ຕຳຣວດກວດຄົນເຂົ້າ-ອອກເມືອງ ລາວ-ຈີນ ຮ່ວມກັນລາດຕະເວນຊາຍແດນ

ເຈົ້າໜ້າທີ່ຕໍາຣວດ ກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານສາກົລລານຕຸ້ຍ ເມືອງຍອດອູ ແຂວງຜົ້ງສາລີ ແລະ ເຈົ້າໜ້າທີ່ຕຳຣວດ ດ່ານເມືອງຄຳ ຂອງຈີນ ໄດ້ຮ່ວມກັນລາດຕະເວນຕາມຊາຍແດນ ລາວ-ຈີນ ແລະໂຄສະນາເຜີຍແຜ່ ລະບຽບການເຂົ້າ-ອອກເມືອງ ຂອງຊາວລາວ ແລະ ຊາວຈີນ.

ໂຕຢ່າງ ຮູບປະກອບ: ປກສ ເມືອງຍອດອູ ແຂວງຜົ້ງສາລີ ມອບຄົນຈີນ ເຂົ້າເມືອງຜິດກົດໝາຍ ໃຫ້ເຈົ້າໜ້າທີ່ຈີນ. ດ່ານລານຕຸ້ຍ ວັນທີ່ 20 ກຸມພາ ປີ 2023. ຂໍຂອບໃຈຮູບພາບຈາກເພຈ ປກສ

ເມື່ອວັນທີ 11 ທັນວາທີ່ຜ່ານມານີ້ ເຈົ້າໜ້າທີ່ຕໍາຣວດກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານສາກົລລານຕຸ້ຍ ເມືອງຍອດອູ ແຂວງຜົ້ງສາລີ ແລະ ເຈົ້າໜ້າທີ່ຕຳຣວດ ດ່ານເມືອງຄຳ ຂອງຈີນ ໄດ້ຮ່ວມກັນລາດຕະເວນຕາມຊາຍແດນ ລາວ-ຈີນ ແລະໂຄສະນາເຜີຍແຜ່ ລະບຽບການເຂົ້າ-ອອກເມືອງ ຂອງຊາວລາວ ແລະ ຊາວຈີນ ຢູ່ຕາມແນວຊາຍແດນ ມີຄວາມຮຽບຮ້ອຍ ແລະ ປອດໄພເພື່ອປ້ອງກັນ ແລະສະກັດກັ້ນຫຼາຍບັນຫາ. ອີງຕາມການຣາຍງານ ຂອງສື່ມວນຊົນລາວ ໃນວັນທີ 14 ທັນວາ 2023.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການຕໍາຣວດ ກວດຄົນເຂົ້າ-ອອກ ເມືອງປະຈຳດ່ານສາກົລລານຕຸ້ຍ ແລະກອງບັນຊາການ ປກສ ແຂວງຜົ້ງສາລີ ເພື່ອຖາມຣາຍລະອຽດ ເພີ່ມຕື່ມແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ສະດວກທີ່ຈະໃຫ້ຣາຍລະອຽດ ຫຼາຍໄປກ່ວານີ້.

ໃນຂະນະທີ່ຊາວບ້ານ ຢູ່ເມືອງຍອດອູທີ່ຮູ້ຂ່າວນີ້ ກໍເຫັນວ່າເປັນເຣື່ອງທີ່ດີ ທີ່ເຈົ້າໜ້າທີ່ຕໍາຣວດທັງ 2 ປະເທດ ໄດ້ເຂົ້າຮ່ວມກັນລາດຕະເວນ ໃນເທື່ອນີ້ຍ້ອນເຫັນວ່າ ໃນໄລຍະຜ່ານມາຢູ່ແນວຊາຍແດນລະຫວ່າງເມືອງຍອດອູກັບ ເມືອງຄຳຂອງຈີນມັກມີການລັກເດີນທາງເຂົ້າ-ອອກ ປະເທດແບບຜິດກົດໝາຍແລະກໍເປັນເສັ້ນທາງ ທີ່ຂະບວນການຄ້າມະນຸສ ມັກນຳພາແມ່ຍິງລາວ ໄປປະເທດຈີນຢູ່ເລື້ອຍໆ.

ດັ່ງຊາວບ້ານທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ທັນວານີ້ວ່າ:

“ເຣື່ອງການກວດການີ້ກາຖືວ່າ ບໍ່ແມ່ນວ່າກວດກາແນວອື່ນເນາະ ຢ້ານເຣື່ອງລະບົບການຄ້າມະນຸສເນາະ ສ່ວນຫຼາຍບາງເທື່ອກາມີຄົນຈີນເນາະ ເຂົາລັກເອົາຄົນລາວໄປເນາະ ໄປແຕ່ງງານບາງເທື່ອ ກາໄປຂາຍຕໍ່ເນາະ.”

ສ່ວນຊາວບ້ານອີກນາງນຶ່ງ ກໍເຫັນວ່ານອກຈາກການກວດກາ ເຣື່ອງການເຂົ້າ-ອອກເມືອງ ແບບຜິດກົດໝາຍ ແລ້ວການລາດຕະເວນດັ່ງກ່າວ ຍັງເປັນການສະກັດກັ້ນ ບັນຫາການລັກຂົນສົ່ງສິນຄ້າຜິດກົດໝາຍ ລະຫວ່າງຊາຍແດນລາວ-ຈີນ ເພາະວ່າທີ່ຜ່ານມາກໍມີການເກີດບັນຫາ ດັ່ງກ່າວເກີດຂຶ້ນຢູ່ເລື້ອຍໆ.

ດັ່ງຍານາງກ່າວວ່າ:

“ໂອເຂົາເຈົ້າກາກວດກາ ເປັນເຄື່ອງຜີດກົດໝາຍອິຫຍັງຫັ້ນນ່າ ຄັນລັກລອບພວກບໍ່ມີເອກະສານ ສັ່ງເຂົ້າ-ອອກຫັ້ນ ເພິ່ນກວດກາຣັຖຫັ້ນ ກໍຄັນວ່າບໍ່ແມ່ນຣົຖຂອງຈີນ ນຳເຂົ້າບໍ່ໄດ້.”

ປັດຈຸບັນຊາວຈີນທີ່ ເດີນທາງເຂົ້າມາແຂວງຜົ້ງສາລີ ຜ່ານທາງດ່ານສາກົລ ລານຕຸ້ຍນັ້ນ ມີຫຼາຍຄົນຕໍ່ມື້ເຊິ່ງສ່ວນໃຫຍ່ ເປັນນັກລົງທຶນຈີນທີ່ເຂົ້າມາລົງທຶນ ດ້ານການກະເສຕຢູ່ແຂວງຜົ້ງສາລີ ຕາມລະດູການດັ່ງນັ້ນຈຶ່ງເຮັດໃຫ້ເຈົ້າໜ້າທີ່ ຕຳຣວດ ຕ້ອງໄດ້ຕັ້ງດ່ານກວດກາ ຢູ່ຫຼາຍຈຸດເພື່ອຮັບປະກັນ ຄວາມເປັນລະບຽບຮຽບຮ້ອຍ ແລະສະກັດກັ້ນຜູ້ລັກເດີນທາງ ເຂົ້າ-ອອກເມືອງ ຕາມຊາຍແດນທັມມະຊາຕ.

ດັ່ງຊາວບ້ານ ອີກທ່ານນຶ່ງກ່າວວ່າ:

“ສ່ວນຫຼາຍເຂົາເຈົ້າ ມາບໍ່ແມ່ນມາທ່ຽວສ່ວນຫຼາຍ ຈີນເຂົ້າມາເຂົາເຈົ້າມາລີ້ໆ ເຂົາເຈົ້າມາລົງທຶນ ເຮັດທຸຣະກິຈ ຊ່ວງນີ້ມັນແມ່ນພືດຣະດູແລ້ງ ຫຼັງຈາກທີ່ວ່າກ່ຽວເຂົ້າຈຸນໍ້າແລ້ວ ແລ້ວເຂົາເຈົ້າປູກພືດ ປູກໝາກຖົ່ວປູກໝາກອຶ. ຕຳຣວດຍາມຢູ່ເສັ້ນທາງ ເປັນຈຸດໆ ແຕ່ລະດ່ານໆ.”

ນອກຈາກນັກລົງທຶນຈີນ ທີ່ເຂົ້າມາເຮັດທຸຣະກິຈ ຢູ່ແຂວງຜົ້ງສາລີແລ້ວປັດຈຸບັນ ກໍມີນັກທ່ອງທ່ຽວຊາວຈີນອີກຈຳນວນຫຼາຍ ທີ່ເຂົ້າມາທ່ຽວເມືອງຍອດອູ ແລະເມືອງອື່ນໆ ພາຍໃນແຂວງຜົ້ງສາລີ ເຊັ່ນດຽວກັນເຊິ່ງການເຂົ້າມາ ຂອງນັກທ່ອງທ່ຽວຈີນນັ້ນສ່ວນຫຼາຍ ກໍມັກໄປພັກເຊົາຢູ່ແຕ່ໂຮງແຮມ ແລະເຮືອນພັກຂອງຊາວຈີນນຳກັນ.

ດັ່ງຜູ້ປະກອບການ ເຮືອນພັກຢູ່ເມືອງຍອດອູ ທ່ານນຶ່ງກ່າວວ່າ:

“ເອີກວດກາຢູ່ດ່ານລາວ-ຈີນນ່າຫຼາຍຢູ່ໆ ຄົນຈີນກາຊິພັກຢູ່ເຊີ້ນຮ້າວ, ຕົງຟາງ, ມິຕພາບ, ດອກຈຳປາປະມານນີ້ແຫຼະ. ເຮືອນອ້າຍນີ້ຄົນຈີນໜ້ອຍ ຄົນລາວສ່ວນຫຼາຍ.”

ມີຣາຍງານຕື່ມວ່າ ການລົງພື້ນທີ່ເຄື່ອນໄຫວ ໃນຄັ້ງນີ້ຂອງເຈົ້າໜ້າທີ່ ຕໍາຣວດກວດຄົນເຂົ້າ-ອອກເມືອງປະຈຳດ່ານສາກົລ ລານຕຸ້ຍ ແລະເຈົ້າໜ້າທີ່ຕຳຣວດດ່ານເມືອງຄຳ ຂອງຈີນ ຍັງໄດ້ມີການໂຄສະນາກົດໝາຍວ່າດ້ວຍ ການລົງໂທດຕໍ່ຜູ້ລະເມີດ ທີ່ມາຈາກກົດໝາຍວ່າດ້ວຍ ການເຂົ້າ-ອອກເມືອງ. ອີກທັງເຈົ້າໜ້າທີ່ທັງສອງຝ່າຍ ຈະໄດ້ສືບຕໍ່ລາດຕາເວນຮ່ວມກັນເລື້ອຍໆ ສັປດາລະ 1 ເທື່ອ ໂດຍອີງໃສ່ບົດບັນທຶກການຮ່ວມມື ລະຫວ່າງດ່ານສາກົລ ລານຕຸ້ຍ-ດ່ານເມືອງຄຳ.

ໃນປີ 2023 ນີ້ເຈົ້າໜ້າທີ່ ຕໍາຣວດກວດຄົນເຂົ້າເມືອງ ຂອງລາວແລະຈີນຍັງ ໄດ້ຮ່ວມກັນລາດຕາເວນຢູ່ອີກບາງແຂວງ ເປັນຕົ້ນເມື່ອເດືອນມີນາ 2023 ນີ້ເຈົ້າໜ້າທີ່ ຕຳຣວດກວດຄົນເຂົ້າເມືອງ ປະຈຳດ່ານບ້ານມອມເມືອງສິງ ແຂວງຫຼວງນໍ້າທາກັບເຈົ້າໜ້າທີ່ ຕຳຣວດດ່ານກວດຄົນເຂົ້າ-ອອກເມືອງ ເມືອງຢວນຂອງຈີນ ກໍໄດ້ຮ່ວມກັນລາດຕາເວນ ແລະກວດກາຫຼັກໝາຍຊາຍແດນ ເພື່ອກວດກາຄວາມສງົບ ຮຽບຮ້ອຍຕາມແນວຊາຍແດນດັ່ງກ່າວ.

ຫຼ້າສຸດໃນວັນທີ 21 ພຶສຈິກາທີ່ຜ່ານມານີ້ ກໍໄດ້ມີການຝຶກຊ້ອມວິຊາສະເພາະ ຂອງໜ່ວຍລາດຕະເວນ 4 ປະເທດ ປະກອບດ້ວຍ ລາວ, ຈີນ, ໄທຍ ແລະ ພະມ້າ ຢູ່ດ່ານສາກົລ ບ້ານມອມເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ຈຸດປະສົງເພື່ອແກ້ໄຂເຫດການ ອຸປັດຕິເຫດທາງນໍ້າ ປະຈຳປີ 2023 ແລະ ຄວາມປອດໄພ ດ້ານອື່ນໆ ໂດຍຝ່າຍລາວແມ່ນນໍາໂດຍ ທ່ານ ພັນເອກ ທອງໄຊ ສີຍາລາດ ຫົວໜ້າການທະຫານ ກອງບັນຊາການ ທະຫານແຂວງບໍ່ແກ້ວ ທີ່ໄດ້ເຂົ້າຮ່ວມພ້ອມກັບຜູ້ນຳ ທາງດ້ານທະຫານອີກ 3 ປະເທດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org