ນັກສຶກສາລາວກັບ ລາວ ຈາກ ວຽດນາມ
2020.04.10
ກະຊວງສຶກສາທິການ ແລະກິລາ ຂອງລາວ ໄດ້ອອກແຈ້ງການ ໃນມື້ວັນທີ 9 ເມສາ 2020 ວ່າ ມີນັກສຶກສາລາວຢູ່ແຂວງ ຮ່າຕິງ ປະເທດ ວຽດນາມ ລັກອອກຈາກຫໍພັກນັກສຶກສາຈໍານວນ 151 ຄົນ ເພື່ອກັບ ຄືນມາລາວ, ອີງຕາມໜັງສືແຈ້ງການ ຂອງຜແນກພົວພັນຕ່າງປະເທດ ຂອງແຂວງຮ່າຕິງ ເຖິງທາງການລາວ ວັນທີ 7 ເມສາ ນີ້.
ປັດຈຸບັນ ທາງການລາວກໍາລັງກວດສອບວ່າ ນັກສຶກສາລາວຈໍານວນທີ່ວ່ານັ້ນ ເຂົ້າມາລາວຫຼືບໍ່ ພວກຂະເຈົ້າບໍ່ມີພາສປອດເພາະຫົວໜ້າ ນັກສຶກສາລາວ ຢູ່ຮ່າຕິງ ເກັບເອົານໍາພວກຂະເຈົ້າໄປໃຫ້ຫ້ອງການ ພົວພັນຕ່າງປະເທດ ຂອງໂຮງຮຽນຮັກສາໄວ້.
ເບື້ອງຕົ້ນ ກະຊວງສຶກສາທິການ ແລະກິລາ ຂອງລາວ ໃຫ້ຫົວໜ້ານັກສຶກສາລາວສົ່ງຣາຍຊື່ ແລະ ທີ່ຢູ່ຂອງນັກສຶກສາລາວຢູ່ປະເທດລາວ ມາໃຫ້ເພື່ອຈະໄດ້ກວດສອບວ່າ ເປັນແນວໃດກັນແທ້, ດັ່ງ ເຈົ້າໜ້າທີ່ ກະຊວງສຶກສາທິການ ແລະກິລາ ຂອງລາວ ກ່າວຕໍ່ RFA ໃນມື້ວັນທີ 10 ເມສາ ນີ້ວ່າ:
“ຕາມກະຊວງສຶກສາແຈ້ງມາ 100 ປາຍພຸ້ນແຫລະ ກໍາລັງພົວພັນກັບພາກສ່ວນວຽດ ຢູ່ດຽວນີ້ ພວກເຮົາກໍາລັງເກັບກໍາຢູ່ ໃຫ້ຫົວໜ້ານັກ ສຶກສາ ເຂົາຢູ່ພຸ້ນຫັ້ນ ສົ່ງຣາຍຊື່ມາໃຫ້ຢູ່. ກະສິໄປສືບເບິ່ງໂຕຈິງມັນມີ ຕົວຕົນແທ້ບໍ່. ຢາກພໍ້ເຂົາເຈົ້າຢູ່ດຽວນີ້ ແຕ່ວ່າຍັງສັງລວມຢູ່ວ່າ ມັນຢູ່ໃສແດ່. ຍັງບໍ່ຮູ້ເຫດຜົລເປັນຫຍັງຄືຈັ່ງມາ ພາສພັອດກະບໍ່ມີ ລັກໜີເລີຍ.”
ໃນຂນະດຽວກັນ ເຈົ້າໜ້າທີ່ຜແນກສຶກສາ ແລະກິລາ ນະຄອນຫລວງວຽງຈັນ ທ່ານນຶ່ງກໍເວົ້າວ່າ ຫາກນັກສຶກສາລາວ ຢູ່ວຽດນາມ ໜີເຂົ້າ ມາລາວ ແລະ ຮູ້ວ່າຢູ່ບ້ານໃດ, ເມືອງໃດ, ແຂວງໃດ ກໍຈະແຈ້ງໃຫ້ ນາຍບ້ານນັ້ນໆ ກວດສອບ ແລະນໍາມາກວດເຊື້ອໄວຣັສ ໂຄວິດ-19 ເຖິງບໍ່ຕິດເຊື້ອ ກໍຕ້ອງໄດ້ກັກໂຕ ຢູ່ພາຍໃນເຮືອນ 14 ມື້:
“ລາຍລະອຽດ ບໍ່້ຊັດເຈນເນາະ ດຽວນີ້ແຕ່ລະບ້ານແຕ່ລະເມືອງ ອໍານາດການປົກຄອງບ້ານ ຄົນຕ່າງໜ້າເຂົາຈະບໍ່ໃຫ້ເຂົ້າບ້ານ ຢ້ານຕິດ ຈັ່ງຊັ້ນຈັ່ງຊີ້.”
ຕາມການແຈ້ງການຂອງກະຊວງສຶກສາທິການ ຂອງລາວ, ໃນຈໍານວນນັກສຶກສາລາວ ທັງໝົດ 151 ນັ້ນ ຈາກມະຫາວິທຍາລັຍຮ່າຕິງ 70 ຄົນ, ວິທຍາລັຍການແພດຮ່າຕິງ 53 ຄົນ ແລະຈາກວິທຍາລັຍເຕັກນິກ ວຽດນາມ-ເຢັຍຣະມັນ 28 ຄົນ.
ໃນນັ້ນ ເປັນນັກສຶກສາຈາກແຂວງ ຄໍາມ່ວນ 52 ຄົນ, ຈາກແຂວງຊຽງຂວາງ 26 ຄົນ, ນະຄອນຫລວງວຽງຈັນ 18 ຄົນ, ແຂວງຈໍາປາສັກ 12 ຄົນ, ແຂວງສວັນນະເຂດ ແລະແຂວງວຽງຈັນ ແຂວງລະ 10 ຄົນ, ແຂວງໄຊສົມບູນ 9 ຄົນ, ແຂວງບໍລິຄໍາໄຊ ແລະສາລະວັນ ແຂວງລະ 3 ຄົນ, ແຂວງໄຊຍະບູລີ, ຜົ້ງສາລີ ແລະແຂວງຫົວພັນ ແຂວງລະ 2 ຄົນ, ແຂວງອັດຕະປື ແລະ ຫລວງພະບາງ ແຂວງລະ 1 ຄົນ.
ກ່ຽວກັບເຣຶ່ອງທີ່ວ່ານີ້ ຊາວນະຄອນຫລວງວຽງຈັນ ທ່ານນຶ່ງເວົ້າວ່າ ຫາກນັກສຶກສາລາວ ທີ່ຮຽນຢູ່ວຽດນາມ ລັກເຂົ້າມາລາວ ໂດຍບໍ່ໄດ້ຜ່ານ ການກວດເຊື້ອໄວຣັສ ໂຄວິດ-19 ກໍຢ້ານແທ້ ເພາະພວກເຂົາເຈົ້າ ບໍ່ໄດ້ຖືກກັກໂຕຕາມມາຕການ ທີ່ທາງການກໍານົດໄວ້:
“ຄັນບໍ່ຜ່ານການກວດກາ ມັນກະບໍ່ດີຫັ້ນແຫລ້ວ ກະຢ້ານຫັ້ນເນາະ ກະເປັນພັຍຕໍ່ບ້ານຕໍ່ເມືອງເນາະ. ພຍາດອັນນີ້ ມັນຮ້າຍແຮງເດ໋ ພໍ່ແມ່ບາງ ເທື່ອກໍຢາກໃຫ້ລູກ ຢູ່ນໍາກັນ.”
ປະຊາຊົນລາວ ອີກທ່ານນຶ່ງ ກໍເວົ້າວ່າ ຫາກພວກເຂົາເຈົ້າລັກເຂົ້າມາລາວ ແທ້ ກໍຢາກໃຫ້ນາຍບ້ານເປັນຜູ້ກວດກາ ລູກບ້ານຂອງຕົນເອງ, ຖ້າພົບເຫັນກໍຕ້ອງນໍາໂຕໄປກວດເຊື້ອ ແລະກັກໂຕຕາມ ມາຕການ ປ້ອງກັນໄວຣັສ ໂຄວິດ-19:
“ຄັນແມ່ນເຂົ້າມາແລ້ວ ກໍແມ່ນອີງຕາມຫລັກສາກົລຫັ້ນແຫລະ. ການເຂົ້າເມືອງ ການສະກັດກັ້ນໂຄວິດນີ້ແຫລະ ເຈົ້າໜ້າທີ່ບ້ານຫັ້ນນະເນາະ ນາຍບ້ານຍັງຕິດຕາມ ແຕ່ລະຄອບຄົວ ການເຄື່ອນໄຫວເຂົ້າອອກ.”
ປັດຈຸບັນ ກະຊວງສຶກສາທິການ ແລະກິລາຂອງລາວ ກໍາລັງເລັ່ງຫາຂໍ້ມູນ ແລະຕິດຕາມຫານັກສຶກສາ ທີ່ໜີອອກຈາກຫໍພັກ ທີ່ເມືອງຮ່າຕິງ ກັບມາລາວນັ້ນຢູ່, ຫາກກວດພົບວ່າພວກເຂົາເຈົ້າລັກມາລາວແທ້ ກໍຈະໄດ້ພິຈາຣະນາ ຕາມຣະບຽບ ຫລັກການທີ່ມີຢູ່ນີ້.