ລາວໄທຮ່ວມກິຈກັມໝູ່ບ້ານ ເຂັ້ມແຂງ

ເຈົ້າໜ້າທີ່ ທະຫານ ລາວ ໄປທັສນະ ສຶກສາ ກິຈກັມໂຄງການ ໝູ່ບ້ານ ເຂັ້ມແຂງ ຢູ່ ຂ.ໜອງຄາຍ.

ລາວໄທຮ່ວມກິຈກັມໝູ່ບ້ານ ເຂັ້ມແຂງ RFA

 

ໃນວັນທີ 27 ກຸມພາ 2014 ເຈົ້າໜ້າທີ່ທະຫານຈາກກອງທັບປະຊາຊົນລາວໄດ້ໄປຮ່ວມກິຈກັມທັສນະສຶກສາໂຄງການໝູ່ບ້ານເຂັ້ມແຂງຕາມ ແນວຊາຍແດນລາວ-ໄທຢູ່ທີ່ສູນຮຽນຮູ້ຕາມແນວທາງຣາຊະດໍາຣິເສຖກິດພໍພຽງຂອງກະສັດພູມີພົນອາດຸນຍະເດດແຫ່ງຣາຊະອານາຈັກໄທ ບ້ານໝໍ່ເມືອງສີຊຽງໃໝ່ແຂວງໜອງຄາຍ ພ້ອມທັງສ້າງຄວາມສໍາພັນຣະຫ່ວາງປະຊາຊົນແລະອໍານາດການປົກຄອງຣະຫວ່າງສອງຝັ່ງຂອງ, ຕາມລາຍງານຂ່າວທ້ອງຖິ່ນແຂວງໜອງຄາຍ.

ຣາຍງານວ່າໂຄງການໃນລັກສນະດຽວກັນນີ້ມີຢູ່ຕລອດແນວຊາຍແດນລາວ-ໄທ.ກິຈກັມເພື່ອເຮັດໃຫ້ເກີດຄວາມໝັ້ນຄົງຕາມແນວຊາຍແດນ ແມ່ນເປັນການເຂົ້າຮ່ວມຂອງຣາສດອນກັບເຈົ້າໜ້າທີ່ອໍານາດການປົກຄອງໃນແຕ່ລະທ້ອງຖິ່ນຂອງສອງຝັ່ງຂອງ.ການມາທັສນະສຶກສາກິຈກັມ ເທື່ອນີ້ນອກຈາກຄະນະຝ່າຍທະຫານລາວແລ້ວຍັງມີຣາສດອນລາວເດີນທາງໄປຮ່ວມນໍາດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org