ທາງການຈະກວດກາການໃຊ້ ສື່ສັງຄົມ ອອນໄລນ໌

ຈໍາປາທອງ
2014.05.20
f-default ທາງການຈະກວດກາການໃຊ້ ສື່ສັງຄົມ ອອນໄລນ໌
RFA

 

ເມື່ອ ບໍ່ດົນ ມານີ້, ເຈົ້າໜ້າທີ່ ກະຊວງ ວິທຍາສາດ ແລະ ເຕັກໂນໂລຈີ ຂອງລາວ ຜູ້ ຂໍສງວນຊື່ ທ່ານໜຶ່ງ ເປີດເຜີຍ ວ່າ ທາງການ ລາວ ຈະເລີ້ມ ຫາ ມາຕການ ທີ່ເຂັ້ມງວດ ຫຼື ຈັດຣະບຽບ ການໃຊ້ ສື່ສັງຄົມ ອອນໄລນ໌ ໃຫ້ເຄັ່ງຄັດ ຂຶ້ນຕື່ມ ເພື່ອ ຈຳກັດ ດ້ານຫຍໍ້ທໍ້, ສົ່ງເສີມ ດ້ານດີ ແລະ ກັ່ນກອງ ຂໍ້ມູນ ທີ່ ສ້າງສັນ.

ໃນ ເບື້ອງຕົ້ນ, ທາງ ຣັຖບານ ລາວ ຈະໃຫ້ ຄະນະ ກຳມະການ ຄຸ້ມຄອງ ອິນເຕິເນັດ ແຫ່ງຊາດ ສົມທົບ ກັບ ກະຊວງ ປ້ອງກັນ ຄວາມສງົບ ປະຕິບັດ ງານ ສະເພາະ ໜ້າ ຊຶ່ງ ຈະເລີ້ມ ແຕ່ປີ 2014 ໄປຈົນເຖິງ ປີ 2016 ໂດຍການ ອອກ ຣະບຽບ ຕ່າງໆ ແລະ ກັ່ນກອງ ບາງ ເວັບໄຊ ທີ່ມີ ລັກສະນະ ສວນທາງ ກັບ ນະໂຍບາຍ ຂອງ ພັກ-ລັຖ ແລະ ກົດໝາຍ ຂອງລາວ ເປັນຕົ້ນ facebook, Youtube, twitter, Blogs ແລະ ອື່ນໆ. ເຈົ້າໜ້າທີ່ ທ່ານນີ້ ກ່າວຕອນ ໜຶ່ງວ່າ:

“ສຳລັບ ໂຕນີ້ ແມ່ນເພິ່ນ ມອບໃຫ້ ກັບ ຄະນະ ກຳມະການ ອິນເຕີເນັດ ແຫ່ງຊາດ ທີ່ວ່າ ເພິ່ນ ຫາຊິຕັ້ງຂຶ້ນ ມານີ້ນ່າ. ລະກະ ໃຫ້ເພິ່ນ ສົບທົບກັບ ກະຊວງ ປ້ອງກັນ ຄວາມສງົບ ເພື່ອ ບລ໋ອກ ເວັບ ທີ່ວ່າ ບໍ່ຈຳເປັນ ເວັບ ທີ່ວ່າມີ ຄວາມສ່ຽງ ຕໍ່ຄວາມ ໝັ້ນຄົງ ຂອງ ປະເທດ ເຮົານີ້ໄວ້”.

ນອກຈາກນີ້, ທາງການ ລາວ ຍັງຈະມີ ມາຕການ ໃນການ ແກ້ໄຂ ບັນຫາ ໄລຍະ ຍາວ ຈົນເຖິງປີ 2020 ໂດຍຈະໃຫ້ ກະຊວງ ໄປສະນີ, ໂທລະຄົມ ມະນາຄົມ ແລະ ການສື່ສານ ສົມທົບ ກັບ ກະຊວງ ປ້ອງກັນ ປະເທດ, ກະຊວງ ປ້ອງກັນ ຄວາມສງົບ ແລະ ກະຊວງ ວິທຍາສາດ ແລະ ເຕັກໂນໂລຈີ ເພື່ອສ້າງ ກົດໝາຍ ແລະ ນິຕິກັມ ຕ່າງໆ ໂດຍອີງໃສ່ ກົດໝາຍ ອາຍາ ເປັນຫຼັກ ອັນທີ່ ກ່ຽວພັນ ເຖິງ ອາສຍະກັມ ທາງ ອິນເຕີເນັດ ແລະ ຂໍ້ມູນ ຂ່າວສານ ທາງ ເອເລັກໂຕຣນິກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.