ຂັ້ນຕອນປາບປາມຣັຖກອນ ສໍ້ຣາສ ທຸກຄົນ


2013.11.12
F-nas ສະພາແຫ່ງຊາຕ ສປປ ລາວ
LPDR

 

ປັດຈຸບັນທາງການລາວ ກໍາລັງຮ່າງເອກສານ ເພື່ອສົ່ງໃຫ້ເຈົ້າໜ້າທີ່ ພະນັກງານຣັຖ ຂຽນຣາຍງານ ຊັພສົມບັດ ສ່ວນຕົວ ແລະ ຂອງທຸກຄົນ ພາຍໃນຄອບຄົວ. ຣັຖບານສປປ ລາວ ອອກດໍາຣັດນາຍົກ ຣັຖມົນຕຣີ ເມື່ອເດືອນມິຖຸນາ ປີນີ້ວ່າ ເຈົ້າໜ້າທີ່ຣັຖບານ ທຸກຄົນຮວມທັງຄະນະ ຜູ້ນຳ ແລະຄອບຄົວ ຕ້ອງໄດ້ຣາຍງານ ເປີດເຜີຍຊັພສົມບັດ ນັບແຕ່ວັນທີ່ 1 ເດືອນ 1 ປີ 2014 ເປັນຕົ້ນໄປ.

ການຮ່າງເອກກະສານ ເພື່ອໃຫ້ຣາຍງານຊັພສິນນັ້ນມີຢູ່ສອງສະບັບ ແລະໃກ້ຈະສຳເຣັດແລ້ວ. ຫາກສຳເຣັດແລ້ວ ຈະສົ່ງຂຶ້ນໄປຫາຄະນະຣັຖ -ມົນຕຣີ ເພື່ອໃຫ້ພິຈາຣະນາ. ເມື່ອຄະນະຣັຖມົນຕຣີຕົກລົງເຫັນດີນໍາແລ້ວ  ຄະນະຜູ້ກວດກາກໍຈະເລິ້ມຈັດຕັ້ງ ປະຕິບັດ.

ດໍາຣັດສະບັບນີ້ຍັງບົ່ງໄວ້ວ່າ ພະນັກງານຂອງຣັຖທຸກຄົນ ຕ້ອງຣາຍງານຣາຍໄດ້ຣາຍຮັບ ເງິນຝາກທະນາຄານ ໜີ້ສິນທີ່ດິນເຮືອນຕຶກອາຄານ ແລະຣົດທຸກຄັນ ໃນຄອບຄົວ ຮວມທັງຣົດສ່ວນຕົວ. ຈົນຮອດຂອງຂວັນ ທີ່ມີຣາຄານັບແຕ່ 5 ລ້ານກີບ ຂື້ນໄປ ກໍຕ້ອງຣາຍງານ.

ສປປລາວເປັນປະເທດທີ່ມີການສໍ້ຣາສບັງຫລວງ ຫລາຍທີ່ສຸດໃນໂລກ. ປະຊາຊົນລາວໃຜໆກໍເຂົ້າໃຈວ່າ ຄະນະຜູ້ນຳພັກແລະຣັຖບານສໍ້ຣາສ ບັງຫລວງ ຮ່ັງມີເປັນດີຂື້ນແບບຜິດປົກກະຕິ ແຕ່ພວກເຂົາກໍເຂົ້າໃຈດີວ່າ ເຖິງແມ່ນວ່າຣັຖບານ ຈະມີດໍາຣັດຕັດສັ່ງ ໃຫ້ຣັຖກອນທຸກຄົນ ເປີດ ເຜີຍຊັບສົມບັດ ແນວໃດກໍຕາມ ຣັຖບານກໍຄົງຈະບໍ່ສາມາດ ປາບປາມ ການສໍ້ຣາສບັງຫລວງ ໄດ້ຢ່າງງ່າຍດາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.