ທ່ານຈູມມະລີຣາຍງານຜົນ ສໍາເຣັດ
2016.01.20
ກອງປະຊຸມໃຫຽ່ ຄັ້ງທີ 10 ຂອງ ພັກ ປະຊາຊົນ ປະຕິວັດ ລາວ ໄຂຂຶ້ນ ໃນຕອນເຊົ້າ ຂອງວັນທີ 18 ມົກກະຣາ 2016 ຢູ່ ນະຄອນຫຼວງ ວຽງຈັນ. ທ່ານ ຈູມມາລີ ໄຊຍະສອນ ເລຂາທິການ ໃຫຽ່ ໄດ້ກ່າວ ຣາຍງານ ຜົລການຈັດຕັ້ງ ປະຕິບັດ ວຽກງານ ຂອງພັກ ໃນລະຍະ 5 ປີ ຜ່ານມາວ່າ ມີຜົລສຳເຣັດ ຫຼາຍຢ່າງ. ທ່ານກ່າວ ຕອນນຶ່ງ ວ່າ:
“ຄວາມເປັນ ເອກກະຣາດ ອຳນາຈ ອະທິປະໄຕ ຣະບອບ ປະຊາທິປະໄຕ ປະຊາຊົນ ມີສະເຖັຽຣະພາບ ອັນໜັກແໜ້ນ. ເສຖກິຈ ແຫ່ງຊາດ ໄດ້ຂຍາຍຕົວ ດ້ວຍ ຈັງຫວະໄວ, ພວກເຮົາ ສາມາດ ບຸກທະລຸ ແກ້ໄຂ ຄວາມທຸກຍາກ ຂອງ ປະຊາຊົນ. ການພັທນາ ພລັງງານໄຟຟ້າ ຂຍາຍຕົວຢ່າງ ກະໂດດເຖິງ 3 ເທົ່າ, ການພັທນາ ພື້ນຖານ ໂຄງລ່າງ ເສຖກິຈ ສັງຄົມ ໄດ້ມີບາດກ້າວ ບຸກທະລຸ”.
ເຖິງຢ່າງໃດ ກໍຕາມ ປັຈຈຸບັນ ຍັງ ມີປັນຫາ ຂໍ້ຄົງຄ້າງ ບາງດ້ານ ທີ່ຕ້ອງເລັ່ງ ແກ້ໄຂ ເປັນຕົ້ນ ການຜັນຂຍາຍ ແນວຄິດ ການເມືອງ ແບບ ສັງຄົມນິຍົມ ປັນຫາ ຄວາມຫຍໍ້ທໍ້ ໃນສັງຄົມ ແລະ ການສໍ້ຣາສ ບັງຫລວງ. ທ່ານກ່າວ ເພີ່ມວ່າ:
“ການສຶກສາ ອົບຮົມ ການເມືອງ ບໍໍ່ທັນມີ ປະສິດທິພາບ ປະສິດທິຜົລ ພໍເທົ່າໃດ. ເສຖກິຈ ເຖິງວ່າມີ ການເຕີບໂຕ ແຕ່ໂດຍພື້ນຖານ ບໍ່ທັນ ໜັກແໜ້ນ ຍັງອາສັຍ ການ ຂຸດຄົ້ນ ຊັພຍາກອນ ທັມມະຊາດ. ການນຳໃຊ້ ງົບປະມານ ຂອງຣັຖ ຍັງຟຸມເຟືອຍ ແລະ ຮົ່ວໄຫລຫຼາຍ, ການສໍ້ຣາສ ບັງຫຼວງ ຍັງແຜ່ລາມ ຢູ່ທົ່ວໄປ. ສິ່ງເຫລົ່ານັ້ນ ພວມເປັນ ປັນຫາ ທ້າທາຍ ຕໍ່ບົດບາດ ອິດທິພົລ ຂອງພັກເຮົາ”.
ເພື່ອສອບຖາມ ຄຳເຫັນ ຂອງ ປະຊາຊົນ ກ່ຽວກັບ ກອງປະຊຸມ ຄັ້ງນີ້ ຍ້ອນຈະມີ ການຄັດເລືອກ ກັມມະການ ກົມການເມືອງ ສູນກາງພັກ ຊຸດໃຫມ່ ແລະ ເລຂາທິການ ໃຫຽ່ ວິທຍຸ ເອເຊັຽເສຣີ ໄດ້ສອບຖາມ ຊາວລາວ ທ່ານນື່ງ ທີ່ໄດ້ຕິດຕາມ ຂ່າວບ້ານເມືອງ ທ່ານ ກ່າວວ່າ:
“ກະບໍ່ຄິດ ຈະຄາດຫວັງ ຫຍັງກັບການ ປ່ຽນແປງ ປະທານ ປະເທດ ຄົນໃຫມ່, ເຖິງແມ່ນວ່າ ຈະມີການ ປ່ຽນແປງ ປະທານ ຄົນໃຫມ່ ນາຍົກ ຄົນໃຫມ່ ກະບໍ່ມີ ຫຍັງດີ ເກີດຂຶ້ນ ເພາະວ່າ ມັນກໍຕ້ອງ ໄປຕາມແຕ່ ແນວທາງ ຂອງ ພັກ ປະຊາຊົນ ປະຕິວັດ ລາວ”.
ກອງປະຊຸມໃຫຽ່ ຄັ້ງທີ 10 ຂອງພັກ ມີຕົວແທນ ກວ່າ 1 ພັນຄົນ ເຂົ້າຮ່ວມ ໃນຈໍານວນ ສະມາຊິກ ພັກ ປະຊາຊົນ ປະຕິວັດ ລາວ ທົ່ວປະເທດ ກວ່າ 250,000 ຄົນ.