ລາວຂໍໃຫ້ນາໆຊາດຊ່ອຍເຫຼືອ ຕໍ່ໄປ


2014.01.31
ລາວຂໍໃຫ້ນາໆຊາດຊ່ອຍເຫຼືອ ຕໍ່ໄປ
RFA

 

ຜູ້ຕາງໜ້າບັນດາປະເທດ ແລະອົງການໃຫ້ທຶນ ການຊ່ວຍເຫລືອຕ່າງໆ ໄດ້ປະຊຸມຮ່ວມກັນ ຢູ່ນະຄອນຫລວງວຽງຈັນ ໃນມື້ວັນພຸດຜ່ານມານີ້ ເພື່ອທົບທວນ ເບີ່ງຄວາມຄືບ ໜ້າ ຂອງໂຄງການຫລຸດຜ່ອນ ຄວາມຍາກຈົນ ຂອງປະຊາຊົນ ຊຶ່ງເປັນໂຄງການ ຣະຍະ 5 ປີ ຂອງ ສົກປີ 2011-2016 ຫລື ໂຄງການ PRF ຊຶ່ງກໍສ່ວນໜຶ່ງ ຂອງອົງການ ພັທນາ ແລະອົງການຫລຸດຜ່ອນ ຄວາມທຸກຍາກ ໃນເຂດ ຊົນນະບົດ.

ທ່ານ ບຸນເຮືອງ ດວງພະຈັນ ປະທານ ຂອງອົງການພັທນາ ແລະຫລຸດຜ່ອນ ຄວາມທຸກຍາກ ຂອງປະຊາຊົນ ໃນເຂຕຊົນນະບົດ ໄດ້ແຈ້ງຕໍ່ ທີ່ປະຊຸມ ຊຶ່ງທ່ານໄດ້ເນັ້ນວ່າ ສີ່ງທີ່ຈະຕ້ອງໄດ້ ປະຕິບັດ ໃນຂັ້ນຕໍ່ໄປ ນີ້ແມ່ນ ຈະຕ້ອງໄດ້ສົ່ງເສີມ ໂຄງການ ທີ່ຈະສາມາດ ນຳເອົາຣາຍຮັບ ເຂົ້າມາໃຫ້ ປະຊາຊົນ ໂດຽສະເພາະ ຜູ້ຍາກຈົນເພື່ອປັບປຸງ ຊີວີດການເປັນຢູ່ ຂອງແຕ່ລະຄອບຄົວໃຫ້ດີຂຶ້ນກວ່າເກົ່າ ຊຶ່ງທ່ານໄດ້ກ່າວຢ້ຳວ່າ ເທົ່າທີ່ຜ່ານມາ ທາງອົງການ ໄດ້ເນັ້ນໜັກໃສ່ ດ້ານການພັທນາ ໂຄງຮ່າງພື້ນຖານ ຫຼາຍກວ່າ ສະນັ້ນຈື່ງຕ້ອງໄດ້ ເພີ່ງພາອາສັຍ ທຶນການ ຊ່ວຍເຫລືອ ຈາກບັນດາປະເທດ ແລະ ອົງການ ຊ່ວຍເຫລືອຕ່າງໆ ເພື່ອໃຫ້ຊ່ວຍທາງ ດ້ານພັທນາ ໃນດ້ານທີ່ຈະ ໄດ້ ຜົນກຳໄຣ ໃຫ້ແກ່ ປະຊາຊົນ.

ທ່ານ ບຸນເຮືອງ ໄດ້ກ່າວຢ້ຳວ່າ ໂຄງການໃໝ່ ທີ່ທາງອົງການ ຂອງທ່ານ ທີ່ຢາກຈະສືບຕໍ່ປະຕິບັດ ໃນຂັ້ນຕໍ່ໄປນີ້ ຮວມທັງໂຄງການສົ່ງເສີມ ດ້ານການປູກພືດທີ່ໃຫ້ຜົນດີ ການລ້ຽງສັດ ທີ່ຍັງບໍ່ທັນມີ ການພັທນາໃຫ້ດີ ເທົ່າທີ່ຄວນ ເພາະສະນັ້ນ ຈຶ່ງຖືໄດ້ວ່າ ໂຄງການເພື່ອຫລຸດຜ່ອນ ຄວາມຍາກຈົນ ຂອງປະຊາຊົນ ຍັງບໍ່ທັນປະສົບ ຜົນສຳເຣັດ ເທົ່າທີ່ຄວນ.

ຢ່າງໃດກໍຕາມໂຄງການພັທນາເພື່ອຫລຸດຜ່ອນຄວາມຍາກຈົນ ຂອງປະຊາຊົນ ດັ່ງກ່າວນີ້ ໄດ້ເຣີ້ມ ຂຶ້ນແຕ່ປີ 2002 ໂດຍມີການ ປະຕິບັດ ຕາມພື້ນທີ່ຕ່າງໆ ບໍ່ຕໍ່າກວ່າ 42 ຕົວເມືອງໃນ 10 ແຂວງທົ່ວປະເທດ ເທົ່າປັຈຈຸບັນ ໄດ້ຊ່ວຍເຫລືອ ປະຊາຊົນທັງໝົດ 28,253 ຄອບຄົວ ຫລືປະມານ 22% ຂອງຈຳນວນ ປະຊາຊົນ ຜູ້ຍາກຈົນ ໃນທົ່ວປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.