ບັນຫາເສຖກິດສັງຄົມ ຕ້ອງ ແກ້ໄຂ


2015.12.01
F-champassak ຕລາດສົດ ຢູ່ແຂວງ ຈໍາປາສັກ
Citizen journalist

ໃນ ວັນ ສລອງ ການສ້າງຕັ້ງ ສປປລາວ ຄົບຮອບ 40 ປີ ນີ້ ປະຊາຊົນ ລາວ ຢາກໃຫ້ ຣັຖບານ ສປປລາວ ແກ້ໄຂ ບັນຫາ ເສຖກິຈ ທີ່ ຫຍຸ້ງຍາກ ແລະ ເອົາໃຈໃສ່ ແກ້ໄຂ ໃຫ້ຊີວິດ ການເປັນຢູ່ ຂອງພວກຕົນ ດີຂຶ້ນ. ເຈົ້າຂອງ ຮ້ານ ຂາຍເຄື່ອງ ກໍ່ສ້າງ ຢູ່ແຂວງ ຈຳປາສັກ ເວົ້າເຖິງ ເຣື່ອງນີ້ ໃນ ວັນຊາດ ທີ 2 ທັນວາ ນີ້ວ່າ ປັດຈຸບັນ ລຳບາກ, ຂາຍເຄື່ອງ ບໍ່ຄ່ອຍໄດ້, ຈຶ່ງ ຢາກໃຫ້ ຣັຖບານ ຫລຸດ ອາກອນ ລົງ:

“ຄ້າຂາຍເນາະ ກໍຢາກໃຫ້ ຫລຸດ ອາກອນ ລົງ ອາກອນ ແຕ່ລະເດືອນ ມັນສູງຫຼາຍ ເດືອນ ນຶ່ງ 6 ລ້ານ ປາຍ ປິນີ້ ເສຖກິຈ ບໍ່ດີ ຫັ້ນນະ”.

ພ້ອມກັນນັ້ນ ປະຊາຊົນ ລາວ ອີກ ທ່ານນຶ່ງ ຢູ່ແຂວງ ຜົ້ງສາລີ ກໍຮຽກຮ້ອງ ໃຫ້ ຣັຖບານ ລາວ ຈັດຣະບຽບ ສຳລັບ ພໍ່ຄ້າ ແມ່ຄ້າ ວຽດນາມ ທີ່ ເຂົ້າມາ ຄ້າຂາຍ ໃນ ແຂວງນີ້ ຫຼາຍເກີນໄປ:

“ຄົນວຽດ ມາໂລະ ຂາຍເຄື່ອງ ການຄ້າ ເຂົາບໍ່ເອົາ ໃຈໃສ່ ໃຫ້ໄທເຮົາ ປານໃດ ມັນບໍ່ເປັນ ຣະບົບ ຣະບຽບ. ທຳມະດາ ເຮົາຕ້ອງ ມີທະບຽນ ດີໆ ບໍ່ໃຫ້ ມາຂາຍ ຊະຊາຍ ປະເພດ ສິນຄ້າ ທີ່ນຳເຂົ້າມາ ຫັ້ນນະ”.

ແລະ ພະນັກງານ ຣັຖ ທີ່ເຮັດວຽກ ຢູ່ ສຸຂສາລາ ໃນ ນະຄອນຫຼວງ ວຽງຈັນ ນາງນຶ່ງ ກໍເວົ້າວ່າ ປັດຈຸບັນ ຊີວິດ ການເປັນຢູ່ ຫຍຸ້ງຍາກ ຫຼາຍ ເພາະໄດ້ຮັບ ເງິນເດືອນ ບໍ່ເປັນ ປົກກະຕິ, ຈຶ່ງຢາກໃຫ້ ຣັຖບານ ເລັ່ງ ແກ້ໄຂ ເຣື່ອງນີ້:

“ເງິນເດືອນ ຂອງ ພະນັກງານ ນີ້ນະ ສາມເດືອນ ຈັ່ງໄດ້ ເທື່ອນຶ່ງ ຢາກໃຫ້ ເພິ່ນແກ້ໄຂ ໃຫ້ໄດ້ ທຸກ ເດືອນ. ແລ້ວ ກໍຢາກໃຫ້ ແກ້ໄຂ ເຣື້ອງການ ເພິ່ມ ອັດຕາ ຄ່າຄອງຊີບ ຂອງ ພະນັກງານ ເຮົານີ້ແຫລະ ເພິ່ມເງິນ ເດືອນ ໃຫ້ແດ່”.

ໃນ ຣະຍະ 40 ປີ ຫລັງການ ສ້າງຕັ້ງ ສປປ ລາວ ມານີ້ ເຖິງແມ່ນວ່າ ປະເທດລາວ ໄດ້ຮັບການ ພັທນາ ຫຼາຍດ້ານ, ແຕ່ ພະນັກງານ ຣັຖກອນ ສ່ວນຫຼາຍ ຍັງມີຄວາມ ຫຍຸ້ງຍາກ ໃນການ ຄອງຊີພ ປະຈຳວັນ ຍ້ອນ ເງິນເດືອນ ບໍ່ກຸ້ມກິນ ແລະ ປະຊາຊົນ ລາວ ສ່ວນ ຫຼາຍ ຍັງທຸກຍາກ ຂາດເຂີນ, ເດືອດຮ້ອນ ທັງ ທາງດ້ານ ການທຳມາ ຫາກິນ, ດ້ານຊີວິດ ການເປັນຢູ່ ແລະ ທັງຂາດ ສິດ ເສຣີພາບ ແລະ ປະຊາ ທິປະຕັຍ ຊຶ່ງທັງໝົດ ນັ້ນ ຄວນໄດ້ຮັບ ການແກ້ໄຂ ໂດຍ ພັກ-ຣັຖ ສປປລາວ ທີ່ ປົກຄອງ ແລະ ບໍຣິຫານ ປະເທສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.