ວັນສື່ມວນຊົນໃນລາວ ຄົບຮອບ 71 ປີ

ຈໍາປາທອງ
2021.08.10
ວັນສື່ມວນຊົນໃນລາວ ຄົບຮອບ 71 ປີ ການວາງສະແດງ ຜົນງານ ຂອງ ສື່ມວນຊົນ ລາວ ຢູ່ສູນການຄ້າ ລາວ-ເອເຕັກ ເນື່ອງ ໃນໂອກາດ ຄົບຮອບ 65 ປີ ວັນສື່ມວນຊົນ ລາວ 13 ສິງຫາ 2015
RFA/LX

ໃນໂອກາດວັນສື່ມວນຊົນແຫ່ງຊາດລາວ 13 ສິງຫາ ຄົບຮອບ 71 ປີ ປີນີ້ ປະຊາຊົນລາວພາກັນເວົ້າວ່າ ຢາກໃຫ້ສື່ມວນຊົນ ພາຍໃນ ປະເທດຂອງພວກຕົນ ນໍາສເນີຂ່າວ ຕາມຄວາມເປັນຈິງ, ວ່ອງໄວ, ຮອບດ້ານ ບໍ່ເຂົ້າຂ້າງອອກຂາ ຮວມທັງບັນຫາຄວາມຫຍຸ້ງຍາກ ຂອງປະຊາຊົນ ແລະ ຜົລກະທົບ ຈາກໂຄງການຂນາດໃຫຍ່ ທີ່ຄວນຈະໃຫ້ປະຊາຊົນ ໄດ້ມີສ່ວນຮ່ວມໃນການສະແດງຄວາມຄິດເຫັນ ຫຼືໄດ້ອະທິບາຍ ແລະຕິດຕາມການແກ້ໄຂບັນຫາຕ່າງໆ ທີ່ພວກຕົນໄດ້ຮັບຜົລກະທົບ, ດັ່ງຊາວລາວຜູ້ນຶ່ງຢູ່ແຂວງຫຼວງພຣະບາງ ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ສິງຫາ ນີ້ວ່າ:

“ເວົ້າເຣື່ອງຄວາມທຸກຄວາມຍາກນີ້ ຍັງມີຂອບເຂດຢູ່ ໃຫ້ປະຊາຊົນຕ້ອງແກ້ໃຫ້ປະຊາຊົນ ຕ້ອງອະທິບາຍຫັ້ນນະ ເຮັດແທ້ທໍາຈິງຫັ້ນ ແຫຼະ ຢາກໃຫ້ມາເຮັດ.”

ທ່ານກ່າວຕື່ມອີກວ່າ ການນໍາສເນີຂ່າວຂອງສື່ມວນຊົນ ໃນລາວໃນປັດຈຸບັນ ຍັງເປັນການສເນີຂ່າວພຽງດ້ານດຽວ ບໍ່ມີຄວາມຫຼາກຫຼາຍ ແຕ່ລະມື້ມີແຕ່ຂ່າວກອງປະຊຸມ ຂອງທາງການລາວ. ແລະຂໍໃຫ້ສື່ມວນຊົນໃນລາວ ຊ່ວຍເປັນກະບອກສຽງໃຫ້ແກ່ປະຊາຊົນຢ່າງຈິງຈັງ ບໍ່ວ່າຈະເປັນປະຊາຊົນກຸ່ມໃດກໍຕາມ, ຫາກບໍ່ໄດ້ຮັບຄວາມເປັນທັມ ກໍຕ້ອງໄປເຮັດຂ່າວ ແລະໃຫ້ປະຊາຊົນ ໄດ້ມີໂອກາດອະທິບາຍ ຊີ້ແຈງ.

ຊາວໜຸ່ມລາວຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ຢາກໃຫ້ສື່ມວນຊົນລາວປັບປຸງເຣື່ອງຄຸນນະພາບ ໃນການນໍາສເນີຂ່າວໃຫ້ຮອບດ້ານ ໃຫ້ມີຄວາມໜ້າເຊື່ອຖື ຫຼາກຫຼາຍມຸມມອງ ແລະພາບເຫດການ ຫຼືພາບຂ່າວ ກໍຄວນນໍາສເນີ ໃຫ້ ຈະແຈ້ງ ມີຣາຍລະອຽດຮອບດ້ານ ເພື່ອດຶງດູດປະຊາຊົນ ໃຫ້ຫັນມາ ຕິດຕາມຂ່າວສານບ້ານເມືອງໃນລາວກັນຫຼາຍຂຶ້ນ, ດັ່ງທີ່ທ່ານ ກ່າວວ່າ:

“ປັບປຸງຄຸນນະພາບການອ່ານຂ່າວ ຣາຍການຂ່າວ ກ່ຽວກັບຄຸນນະພາບນີ້ແຫຼະ ມັນບໍ່ໄດ້ເນັ້ນໜັກຫຼາຍຫັ້ນນະ ພາບຫັ້ນນະ ມັນຈະ ບໍ່ຄ່ອຍດີປານໃດ ເວລາຂະເຈົ້າສາຍ ຄຸນນະພາບມັນຈະຕໍ່າຫຼາຍ.”

ທີ່ແຂວງໄຊຍະບູຣີ ນັກຂ່າວຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ວ່າ ນັກຂ່າວ ຂອງທາງການລາວ ມີໜ້າທີ່ນໍາສເນີຂ່າວ ຕາມທີ່ທາງການ ກໍານົດໄວ້ເທົ່ານັ້ນ ບໍ່ສາມາດນໍາສເນີຂ່າວອື່ນໄດ້ ຫາກບໍ່ໄດ້ຮັບອະນຸຍາດ, ເຖິງແມ່ນວ່າຂ່າວນັ້ນຈະເປັນຄວາມຈິງ ຫຼືເກີດຜົລກະທົບ ໜັກສໍ່າໃດກໍຕາມ ກ່ອນຈະໄດ້ອອກຂ່າວ ກໍຕ້ອງໄດ້ຮັບອະນຸຍາດຈາກທາງຂັ້ນເທິງກ່ອນ ເປັນຕົ້ນຂ່າວການເມືອງ ຂ່າວເຈົ້າໜ້າທີ່ ຣະດັບສູງສໍ້ໂກງ ແລະຂ່າວ ກ່ຽວກັບນັກລົງທຶນຣາຍໃຫຍ່:

“ທາງເຮົາ ມັນມັນບໍ່ແມ່ນອິສຣະເນາະ ເພາະວ່າເຮົາກໍຈະໄດ້ໄປຕາມແນວທາງ ເພິ່ນໃຫ້ໄປເຮົາຈັ່ງໄດ້ໄປ ຄັນເພິ່ນບໍ່ແຈ້ງມາ ເຮົາກໍ ບໍ່ສາມາດໄປຊີ້ນ່າ ບາງອັນມັນກະຮູ້ແດ່ບໍ່ຮູ້ແດ່ ກະເຮັດກະບໍ່ໄດ້ ມັນເປັນການສ້າງຄວາມປັ່ນປ່ວນບໍ໋ ບາງເທື່ອກະເປັນຮູບການນັ້ນ ຊື່ໆ.”

ແລະນັກຂ່າວຂອງເອກຊົນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກໍກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ການນໍາສເນີຂ່າວໃນລາວ ຍັງຖືກຈໍາກັດສິດເສຣີພາບ ຢ່າງໜັກໜ່ວງ ຊຶ່ງທຸກໆຂ່າວ ບໍ່ວ່າຈະເປັນຂ່າວຫຍັງ ກໍຕ້ອງໄດ້ຮັບອະນຸຍາດ ຈາກທາງການກ່ອນ ຈຶ່ງ ເຜີຍແຜ່ໄດ້.

ສ່ວນວ່າຂ່າວການເມືອງ ການສໍ້ຣາດບັງຫຼວງ ຫຼືຂ່າວຜົລກະທົບຕໍ່ຊຸມຊົນ ຈາກໂຄງການຕ່າງໆ ກໍຍິ່ງເປັນເຣື່ອງທີ່ຫຍຸ້ງຍາກ ຖ້າບໍ່ໄດ້ ຮັບອະນຸຍາດຈາກອໍານາດການປົກຄອງບ້ານ ເມືອງ ແລະແຂວງ ກໍອອກຂ່າວບໍ່ໄດ້ ດັ່ງທີ່ທ່ານກ່າວວ່າ:

“ຂ່າວພວກນີ້ ການເມືອງຢາກຍາກ ບໍ່ຢາກດໍາເນີນໄດ້ເລີຍຢູ່ທາງພີ້ນ່າ ມີຂໍ້ຈໍາກັດ ຄັນອັນໃດທີ່ວ່າ ກະທົບຕໍ່ບຸກຄົນ ຫຼືວ່ານິຕິບຸກຄົນ ຫຼືວ່າຣັຖບານ ຫຼືວ່າອັນໃດກໍແລ້ວແຕ່ ຄັນວ່າເຮົາເຮັດນອກກອບເພິ່ນ ເພິ່ນກະໂທມາຫາເລີຍແຫຼະ ເອີ້ນເຮົາໄປລົມເລີຍ.”

ທ່ານກ່າວຕື່ມອີກວ່າ ທີ່ຜ່ານມາ ກໍເຄີຍນໍາສເນີຂັ້ນເທິງ ກ່ຽວກັບໂຄງການກໍ່ສ້າງເສັ້ນທາງເລຂທີ 13 ໃນນະຄອນຫຼວງວຽງຈັນ ທີ່ມີ ຄວາມຫຼ້າຊ້າ ແລະເຊື່ອມໂຍງໄປເຖິງ ເຣື່ອງການສໍ້ຣາດບັງຫຼວງຂອງເຈົ້າໜ້າທີ່ ແຕ່ສຸດທ້າຍ ກໍຖືກສັ່ງຫ້າມບໍ່ໃຫ້ນໍາສເນີຂ່າວນີ້.

ແລະນັກຂ່າວຜູ້ນຶ່ງ ໃນ ນະຄອນຫຼວງວຽງຈັນ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ສິງຫາ ນີ້ວ່າ ກົດໝາຍວ່າດ້ວຍສື່ມວນຊົນ ອະນຸຍາດໃຫ້ສື່ມວນຊົນ ທັງພາຍໃນແລະຕ່າງປະເທດ ນໍາສເນີຂ່າວໄດ້.

ແຕ່ນັກຂ່າວໃນລາວ ຄວນຈະປ່ຽນແນວຄິດ ໃນການເຮັດວຽກ ບໍ່ຄວນລໍຖ້າຂ່າວຈາກພາກຣັຖເທົ່ານັ້ນ, ຄວນຄິດຫາວິທີອອກໄປຊອກ ຫາຂ່າວ, ວິທີເຈາະຫາຂ່າວໃຫ້ຮອບດ້ານ ເພື່ອສນອງຂ່າວ ໃຫ້ຫຼາກຫຼາຍແກ່ປະຊາຊົນ ແຕ່ທຸກເຣື່ອງທີ່ຈະນໍາສເນີນັ້ນຕ້ອງຢູ່ພາຍໃຕ້ ການຂໍ້ກໍານົດ ຂອງກົດໝາຍ ດັ່ງທີ່ທ່ານກ່າວວ່າ:

“ນັກຂ່າວນີ້ຈະສາມາດຕອບສນອງ ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ດ້ານຂໍ້ມູນຂ່າວສານໄດ້ຫຼາຍປານໃດ ວິທີເຈາະຂ່າວ ໃຫ້ມັນ ເລິກແນວໃດ ກົດໝາຍກະໄດ້ອະນຸຍາດ ບອກວ່າ ສື່ມວນຊົນນີ້ມີສິດເນາະທຸກຢ່າງ ໃນການນໍາສເນີຂ່າວຄວາມເປັນຈິງ.”

ອີງຕາມຄໍາເວົ້າຂອງປະຊາຊົນ ເຖິງແມ່ນວ່າ ຂແນງການສື່ມວນຊົນ ຈະເຕີບໃຫຍ່ຂຍາຍໂຕຂຶ້ນນັບມື້ ແຕ່ປະຊາຊົນລາວ ສ່ວນຫຼາຍ ກໍຍັງບໍ່ນິຍົມຕິດຕາມຂ່າວສານ ຜ່ານທາງໂທຣະທັດ ຂອງທາງການລາວຢູ່ ຍ້ອນຣາຍງານຂ່າວຫຼ້າຊ້າ ບໍ່ທັນເຫດການ ບໍ່ມີຄວາມ ຫຼາກຫຼາຍ-ບໍ່ຮອບດ້ານ ດັ່ງນັ້ນຈຶ່ງເຮັດໃຫ້ ປະຊາຊົນລາວ ຫັນໄປຕິດຕາມຂ່າວສານ ຜ່ານທາງໂທຣະທັດໄທຍ ແລະ ສື່ສັງຄົມ ອອນລາຍຫຼາຍກວ່າ.

ອົງການນັກຂ່າວບໍ່ມີພົມແດນ Reporters Without Borders ໄດ້ຈັດອັນດັບດັສນີ ອິສຣະພາບຂອງສື່ມວນຊົນທົ່ວໂລກ ໂດຍຣະບຸ ວ່າ ປີ 2021 ນີ້ ສປປລາວ ຖືກຈັດໃຫ້ ຢູ່ໃນອັນດັບທີ 172 ໃນຈໍານວນທັງໝົດ 180 ປະເທດທົ່ວໂລກ ຊຶ່ງໝາຍຄວາມວ່າ ລາວ ບໍ່ມີເສຣີພາບທາງດ້ານການຂ່າວ, ບໍ່ມີສໍານັກງານຂ່າວເອກຣາດ, ອົງການຂ່າວຕ່າງໆ ແມ່ນຂຶ້ນກັບຣັຖບານໝົດ ຊຶ່ງເປັນບັນຫາ ຕໍ່ ການນໍາສເນີຂ່າວ, ປະເດັນໃດກໍຕາມ ກໍຕ້ອງໄດ້ຮັບອະນຸຍາດ ຈາກໜ່ວຍງານຂອງຣັຖກ່ອນຈຶ່ງອອກຂ່າວໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Aug 31, 2021 05:18 PM

ເພື່ອຈະໄຫ້ຊື່ມວນຊົນທີ່ເປັນກະບອກສຽງໄຫ້ພວກທີ່ທົ່ວໂລກຮູ້ກັນດີວ່າຜູ້ມີອໍານາດແຫ່ງລັດໄຫ້ອອກຂ່າວຫຼືອ່ານຂ່າວທີ່ກົງໄປກົງມາ,ໄຫ້ມີມູນຄວາມຈິງ,ບໍ່ປິດບັງຂ່າວ,ບໍ່ເຂົ້າຂ້າງຝ່າຍໃດຝ່າຍນຶ່ງແລະອື່ນໆນັ້ນເປັນກໍລະນີທີ່ຍາກຫຼາຍທີ່ຈະເຮັດໄດ້ແລະມັນຈະບໍ່ໄດ້ເລີຍໃນປະຈຸບັນແລະໃນອະນາຄົດໂດຍສເພາະໃນສປປລາວ,ທຸກຄົນອາດຈະຮູ້ຈັກແລະເຂົ້າໃຈໃນທັດສະນະຂອງຜູ້ອ່ານຂ່າວໄດ້ຢ່າງແຈ່ມແຈ້ງເພາະວ່າທຸກໆຢ່າງມັນຢູ່ພາຍໄຕ້ການຄວບຄຸມຂອງອໍານາດແຫ່ງລັດທັ້ງນັ້ນຈະປະຕິເສດຫັຍງບໍ່ໄດ້,ອັນດັບຕົ້ນໆແມ່ນຝ່າຍກົງກັນຂ້າມກັບຝ່າຍເສລີພາບທາງຂ່າວສານມັກຈະຕອບໂຕ້ແລະກ່າວຫາຕໍ່ຝ່າຍເສລີພາບທາງຂ່າວສານວ່າອອກຂ່າວບໍ່ເປັນຄວມຈິງແນວນັ້ນແນວນີ້ແທ້ຈິງມັຈກໍຫຼີກລ້ຽງຈາກຄວາມຈິງບໍ່ໄດ້.