນຳ ເຮົາກະບໍ່ໄດ້ເວົ້າແນວນັ້ນ ເຮົາກະແມ່ນ ລະດົມຜູ້ທີ່ມີສິດບ່ອນບັດ ເລືອກຕັ້ງ ໃນຂອບເຂດ ທົ່ວ ປະເທດຫັ້ນນ່າ 4 ລ້ານ ກວ່າຄົນນີ້ ແມ່ນຈະຕ້ອງນຳໃຊ້ ສິດທິ ຂອງ ເຂົາເຈົ້າຫັ້ນ ສິດທິຂອງເຂົາເຈົ້າ ທີ່ກຳນົດໄວ້ໃນ ຣັຖທັມນູນ ຫັ້ນແຫຼະ."

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ໃນວັນທີ 21 ກຸມພາ ທີ່ຜ່ານມາ, ມີຜູ້ລົງສະໝັກເລືອກຕັ້ງ ທັງໝົດ 224 ຄົນ ແລະ ຈະຄັດ ເລືອກເອົາ 164 ຄົນ ສ່ວນວ່າ ຜູ້ສະໝັກເລືອກຕັ້ງ ສະພາປະຊາຊົນແຂວງມີ 789 ຄົນ ແລະ ຈະເລືອກເອົາ 492 ຄົນ. ສ່ວນວ່າ ຜົນຂອງການເລືອກຕັ້ງ ຄະນະກຳມະການ ເລືອກຕັ້ງແຫ່ງຊາດ ຍັງບໍ່ໄດ້ປະກາດ ເປັນທາງການ, ແຕ່ກໍມີ ບາງແຂວງ ກໍໄດ້ສັງລວມ ຄະແນນການເລືອກຕັ້ງແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.