ວັນເດັກສາກົລປີນີ້ ໂຈະກ່ອນ ຍ້ອນ ໂຄວິດ-19
2021.05.27
ເນື່ອງໃນໂອກາດວັນເດັກນ້ອຍສາກົລ ທີ່ຈະມາເຖິງ ໃນວັນທີ 1 ມິຖຸນາ 2021 ນີ້ ຫຼາຍແຂວງ ບໍ່ໄດ້ຈັດງານສເລີມສລອງ ຍ້ອນ ການແຜ່ຣະບາດ ຂອງເຊື້ອໂຄວິດ-19 ຮອບ 2 ຮອບ 3 ຍັງບໍ່ເບົາບາງລົງເທື່ອ ແລະ ຍັງປະຕິບັດຕາມ ມາຕການປ້ອງກັນ ໂຄວິດ-19 ຢູ່.
ສະເພາະຢູ່ເມືອງຫຼາ ແຂວງອຸດົມໄຊ ທາງຫ້ອງການສຶກສາທິການ ແລະກິລາເມືອງ ຈະບໍ່ມີການສເລີມສລອງ ວັນເດັກນ້ອຍສາກົລ ປະຈໍາປີ 2021 ຍ້ອນຍັງມີການຣະບາດ ຂອງ ເຊື້ອໂຄວິດ-19 ຮອບສອງ ແລະ ອີກທັງຫ້ອງການສຶກສາທິການ ແລະກິລາເມືອງ ຍັງເຫັນວ່າ ການຣະບາດຂອງເຊື້ອໂຄວິດ-19 ຮອບ 2 ນີ້ ມີຜົລກະທົບຫຼາຍຕໍ່ເດັກນ້ອຍ ຄື; ເຮັດໃຫ້ເດັກນ້ອຍໃນເຂດຊົນບົດ ໃນຊ້ວງທີ່ບໍ່ໄດ້ໄປຮຽນ ຢູ່ໂຮງຮຽນນັ້ນ ພວກເຂົາເຈົ້າກໍບໍ່ໄດ້ຮໍ່າຮຽນ ເນື່ອງຈາກພໍ່ແມ່ ຂອງເດັກນ້ອຍບາງຄົນບໍ່ຮູ້ໜັງສື ແລະ ສອນລູກຫຼານບໍ່ໄດ້, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ຫ້ອງການສຶກສາທິການ ແລະກິລາ ເມືອງຫຼາ ແຂວງອຸດົມໄຊ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ພຶສພາ ນີ້:
“ປີນີ້ ຄືຊິໄດ້ໂຈະ ເພາະວ່າ ທາງອຸດົມໄຊເຮົານີ້ ມັນກະຍັງມີການຣະບາດ ຂອງພຍາດໂຄວິດ-19 ນີ້ ມັນກໍສົ່ງຜົລກະທົບຫຼາຍຢ່າງ ອັນນີ້ນີ່ ມັນກໍຢູ່ບ້ານຢູ່ເຮືອນ ພໍ່ແມ່ບາງຄົນ ເຂົາກະບໍ່ຮູ້ໜັງສືເນາະ ກະເລີຍວ່າ ບໍ່ໄດ້ສອນລູກຫັ້ນນ່າ ເຂົາອາສັຍແຕ່ໂຮງຮຽນບາດ ນີ້ໂຮງຮຽນກະພັກເນາະ ຜູ້ທີ່ຮູ້ໜັງສືເຂົາກະສອນລູກ ສອນຫຼານເຂົາຢູ່ເຮືອນ ຄືຈັ່ງພະນັກງານ ບໍອິຫຍັງ ເຂົາເລີກການມາເຂົາກະ ຮຽນໃຫ້ລູກຫັ້ນນ່າ.”
ເຈົ້າໜ້າທີ່ຫ້ອງການສຶກສາທິການ ແລະກິລາ ເມືອງຄໍາ ແຂວງຊຽງຂວາງ ກ່າວວ່າ ປີນີ້ ພາຍໃນເມືອງ ບໍ່ໄດ້ມີການສເລີມສລອງວັນ ເດັກນ້ອຍສາກົລ ຄືກັນ ເນື່ອງຈາກພາຍໃນ ເມືອງຄໍາ ມີການແຜ່ຣະບາດ ຂອງເຊື້ອໂຄວິດ-19 ເປັນຮອບທີ່ 3 ແລ້ວ ແລະ ທາງ ຄະນະສະເພາະກິຈເມືອງ ກໍບໍ່ອະນຸຍາດໃຫ້ຈັດກິຈກັມໃດໆ ເພື່ອປ້ອງກັນໂຄວິດ-19 ບໍ່ໃຫ້ຣະບາດ ເພີ້ມ.
ນອກຈາກນີ້ ທາງຫ້ອງການສຶກສາທິການ ແລະກິລາເມືອງ ຍັງເຫັນວ່າການຣະບາດຂອງໂຄວິດ-19 ຮອບທີ່ 3 ນີ້ ມັນມີຜົລກະທົບ ຕໍ່ເດັກນ້ອຍ ຄືເຮັດໃຫ້ເດັກນ້ອຍ ທີ່ຢູ່ເຂດຫ່່າງໄກ ສອກຫຼີກນັ້ນ ບໍ່ສາມາດເຂົ້າເຖິງສັນຍານອິນເຕີເນັຕ ເພື່ອຮຽນທາງອອນລາຍໄດ້ ແລະ ເດັກນ້ອຍອີກຈໍານວນນຶ່ງ ກໍໄປເຮັດໄຮ່ເຮັດສວນ ນໍາພໍ່ນໍາແມ່ ບໍ່ໄດ້ຮຽນເປັນປົກກະຕິ, ດັ່ງທີ່ ທ່ານກ່າວວ່າ:
“ຍັງບໍ່ໄດ້ ເວົ້າບໍ່ໄດ້ເດີ້ ເພາະວ່າໂຄວິດ-19 ນີ້ ເພິ່ນບໍ່ອະນຸຍາດ ໃຫ້ເຮັດເດີ້ ມັນກະມີຜົລກະທົບ ຕໍ່ການຮຽນຂອງເດັກນ້ອຍບໍ່ໄດ້ຮຽນ ປົກກະຕິເດ້ ບໍ່ໄດ້ເຂົ້າເຖິງແຫຼະແບບອອນລາຍ ນີ້ ເພາະວ່າ ບາງທ້ອງຖິ່ນສັນຍານ ມັນກະບໍ່ໄດ້ດີ ມີແຕ່ນາຍຄຣູເຮັດກິຈກັມວຽກບ້ານ ໄປເຮັດຢູ່ເຮືອນ ແລ້ວກະກັບມາແຊຣ໌ກັນ ຢູ່ໂຮງຮຽນນີ້ກະແລ້ວ ຈໍານວນນຶ່ງກໍໄປໄຮ່ໄປນາ ໄປສວນນໍາພໍ່ແມ່ ເພາະວ່າຂ້ອນຂ້າງຈະ ໄກບ້ານ ບາງເທື່ອເຂົາເຈົ້າ ກະຈະໄປນໍາພໍ່ນໍາແມ່ ຮຽນໜ້ອຍເນາະ ມັນບໍ່ມີແຫຼະສັນຍານ.”
ທ່ານກ່າວຕື່ມວ່າ ສໍາລັບການປະເມີນວ່າ ເດັກນ້ອຍຢູ່ເຂດຫ່າງໄກ ແລະເດັກນ້ອຍໃນໂຕເມືອງ ກຸ່ມໃດມີການຮຽນຮູ້ໜັງສື ທີ່ໄວແລະ ຊ້າກວ່າກັນ ໃນໄລຍະ ທີ່ມີການຮຽນຜ່ານຣະບົບ ອອນລາຍນັ້ນ ຍັງບໍ່ທັນປະເມີນໄດ້ເທື່ອ ເພາະຕ້ອງລໍຖ້າໃຫ້ສົກຮຽນນີ້ ສີ້ນສຸດ ແລະນາຍຄຣູປະຈໍາ ແຕ່ລະວິຊາ ຣາຍງານຜົລມາກ່ອນ ຈຶ່ງຈະສາມາດຮູ້ໄດ້.
ໃນຂນະທີ່ ເຈົ້າໜ້າທີ່ຫ້ອງການສຶກສາທິການ ແລະກິລາ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ ປີນີ້ ທາງຫ້ອງ ການສຶກສາເມືອງ ຈະບໍ່ມີການຈັດງານ ສເລີມ ສລອງວັນເດັກນ້ອຍສາກົລ ເພື່ອປ້ອງກັນການແຜ່ຣະບາດ ຂອງເຊື້ອໂຄວິດ-19 ແລະ ເລັ່ງໃສ່ແຜນການສອບເສັງຈົບຊັ້ນ ຂອງນັກຮຽນຊັ້ນ ປ.5 ມ.4 ແລະ ມ.7 ແທນ.
ອີກທັງ ຫ້ອງການສຶກສາທິການ ແລະ ກິລາເມືອງ ຍັງເຫັນວ່າ ການຣະບາດຂອງເຊື້ອໂຄວິດ-19 ຮອບ 3 ນີ້ ບໍ່ໄດ້ສົ່ງຜົລກະທົບຕໍ່ ການຮຽນການສອນ ຂອງນັກຮຽນພາຍໃນເມືອງ ເນື່ອງຈາກນັກຮຽນສ່ວນໃຫຍ່ ເຂົ້າເຖິງເຄື່ອງມືສື່ສານ ແລະ ສັນຍານອິນເຕີແນັຕ ກໍທົ່ວເຖິງໝົດແລ້ວ ຮວມທັງພໍ່ແມ່ຜູ້ປົກຄອງ ຂອງເຂົາເຈົ້າ ກໍຮູ້ໜັງສື ແລະ ສາມາດສອນລູກ ໃນຊ້ວງເດັກນ້ອຍພັກຮຽນຢູ່ບ້ານ, ດັ່ງທ່ານກ່າວວ່າ:
“ຄືຊິບໍ່ໄດ້ເຮັດດອກ ອາຈານເຮັດຫຍັງບໍ່ທັນດອກ ດຽວນີ້ກຽມສອບເສັງ ປ.5 ມ.4 ມ.7 ນີ້ ກະຍັງເຮັດແຜນຍັງທັນຊໍ້າ ມີແຜນປັບປ່ຽນ ຢູ່ຕລອດ ປັດຈຸບັນນີ້ລະແມ່ນ ແຕ່ລະໂຮງຮຽນ ຮຽນແຕ່ທາງອອນລາຍ ສົ່ງຄໍາຖາມລະກະຄໍາຕອບ ໄປທາງຫວັດແອ໊ບ ລະກະບໍ່ ແມ່ນວ່າ ອິນເນີແນັຕ ບໍ່ທົ່ວເຖິງ ສ່ວນຫຼາຍກໍແມ່ນທົ່ວເຖິງເບິດ ສ່ວນຫຼາຍດຽວນີ້ ພໍ່ແມ່ນັກຮຽນ ກໍເປັນຄົນທີ່ຮຽນຮູ້ໝົດແລ້ວ ກະຄື ຢູ່ເມືອງ ນາຊາຍທອງນີ້ ລົບລ້າງຮອດຊັ້ນມັທຍົມແລ້ວເດ້ ລົບລ້າງການບໍ່ຮູ້ໜັງສືນ່າ.”
ເຈົ້າໜ້າທີ່ສູນການສຶກສາ ແລະ ວັທນະທັມເດັກ ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວວ່າ ເນື່ອງໃນໂອກາດ ວັນເດັກນ້ອຍສາກົລປີນີ້ ເຫັນວ່າການພັທນາ ເດັກນ້ອຍໃນລາວເປັນໄປໃນທາງທີ່ດີຂຶ້ນ ໃນເດັກນ້ອຍຣະດັບຊັ້ນປະຖົມສຶກສາ ເພາະເຂົາເຈົ້າຮູ້ຈັກວິທີນໍາໃຊ້ ໂທຣະສັບ ແລະ ຄອມພິວເຕີ້ ເພື່ອຊອກຫາຂໍ້ມູລ ແລະຮັບຮູ້ຂ່າວສານ ໃນສື່ສັງຄົມອອນລາຍໄດ້ດີ.
ແຕ່ກໍຍັງມີສິ່ງທ້າທ້າຍ ໃນການພັທນາເດັກນ້ອຍ ໃນລາວຢູ່ ເຊັ່ນ: ການຮັບຮູ້ບົດຮຽນຈາກຄຣູ ບໍ່ເຕັມເມັດເຕັມໜ່ວຍ ໃນໄລຍະການ ຣະບາດຂອງເຊື້ອໂຄວິດ-19 ທີ່ມີການຮຽນຜ່ານ ຣະບົບອອນລາຍ ຍ້ອນເດັກນ້ອຍ ແລະ ຜູ້ປົກຄອງ ຫຼື ຄຣູອາຈານບາງຄົນ ບໍ່ມີ ຄວາມເຂົ້າໃຈ ໃນການໃຊ້ໂປຼແກມ ການຮຽນອອນລາຍ ແລະບໍ່ເຄີຍຝຶກມາກ່ອນ, ດັ່ງທ່ານກ່າວວ່າ:
“ກະຕ້ອງໄດ້ມີການຝຶກອົບຮົມ ບໍ່ວ່າຈະເປັນຜູ້ປົກຄອງ ຜູ້ປົກຄອງຕ້ອງເຂົ້າໃຈກ່ອນວ່າ ສື່ໂຕນີ້ໃຊ້ແນວໃດ ບາງເທື່ອຄຣູ ກະສົ່ງມາ ຊື່ໆ ບາງເທື່ອຜູ້ປົກຄອງບາງຄົນ ກະອາຈບໍ່ເຂົ້າໃຈ ທີ່ຈະເອົາໄປໃຫ້ລູກຫຼານເຮັດຕໍ່ ເດັກເອງບາງເທື່ອ ກະຍັງບໍ່ເຂົ້າໃຈທີ່ຈະນໍາໃຊ້ ໂປຼແກມ ໃນການຮຽນຫັ້ນ ຄຣູ ກະບໍ່ເຄີຍຝຶກມາກ່ອນ ກະເຮັດໃຫ້ປັບໂຕບໍ່ທັນ.”
ເນື່ອງໃນໂອກາດວັນເດັກນ້ອຍສາກົລ ຂອງ ສປປລາວ ຊຶ່ງແມ່ນວັນທີ 1 ມິຖຸນາ ແລະຍັງເປັນວັນປູກຕົ້ນໄມ້ ແຫ່ງຊາດ ນໍາດ້ວຍ, ວັນ ເດັກສາກົລ ໃນປີທີ່ຜ່ານໆມາ ທີ່ຍັງບໍ່ມີການ ຣະບາດ ຂອງເຊື້ອໂຄວິດ-19 ຫຼາຍໆພາກສ່ວນທີ່ກ່ຽວຂ້ອງ ຈະຈັດກິຈກັມໃຫ້ ເດັກນ້ອຍໄດ້ຮ່ວມນໍາເຊັ່ນ: ການສະແດງສິລປະຕ່າງໆ, ການແຂ່ງຂັນກິລາ, ການແຈກຂອງຫຼີ້ນ, ແຈກອຸປກອນການຮຽນ ຮວມໄປ ເຖິງການໄດ້ຮັບ ການສັກວັກຊິນ ແລະຢອດຢາ ຕາມສິດທີ່ເດັກນ້ອຍຈະໄດ້ຮັບ.
ນອກຈາກນີ້ ເດັກນ້ອຍລາວ ກໍຍັງໄດ້ຮ່ວມປູກຕົ້ນໄມ້ ໃນວັນເດັກນ້ອຍສາກົລນໍາດ້ວຍ, ແຕ່ໃນປີນີ້ ຫຼາຍເມືອງຫຼາຍແຂວງ ກໍໄດ້ຍົກ ເລີກຈັດກິຈກັມດັ່ງກ່າວ ເພື່ອປ້ອງກັນການແຜ່ ຣະບາດຂອງເຊື້ອໂຄວິດ-19.