ລາຍຊື່ຜູ້ສມັກເລືອກຕັ້ງ ສສຊ ຊຸດທີ 9

ມະນີຈັນ
2021.02.03
ລາຍຊື່ຜູ້ສມັກເລືອກຕັ້ງ ສສຊ ຊຸດທີ 9 ການປ່ອນບັດເລືອກຕັ້ງເອົາ ສະມາຊິກ ສະພາ ແຫ່ງຊາດ ຊຸດທີ 8 ຢູ່ ສປປລາວ ເມື່ອ ເດືອນ ມິນາ ປີ 2016
ພາບປະກອບ: ນັກຂ່າວພົລເມືອງ

ໃນທີ່ສຸດ ມາເຖິງມື້ ວັນທີ 29 ມົກຣາ 2021 ຄະນະກັມການເລືອກຕັ້ງຣະດັບຊາດ ກໍໄດ້ມີປະກາດແຈ້ງການ ກ່ຽວກັບລາຍຊື່ຜູ້ສມັກ ຮັບເລືອກຕັ້ງ ເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ 9 ອອກມາ ພາຍຫລັງທີ່ ປະຊາຊົນລາວ ຜູ້ມີສິດປ່ອນບັດເລືອກຕັ້ງ ຫລາຍຄົນ ຕັ້ງຄໍາຖາມກັນວ່າ ມີໃຜແດ່ ແລະ ມື້ໃດທາງການຈຶ່ງຈະປະກາດໃຫ້ຮູ້ ຍ້ອນວ່າ ມື້ປ່ອນບັດ ເລືອກຕັ້ງໃກ້ເຂົ້າມາເຕັມທີ ຄື ວັນທີ 21 ກຸມພາ ນີ້. ແລະ ການຊັກຊ້າ ເຣື່ອງການອອກລາຍຊື່ ຜູ້ສມັກຮັບເລືອກຕັ້ງ ເປັນສະມາຊິກ ສະພາແຫ່ງຊາດ ນັ້ນ ຫລາຍຄົນກໍຄິດວ່າ ອາດເປັນ ຍ້ອນທາງການ ເພິ່ນມີເປົ້າໝາຍໄວ້ແລ້ວ ແລະ ການໂຄສະນາ ຫາສຽງກໍບໍ່ຍາກ. ດັ່ງເຈົ້າໜ້າທີ່ລາວ ທ່ານນຶ່ງ ທີ່ນະຄອນ ຫລວງວຽງຈັນ ກ່າວຕໍ່ RFA ຕອນນຶ່ງວ່າ:

“ກະສິບອກຢູ່ຫັ້ນລະ ຍັງເລືອກຄົນຢູ່ຕິ ເພິ່ນມີເປົ້າມີໝາຍແລ້ວ ພັດວ່າ ຂອງບ້ານເຮົາຫາສຽງມັນບໍ່ຍາກ.”

ອີງຕາມປະກາດແຈ້ງການ ກ່ຽວກັບລາຍຊື່ ຜູ້ສມັກຮັບເລືອກຕັ້ງເປັນ ສະມາຊິກ ສະພາແຫ່ງຊາດຊຸດທີ 9 ທີ່ຄະນະກັມການເລືອກ ຕັ້ງຣະດັບຊາດ ໄດ້ອອກໃນມື້ວັນທີ 29 ມົກຣາ ແລະ ຕໍ່ມາເປັນ 2-3 ມື້ ຄືຍັງອີກບໍ່ເຖິງ 3 ອາທິດ ກໍຈະເປັນວັນປ່ອນບັດເລືອກຕັ້ງ ຊຶ່ງໃນນັ້ນມີຜູ້ລົງສມັກຮັບເລືອກຕັ້ງ ທັງໝົດ ທົ່ວປະເທດ 224 ຄົນ ແລະ ຈະເລືອກເອົາ 164 ຄົນຕາມຣັຖ ດໍາຣັຖປະທານປະເທດ ລົງວັນທີ 10 ພຶສຈິກາ 2020.

ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແບ່ງອອກເປັນ 18 ເຂດ ແລະໄດ້ກໍານົດຈໍານວນຜູ້ສ​ມັກຮັບເລືອກຕັ້ງ ແລະ ຈໍານວນ ຜູ້ຈະໄດ້ຮັບການເລືອກຕັ້ງ ແຕ່ລະເຂດ ເຊັ່ນເຂດ ເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ມີຜູ້ສມັກ 23 ຄົນ, ເລືອເອົາ 18 ຄົນ; ເຂດເລືອກຕັ້ງທີ 13 ແຂວງສວັນນະເຂດ ມີຜູ້ສມັກ 25 ຄົນ, ເລືອກເອົາ 20 ຄົນ ແລະ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ມີຜູ້ ສມັກ 20 ຄົນ, ເລືອກເອົາ 15 ຄົນ.

ນະຄອນຫລວງວຽງຈັນ ເປັນເຂດເລືອກຕັ້ງ ທີ່ມີຜູ້ມີສິດປ່ອນບັດເລືອກຕັ້ງຫລາຍກວ່າທຸກເຂດ ຊຶ່ງທັງໝົດມີ 18 ເຂດເລືອກຕັ້ງ ນັ້ນ ຊາວເມືອງນາຊາຍທອງ ນະຄອນຫລວງວຽງຈັນ ທ່ານນຶ່ງ ກໍເວົ້າຕໍ່ RFA ໃນມື້ວັນທີ 1 ກຸມພາ ນີ້ວ່າ ຊື່ຜູ້ຮັບສມັກເລືອກຕັ້ງ ແມ່ນເຫັນແລ້ວ ແຕ່ຍັງບໍ່ທັນເຫັນໜ້າຕາ ຜູ້ຮັບສມັກເລືອກຕັ້ງນັ້ນເທື່ອ, ຄົງຕ້ອງໄດ້ລໍຖ້າ ໃຫ້ທາງການເພິ່ນ ມາຕິດໃບໂຄສະນາ ກ່ອນຈື່ງຈະຮູ້ປວັດເພິ່ນ ຊຶ່ງຊາວບ້ານທັມດາສາມັນ ກໍຍັງບໍ່ຮູ້ແຈ້ງວ່າ ໃຜແດ່ລົງສມັກ:

“ທ່ານ ໄຊສົມພອນ ກໍຄຸ້ນຢູ່ ປະທານສູນກາງ ກໍເຮົາປະຊາຊົນພື້ນຖານ ທີ່ຈະໄປຮູ້ການນຳຜູ້ມາໃໝ່ ເຮົາກໍບໍ່ຮູ້ແຫຼະເນາະປວັດຜູ້ນຳ ຂັ້ນເທີງເຮົາກໍບໍ່ຮູ້ປານໃດ ແບບວ່າແຕ້ມຮູບ ຕາມໃຈຊອບ ເຮົາກໍພໍຮູ້ຄ່າວໆ.”

ໃນຈໍານວນຜູ້ສມັກຮັບເລືອກຕັ້ງທັງໝົດ 224 ຄົນ ນັ້ນເກືອບວ່າທັງໝົດເປັນສະມາຊິກພັກ ແຕ່ກັມການກົມການເມືອງສູນກາງພັກ ໄປເຖິງສະມາຊິກພັກທົ່ວໄປເຊັ່ນ ທ່ານ ໄຊສົມພອນ ພົມວິຫານ, ເລຂາທິການສູນກາງພັກ, ທ່ານ ອານຸພາບ ຕຸນາລົມ, ຍານາງ ສຸນທອນ ໄຊຍະຈັກ, ກໍາມະການສູນກາງພັກ, ຍານາງ ປົ່ງຄໍາ ລາຊະສີມມາ ແລະ ມີບໍ່ພໍເທົ່າໃດ ຄົນຈາກພາກທຸຣະກິດ ເຊັ່ນ ທ່ານ ຄໍາໄຕ ແກ້ວດວງດີ ຮອງຜູ້ອໍານວຍການບໍຣິສັດ ຕັງຈະເຣີນຈໍາກັດ ແລະ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ນັກທຸຣະກິດ ໝຸ່ມແຫ່ງຊາດ ລາວ.

ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນລາວຫລາຍຄົນກໍເວົ້າວ່າ ຜູ້ສມັກຮັບເລືອກຕັ້ງທັງໝົດ ລ້ວນແລ້ວແຕ່ແມ່ນຜູ້ນໍາພັກ ເປັນຜູ້ບົ່ງຕົວເອົາ ບໍ່ແມ່ນໃຜກະສິ ສມັກໄດ້ ເຖິງແມ່ນວ່າຈະມີ ຄວາມຮູ້ ຄວາມສາມາດ ມີຄຸນສົມບັດ ແລະ ໄດ້ມາຕຖານທີ່ທາງການ ວາງອອກກໍຕາມ.

ກ່ຽວກັບເຣື່ອງນີ້ ຊາວແຂວງສວັນນະເຂດ ທ່ານນຶ່ງ ເວົ້າວ່າ ການເລືອກເອົາສະມາຊິກ ສະພາ ແຫ່ງຊາດ ຂອງທາງການລາວ ໂດຍຈັດໃຫ້ມີການເລືອກຕັ້ງທົ່ວໄປນັ້ນ ກໍເພື່ອເອົາ ການເລືອກຕັ້ງບັງໜ້າ, ຈະເລືອກເອົາໃຜ ກໍແມ່ນຄົນຂອງພັກ ຢູ່ຄືເກົ່າ ຍ້ອນວ່າ ມີພັກດຽວ ຄືພັກ ປະຊາຊົນ ປະຕິວັດລາວ ທີ່ກໍາອໍານາດ, ການເລືອກຕັ້ງແບບນີ້ ມັນບໍ່ມີປະຊາທິປະໄຕ ແລະ ເຮັດໃຫ້ປະເທດລາວ ບໍ່ມີປະຊາທິປະໄຕ ປະຊາຊົນ ປາກບໍ່ໄດ້-ໄອບໍ່ດັງ ເວລາທີ່ຣັຖບານ ເຮັດບໍ່ຖືກຕ້ອງ ປະຊາຊົນ ກໍບໍ່ສາມາດອອກມາທັກທ້ວງ ແລະທວງຖາມໄດ້.

ໃນເມື່ອເປັນແນວນັ້ນແລ້ວ ທ່ານເອງກໍຈະບໍ່ອອກໄປປ່ອນບັດເລືອກຕັ້ງ ຄືດັ່ງຄັ້ງທີ່ຜ່ານມານັ້ນແຫລະ ຍ້ອນວ່າເລືອກເອົາໃຜກໍຄືເກົ່າ, ທ່ານກ່າວ:

“ກະຄືກັນເລືອກຕັ້ງ ນ້ອງບໍ່ໄປເລືອກ ເລືອກໄປເຮັດຫຍັງ ເລືອກເອົາໃຜກະຄືເກົ່າ ຂອງວ່າມີພັກດຽວເນາະ ຄັນວ່າເລືອກກະມີແຕ່ ຕັ້ງກັນຂຶ້ນມາເອງເທົ່ານັ້ນ ເລືອກເອົາຫຍັງ ເລືອກກະພັກດຽວ ພັກປະຊາຊົນເນາະ.ຄືເກົ່າ.”

ເວົ້າເຖິງຜູ້ສມັກຮັບເລືອກຕັ້ງ ປະຊາຊົນສ່ວນຫລາຍແມ່ນບໍ່ຄຸ້ນເຄີຍ ນອກຈາກຈະເຫັນຕອນເພິ່ນລົງມາໂຄສະນາ ຫລືວ່າຕອນມື້ ເລືອກຕັ້ງ ທີ່ຈະເຫັນຕາມໃບໂຄສະນາ ຂອງ ແຕ່ລະຄົນ ໃນເຂດເລືອກຕັ້ງຂອງຕົນ ທີິ່ຕິດໄວ້ຕາມຈຸດເລືອກຕັ້ງ ແລ້ວຂີດໝາຍເອົາ ໂດຍບໍ່ຮູ້ວ່າ ຜູ້ທີ່ຕົນຂີດໝາຍເອົານັ້ນ ເປັນຄົນແນວໃດ, ມີນະໂຍບາຍແນວໃດ ໃນການພັທນາປະເທດ ແລະ ຮັບໃຊ້ຜົລປໂຍດ ຂອງໃຜ ດັ່ງຊາວບ້ານບ້ານກ້າງປາ ເມືອງຊົນບູລີ ແຂວງສວັນນະເຂດ ກ່າວຕໍ່ RFA ໃນມື້ວັນທີ 1 ກຸມພາ ນີ້ວ່າ:

“​ລາຍຊື່ກໍຫາຊິໄດ້ຍິນມື້ນີ້ເນາະ ລໍອີກເທື່ອນຶ່ງເພິ່ນລົງຮູບ ສົ່ງລາຍຊື່ຫຼືວ່າປວັດລົງມາເຮົາກໍເບິ່ງຄືນຢູ່ໃນນັ້ນເນາະ, ຄົນນີ້ເຮົາ ກໍຖືວ່າເພິ່ນກໍໄດ້ລົງມາ ໃນລັກສນະວ່າໂອ້ລົມກັບພໍ່ແມ່ ປະຊາຊົນແນວໃດ. ມີແຕ່ມາຮັບສມັກເລືອກຕັ້ງນ່າ ມັນກໍບໍ່ຢາກຕົງ ປະເດັນປານໃດ ເພາະເຮົາກໍເບິ່ງພໍພຽງແຕ່ ປວັດເນາະ ແຕ່ວ່າເວົ້າເຣື່ອງຈິດໃຈນີ້ ກໍຕ່າງຫາກ.”

ແລະ ປະຊາຊົນ ເຂດເມືອງແອດ ແຂວງຫົວພັນ ກໍເວົ້າໃນທໍານອງດຽວກັນນັ້ນວ່າ ຍັງບໍ່ທັນຮູ້ວ່າ ຈະມີໃຜແດ່ມາລົງສມັກຮັບ ເລືອກຕັ້ງໃນເຂດຂອງຕົນ, ຕ້ອງໄດ້ລໍຖ້າເບິ່ງຮູບ, ອ່ານປວັດເພິ່ນ ຢູ່ໃນໃບໂຄສະນາ ຈື່ງຈະສາມາດຮູ້ໄດ້ວ່າໃຜເປັນໃຜ.

ເວົ້າເຖິງມື້ເລືອກຕັ້ງ, ຈຳນວນຜູ້ສມັກເລືອກຕັ້ງ ແລະຈຳນວນສະມາຊິກ ສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງຊຸດທີ 2 ທ່ານ ສົມພູ ດວງສະຫວັນ ຄະນະປະຈຳສະພາແຫ່ງຊາດ, ໂຄສົກ ຂອງຄະນະກຳມະການເລືອກຕັ້ງຣະດັບຊາດ ໄດ້ກ່າວຕໍ່ສື່ມວນຊົນ ທາງການລາວ ແລະ ຕ່າງປະເທດ ໃນມື້ວັນທີ 20 ພຶສຈິກາ 2020 ວ່າ ຄະນະປະຈໍາສະພາແຫ່ງຊາດ ໄດ້ກໍານົດເອົາ ວັນທີ 21 ກຸມພາ ເປັນວັນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ 2.

ທ່ານເວົ້າວ່າ ສະມາຊິກ ສະພາແຫ່ງຊາດ ແມ່ນເອົາຈຳນວນພົລເມືອງ ເປັນຫົວໜ່ວຍຄິດໄລ່ ຄື ແຂວງທີ່ມີພົລເມືອງ 250 ພັນຄົນ ລົງມາ ໃຫ້ມີສະມາຊິກສະພາແຫ່ງຊາດ 6 ຄົນ, ແຂວງທີ່ມີພົລເມືອງເກີນ 250 ພັນຄົນ ຂຶ້ນໄປໃຫ້ເພິ່ມ ສະມາຊິກ ສະພາແຫ່ງຊາດ 1 ຄົນ ຕໍ່ ພົລເມືອງ 50 ພັນຄົນ, ແຕ່ສູງສຸດບໍ່ໃຫ້ເກີນ 20 ຄົນ.

ເຣື່ອງການກຳນົດຈໍານວນ ຜູ້ສມັກຮັບເລືອກຕັ້ງ ເປັນສະມາຊິກສະພາ, ປະທານປະເທດ ໄດ້ອອກຣັຖດຳຣັຖວ່າ ຜູ້ລົງສມັກຮັບ ເລືອກຕັ້ງເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ 9 ມີຈໍານວນ 224 ຄົນ, ເລືອກເອົາ 164 ຄົນ ແລະ ຜູ້ລົງສມັກຮັບເລືອກຕັ້ງເປັນ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ມີ 789 ຄົນ, ເລືອກເອົາ 492 ຄົນ.

ສໍາລັບສະມາຊິກສະພາແຫ່ງຊາດ ຊຸດທີ 9 ທີ່ວ່າມີຜູ້ສະໝັກຮັບເລືອກ 224 ຄົນ ແລະ ຈະເລືອກເອົາ 164 ຄົນ ນັ້ນຫລາຍກວ່າໝູ່ ກໍແມ່ນເຂດເລືອກຕັ້ງທີ 13 ແຂວງສວັນນະເຂດ ມີຜູ້ສມັກຮັບເລືອກຕັ້ງ 25 ຄົນ, ເລືອກເອົາ 20 ຄົນ, ຮອງລົງມາແມ່ນເຂດ ເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ມີ 23 ຄົນ, ເລືອກເອົາ 18 ຄົນ ແລະ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ມີ 20 ຄົນ, ເລືອກເອົາ 15 ຄົນ.

ເຂດເລືອກຕັ້ງ ທີ່ຈະມີຈໍານວນ ສະມາຊິກສະພາແຫ່ງຊາດ ໜ້ອຍກວ່າໝູ່ ມີ 6 ເຂດ ຫລື 6 ແຂວງ ຊຶ່ງແຕ່ລະແຂວງຈະມີພຽງ 6 ຄົນ ຄື ແຂວງຜົ້ງສາລີ, ຫລວງນໍ້າທາ, ບໍ່ແກ້ວ, ໄຊສົມບູນ, ເຊກອງ ແລະອັດຕະປື.

ຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ທົ່ວປະເທດ ມີ 4,279,243 ຄົນ, ໃນນັ້ນເປັນແມ່ຍິງ 2,128,187 ຄົນ.

ຢ່າງໃດກໍຕາມ ຫາກເວົ້າເຖິງບັນຍາກາດ ທົ່ວໄປໃນສັງຄົມ ກ່ອນການເລືອກຕັ້ງ ເຈົ້າໜ້າທີ່ລາວ ຜູ້ບໍ່ປະສົງອອກຊື່ ທີ່ນະຄອນ ຫລວງວຽງຈັນ ຄົນເດີມ ເວົ້າວ່າ ຂ້ອນຂ້າງງຽບເຫງົາ ບໍ່ຄືກັນກັບການເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ຊຸດທີ່ແລ້ວ ເມື່ອ 5 ປີກ່ອນ ຊຶ່ງອາດເປັນຍ້ອນວ່າ ປະຊາຊົນໃຜໆກໍຄຶດໃສ່ແຕ່ການທໍາມາຫາກິນ ເພື່ອຄວາມຢູ່ລອດ ໃນຂນະທີ່ ມີການເຝົ້າຣະວັງ ເຣື່ອງ ການຣະບາດຂອງໂຄວິດ-19 ແລະ ເສຖກິດຫຍຸ້ງຍາກຢູ່ນີ້ ຜູ້ໃດຈະໄດ້ເປັນຜູ້ແທນ ກະຄືເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.