ໃຫ້ຣະວັງຂໍ້ມູນໃນເຟັສບຸກ
2014.07.08
ກະຊວງ ປ້ອງກັນ ຄວາມສງົບ ຂອງ ສປປ ລາວ ຮຽກຮ້ອງ ໃຫ້ ປະຊາຊົນ ທຸກພາກສ່ວນ ໃຊ້ສະຕິ ຣະວັງໂຕ ໃນການ ຮັບຂໍ້ມູນ ຂ່າວສານ ຈາກ ສື່ ອອນລາຍ ໃຫ້ ຖີ່ຖ້ວນ ເພື່ອບໍ່ໃຫ້ ຕົກເປັນ ເຫຍື່ອ ຂອງ ກຸ່ມຄົນ ບໍ່ດີ ຢາກສ້າງ ຄວາມ ວຸ້ນວາຍ ຂຶ້ນໃນ ສັງຄົມ ກຸ່ມຄົນ ບໍ່ດີ ເຫລົ່ານີ້ ມັກໃຊ້ Facebook ໃສ່ຮ້າຍ ປ້າຍສີ ທາງການລາວ, ເຮັດໃຫ້ ສັງຄົມ ບໍ່ມີຄວາມ ສງົບ. ດັ່ງ ເຈົ້າໜ້າທີ່ ລາວ ທ່ານນຶ່ງ ເວົ້າວ່າ:
"ຕ້ອງໄດ້ເບິ່ງ ງ່ຽງຫູຟັງ ແລະ ກະໃຊ້ ສະຕິ ໃນການ ເບິ່ງ ການຊົມ ຫັ້ນນະ ການລົງເຟັສ ລົງອິສັງ ຕ່າງໆນີ້ ບາງເທື່ຶອ ມັນກະ ບໍ່ມີ ຄວາມຈິງ ດອກ ມັນເປັນ ການສ້າງ ຄວາມ ປັ່ນປ່ວນ ໃຫ້ທຸກຄົນໃນສັງຄົມ ນີ້ມີ ແນວຄິດ ທີ່ວ່າ ໄປຖືກກັນ ກັບ ເຂົາຫັ້ນນະ".
ທ່ານກ່າວ ຕໍ່ໄປວ່າ ໃນຣະຍະ 2 ເດືອນ ຫລັງມານີ້ ມັກມີຂ່າວ ເຜີຍແພ່ ຢູ່ໃນ ສື່ Facebook ຢູ່ປະເທສ ລາວ ກ່ຽວກັບ ແກ໊ງ ຕ່າງຊາດ ເຂົ້າມາ ກໍ່ເຫດ, ເຄື່ອນໄຫວ ລັກ ເດັກນ້ອຍ ໄປຜ່າຕັດ ເອົາ ອະວັຍວະ ເພື່ອນໍາ ໄປຂາຍ, ມີການ ປອມແປງ ເອກກະສານ ທີ່ມີກາ ຂອງ ທາງການ ແລະ ນໍາອອກ ເຜີຍແພ່, ເຮັດໃຫ້ ປະຊາຊົນ ຈໍານວນ ຫລາຍ ຫລົງເຊື່ອ ແລ ະພາກັນແຕກຕື່ນ.
ເຈົ້າໜ້າທີ່ ທາງການລາວ ທ່ານນີ້ ວ່າຢາກໃຫ້ ຜູ້ໃຊ້ສື່ Facebook ເລືອກອ່ານ ຂ່າວສານ ທີ່ ມີແຫລ່ງ ອ້າງອີງ ຖືກຕ້ອງ ແລະ ເບິ່ງແຕ່ ສິ່ງທີ່ມີ ສາຣະ; ຫາກຮູ້ ຜູ້ທີ່ສ້າງ ເຣຶ່ອງ ຂຶ້ນມາ ກໍ່ຄວາມ ປັ່ນປ່ວນ ໃນສັງຄົມ ໃຫ້ແຈ້ງ ເຈົ້າໜ້າທີ່ ໂດຍໄວ ເພື່ອນໍາໄປ ລົງໂທດ ຕາມ ກົດໝາຍ ບ້ານເມືອງ.
ຢ່າງໃດ ກໍຕາມ ມາເຖິງ ປັດຈຸບັນ ຜູ້ໃຊ້ ສື່ສັງຄົມ ອອນລາຍ ຈໍານວນ ບໍ່ໜ້ອຍ ຍັງເຊື່ອ ຢູ່ວ່າ ເຣຶ່ອງແກ໊ງ ຕ່າງຊາດ ເຂົ້າມາລັກ ເດັກນ້ອຍ ລາວ ນັ້ນບໍ່ແມ່ນ ເຣຶ່ອງ ທີ່ຖືກ ປັ້ນແຕ່ງ ຂຶ້ນມາ, ແຕ່ມັນ ເປັນເຣຶ່ອງ ທີ່ ມີຄວາມຈິງ ເຖິງແມ່ນ ວ່າ ທາງການ ລາວ ຈະ ປະຕິເສດ ໄປແລ້ວ ຫລາຍຄັ້ງ ກໍຕາມ.