ຜູ້ພິພາກສາຊາວມົ້ງໃນ ສະຫະຣັຖ

ສິດນີ
2014.04.21
F-Hmong ຊາວລາວເຜົ່າມົ້ງ ທີ່ມີພື້ນຖານ ທາງດ້ານ ວັທນາທັມ ທີ່ແຂງແກ່ນ ຮັກຫອມ ສາມະຄີກັນ
Wikipedia/Blue Plover

 

ທ່ານ PAUL LO (ລໍ) ໄດ້ຖືກ ແຕ່ງຕັ້ງ ໃຫ້ເປັນ ຜູ້ ພິພາກສາ ຜູ້ທີ່ມີ ເຊື້ອສາຍ ເປັນ ຊາວມົ້ງ ລາວ ຄົນທຳອິດ ຂອງ ສະຫະຣັຖ ທີ່ ສານເມືອງ MERCED ຣັຖ ຄາລີຟໍເນັຽ ໂດຍ ເຈົ້າແຂວງ ເຄລີຟໍເນັຽ ທ່ານ JERRY BOWN. ທ່ານໄດ້ ສາບານຕົວ ເຂົ້າຮັບ ຕຳແຫນ່ງ ຢ່າງເປັນ ທາງການ ໃນ ມື້ວັນສຸກ ຜ່ານມາ.

ທ່ານ ລໍ ໄດ້ມາຮອດ ສະຫະຣັຖ ຈາກ ສູນ ອົພຍົບ ກັບ ພໍ່ແມ່ ຂອງລາວ ທີ່ຂ້າມມາ ຈາກລາວ ໃນຊ່ວງ ທີ່ ທ່ານ ມີອາຍຸ 11 ປີ ເວົ້າ ພາສາອັງກິດ ບໍ່ໄດ້ ຈັກຄຳ ເລີຍ. ທ່ານວ່າ ທ່ານເປັນ ຜູ້ໂຊກດີ ທີ່ໄດ້ມາ ຢູ່ ສະຫະຣັຖ ຊື່ງເປັນ ປະເທດ ທີ່ ຄວາມຝັນ ກາຍເປັນ ຄວາມ ຈິງ.

ທ່ານຈົບ ການສຶກສາ ຈາກ ມະຫາ ວິທຍາລັຍ ຄາລີຟໍເນັຽ ເດວິດ ແລະ ຮຽນຕໍ່ ກົດຫມາຍ ທີ່ ມະຫາວິທຍາລັຍ ຄາລີຟໍເນັຽ ລອສ ແອນ ເຈີລິສ. ຫລັງຈາກ ຈົບ ການສຶກສາ ທ່ານໄດ້ ເຮັດວຽກ ທີ່ ເມືອງ ເມີເຊດ ຊື່ງເປັນ ວຽກທີ່ທ່ານ ໄດ້ຮັບ ປະສົບການ ພາກ ປະຕິບັດ ຕົວ ຈີງ ທາງດ້ານ ກົດຫມາຍ ອາຍາ ແລະ ກົດຫມາຍ ການຄ້າ.

ເມື່ອ ຖືກຖາມວ່າ ທ່ານ ມີຄວາມ ກົດດັນບໍ່ ທີ່ໄດ້ເປັນ ຄົນມົ້ງ ຄົນທຳອິດ ຖືກແຕ່ງຕັ້ງ ໃຫ້ເປັນ ຜູ້ ພິພາກສາ ທ່ານ ຕອບວ່າ ມັນບໍ່ມີ ຄວາມກົດດັນ ຫລາຍກວ່າ ສີ່ງທີ່ທ່ານ ປະສົບ ມາຕຣອດ ຊີວີດ ຂອງທ່ານ ໃນ ອະດີດ. ຂໍສະແດງ ຄວາມດີໃຈ ກັບ ທ່ານ ລໍ ໃນການ ສ້າງ ປວັດສາດ ໃຫ້ແກ່ ຄົນລາວ ແລະ ຄົນມົ້ງ ໃນ ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.