ສິດທິມະນຸດຢູ່ລາວຍັງຖືກ ຣະເມີດ
2016.04.14
ກະຊວງ ການຕ່າງປະເທດ ສະຫະຣັຖ ອະເມຣິກາ ຣາຍງານວ່າ ເມື່ອປີ 2015 ທີ່ຜ່ານມາ ຣັຖບານ ສປປລາວ ຍັງຣະເມີດ ສິດທິ ມະນຸດ ຫຼາຍຢ່າງ ເຊັ່ນ ຍັງບໍ່ ອະນຸຍາດ ໃຫ້ ປະຊາຊົນ ມີສິດມີສຽງ ໃນ ການເລືອກ ຣັຖບານ, ຍັງ ປະຕິບັດ ຕໍ່ນັກໂທດ ຢ່າງ ບໍ່ຖືກຕ້ອງ ເປັນທັມ, ຍັງຂາດ ການດຳເນີນ ຄະດີ ຢ່າງ ເປັນທັມ, ຍັງໃຊ້ ອຳນາດ ຈັບ ແລະ ກັກຂັງ ໂດຍທີ່ບໍ່ມີ ການສືບສວນ ຢ່າງຄັກແນ່.
ນອກຈາກນັ້ນ ຣັຖບານລາວ ຍັງຈຳກັດ ສິດເສຣີພາບ ການປາກເວົ້າ ອອກຂ່າວ ການໂຮມ ຊຸມນຸມ ການເຂົ້າ ອົງການ ຈັດຕັ້ງ ສິດ ການສຶກສາ ສິດ ໃນ ການນັບຖື ສາສນາ ແລະ ຈຳກັດ ສິດທິ ຂອງຄົນງານ.
ກະຊວງການ ຕ່າງປະເທດ ສະຫະຣັຖ ຣາຍງານ ເມື່ອ ວັນພຸດ ວັນທີ່ 13 ເດືອນ ເມສາ ນີ້ອີກວ່າ ຣັຖບານລາວ ບໍ່ເຄີຍ ລົງໂທດ ເຈົ້າໜ້າທີ່ ຕຳຣວດ ແລະ ຮັກສາ ຄວາມປອດພັຍ ທີ່ ຣະເມີດ ສິດທິມະນຸດ ເຫລົ່ານີ້ເລີຍ.
ການຊອກຄົ້ນຫາ ທ່ານ ສົມບັດ ສົມພອນ ຜູ້ນຳ ອົງການ ຈັດຕັ້ງ ສັງຄົມ ທີ່ດີເດັ່ນ ທີ່ຖືກ ລັກພາຕົວໄປ ໂດຍ ເຈົ້າໜ້າທີ່ ນອກ ເຄື່ອງແບບ ແຕ່ປີ 2012 ກໍບໍ່ມີ ຄວາມຄືບໜ້າ ເລີຍ. ທາງການລາວ ມີແຕ່ເວົ້າວ່າ ບໍ່ຮູ້ບໍ່ເຫັນ ແລະ ກຳລັງ ສືບສວນ ເຣື່ອງນີ້ຢູ່.
ຄົນລາວ ອີກຜູ້ນຶ່ງ ທີ່ມີຊື່ວ່າ ສົມພອນ ຂັນຕິສຸກ ເຈົ້າຂອງ ບ້ານພັກ ແຫ່ງນຶ່ງ ໃນ ແຂວງ ຫຼວງນ້ຳທາ ກໍ ຫາຍສາບສູນ ໄປເຊັ່ນກັນ ຫລັງຈາກ ທ່ານນຳພາ ຊາວບ້ານ ທັກທ້ວງ ການຍຶດ ທີ່ດິນ ຂອງ ທາງການ ຈາກ ປະຊາຊົນ.
ບົດຣາຍງານ ຂອງ ກະຊວງ ການຕ່າງ ປະເທດ ສະຫະຣັຖ ຣະບຸ ອີກຕອນນຶ່ງວ່າ ເຈົ້າໜ້າທີ່ ຕຳຣວດ ຂອງລາວ ບາງເທື່ອ ກໍຍັງ ປະຕິບັດ ຕໍ່ນັກໂທດ ຢ່າງ ບໍ່ຖືກຕ້ອງ ເປັນທັມ ທັ້ງໆທີ່ ກົດໝາຍລາວ ກໍມີຂໍ້ຫ້າມ ໃນການ ປະຕິບັດ ແບບນັ້ນ.
ເຈົ້າໜ້າທີ່ ທາງການລາວ ບາງເທື່ອ ຍັງທຳຮ້າຍ ຮ່າງກາຍ ແລະ ກັກຂັງ ນັກໂທດ ໃນຄຸກມືດ ໄວ້ຍາວນານ. ນັກໂທດ ບາງຄົນ ຖືກລ່າມໂສ້ ເປັນເວລາ ດົນນານ. ໂດຍທົ່ວໄປ ກົດໝາຍ ຂອງລາວ ບົ່ງໄວ້ຢູ່ວ່າ ຈະເຄົາຣົບ ນັບຖື ສິດທິ ພື້ນຖານ ທຸກຢ່າງ ຂອງ ປະຊາຊົນ ແຕ່ທາງການ ບໍ່ ປະຕິບັດ ຕາມກົດໝາຍ ເຫຼົ່ານັ້ນ ເລີຍ.