ດ່ານມຸກດາຫານຫ້າມ ຄົນງານລາວ ກັບບ້ານ

ຈໍາປາທອງ
2021.04.28
ດ່ານມຸກດາຫານຫ້າມ ຄົນງານລາວ ກັບບ້ານ ຄົນງານລາວຢູ່ ດ່ານມຸກດາຫານ ທີ່ຂ້າມໄປເຮັດວຽກຢູ່ໄທຍ ແບບບໍ່ຖືກຕ້ອງ, ປະຈຸບັນ ມີຈຸດປະສົງ ຢາກກັບມາລາວ ຊ້ວງໂຄວິດ-19 ຣະບາດໜັກ ຢູ່ໄທຍ
ນັກຂ່າວພົລເມືອງ

ປັດຈຸບັນ ຕໍາຣວດກວດຄົນເຂົ້າເມືອງ ຢູ່ດ່ານຂົວມິຕພາບ ໄທ-ລາວ ແຫ່ງທີ 2 ແຂວງມຸກດາຫານ ຂອງໄທຍ ຍັງບໍ່ອະນຸຍາດໃຫ້ຄົນ ງານລາວ ທີ່ລັກເຂົ້າໄປເຮັດວຽກຢູ່ໄທຍ ກັບຄືນ ລາວ ກ່ອນຖືກດໍາເນີນຄະດີ ແລະ ລົງໂທດຕາມຣະບຽບ ກົດໝາຍໄທຍ ໃນຂໍ້ຫາ ເຂົ້າເມືອງຜິດກົດໝາຍ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຕໍາຣວດກວດຄົນ ເຂົ້າເມືອງ ແຂວງມຸກດາຫານ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 28 ເມສານີ້:

“ຄົນຕ່າງດ້າວ ທີ່ເດີນທາງເຂົ້າມາ ຣາຊອານາຈັກໄທຍ ໂດຍບໍ່ຖືກຕ້ອງ ຈະຖືກຈັບດໍາເນີນຄະດີຕາມກົດໝາຍໄທຍ ໃນຂໍ້ຫາຫລົບໜີ ເຂົ້າເມືອງ ແລະສົ່ງຟ້ອງຂຶ້ນສານ ຊຶ່ງປົກກະຕິ ໄດ້ດໍາເນີນມາຕັ້ງແຕ່ຕົ້ນແລ້ວ, ມັນເປັນໂທດປັບໃໝ, ສ່ວນໃຫຍ່ການປັບໃໝ ກໍ ປະມານ 2,000 ເຖິງ 5,000 ບາດ.”

ທ່ານກ່າວວ່າ ກໍຣະນີທີ່ມີຂ່າວຜ່ານສື່ສັງຄົມອອນລາຍ ວ່າທາງໄທຍ ອະນຸຍາດໃຫ້ຄົນລາວ ທີ່ຢູ່ໄທຍ ແບບຜິດກົດໝາຍ ກັບຄືນ ປະເທດລາວໄດ້ ໂດຍບໍ່ຖືກລົງໂທດ ນັ້ນເປັນຂ່າວທີ່ ບໍ່ມີຄວາມຈິງ, ເປັນຂ່າວທີ່ເວົ້າກັນ ແບບປາກຕໍ່ປາກ ເທົ່ານັ້ນ. ແລະວ່າ ປັດຈຸບັນ ທາງການໄທຍ ກໍອະນຸຍາດໃຫ້ຄົນລາວ ທີ່ຢູ່ໄທຍ ກັບຄືນລາວໄດ້ ແຕ່ຕ້ອງເຮັດຕາມຂັ້ນຕອນ ຂອງ ກົດໝາຍ ແລະ ໃນສະຖານະການ ໂຄວິດ-19 ຣະບາດຢູ່ນີ້ ກໍຕ້ອງປະຕິບັດ ເຂັ້ມງວດຄັກແນ່ ໃນແງ່ຂອງກົດໝາຍ. ທ່ານກ່າວຕື່ມວ່າ ເບື້ອງຕົ້ນ ທາງການລາວ ກໍຂໍຄວາມຮ່ວມມື ຈາກ ທາງການໄທຍ ໃນເຣື່ອງການປ້ອງກັນບໍ່ໃຫ້ຄົນລາວ ລັກຂ້າມໄປລາວ ໂດຍໃຫ້ຊ່ອຍເຝົ້າ ຣະວັງ ທັງຕາມຊາຍແດນຊ່ອງ ທາງທໍາມະຊາດ ນໍາດ້ວຍ ເພື່ອປ້ອງກັນບໍ່ໃຫ້ໂຄວິດ-19ແພ່ເຂົ້າລາວ ເພາະທາງໄທຍ ເກີດການ ຣະບາດໜັກ ແລະ ທາງການໄທຍ ກໍໃຫ້ການຮ່ວມມື:

”ໃນສ່ວນຂອງທາງການລາວ ເຂົາກໍປະສານມາຂໍຄວາມຮ່ວມມື ຄືບໍ່ໃຫ້ຄົນລາວລັກຂ້າມເຂົ້າລາວ ຕາມຈຸດທີ່ບໍ່ໄດ້ຮັບອະນຸຍາດ ເພື່ອ ປ້ອງກັນການແຜ່ໂຣຄຣະບາດເຂົ້າລາວ ແລະວ່າ ເຮົາກໍຕ້ອງຊ່ອຍເຂົາ ເພາະວ່າ ຖ້າຫາກອອກໄປຕາມຊ່ອງທາງ ທໍາມະຊາດກໍອາຈ ມີຜູ້ຕິດເຊື້ອ ໄປບ້ານເຂົາ. ແຕ່ຖ້າອອກໄປຕາມຊ່ອງທາງ ທີ່ຖືກຕ້ອງ ຕໍາຣວດກວດຄົນ ເຂົ້າເມືອງຂອງລາວ ກໍຈະສາມາຄວບຄຸມ ໄປຢູ່ສະຖານທີ່ກັກຕົວໄດ້, ມັນເປັນການຄວບຄຸມໂຣກ ຣະບາດໄດ້.”

ໃນມື້ວັນທີ 26 ເມສາ 2021 ເຈົ້າຫນ້າທີ່ຕໍາຣວດ ກວດຄົນເຂົ້າເມືອງແຂວງມຸກດາຫານ ຂອງໄທຍກ່າວວ່າ ຍັງບໍ່ມີຄຳສັ່ງໃຫ້ ຄົນງານລາວ ຜູ້ບໍ່ຖືກຕ້ອງຕາມກົດຫມາຍ ກັບໄປລາວ ຜ່ານດ່ານມຸກດາຫານໄດ້ເທື່ອ.

ແລະເຈົ້າໜ້າທີ່ຕໍາຣວດ ແຂວງອຸບົນຂອງໄທຍ ທ່ານນຶ່ງກໍກ່າວວ່າ ປັດຈຸບັນ ທາງການແຂວງອຸບົນ ກໍເຂັ້ມງວດກວດກາເຣື່ອງຄົນ ເຂົ້າ-ອອກແຂວງ ໂດຍສະເພາະຄົນລາວ ທີ່ຢູ່ໄທຍ ແບບຜິດກົດໝາຍ ຫລືຢູ່ເກີນກໍານົດ. ຫາກທາງການໄທຍ ກວດພົບ ບຸກຄົນ ດັ່ງກ່າວ ກໍຈະຖືກຈັບ ແລະ ດໍາເນີນຄະດີຕາມ ຣະບຽບກົດໝາຍໄທຍ ແລະຈະຖືກສົ່ງກັບຄືນລາວ ເພາະການຜ່ອນຜັນ ຂອງທາງ ຣັຖບາລໄທຍ ໃຫ້ຄົນລາວ ທີ່ເຮັດວຽກຢູ່ໄທຍ ໄດ້ໝົດກໍານົດໄປແລ້ວ ຕັ້ງແຕ່ກາງເດືອນມິນາ ທີ່ຜ່ານມາ:

”ຕອນນີ້ຖ້າຢູ່ເກີນ ຫລືເຂົ້າມາແບບຜິດກົດໝາຍ ຫລືເຂົ້າມາຣາຊອານາຈັກ ໂດຍບໍ່ໄດ້ຮັບອະນຸຍາດ ບໍ່ວ່າໃນກໍຣະນີໃດກໍຕາມ ເມື່ອ ກວດພົບ ກໍຕ້ອງຖືກດໍາເນີນຄະດີ ຕາມກົດໝາຍ ທຸກຄົນ ຊຶ່ງມະຕິຣັຖມົນຕຣີ ກ່ຽວກັບການທີ່ຈະຂໍຜ່ອນຜັນ ຂຶ້ນທະບຽນແຕ່່ທ້າຍປີ ກາຍເຖິງປະມານກາງເດືອນມິນາ ນັ້ນກໍໝົດກໍານົດແລ້ວ.”

ເຣື່ອງການກັບຄືນປະເທດ ຂອງຄົນລາວຢູ່ໄທຍ ເຈົ້າໜ້າທີ່ສະເພາະກິດ ແຂວງ ສວັນນະເຂດ ຜູ້ຂໍງວນຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນທາງການລາວ ອະນຸຍາດໃຫ້ຄົນລາວທີ່ຢູ່ໄທຍ ກັບຄືນປະເທດໄດ້, ແຕ່ວ່າຕ້ອງ ຜ່ານດ່ານ ທີ່ເຈົ້າໜ້າທີ່ໄທຍ ອະນຸຍາດເທົ່ານັ້ນ ເພາະຖ້າ ເຂົ້າມາຢ່າງຖືກຕ້ອງ ເຈົ້າໜ້າທີ່ລາວ ກໍຈະປະຕິບັດຕາມ ມາຕການກັກໂຕ, ກວດຫາເຊື້ອ ເພື່ອປ້ອງກັນການຣະບາດ ຂອງໂຄວິດ-19 ໄດ້. ແລະວ່າ ຖ້າລັກເຂົ້າມາ ເມື່ອເຈົ້າໜ້າທີ່ກວດພົບ ກໍຈະຖືກປັບໃໝ ຕາມຣະບຽບ ກົດໝາຍຂອງລາວ ດັ່ງທີ່ທ່ານກ່າວວ່າ:

“ປະສານງານກັບທາງພຸ້ນ ໃຫ້ອະນຸຍາດເຂົ້າມາໂລດ ນັ້ນແຫລະເພິ່ນເວົ້າວ່າຫລຸດຜ່ອນຄວາມສ່ຽງ ກໍຣະນີທີ່ວ່າລັກເຂົ້າມາ ບໍ່ຜ່ານ ຊ່ອງທາງເຈົ້າໜ້າທີ່ ບໍ່ເຂົ້າມາກັກໂຕຫັ້ນນ່າ ພົບເຫັນຈະຖືກປັບໃໝ.”

ແລະເຈົ້າໜ້າທີ່ຕໍາຣວດ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ີ ແລະຕໍາແໜ່ງ ກໍເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 28 ເມສາ ນີ້ວ່າ ທາງການລາວແລະໄທຍ ກໍມີການ ປະສານງານກັນ ຕລອດຢູ່ແລ້ວ ເພື່ອປ້ອງກັນການຣະບາດ ຂອງໂຄວິດ-19.

ໃນໄລຍະນີ້ ສໍາລັບຜູ້ທີ່ລັກເຂົ້າມາລາວ, ບໍ່ຜ່ານການກັກຕົວ ແລະກວດຫາເຊື້ອ ຈະຕ້ອງຖືກດໍາເນີນຄະດີ ຕາມຣະບຽບກົດໝາຍລາວ ແນ່ນອນ ຊຶ່ງຂນະນີ້ມີການກວດກາເຂັ້ມງວດ ດັ່ງທີ່ທ່ານກ່າວວ່າ:

“ກະເຂັ້ມງວດລະເວີ້ຍ ກະແຈ້ງໝົດແລ້ວເດ໋ ຜ່ານທາງຊ່ອງທາງຂອງສື່ນີ້ ຂັ້ນເທິງເພິ່ນກະແຈ້ງ ໃຫ້ຄົນທີ່ຢູ່ຝັ່ງໄທຍເນາະ ຢາກເຂົ້າ ມາລາວກະໃຫ້ເຂົ້າຕາມຊ່ອງທາງ ທີ່ເພິ່ນ ອະນຸຍາດເພື່ອເພິ່ນ ຈະໄດ້ຮັບເຂົ້າມາຖືກຕ້ອງ ເຂົ້າເມືອງບໍ່ຖືກຕ້ອງກໍຕາມຣະບຽບການ ໂຕນັ້ນແຫລະ ກັກຕົວແລ້ວຈັ່ງຄ່ອຍວ່າກັນ ເຂົາເຈົ້າຈະດໍາເນີນການພາຍຫລັງ.”

ແຕ່ເຖິງຢ່າງໃດກໍຕາມ ຕໍາຣວດກວດຄົນເຂົ້າເມືອງຂອງລາວ ກໍໄດ້ແຈ້ງໃຫ້ຄົນງານລາວ ທີ່ເຮັດວຽກແບບຜິດກົດໝາຍຢູ່ໄທຍ ຜູ້ທີ່ມີ ຈຸດປະສົງເດີນທາງກັບປະ ເທດລາວກໍສາມາດເຂົ້າມາໄດ້ ໂດຍຈະບໍ່ມີການລົງໂທດ ແລະບໍ່ຖືກປັບໃໝ ແຕ່ຕ້ອງປະຕິບັດຕາມ ມາຕການ ປ້ອງກັນໂຄວິດ-19 ຄືກັກຕົວ 14 ມື້ ໃນສະຖານທີ່ ທີ່ທາງການຈັດໄວ້ໃຫ້ ,ຫ້າມລັກຂ້າມມາຕາມຊ່ອງທາງ ທໍາມະຊາດ ເດັດຂາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.