ລາວຈະເປັນຣັຖແຫ່ງກົດຫມາຍ ໄດ້ໃນປີ 2020
2013.09.11

ທ່ານແສງພະຈັນ ວົງໂພທອງ ຮອງຫົວຫນ້າສູນຝຶກອົບຮົມວຽກງານ ດ້ານຍຸຕິທັມກະຊວງຍຸຕິທັມ ສປປລາວ ກ່າວຕໍ່ເອເຊັຽເສຣີວ່າ ທ່ານ ມີຄວາມຫມັ້ນໃຈເປັນຢ່າງສູງວ່າ ສປປລາວຈະສາມາດເປັນຣັຖແຫ່ງ ກົດຫມາຍໄດ້ ໃນປີ 2020 ເນື່ອງຈາກວ່າ ໃນປັດຈຸບັນ ປະຊາຊົນ ມີຄວາມສົນໃຈ ທາງດ້ານກົດ ຫມາຍຫລາຍຂື້ນ ແລະ ການສົ່ງເສີມ ໃຫ້ ປະຊາຊົນຮູ້ ກົດຫມາຍ ກໍຄືບຫນ້າດິີ. ດັ່ງທ່ານກ່າວວ່າ:
"ຂ້າພະເຈົ້າເຫັນວ່າ ການປະກາດ ສປປລາວ ໃຫ້ເປັນຣັຖແຫ່ງກົດ ຫມາຍ ໃນປີ 2020 ຂ້າພະເຈົ້າວ່າ ສາມາດເຮັດໄດ້ ເນື່ອງຈາກວ່າ ປັດຈຸບັນນີ້ ປະຊາຊົນສ່ວນໃຫຍ່ ມີຄວາມສົນໃຈທາງດ້ານກົດຫມາຍ ຫລາຍ ແລະ ທາງພັກແລະຣັຖບານ ເຮົາກໍລົງທຶນ ໃນການສົ່ງເສີມ ຫລືວ່າໃນການສ້າງຣັຖແຫ່ງກົດຫມາຍສົ່ງເສີມໃຫ້ປະຊາຊົນທຸກຄົນ ຮູ້ກົດຫມາຍ".
ປັດຈຸບັນສປປລາວມີແຜນແມ່ບົດກ່ຽວກັບການພັທນາໃຫ້ເປັນຣັຖແຫ່ງກົດຫມາຍແຕ່ນີ້ຮອດປີ 2020 ຊຶ່ງທ່ານບົວສອນບຸບຜາວັນອະດີດນາຍົກ ຣັຖມົນຕຣີລາວ ໄດ້ເຊັນຮັບຮອງ ໃນວັນທີ 11 ກັນຍາ ປີ 2009. ເຖິງແມ່ນວ່າ ສປປລາວ ຈະມີແມ່ບົດ ໃນການເປັນ ຣັຖແຫ່ງກົດຫມາຍ ໃຫ້ໄດ້ໃນ ປີ 2020 ນັ້ນກໍຕາມ ແຕ່ຍັງມີສິ່ງທ້າທາຍ ຫລາຍຢ່າງເປັນຕົ້ນ ໂຄງຮ່າງພື້ນຖານ ທາງດ້ານວຽກງານ ຍຸຕິທັມ ໃນລາວ ຍັງບໍ່ຖືກ ພັທນາ ໃຫ້ເປັນຣະບົບ ເປັນຕົ້ນໃນເຂດ ທ້ອງຖິ່ນ ໂດຍສະເພາະ ໃນ 141 ເມືອງຍັງຂາດ ຫ້ອງການ ແລະ ພາຫະນະຮັບໃຊ້ ທາງດ້ານກົດ ຫມາຍຢູ່. ສະຖາບັນສຶກສາ ກົດຫມາຍຍັງຂາດ ປະສິດທິພາບ ປະຊາຊົນໃນເຂດຫ່າງໄກສອກຫລີກ ຍັງບໍ່ສາມາດ ເຂົ້າເຖິງຣະບົບກົດໝາຍ ໄດ້ເທື່ອແລະເຈົ້າຫນ້າທີ່ຣັຖ ກໍບໍ່ບັງຄັບໃຊ້ ກົດຫມາຍຢ່າງເຄັ່ງຄັດ.