ຜູ້ໃຊ້ສື່ສັງຄົມອ໋ອນລາຍນ໌ ວິຈານຣັຖບານ ຖືກຕິດຕາມໃກ້ຊິດ

ທາງການລາວ ຕິດຕາມເບິ່ງຜູ້ໃຊ້ສື່ສັງຄົມອ໋ອນລາຍນ໌ ຢ່າງໃກ້ຊິດ ຫາກພົບເຫັນບຸກຄົນໃດກໍຕາມ ມີການເຜີຍແຜ່ຂໍ້ມູນຂ່າວສານອັນເປັນເທັດ ຫຼື ມີການວິພາກວິຈານ ການເຮັດວຽກຂອງຣັຖ ທີ່ອາດສົ່ງຜົລກະທົບ ຕໍ່ຄວາມໝັ້ນຄົງ ຂອງຣັຖ ຫຼືປະເທດ ກໍຈະຖືກຮຽກໂຕມາກ່າວເຕືອນ ຫຼືສັ່ງໃຫ້ປິດສື່ດັ່ງກ່າວທັນທີ ໂດຍສະເພາະ ກຸ່ມຜູ້ໃຊ້ເຟສບຸກຄ໌ ແລະຢູທູບ.

ສຳນັກງານ ນາຍົກຣັຖມົນຕຣີ, ສປປ ລາວ, ເດືອນມິຖຸນາ ປີ 2022. ນັກຂ່າວ ພົລເມືອງ

ທາງການລາວ ຕິດຕາມເບິ່ງຜູ້ໃຊ້ສື່ສັງຄົມອ໋ອນລາຍນ໌ ຢ່າງໃກ້ຊິດ ຫາກພົບເຫັນບຸກຄົນໃດກໍຕາມ ມີການເຜີຍແຜ່ຂໍ້ມູນຂ່າວສານອັນເປັນເທັດ ຫຼື ມີການວິພາກວິຈານ ການເຮັດວຽກຂອງຣັຖ ທີ່ອາຈສົ່ງຜົລກະທົບ ຕໍ່ຄວາມໝັ້ນຄົງຂອງຣັຖ ຫຼືປະເທດ ກໍຈະຖືກຮຽກໂຕມາກ່າວເຕືອນ ຫຼືສັ່ງໃຫ້ປິດສື່ດັ່ງກ່າວທັນທີ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະຊວງເຕັກໂນໂລຈີ ແລະການສື່ສານ ກ່າວວ່າ ໄລຍະທີ່ີຜ່ານມາ ຣັຖບານລາວມີການຮຽກໂຕຊາວໜຸ່ມລາວຈໍານວນຫຼາຍ ມາກ່າວເຕືອນ ແລະສັ່ງປິດສື່ດັ່ງກ່າວ ໂດຍສະເພາະ ກຸ່ມຜູ້ໃຊ້ເຟສບຸກ ແລະຢູທູບ ທີ່ມີການນໍາສເນີຂໍ້ມູນຂ່າວສານ ທີ່ບິດເບືອນຄວາມຈິງ, ໃສ່ຮ້າຍປ້າຍສີ, ວິພາກວິຈານນະໂຍບາຍ ແລະການເຮັດວຽກຂອງຣັຖບານລາວ.

ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ກັນຍາ ນີ້ວ່າ:

“ຫຼາຍເພຈແລ້ວ ທີ່ເຈົ້າໜ້າທີ່ເພິ່ນລົງໄປຕິດຕາມ ມາເວົ້າຄວາມກັນຫັ້ນນ່າ ຄືອັນ ສະກາຍເບາະ ຫຼືວ່າ ແມ່ນບຸນຫຼາຍທ່າແຂກ ຢູ່ແຂວງຄໍາມ່ວນ ກະເອີ້ນມາອົບຮົມ ມາເວົ້າ ມາເຕືອນ ເຈົ້າໜ້າທີ່ຕໍາຣວດເພິ່ນກະ ຕິດຕາມ ຖ້າຮູ້ຂໍ້ມູນເພິ່ນກະລົງຫາເລີຍ, ສ່ວນຫຼາຍກະບໍ່ໄດ້ຢູ່ລາວນີ້ ຢູ່ຕ່າງປະເທດໝົດ ທີ່ເຮັດສື່ ເຮົາກະຕິດຕາມ ເຮົາຮູ້ໂຕຕົນ ເຮົາກໍາໄດ້ຫັ້ນນ່າ.”

ປັດຈຸບັນ ປະຊາຊົນລາວໃນປະເທດ ມີການນໍາໃຊ້ສື່ສັງຄົມອ໋ອນລາຍນ໌ ຫຼື Social Media ເພີ່ມຂຶ້ນຫຼາຍ ໂດຍໃນປີ 2023 ນີ້ ປະຊາຊົນລາວ 85% ມີໂທຣະສັບສະມາທໂຟນໃຊ້. 65% ຂອງປະຊາກອນລາວ ສາມາດເຂົ້າເຖິງອິນເຕີເນັທ ແລະ 44.2% ມີການນໍາໃຊ້ສື່ສັງຄົມອ໋ອນລາຍນ໌ ເຊັ່ນ ເຟສບຸກຄ໌, ອິນສະຕຣາແກຣມ, ທະວິຕເຕີ້ ແລະຢູທູບ.

ຢ່າງໃດກໍຕາມ ຣັຖບານລາວ ບໍ່ມີການເປີດເຜີຍຂໍ້ມູນໃຫ້ສັງຄົມໄດ້ຮັບຮູ້້ເທື່ອວ່າ ປັດຈຸບັນ ມີຜູ້ໃຊ້ສື່ສັງຄົມອ໋ອນລາຍນ໌ ແລະຢູທູບເບີ້ໃນລາວ ຈໍານວນໜ້ອຍ-ຫຼາຍປານໃດ ທີ່ຖືກທາງການລາວ ໃນລະດັບຂັ້ນແຂວງ ແລະລະດັບສູນກາງ ຮຽກໄປກ່າວເຕືອນ ຫຼື ຖືກປິດບັນຊີສື່ສັງຄົມອ໋ອນລາຍນ໌ ໂດຍສະເພາະ ກຸ່ມບຸກຄົນທີ່ມີການວິພາກວິຈານນະໂຍບາຍ ແລະການເຮັດວຽກຂອງຣັຖບານ.

ໃນມື້ວັນທີ 3 ສິງຫາ 2023 ທີີ່ຜ່ານມາ ຣັຖບານລາວ ກໍໄດ້ເປີດເຜີຍວ່າ ຈະເອົາໃຈໃສ່ຄຸ້ມຄອງ ສະພາບການນໍາໃຊ້ສື່ສັງຄົມອ໋ອນລາຍນ໌ ພາຍໃນປະເທດໃຫ້ດີຂຶ້ນກວ່າເກົ່າ ເພື່ອໃຫ້ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ ແລະເລັ່ງຈັດການສື່ ທີ່ຢູ່ຕ່າງປະເທດ ທີ່ສ້າງຂ່າວປັ່ນປ່ວນ, ບິດເບືອນ ຫຼືຕໍານິການເຮັດວຽກ ຂອງຣັຖບານລາວ.

ອາຈານທ່ານນຶ່ງ ທີ່ສອນຢູ່ມະຫາວິທະຍາໄລ ສຸພານຸວົງ ແຂວງຫຼວງພຣະບາງ ກ່າວວ່າ ການນໍາໃຊ້ສື່ສັງຄົມອ໋ອນລາຍນ໌ ເພື່ອສະແດງຄວາມຄິດຄວາມເຫັນ ຕໍ່ກັບນະໂຍບາຍ ແລະວຽກງານຂອງຣັຖບານລາວ ຖືວ່າ ມີຈໍານວນເພີ່ມຂຶ້ນຫຼາຍ ເຊິ່ງເປັນສິດ ແລະເສຣີພາບຂອງປະຊາຊົນລາວ ທີ່ຈະເປີດສື່ສັງຄົມອ໋ອນລາຍນ໌ໃນການສະທ້ອນບັນຫາ ເພື່ອໃຫ້ຣັຖບາຍລາວ ແລະສັງຄົມ ໄດ້ຮັບຮູ້ຂ່າວສານທີ່ເກີດຂຶ້ນໃນປະເທລາວ.

ຂະນະດຽວກັນ ຣັຖບານລາວ ໃນຖານະເປັນຜູ້ມີອໍານາດ ໃນການບໍຣິຫານປະເທດ ກໍຄວນຈະເປີດໃຈຮັບຟັງສຽງສະທ້ອນເຫຼົ່ານັ້ນ ບໍ່ແມ່ນໄປບັງໃຊ້ກົດໝາຍ ໂດຍໃສ່ໂທດວ່າ ບຸກຄົນດັ່ງກ່າວ ໃຫ້ຂໍ້ມູນບິດເບືອນຄວາມຈິງ ຫຼືເປັນການໂຈມຕີຣັຖບານລາວ ຈົນເຮັດໃຫ້ອໍານາດຂອງຣັຖບານລາວຫຼຸດລົງ ແລະຂາດຄວາມໜ້າເຊື່ອຖື.

ດັ່ງອາຈານທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເພິ່ນຊິເຕືອນພວກກົງກັນຂ້າມຫັ້ນນ່າ ແຕ່ວ່າປະຊາຊົນໂດຍທົ່ວໄປນີ້ ຄືບໍ່ໄດ້ມີບັນຫາຫຍັງນ່າ ຕາມສ່ວນໂຕແທ້ ກະສິດທິຂອງຄົນ ສາມາດມີຄວາມຄິດຄວາມເຫັນ ຄັນບໍ່ມີຜູ້ອື່ນສະທ້ອນເດ້ ໂຕເອງເບິ່ງໂຕເອງ ກະບໍ່ເຫັນໝົດເດ້ ທີ່ຈິງ ກະຢາກໃຫ້ປົກກະຕິຫັ້ນແຫຼະ ຄັນຂະເຈົ້າບໍ່ໂພສ ກະບໍ່ຮູ້ເດ້.”

ຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ປັດຈັຍສໍາຄັນ ທີ່ເຮັດໃຫ້ປະຊາຊົນລາວ ຫັນມານໍາໃຊ້ ສື່ສັງຄົມອ໋ອນລາຍນ໌ເພີ່ມຂຶ້ນ ກໍຍ້ອນຕ້ອງການຮັບຮູ້ຂ່າວສານໃນສັງຄົມ, ນະໂຍບາຍ ແລະແນວທາງແກ້ໄຂບັນຫາຂອງຣັຖບານ ແລະທີ່ສໍາຄັນ ຄືການສະແດງຄວາມຄິດຄວາມເຫັນ ເພື່ອສະທ້ອນບັນຫາຕ່າງໆ ທີ່ປະຊາຊົນລາວພວມພະເຊີນຢູ່ ໃຫ້ຣັຖບານລາວ ໄດ້ຮັບຮູ້ໂດຍຕຣົງ.

ຂະນະທີ່ ສື່ມວນຊົນໃນລາວ ມີໜ້າທີ່ເປັນກະບອກສຽງ, ນໍາເສນີບັນຫາຂອງສັງຄົມ, ຕິດຕາມ-ກວດສອບນະໂຍບາຍ ແລະແນວທາງແກ້ໄຂບັນຫາ ຂອງຣັຖບານລາວ ໃຫ້ສັງຄົມໄດ້ຮັບຮູ້ ແຕ່ໃນຄວາມເປັນຈິງ ສື່ມວນຊົນໃນລາວ ຢູ່ພາຍໃຕ້ການຄວບຄຸມຂອງຣັຖ ແລະບໍ່ໄດ້ມີການນໍາສເນີ ບັນຫາທີ່ເກີດຂຶ້ນໃນສັງຄົມຢ່າງຈະແຈ້ງ, ລະອຽດ ແລະຮອບດ້ານ ຈຶ່ງຂາດຄວາມໜ້າສົນໃຈ ທີ່ຈະຕິດຕາມຂ່າວສານບ້ານເມືອງ ຜ່ານສື່ມວນຊົນລາວ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຄືປະຊາຊົນນີ້ ທຸກຍາກປາກໝອງເບາະ ເຣື່ອງເຂົ້ານໍ້າຊ້າມປາແມ່ນຫຍັງນີ້ ເພິ່ນກະບໍ່ຢາກອອກ (ຣາຍງານຂ່າວ) ປານໃດຫັ້ນນ່າ ແລ້ວກະຂ່າວອັນໃດນີ້ ຖືວ່າ ຂັ້ນເທິງເພິ່ນບໍ່ເຫັນດີນີ້ກະ ເຂົາກະບໍ່ເອົາອອກ ມັນບໍ່ແມ່ນເສຣີພາບປານໃດນ່າ ອັນໃດທີ່ວ່າມັນຢາກແຕະຕ້ອງເຣື່ອງທາງພັກທາງຣັຖບໍ ແລ້ວກະບໍ່ເວົ້າ.”

ຊາວລາວອີກຜູ້ນຶ່ງ ໃນແຂວງຫຼວງພຣະບາງ ກ່າວວ່າ ເຖິງປະຊາຊົນລາວ ຈະຫັນມາໃຊ້ສື່ສັງຄົມອ໋ອນລາຍນ໌ເພີ່ມຂຶ້ນທຸກປີ ໂດຍສະເພາະເຟສບຸກຄ໌ ແລະ ຢູທູບ ເພື່ອຕິດຕາມຂ່າວສານບ້ານເມືອງ ແລະນະໂຍບາຍຂອງຣັຖບານ ແຕ່ການຕິດຕາມຂ່າວສານ ຜ່ານສື່ສັງຄົມອ໋ອນລາຍນ໌ນັ້ນ ກໍບໍ່ໄດ້ມີຄວາມໜ້າເຊື່ອຖື ແລະຈະແຈ້ງເທົ່າທີ່ຄວນ ເຊິ່ງແຕກຕ່າງຈາກສື່ວິທະຍຸ-ໂທຣະທັດ ຂອງຣັຖບານລາວ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຂ່າວຢູທູບກັບທາງເຟສນີ້ ມັນບໍ່ຊັດເຈນເນາະ ທາງເທື່ອເຂົາມົ້ວໄປ ບາງເທື່ອກະຂ່າວບໍ່ຈິງຫັ້ນນ່າ ເຈົ້າຢາກຮູ້ໂຕຈິງແລ້ວ ເຈົ້າເຂົ້າໂທຣະພາບຊ່ອງລາວຫັ້ນນ່າ ມັນຊັດເຈນກວ່າຫັ້ນນ່າ.”

ເຈົ້າໜ້າທີ່ອົງການສະຫະປະຊາຊາຕ ປະຈໍາລາວ ກ່າວວ່າ ຣັຖບານລາວ ຕ້ອງປັບໂຕ ໃຫ້ເຂົ້າກັບໂລກສມັຍໃໝ່ ທີ່ຜູ້ຄົນຈະຫັນມາໃຊ້ສື່ສັງຄົມອ໋ອນລາຍນ໌ ເພີ່ມຂຶ້ນເລື້ອຍໆ ແລະສື່ສັງຄົມອ໋ອນລາຍນ໌ ຈະມີບົດບາດສໍາຄັນຫຼາຍ ເພາະສາມາດສ້າງຄວາມບັນເທີງ, ໃຫ້ຄວາມຮູ້, ສ້າງຣາຍໄດ້, ນໍາສເນີຂໍ້ມູນຂ່າວສານ ແລະຍັງເປັນອີກຊ່ອງທາງນຶ່ງ ທີ່ປະຊາຊົນລາວ ຈະສາມາດສະແດງອອກ, ວິພາກວິຈານນະໂຍບາຍ ແລະວຽກງານຂອງຣັຖບານ ຢ່າງຕຣົງໄປຕຣົງມາ ແລະວ່ອງໄວທີ່ສຸດ.

ການສະທ້ອນບັນຫາຂອງປະຊາຊົນລາວ ຜ່ານສື່ສັງຄົມອ໋ອນລາຍນ໌ ທີ່ກ່ຽວພັນກັບນະໂຍບາຍ ແລະການເຮັດວຽກຂອງຣັຖບານ ເຊິ່ງບໍ່ແມ່ນການບິດເບືອນຂໍ້ມູນ ຫຼືເປັນການໂຈມຕີຣັຖບານ ຈົນເຮັດໃຫ້ອໍານາດຄວາມໝັ້ນຄົງ ຂອງຣັຖເສື່ອມລົງນັ້ນ ຣັຖບານລາວ ຄວນຈະເປີດໃຈຮັບຟັງສຽງສະທ້ອນເຫຼົ່ານັ້ນ ແລະຊອກຫາແນວທາງແກ້ໄຂ ຢ່າງສ້າງສັນ ແລະຍືນຍົງ ໃນໄລຍະຍາວ.

ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໃນການສ່ອງໃສ ຕາມ Social Media ປະກົດເຫັນຂະເຈົ້າ ໃຫ້ຄວາມຄິດຄວາມເຫັນ ກ່ຽວກັບເຣື່ອງວຽກງານຣັຖບານ ຄືວ່າ ຊ່ວງນີ້ ກະຂ້ອນຂ້າງທີ່ຈະແບບວ່າ ເປັນຫົວຂໍ້ທີ່ສໍາຄັນເນາະ ກະຄືເຣື່ອງເງິນເຟີ້ ກະມີຝ່າຍທີ່ ສນັບສນູນ ຫຼືວ່າ ຝ່າຍທີ່ບໍ່ເຫັນດີ ທຸກຄົນໄດ້ຮັບຜົລກະທົບຫັ້ນນ່າ ຂະເຈົ້າກະຕ້ອງໄດ້ອອກມາເວົ້າຫັ້ນແຫຼະ.”

ທ່່ານກ່າວຕື່ມວ່າ ໄລຍະນີ້ ກໍມີປະຊາຊົນລາວເປັນຈໍານວນຫຼາຍ ໄດ້ສະແດງຄວາມຄິດຄວາມເຫັນຜ່ານເຟສບຸກ ເພື່ອສະທ້ອນບັນຫາໃຫ້ຣັຖບານລາວໄດ້ຮັບຮູ້ ແລະຫາແນວທາງແກ້ໄຂບັນຫາ ທັງເຣື່ອງເງິນເຟີ້, ເງິນກີບອ່ອນຄ່າ, ລາຄາສິນຄ້າ ຫຼືແມ້ແຕ່ ວຽກງານຂອງຣັຖບານ ເຊັ່ນ ການໃຫ້ສັມປະທານທີ່ດິນ, ການອະນຸຍາດໃຫ້ຂຸດຄົ້ນແຮ່ທາດ, ການສ້າງເຂື່ອນ ແລະການຫຼຸດຜ່ອນຄວາມທຸກຍາກ ກໍຈະມີປະຊາຊົນລາວ ກ້າທີ່ຈະແດງຄວາມຄິດຄວາມເຫັນຫຼາຍຂຶ້ນ.

ກ່ອນໜ້ານີ້ ຣັບຖານລາວໄດ້ອອກດໍາຣັດ ວ່າດ້ວຍ ການຄຸ້ມຄອງຂໍ້ມູນ ຜ່ານອິນເຕີເນັທ ເລຂທີ 327 ເພື່ອຄຸ້ມຄອງ ຜູ້ທີ່ໃຊ້ສື່ສັງຄົມອ໋ອນລາຍນ໌ສະເພາະ.

ນອກຈາກນີ້ ກະຊວງຖແລງຂ່າວ ວັທນະທໍາ ແລະທ່ອງທ່ຽວ ຍັງໃຫ້ຜູ້ໃຊ້ເຟສບຸກ, ຢູທູບ ແລະເວັບໄຊຕ໌ ໃຫ້ລົງທະບຽນສ້າງຕັ້ງ ສື່ອ໋ອນລາຍນ໌ຢ່າງຖືກຕ້ອງ ເພື່ອໃຫ້ສອດຄ່ອງກັບກົດໝາຍ ວ່າດ້ວຍສື່ມວນຊົນ.

ຢ່າງໃດກໍດີ ເຖິງວ່າ ສື່ສັງຄົມອ໋ອນລາຍນ໌ ຈະເຂົ້າມາມີບົດບາດສໍາຄັນຫຼາຍ ໃນປັດຈຸບັນ ແຕ່ກະຍັງຖືກອໍານາດຣັຖບານຄວບຄຸມ ໂຕຢ່າງ ເຫດການທີ່ມີຄົນຮ້າຍບຸກເຂົ້າໄປຍິງ ທ້າວ ແຈ໊ກ ອານຸຊາ ຫຼວງສຸພົມ ເຈົ້າຂອງເພສເຟສບຸກ “ຂັບເຄື່ອນດ້ວຍຄີບອດ” ເພື່ອໃຫ້ລາວຢູ່ລອດ ບໍ່ເປັນຂີ້ຂ້າຄົນຈີນ ຈົນໄດ້ຮັບບາດເຈັບສາຫັດ ແຕ່ປະກົດວ່າ ບໍ່ມີຮອດສື່ມວນຊົນລາວ ຣາຍງານຂ່າວໃຫ້ສັງຄົມຮັບຮູ້.

ໃນປີ 2023 ນີ້ ອົງການ Reporters Without Borders ກໍໄດ້ຣາຍງານວ່າ ຣັຖບານລາວ ຍັງໃຊ້ອໍານາດຄວບຄຸມ ສື່ມວນຊົນລາວຢ່າງເດັດຂາດ ເຮັດໃຫ້ເສຣີພາບຂອງສື່ມວນຊົນລາວ ຖືກຈັດຢູ່ໃນອັນດັບທີ 160 ຈາກທັງໝົດ 180 ປະເທດ ທົ່ວໂລກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org