ປະຊາຊົນ ຢາກໃຫ້ຣັຖບານ ແກ້ໄຂຫຼາຍບັນຫາ ໃນການປະຊຸມສະພາ

ມວນຊົນລາວ ຢາກໃຫ້ຣັຖບານ ແກ້ໄຂຫລາຍບັນຫາ ໃນກອງປະຊຸມ ສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕຊຸດທີ 9 ທີ່ຈະມາເຖິງນີ້ ໂດຍສະເພາະ ບັນຫາເສຖກິຈ, ການສໍ້ຣາສ ບັງຫລວງ, ເງິນກີບເຟີ້, ທີ່ດິນທໍາກິນ, ຄ່າຄອງຊີພຝືດເຄືອງ, ໜີ້ສິນສາທາຣະນຸມະຫາສານ ແລະບັນຫາ ຢາເສບຕິດ ທີ່ແພ່ຫລາຍ.

ຕໍ່ໜ້າ ສະພາແຫ່ງຊາຕ, ນະຄອນຫຼວງວຽງຈັນ, ວັນທີ 5 ພຶສຈິກາ 2022. RFA

ສະພາແຫ່ງຊາຕ ສປປ ລາວ ຊຸດທີ 9 ຈະເປີດກອງປະຊຸມ ສມັຍສາມັນ ເທື່ອທີ 4 ແຕ່ມື້ວັນທີ 5 ຫາວັນທີ 30 ທັນວາ 2022 ເພື່ອພິຈາຣະນາ ແລະຮັບຮອງເອົາຫລາຍບັນຫາ ເປັນຕົ້ນກ່ຽວກັບວຽກງານ ຂອງຣັຖບານ, ຂອງອົງການ ກວດສອບແຫ່ງຣັຖ ແລະອົງການ ກວດກາແຫ່ງຣັຖ, ວຽກງານສານປະຊາຊົນ ສູງສຸດ ແລະອົງການໄອຍະການ ປະຊາຊົນສູງສຸດ, ການສ້າງ ແລະປັບປຸງກົດໝາຍ, ວຽກງານຂອງສະພາແຫ່ງຊາຕ, ອີງຕາມການ ຖແລງຂ່າວ ຕໍໍ່ສື່ມວນຊົນຂອງ ຍານາງ ປິ່ງຄໍາ ລາຊະສິມມາ ກັມມະການ ຄະນະປະຈໍາ ສະພາແຫ່ງຊາຕ, ເລຂາທິການ ສະພາແຫ່ງຊາຕ ໃນມື້ວັນທີ 28 ພຶສຈິການີ້.

ໃນກອງປະຊຸມ ສະພາແຫ່ງຊາຕ ເທື່ອນີ້ ປະຊາຊົນລາວ ຈໍານວນນຶ່ງ ຢາກໃຫ້ສະມາຊິກ ສະພາພິຈາຣະນາ ແລະແກ້ໄຂຫລາຍບັນຫາ ຢ່າງຈິງຈັງ ເປັນຕົ້ນບັນຫາເສຖກິຈ ທີ່ຫຍຸ້ງຍາກ, ການສໍ້ຣາສ ບັງຫລວງທີ່ແພ່ຫລາຍ, ເງິນກີບເຟີ້ຮຸນແຮງ, ຄ່າຄອງຊີພຖີບຕົວສູງຂຶ້ນ, ບັນຫາໜີ້ສາທະຣະນະ ຈໍານວນມະຫາສານ, ຮວມທັງບັນຫາ ທີ່ຣັຖບານອະນຸມັດໃຫ້ ຕ່າງປະເທດເຊົ່າ, ສັມປະທານ ທີ່ດິນ ແລະບັນຫາຢາເສບຕິດ ທີ່ຣະບາດຫລາຍ ຢູ່ໃນສັງຄົມ.

ດັ່ງປະຊາຊົນລາວ ຜູ້ນຶ່ງ ຢູ່ແຂວງຈໍາປາສັກ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 29 ພຶສຈິການີ້ວ່າ:

ຢາກສເນີແກ້ ເຣື່ອງກົດໝາຍ ທີ່ຣັຖບານ ອະນຸຍາດໃຫ້ ຄົນຕ່າງປະເທດ ມາເຊົ່າດິນ ແບບບໍ່ມີກໍານົດ, ມັນເປັນໄປໄດ້ບໍ່ ຄັນບໍ່ມີກໍານົດ. ບັນຫາທີ 2 ນີ້ ຢາບ້າ, ຢາອີ ກະມີຫລາຍອັນເກີດຂຶ້ນ ສເນີໄປທາງສະພາຫັ້ນໂລດ.

ພ້ອມດຽວກັນນັ້ນ ທ່ານກໍຢາກໃຫ້ກອງປະຊຸມ ສະພາແຫ່ງຊາຕເທື່ອນີ້ ພິຈາຣະນາດໍາຣັສ ວ່າດ້ວຍພົລເມືອງກິດຕິມະສັກ ທີ່ຣັຖບານປະກາດໃຊ້ ເມື່ອວັນທີ 1 ຕຸລາທີ່ຜ່ານມາ ຍ້ອນເຫັນວ່າ ດໍາຣັສທີ່ວ່ານີ້ ເອື້ອອໍານວຍຜົລປໂຍດໃຫ້ພວກເຂົາເຈົ້າຫລາຍເກີນໄປ ໂດຍສະເພາະເຮື່ອງການເຊົ່າ-ສັມປະທານທີ່ດິນລາວ ໃນຂະນະທີ່ພົລເມືອງລາວຈໍານວນບໍ່ໜ້ອຍ ບໍ່ມີດິນໃບຕາດິນ, ບໍ່ມີດິນທີ່ຈະທໍາການກະເສຕ ແລະຢາກໃຫ້ເລັ່ງ ປາບປາມບັນຫາ ຢາເສບຕິດ ທີ່ຣະບາດຢູ່ທຸກຫົນແຫ່ງ ໃນສັງຄົມລາວ ຈົນເຮັດໃຫ້ເກີດອາຊຍາກັມຕ່າງໆ ເຊັ່ນການປຸ້ນຈີ້, ຂີ້ລັກມັກສົກ ທີ່ມີຫລາຍຂຶ້ນ.

ປະຊາຊົນລາວ ຢູ່ແຂວງອັດຕະປື ຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ຢາກໃຫ້ກອງປະຊຸມ ສະພາເທື່ອນີ້ ແກ້ໄຂບັນຫາເສຖກິຈຕົກຕໍ່າ, ບັນຫາເງິນເຟີ້ ເພີ່ມຂຶ່ນຢ່າງຕໍ່ເນື້ອງ, ລາຄານໍ້ມັນ ແລະສິນຄ້າຕ່າງໆ ແພງຂຶ້ນຫລາຍ ຈົນກະທົບໃສ່ການດໍາລົງຊີວິຕ ຂອງຄົນໃນສັງຄົມ ຢ່າງໜັກໜ່ວງ.

ຄືປັດຈຸບັນ ຄືປີນີ້ເນາະ ກະເງິນບາທ ເງິນຫຍັງກະຂຶ້ນຄ່າ. ຄ່ານໍ້າມັນກະແພງ ຄ່າລົງທຶນກະແພງ ຫາກຈັກຊິເຮັດຈັ່ງໃດ. ກົດໝາຍດຽວ ພັກດຽວ ບໍ່ມີຮອດຜູ້ພາພໍ້ ບໍ່ມີຮອດຜູ້ນໍາພາຫັ້ນນ່າ.

ຢູ່ແຂວງສາຣະວັນ ປະຊາຊົນລາວຜູ້ນຶ່ງ ກໍຢາກໃຫ້ກອງປະຊຸມ ສະພາແຫ່ງຊາຕ ພິຈາຣະນາ ເຣື່ອງການຈັດສັນທີ່ດິນ ທໍາການກະສິກັມ ແລະສົ່ງເສີມການມີອາຊີພ ໃຫ້ຊາວບ້ານໃນເຂດຊົນນະບົດ ເພື່ອຊ່ອຍໃຫ້ພວກເຂົາເຈົ້າ ມີຊີວິຕການເປັນຢູ່ດີຂຶ້ນ ແລະຢາກໃຫ້ມີການພັທນາ ໂຄງຮ່າງພື້ນຖານ ເປັນຕົ້ນເສັ້ນທາງ ໃຫ້ຊາວບ້ານໃນເຂດຊົນນະບົດ ຍ້ອນວ່າການເດີນທາງ ໄປ-ມາ ຢູ່ຫລາຍແຫ່ງຫຍຸ້ງຍາກຫລາຍ.

ດັ່ງທີ່ທ່ານກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 29 ພຶສຈິການີ້ວ່າ:

ດ້ານສະບຽງອາຫານນີ້ແລ້ວ ເສັ້ນທາງກະແຮງຍາກໄດ໋ ຊ່ວຍໄດ້ກະຢາກໃຫ້ເພິ່ນຊ່ວຍ 2 ຢ່າງນີ້ແຫລະ ບາງຄົນກະບໍ່ກຸ້ມຊໍ້ານ່າ ເນື້ອທີ່ກະໜ້ອຍ.

ປະຊາຊົນລາວຜູ້ນຶ່ງ ຢູ່ແຂວງໄຊຍະບູຣີ ກໍຢາກໃຫ້ສະພາແຫ່ງຊາຕ ເລັ່ງແກ້ໄຂບັນຫາເງິນກີບເຟີ້, ເງິນກີບອ່ອນຄ່າ ທີ່ເຮັດໃຫ້ລາຄາສິນຄ້າ ແພງຂຶ້ນຫລາຍ ອັນເປັນບັນຫາທີ່ກະທົບ ໃສ່ການດໍາລົງຊີວິຕ ຂອງປະຊາຊົນ ຢ່າງໜັກໜ່ວງ ຊຶ່ງມາເຖິງປັດຈຸບັນ ຍັງບໍ່ເຫັນວ່າ ຈະມີແນວທາງແກ້ໄຂໄດ້ເທື່ອ.

ແບບວ່າເງິນໄທຍ ເງິນບາທມັນຂຶ້ນເນາະ ເງິນກີບນີ້ຈະເຟີ້ ເປັນແບບໃດບໍ່ຮູ້ເນາະ ສະພາບປັດຈຸບັນນີ້ ຄັນເວົ້າເຣື່ອງຊື້ເຄື່ອງ ນັບມື້ນັບຂຶ້ນແທ້ ເວົ້າເຣື່ອງເງິນຕຣານີ້ ແລ້ວກະເຣື່ອງນໍ້າມັນນີ້.

ໃນກອງປະຊຸມ ສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ນີ້ ເຈົ້າໜ້າທີ່ ສະພາແຫ່ງຊາຕ ທ່ານນຶ່ງເວົ້າວ່າ ຈະມີບົດປະກອບຄໍາເຫັນ ຂອງສູນກາງແນວລາວສ້າງຊາຕ ແລະອົງການຈັດຕັ້ງ ມະຫາຊົນຂັ້ນສູງກາງ ກ່ຽວກັບການເຄື່ອນໄຫວ ວຽກງານຂອງສະພາແຫ່ງຊາຕ ແລະວ່າ ຈະມີໜ່ວຍງານຮັບຜິດຊອບ ໂທຣະສັບສາຍດ່ວນ ໝາຍເລກ 156 ຮັບຄໍາຄິດເຫັນ ແລະຄໍາສເນີ ໂດຍຕຣົງ ຈາກປະຊາຊົນ ທີ່ຈະສົ່ງໄປຫາກອງປະຊຸມ ເພື່ອເປີດໂອກາດ ໃຫ້ປະຊາຊົນ ສະແດງຄວາມຄິດເຫັນ ຂອງຕົນ.

ດັ່ງທີ່ທ່ານ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 29 ພຶສຈິການີ້ວ່າ:

ຈະມີການກອງປະຊຸມ ສາຍດ່ວນ ເພິ່ນພາດບໍ່ໄດ້ຢູ່ແລ້ວເນາະ ຕອບບັນຫາ ດຽວນີ້ເພິ່ນ ບໍ່ມາຕອບແລ້ວ ເຈົ້າ ມີແຕ່ເພິ່ນຊິເກັບກໍາ ໄປສົ່ງຫາພາກສ່ວນທີ່ກ່ຽວຂ້ອງ ແລ້ວເພິ່ນແກ້ເລີຍ. ເຈົ້າ, ແມ່ນ ແຕ່ກີ້ຫັ້ນຈະເອີ້ນພາກສ່ວນກ່ຽວຂ້ອງ ມາຕອບເນາະ ດຽວນີ້ເພິ່ນບໍ່ມີແລ້ວໂຕນັ້ນ.

ທ່ານເວົ້າວ່າ ກອງປະຊຸມ ສມັຍສາມັນ ເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ທີ່ຜ່ານມາ ມີປະຊາຊົນ ປະມານ 300 ຄົນ ໄດ້ໂທຣະສັບ ເຂົ້າມາໃຫ້ຄໍາຄິດເຫັນ ແລະຄໍາສເນີຫລາຍບັນຫາ ຜ່ານໂທຣະສັບສາຍດ່ວນ 156 ໃຫ້ກອງປະຊຸມ ສະພາຊ່ອຍແກ້ໄຂ ຊຶ່ງສ່ວນຫລາຍເປັນບັນຫາທີ່ດິນ ແລະບັນຫາປາກທ້ອງ ຂອງປະຊາຊົນ.

ກອງປະຊຸມ ສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ນີ້ ຈະໄດ້ພິຈາຣະນາ ແລະຮັບຮອງເອົາຫລາຍບັນຫາ ເປັນຕົ້ນວຽກງານຂອງຣັຖບານ ທີ່ພົວພັນກັບເສຖກິຈ-ການເງິນ, ແຜນພັທນາເສຖກິຈ-ສັງຄົມ; ວຽກງານຂອງອົງການ ກວດສອບແຫ່ງຣັຖ, ອົງການກວດກາແຫ່ງຣັຖ, ວຽກງານຂອງອົງການ ຕຸລາການ ແລະຮ່າງກົດໝາຍ ທັງໝົດ 12 ສະບັບ ຊຶ່ງໃນນັ້ນ ຮ່າງກົດໝາຍໃໝ່ 3 ສະບັບ ຮວມທັງຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະຮ່າງກົດໝາຍ ວ່າດ້ວຍການທາງນໍ້າ ແລະຮ່າງກົດໝາຍສະບັບປັບປຸງ 9 ສະບັບ ຮວມທັງຮ່າງກົດໝາຍວ່າດ້ວຍ ທະນາຍຄວາມ, ຮ່າງກົດໝາຍ ວ່າດ້ວຍທະບຽນສານ ແລະຮ່າງກົດໝາຍວ່າດ້ວຍ ວິສາຫະກິຈ ແລະມະຕິກອງປະຊຸມ ສະພາແຫ່ງຊາຕ 20 ສະບັບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org