2 ທັນວາ ທີ່ທາງການລາວ ຖືເປັນ ວັນສໍາຄັນ

ຈໍາປາທອງ
2020.12.03
2 ທັນວາ ທີ່ທາງການລາວ ຖືເປັນ ວັນສໍາຄັນ ການສະແດງນາຕສິນລາວເດີມ ໃນວັນສ້າງຕັ້ງ ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ທີ 2 ທັນວາ ຄົບຮອບ 45 ປີ
ນັກຂ່າວພົລເມືອງ

ໃນໂອກາດວັນສ້າງຕັ້ງ ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ທີ 2 ທັນວາ ຄົບຮອບ 45 ປີ ທີ່ຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ຖືວ່າສໍາຄັນຍິ່ງ ນັ້ນບໍ່ໄດ້ມີການສລອງ ຫຍັງຫຼາຍ, ມີປາຖະກະຖາ, ມີການຊ້ອມຣົບ ໃນມື້ວັນທີ 30 ພຶສຈິກາ ຜ່ານມາ ຢູ່ວິທຍາຄານ ການທະຫານກົມມະດໍາ ທີ່ ນໍ້າຊວງ ນະຄອນ ຫລວງວຽງຈັນ ໂດຍມີ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແລະ ນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ເຂົ້າຮ່ວມ;

ມີການໂຮມຊຸມນຸມ ທີ່ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດ ໃນມື້ວັນທີ 2 ທັນວາ ໂດຍມີຜູ້ນໍາ ສູງສຸດຂອງ ສປປລາວ ເຂົ້າຮ່ວມ ຊຶ່ງໃນນັ້ນ ທ່ານ ບຸນຍັງ ວໍລະຈິດ ໄດ້ກ່າວຕອນນຶ່ງວ່າ ຍຶດໝັ້ນ ຈຸດໝາຍ ສັງຄົມນິຍົມ ແລະ ຄວາມເປັນເອກກະຣາດ ແຫ່ງຊາດ:

“ຍຶດໝັ້ນແນວທາງປ່ຽນແປງໃໝ່ ຮອບດ້ານ ແລະ ມີຫລັກການຂອງພັກຢ່າງເດັດດ່ຽວ ໜຽວແໜ້ນ ສືບຕໍ່ເສີມຂຍາຍ ຄວາມຄິດປະດິດສ້າງ ບົນພື້ນຖານ ແຫ່ງການຍຶດໝັ້ນ ຈຸດໝາຍ ສັງຄົມນິຍົມ ແລະ ຄວາມເປັນເອກຣາດ ແຫ່ງຊາດ ໝູນໃຊ້ ແລະ ຂຍາຍທິສດີ ມາກ-ເລນິນ ແນວຄິດ ໄກສອນ ພົມວິຫານ.”

ແຕ່ທ່ານບໍ່ໄດ້ເວົ້າເຖິງບັນຫາ ຫຍຸ້ງຍາກ ທີ່ ສປປລາວ ປະເຊີນ ຢູ່ໃນປັດຈຸບັນ ບໍ່ວ່າຈະເປັນ ບັນຫາ ເສຖກິດ ແລະ ໜີ້ສິນ ແລະ ວິທີການແກ້ໄຂບັນຫາ ນັ້ນແຕ່ຢ່າງໃດ. ເວົ້າເຖິງແຕ່ ຜົລງານ ແລະບົດຮຽນ ໃນການພັທນາ ທີ່ຖອດຖອນໄດ້ໃນ 45 ປີ ຜ່ານມາ.

ແຕ່ເຖິງຢ່າງໃດກໍຕາມ ຊາວນະຄອນຫລວງວຽງຈັນ ນາງນຶ່ງ ທີ່ຂໍສງວນຊື່ ກໍກ່າວຕໍ່ ວິທຍຸ ເອເຊັຍ ເສຣີ ໃນມື້ວັນທີ 30 ພຶສຈິກາ ຜ່ານມາວ່າ ໃນໂອກາດ ວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ນີ້ ຊາວລາວ ບາງສ່ວນບໍ່ຕື່ນເຕັ້ນ ຫຍັງຫລາຍ, ບໍ່ປັກທຸງຊາດ ຢູ່ໜ້າເຮືອນ, ແລະວ່າ ບໍ່ເຄີຍປັກຈັກເທື່ອ ແລະ ບໍ່ໄດ້ເຮັດຫຍັງ ດັ່ງທີ່ນາງກ່າວ ຕອນນຶ່ງວ່າ:

“ບໍ່ເຄີຍປັກຈັກເທື່ອ ທຸງຫຍັງຂະເຈົ້າຂາຍ ກະບໍ່ເຄີຍມີຢູ່ເຮືອນ ບໍ່ຄ່ອຍເຮັດປານໃດ ບໍ່ໄດ້ມີ ກິຈກັມຫຍັງ ບໍ່ໄດ້ເຮັດຫຍັງ ຈະແມ່ນຜູ້ນໍາ ອາຈແມ່ນອິຫຍັງ ເພິ່ນສລອງໃນວົງແຄບ ກະບໍ່ປະດອກ."

Laos-national-2.jpg

ເວົ້າເຮື່ອງການສລອງວັນສ້າງຕັ້ງ ສປປລາວ ທີ 2 ທັນວາ ຄົບຮອບ 45 ປີ ວ່າມີຄວາມໝາຍ ແລະຄວາມສໍາຄັນ ຄືແນວໃດນັ້ນ ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ ປະເທດເຢັຍຣະມັນ ແລະ ທ່ານ ອິນຊີທອງ ຄະນະນໍາ ແລະທັງເປັນໂຄສົກ ອົງການ ລາວເສຣີ Free Laos Campaign ທີ່ສະຫະຣັຖ ອາເມຣິກາ ໃຫ້ສໍາພາດ ວິທຍຸເອເຊັຍເສຣີ ໃນມື້ວັນທີ 1 ທັນວາ ຊຶ່ງເບື້ອງຕົ້ນ ດຣ. ບຸນທອນ ຈັນທະລາວົງ ວີເຊີ ກ່າວວ່າ ວັນທີ 2 ທັນວາ ແມ່ນມື້ປ່ຽນແປງ ຣະບອບການປົກຄອງ ຢູ່ ປະເທດລາວ ໄປເປັນຣະບອບ ການປົກຄອງແບບຜະເດັດການ ພັກດຽວ ຄື ພັກປະຊາຊົນ ປະຕິວັດລາວ:

ແລະ ທ່ານ ອິນຊີທອງ ອົງການ ລາວເສຣີ ກໍກ່າວກ່ຽວກັບ ເຣື່ອງນີ້ວ່າ ການສເລີມສລອງ ວັນສ້າງຕັ້ງ ສປປລາວ ທີ 2 ທັນວາ ຄືກັນກັບການສເລີມສລອງ ຄວາມຫາຍນະ ຫລືວ່າ ມະຫາອຸບາດ ຕໍ່ຊາດລາວ, ພັກປະຊາຊົນ ປະຕິວັດລາວ ນໍາພາ ປະເທດລາວ ໄປເປັນຫົວເມືອງຂຶ້ນແບບໃໝ່ ຂອງ ປະເທດອື່ນ ໂດຍສະເພາະ ແມ່ນວຽດນາມ:

ເມື່ອເວົ້າເຖິງວິທີການປ່ຽນແປງ ເພື່ອໃຫ້ປະເທດລາວໄດ້ຮັບການພັທນາ ແບບຍືນຍົງ ເຮັດໃຫ້ ປະຊາຊົນລາວ ມີສິດ ເສຣີພາບ ແລະ ປະຊາທິປະໄຕ ແລະ ມີຊີວິດການເປັນຢູ່ທີ່ດີ ດຣ. ບຸນທອນ ກ່າວວ່າ:

ແລະ ທ່ານ ອິນຊີທອງ ກໍກ່າວວ່າ:

ການສ້າງຕັ້ງ ສປປລາວ ທີ 2 ທັນວາ ມີຂຶ້ນພາຍຫລັງ ທີ່ ລາວສອງຝ່າຍ, ຝ່າຍນຶ່ງນິຍົມ ປະຊາທິປະໄຕ ແບບຫລາຍພັກການເມືອງ ທີ່ມີພຣະມະຫາກະສັດ ເປັນ ປະມຸກປະເທດ ແລະ ອີກຝ່າຍນຶ່ງ ນິຍົມຄອມມິວນິສ ຜະເດັດການພັກດຽວ ຜູກຂາດ ອໍານາດ ໄດ້ຕໍ່ສູ້ກັນມາ ເປັນເວລາຫລາຍສິບປີ ຈົນມາເຖິງ ວັນທີ 21 ກຸມພາ 1973 ຈຶ່ງໄດ້ມີສັນຍາ ສັນຕິພາບ ແລະ ຟື້ນຟູຄວາມຖືກຕ້ອງ ປອງດອງຊາດ ແລະໄດ້ຈັດຕັ້ງ ຄະນະມົນຕຣີປະສົມການເມືອງ ແຫ່ງຊາດ ແລະ ຣັຖບາລປະສົມ ຊົ່ວຄາວ ແຫ່ງຊາດ ໃນ ເດືອນເມສາ 1974;

ຊຶ່ງໄດ້ວາງໂຄງການການເມືອງ 18 ຂໍ້ ແລະ ປະກາດໃຊ້ເພື່ອຮັບ ປະກັນສິດ ເສຣີພາບ ແລະ ປະຊາທິປະໄຕ ຂອງ ພົລເມືອງ ແລະ ພັທນາປະເທດ. ແຕ່ໃນທີ່ສຸດ ສັນຍາ ວຽງຈັນ ແລະ ໂຄງການການເມືອງ 18 ຂໍ້ ກໍຖືກຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ທີ່ ນິຍົມຄອມມິວນິສ ມ້າງ, ບໍ່ປະຕິບັດ ໂດຍຮຽກອັນທີ່ເອີ້ນ ວ່າ ກອງປະຊຸມໃຫຍ່ ຜູ້ແທນປະຊາຊົນ ທົ່ວ ປະເທດ ຊຶ່ງໄດ້ຈັດຂຶ້ນ ທີ່ ນະຄອນຫລວງວຽງຈັນ ໃນມື້ວັນທີ 1 ທັນວາ 1975 ໂດຍປະກາດວ່າ ການປະຕິວັດຊາດ ປະຊາທິປະໄຕ ຂອງລາວ ໄດ້ສໍາເຣັດແລ້ວ ແລະ ໄດ້ປະກາດ ຣາຊອານາຈັກລາວ ເປັນ ສາທາຣະນະຣັຖ ຄື ສປປລາວ ໃນມື້ວັນທີ 2 ທັນວາ 1975 ໃນຂນະທີ່ ຝ່າຍນິຍົມ ປະຊາທິປະໄຕ ຮຽກຮ້ອງ ໃຫ້ມີການຟື້ນຟູ ສັນຍາ ດັ່ງກ່າວ ແລະ ກ່າວ ປະນາມວ່າ ວັນສ້າງຕັ້ງ ສປປລາວ ທີ 2 ທັນວາ ເປັນວັນອຸບາດ ສໍາລັບ ຊາດ ແລະ ປະຊາຊົນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.