ຜູ້ນໍາລາວຊຸດໃໝ່ ສມັຍທີ 11
2021.01.26
ກອງປະຊຸມໃຫຍ່ຄັ້ງທີ 11 ຂອງ ພັກປະຊາຊົນ ປະຕິວັດລາວ ໄດ້ເລືອກຕັ້ງເອົາຄະນະບໍຣິຫານງານ ສູນກາງພັກສະໄໝ ທີ XI ໃນ ວັນທີ 14 ມົກກະຣາ 2021 ຈໍານວນທັງໝົດ 81 ຄົນ.
ໃນນັ້ນມີກັມມະການສົມບູນ ສູນກາງພັກ 71 ຄົນ (ມີເພດຍິງ 12 ຄົນ) ແລະ ກັມມະການສໍາຮອງສູນກາງພັກ 10 ຄົນ (ມີເພດຍິງ 2 ຄົນ). ຄະນະບໍຣິຫານງານສູນກາງພັກຊຸດເກົ່າ ສມັຍທີ 10 ມີກັມມະການ ສົມບູນສູນກາງພັກ 69 ຄົນ (ມີເພດຍິງ 7 ຄົນ) ແລະ ກັມມະການສໍາຮອງ ສູນກາງພັກ 8 ຄົນ (ມີເພດຍິງ 2 ຄົນ).
ໃນຈໍານວນຄະນະບໍຣິຫານງານສູນກາງພັກ 71 ຄົນ ທີ່ວ່ານັ້ນອາຍຸ 60 ປີຂຶ້ນໄປມີ 36 ຄົນ. ຊຸດກ່ອນກໍມີ 36 ຄົນ. ອາຍຸ 46-59 ປີ ມີ 35 ຄົນ. ຊຸດກ່ອນມີ 33 ຄົນ. ອາຍຸສູງສຸດ ຊຸດໃໝ່ ນີ້ 75 ປີ. ຊຸດກ່ອນອາຍຸສູງສຸດ 78 ປີ. ກັມມະການສູນກາງພັກ ທີ່ໄດ້ເຂົ້າການປະຕິວັດ ກ່ອນປີ 1975 ມີ 19 ຄົນ, ຫຼັງປີ 1975 ມີ 52 ຄົນ, ເຂົ້າພັກກ່ອນປີ 1975 ມີ 7 ຄົນ.
ກັມມະການສູນກາງພັກ ສ່ວນຫຼາຍໄດ້ຜ່ານການສຶກສາຮໍ່າຮຽນ ທິສດີມາກ-ເລນິນ ທັງຣະບົບບໍາລຸງ ແລະ ກໍ່ສ້າງໄດ້ຮັບການສຶກສາ ດ້ານວິຊາສະເພາະ ແລະ ເຕັກນິກ-ວິທຍາສາດ ຊັ້ນກາງຂຶ້ນໄປ, ໃນນັ້ນຈົບປະຣິນຍາເອກ 28 ຄົນ, ປະຣິນຍາໂທ 27 ຄົນ.
ໃນຄະນະບໍຣິຫານງານ ສູນກາງພັກສະໄໝທີ XI ມີກັມມະການສົມບູນ ສູນກາງພັກ 71 ຄົນ ຜູ້ທີ 1 ແມ່ນ ທ່ານ ທອງລຸນ ສີສຸລິດ, ຜູ້ທີ 2 ແມ່ນ ທ່ານ ພັນຄໍາ ວິພາວັນ, ຄົນທີ 3 ແມ່ນ ຍານາງ ປານີ ຢາທໍ່ຕູ້ ແລະ ຄົນສຸດທ້າຍ ແມ່ນ ທ່ານ ດາວວົງ ພອນແກ້ວ.
ສໍາລັບກັມມະການສໍາຮອງ ສູນກາງພັກ 10 ຄົນ, ຜູ້ທໍາອິດແມ່ນ ທ່ານ ມະໄລທອງ ກົມມະສິດ ແລະ ຄົນສຸດທ້າຍແມ່ນ ພັນເອກ ນາງ ລີວົງ ລາວລີ.
ເມື່ອເວົ້າເຖິງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກ ຜູ້ເກົ່າ ທີ່ບໍ່ມີຊື່ຢູ່ໃນບັນຊີຜູ້ສມັກຮັບ ເລືອກຕັ້ງ ເຂົ້າຢູ່ໃນຄະນະບໍຣິຫານງານ ສູນກາງພັກ ຊຸດໃໝ່ ນີ້ກໍຖືເປັນຈຸດນຶ່ງ ທີ່ຫລາຍໆຄົນຄາດບໍ່ເຖິງ ຍ້ອນຄິດວ່າ ທ່ານ ຍັງຈະດໍາຣົງຕໍາແໜ່ງ ຫົວໜ້າພັກ ໄປອີກຕື່ມນຶ່ງສມັຍ ຍ້ອນຫາງສຽງວິພາກວິຈານ ຈາກ ສັງຄົມ ກ່ຽວກັບ ການປະຕິບັດໜ້າທີ່ ວຽກງານຂອງທ່ານ ໄປໃນທາງລົບ ກໍບໍ່ມີຫຍັງຫລາຍ ແລະ ສຸຂພາບຂອງທ່ານ ກໍບໍ່ມີຂ່າວວ່າ ເຈັບເປັນຫຍັງຮຸນແຮງ ພໍທີ່ຈະ ເປັນອຸປສັກ ຕໍ່ການນໍາພາພັກນັ້ນ.
ແຕ່ເຖິງແນວໃດກໍຕາມ ທ່ານ ທອງລຸນ ສີສຸລິດ ກໍກ່າວແບບສັ້ນໆ ໂດຍບໍ່ເວົ້າເຖິງສາເຫດຂອງການບໍ່ສມັກນັ້ນວ່າ ທ່ານ ບຸນຍັງ ບໍ່ໄດ້ສມັກ, ແຕ່ ທ່ານ ທອງລຸນ ບໍ່ໄດ້ເວົ້າເຖິງສາເຫດ ຂອງການບໍ່ສມັກນັ້ນ:
“ໃນກອງປະຊຸມຄັ້ງນີ້ ສະຫາຍ ບຸນຍັງ ວໍລະຈິດ ເລຂາທີການໃຫຍ່ ຄະນະບໍຣິຫານງານສູນກາງພັກ ສມັຍທີ 10 ໄດ້ສມັກໃຈບໍ່ສືບຕໍ່ ສມັກຮັບເລືອກຕັ້ງ ເປັນເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກ ສມັຍທີ 11 ອີກ.”
ແລະ ພາຍຫລັງຖືກເລືອກຕັ້ງ ເປັນເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກ ທ່ານ ທອງລຸນ ສີສຸລິດ ກໍໄດ້ກ່າວເຖິງການ ພັທນາ ສປປລາວ ຕາມແນວທາງ ແຫ່ງການປ່ຽນແປງໃໝ່ ໃນຕໍ່ໜ້າ ແລະ ທັງວ່າ ຍຶດໝັ້ນ ໃນການທີ່ຈະເຮັດໃຫ້ ປະເທດລາວ ກ້າວສູ່ສັງຄົມນິຍົມ:
“ພວກເຮົາຈະສືບຕໍ່ ຮໍ່າຮຽນ ເສີມຂຍາຍມູນເຊື້ອປະຕິວັດ ເດັດດ່ຽວ ແລະ ແບບຢ່າງອັນໃສແຈ້ງ ຂອງສະຫາຍ ພ້ອມກັນສາມັກຄີ ພາຍໃນ ໃຫ້ແໜ້ນ ນໍາເອົາພາຣະກິດ ປ່ຽນແປງໃໝ່ ກ້າວຂຶ້ນຢ່າງໜັກແໜ້ນ ຕາມຈຸດ ໝາຍສັງຄົມນິຍົມ.”
ເມື່ອເວົ້າເຖິງສະຕິຕໍ່ພັກ ຢູ່ໃນບົດຣາຍງານການເມືອງ ຂອງຄະນະບໍຣິຫານງານ ສູນກາງພັກ ສມັຍທີ 10 ຕໍ່ກອງປະຊຸມໃຫຍ່ ສມັຍທີ 11 ຂອງພັກ, ໃນຖານະຫົວໜ້າພັກ ທ່ານ ບຸນຍັງ ວໍລະຈິດ ກ່ຽວເຖິງການນໍາຂອງພັກປະຊາຊົນປະຕິວັດລາວ ກ່ຽວກັບສະຕິຕື່ນຕົວ ແລະ ການປັບປຸງຕົນເອງ ຕອນນຶ່ງວ່າ ພັກ ບໍ່ມີຄວາມສະດຸ້ງໄວ, ບໍ່ຍອມປັບປຸຸງຕົນເອງ:
“ພ້ອມກັນນັ້ນ ກໍຮັບຮູ້ຢ່າງເລິກເຊິ່ງ ຊຶ່ງວ່າພັກບໍ່ມີຄວາມສະດຸ້ງໄວ ບໍ່ຍອມປັບປຸງຕົນເອງ. ໃນທີ່ສຸດກໍກາຍເປັນພັກລ່າຫລັງ ສູນເສັຽ ຄວາມເຫລື້ອມໃສສັດທາ ແລະການສນັບສນູນ ຈາກມະຫາ ຊົນ.”
ອົງປະກອບຂອງຄະນະນໍາພັກຊຸດໃໝ່ ທີ່ມີພົລເຮືອນຫລາຍຂຶ້ນ ຮວມທັງ ທ່ານ ທອງລຸນ ສີສຸລິດ ຜູ້ເປັນເລຂາທິການໃຫຍ່ ຄະນະ ບໍຣິຫານງານ ສູນກາງພັກນັ້ນ ຕາມຄໍາເຫັນຂອງນັກ ຊ່ຽວຊານໄທຍ ແລ້ວແມ່ນວ່າການປົກຄອງຢູ່ ສປປລາວ ຈະເປັນການປົກຄອງ ດ້ວຍຣະບົບ Bureaucracy ຫລື ຣະບົບຣາຊການ, ຣະບົບເຈົ້າຂຸນມຸນນາຍ, ຣະບົບອາຍາສິດ ຫລື ເວົ້າອີກຢ່າງນຶ່ງ ຄື; ຣັຖບາລ ບໍຣິຫານປະເທດ ທີ່ຍຶດໝັ້ນໃນກົດຕາຍຕົວ ແລະ ລໍາດັບຊັ້ນຂອງ ອໍານາດ ຫລື ເປັນຍ້ອນຫົວໜ້າ ພັກທຸກຄົນທີ່ຜ່ານມາເປັນ ນາຍທະຫານເຊັ່ນ ທ່ານ ໄກສອນ ພົມວິຫານ ແລະ ທ່ານ ບຸນຍັງ ວໍລະຈິດ, ທ່ານ ທອງລຸນ ສີສຸລິດ ເປັນພົລເຮືອນ ຄົນທໍາອິດ ທີ່ເປັນຫົວໜ້າພັກ.
ທ່ານ ອະດິສອນ ເສມແຍ້ມ ນັກຊ່ຽວຊານກ່ຽວກັບລາວ ປະຈໍາສະຖາບັນເອເຊັຍສຶກສາ ຂອງມະຫາວິທຍາລັຍຈຸລາລົງກອນຂອງໄທ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 19 ມົກກະຣາ 2021 ນີ້ວ່າ:
“ຜົມຄິດວ່າໃນສ່ວນຂອງຄະນະກັມການ ຄະນະບໍຣິຫານງານ ສູນກາງພັກ ນີ້ນະ ຊຸດນີ້ນະຂ້ອນຂ້າງມີຄວາມ ແຕກຕ່າງຈາກຊຸດທີ່ ແລ້ວນີ້ ເທົ່າທີ່ດູ ຢູ່ທີ່ຈຸດລັກສນະ ຂອງການເມືອງ ນີ້ນະ ປ່ຽນໄປໃນລັກສນະເປັນ bureaucrat ນະ ລະໃນສ່ວນຂອງ bureaucrat ທີ່ຂຶ້ນມາສ່ວນໃຫຍ່ເປັນ ຂ້າຣາຊການ.”
ເວົ້າເຖິງລັກສນະແຂ່ງຂັນຍາດແຍ່ງ ເອົາລາວ ຂອງຜູ້ນໍາຈີນ ແລະ ວຽດນາມ ອາຈານ ອະດິສອນ ເສມແຍ້ມ ກ່າວວ່າມັນສະແດງ ອອກໃຫ້ເຫັນ ຢູ່ໃນການສົ່ງສານ ສະແດງຄວາມ ດີໃຈນໍາ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ຂຶ້ນເປັນເລຂາທິການໃຫຍ່ ຄະນະ ບໍຣິຫານງານ ສູນກາງພັກ ນັ້ນ:
“ຈີນກັບວຽດນາມ ພໍ ທ່ານ ທອງລຸນ ໄດ້ຂຶ້ນປຶບ ຈີນ ສົ່ງສານສະແດງຄວາມດີໃຈຈາກ ສີຈິນຜິງ ແລະ ທາງວຽດນາມ ກໍສົ່ງສານ ມັນມີລັກສນະທີ່ ແຂ່ງຂັນກັນ.”
ເວົ້າສະເພາະການພົວພັນຮ່ວມມື ຣະຫວ່າງ ລາວແລະວຽດນາມ ໃນຕໍ່ໜ້າຮອງ ສາສດາຈານ ດຣ. ໂຍທິນ ສະແຫວງດີ ນັກຊ່ຽວຊານ ຈາກສະຖາບັນວິຈັຍ ປະຊາກອນ ແລະ ສັງຄົມ ມະຫາວິທຍາລັຍ ມະຫິດົນ ຂອງໄທຍ ໃຫ້ຄວາມເຫັນກ່ອນມື້ເລືອກຕັ້ງຄະນະນໍາພັກ ນັ້ນວ່າ ການປ່ຽນແປງໃດໆ ທີ່ຈະເກີດຂຶ້ນນັ້ນ ຈະປ່ຽນແປງໄປໃນທາງບວກຍິ່ງຂຶ້ນ
“ການປ່ຽນແປງໃດໆທີ່ຈະເກີດຂຶ້ນນີ້ນະ ຈະປ່ຽນແປງໄປໃນທາງບວກຍິ່ງຂຶ້ນ ແລະ ກໍອາດຈະເຮັດໃຫ້ ຄວາມສັມພັນຣະຫວ່າງ ລາວກັບວຽດນາມ ນີ້ນະ ດີຂຶ້ນຕໍ່ໄປອີກ.”
ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍຣິຫານງານ ສູນກາງພັກ ສະໄໝທີ XI ໃນວັນທີ 15 ມົກກະຣາ 2021 ນອກຈາກໄດ້ ເລືອກຕັ້ງເອົາ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ຄົນປັດຈຸບັນ ເປັນເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກແລ້ວ ກໍໄດ້ເລືອກຕັ້ງເອົາກົມການເມືອງ ສູນກາງພັກ, ຄະນະເລຂາທິການສູນກາງພັກ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ປະທານ ແລະ ຮອງປະທານຄະນະກວດກາສູນກາງພັກ. ກົມການເມືອງ ສູນກາງພັກ ມີ 13 ຄົນຄື:
1. ທ່ານ ທອງລຸນ ສີສຸລິດ,
2. ທ່ານ ພັນຄໍາ ວິພາວັນ,
3. ຍານາງ ປານີ ຢາທໍ່ຕູ້,
4. ທ່ານ ບຸນທອງ ຈິດມະນີ,
5. ທ່ານ ໄຊສົມພອນ ພົມວິຫານ
6. ທ່ານ ຈັນສະໝອນ ຈັນຍາລາດ,
7. ທ່ານ ຄໍາພັນ ພົມມະທັດ,
8. ທ່ານ ສິນລະວົງ ຄຸດໄພທູນ,
9. ທ່ານ ສອນໄຊ ສີພັນດອນ,
10. ທ່ານ ກິແກ້ວ ໄຂຄໍາພິທູນ
11. ພົນໂທ ວິໄລ ຫຼ້າຄໍາຟອງ,
12. ຍານາງ ສີໃສ ລືເດດມູນສອນ ແລະ
13. ທ່ານ ສະເຫຼີມໄຊ ກົມມະສິດ.
ໃນຈໍານວນ 13 ຄົນທີ່ວ່ານັ້ນ ບໍ່ມີຊື່ຜູ້ທີ່ຢູ່ໃນກົມການເມືອງ ສູນກາງພັກຊຸດເກົ່າ 2 ຄົນ ຄື: ທ່ານ ບຸນຍັງ ວໍລະຈິດ ແລະທ່ານ ຈັນສີ ໂພສີຄໍາ. ແຕ່ມີ 4 ຄົນໃໝ່ ເຂົ້າຕື່ມຄື: ທ່ານ ກິແກ້ວ ໄຂຄໍາພິທູນ, ພົນໂທ ວິໄລ ຫຼ້າຄໍາຟອງ, ຍານາງ ສີໃສ ລືເດດມູນສອນ ແລະ ທ່ານ ສະເຫຼີມໄຊ ກົມມະສິດ.
ຄະນະເລຂາທິການສູນກາງພັກ ປະກອບມີ 9 ຄົນຄື:
1. ທ່ານ ທອງລຸນ ສີສຸລິດ,
2. ທ່ານ ບຸນທອງ ຈິດມະນີ,
3. ທ່ານ ຄໍາພັນ ພົມມະທັດ,
4. ຍານາງ ສີໃສ ລືເດດມູນສອນ
5. ທ່ານ ຄໍາພັນ ເຜີຍຍະວົງ,
6. ທ່ານ ອານຸພາບ ຕຸນາລົມ,
7. ທ່ານ ທອງສະລິດ ມັງໜໍ່ເມກ,
8. ຍານາງ ສູນທອນ ໄຊຍະຈັກ ແລະ
9. ຍານາງ ວຽງທອງ ສີພັນດອນ.
ຄະນະເລຂາທິການສູນກາງພັກຊຸດເກົ່າ ກໍມີ 9 ຄົນ ຊຶ່ງໃນນັ້ນ 6 ຄົນ ບໍ່ມີຊື່ໃນຊຸດໃໝ່ ຄື:
1. ທ່ານ ບຸນຍັງ ວໍລະຈິດ
2. ທ່ານ ພັນຄໍາ ວິພາວັນ,
3. ທ່ານ ຈັນສີ ໂພສີຄໍາ,
4. ພົນໂທ ແສງນວນ ໄຊຍະລາດ,
5. ພົນຕຣີ ສົມແກ້ວ ສີລາວົງ ແລະ
6. ພົນຕຣີ ວິໄລ ຫລ້າຄໍາຟອງ
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ແມ່ນທ່ານ ບຸນທອງ ຈິດມະນີ, ຊຸດກ່ອນ ແມ່ນທ່ານ ພັນຄໍາ ວິພາວັນ.
ທ່ານ ຄໍາພັນ ພົມມະທັດ ເປັນປະທານ ຄະນະກວດກາສູນກາງພັກ ແລະ ຜູ້ຮອງອີກ 6 ຄົນ ຊື່ງໃນນັ້ນ 4 ຄົນ ແມ່ນຜູ້ເກົ່າ ແລະຜູ້ໃໝ່ 2 ຄົນຄື: ທ່ານ ສຸກຄໍາເພັດ ເຮືອງບຸດສີ ແລະ ທ່ານ ສີໄນ ມຽງລາວັນ.
ເມື່ອເວົ້າເຖິງການປ່ຽນ ຜູ້ນໍາສູງສຸດຂອງພັກ ປະຊາຊົນ ປະຕິວັດລາວ ແລະ ຄະນະບໍຣິຫານງານ ສູນກາງພັກ ຄັ້ງນີ້ ກໍຄືທຸກຄັ້ງທີ່ ຜ່ານມາ ຊາວລາວຈໍານວນຫລວງຫລາຍເວົ້າວ່າ ເປັນພຽງແຕ່ການປ່ຽນຄົນໃໝ່ ມາຮັບຜິດຊອບ ແຕ່ຣະບອບການປົກຄອງ, ແນວທາງນະໂຍບາຍ ແລະການນໍາພາ ຍັງຄືເກົ່າ ຈະບໍ່ເຮັດໃຫ້ປະເທດປ່ຽນໄປ ສູ່ ປະຊາທິປະຕັຍ ອັນແທ້ຈິງ.
ສະຫລຸບ ລວມແລ້ວກໍຄືວ່າ ການປັບປ່ຽນ ຄະນະນໍາພັກໃໝ່ຊຸດນີ້ ກໍຍັງເປັນແບບເກົ່າ ຄືພຽງແຕ່ການເອົານໍ້າເກົ່າໃສ່ແກ້ວໃໝ່ ເພື່ອລໍ້ ໃຫ້ປະຊາຊົນລາວ ຫລົງເຊື່ອໄປຕາມ, ອັນທີ່ວ່າ ຈະເຮັດໃຫ້ ປະເທດລາວ ໄດ້ຮັບການພັທນາ ແບບຍືນຍົງ ບົນພື້ນຖານຂອງ ຄວາມເປັນ ເອກກະຣາດແຫ່ງຊາດ ມີອໍານາດອະທິປະຕັຍ ແລະເຮັດໃຫ້ປະຊາຊົນລາວ ມີສິດ ເສຣີພາບ ແລະ ປະຊາທິປະຕັຍ ອັນແທ້ຈິງນັ້ນ ແມ່ນຍັງໄກ.
ອາດີດເຈົ້າໜ້າທີ່ລາວ ທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 15 ມົກກະຣາ ນີ້ວ່າ ມີຄະນະບໍຣິຫານງານ ສູນກາງພັກຊຸດໃໝ່ ແຕ່ ນະໂຍບາຍກໍຍັງແມ່ນນະໂຍບາຍເກົ່າ ຕ່າງແຕ່ວ່າປ່ຽນຜູ້ຮັບຜິດຊອບໃໝ່ເທົ່ານັ້ນ:
"ກໍຍັງແມ່ນນະໂຍບາຍເກົ່າຫັ້ນແຫຼະ ຄືເກົ່າ ຕ່າງແຕ່ວ່າ ປ່ຽນຜູ້ຮັບຜິດຊອບບໍ ຫຼື ຊິວ່າແນວໃດຫັ້ນນະ ເນື້ອແທ້ຂອງພັກ ປະຊາຊົນ ປະຕິວັດລາວ ມັນກະບໍ່ປ່ຽນແປງ ຫຼາຍເດ້."
ແລະ ປະຊາຊົນລາວທ່ານນຶ່ງ ກໍເວົ້າຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັດຽວກັນນີ້ວ່າ ຢາກໃຫ້ຄະນະນໍາພັກ ຊຸດໃໝ່ ມີນະໂຍບາຍ ດູແລ ປະຊາຊົນ ໃນປະເທດເປັນຫລັກ ເພາະທີ່ຜ່ານມາ ບໍ່ດູແລພໍເທົ່າໃດ.