ສື່ມວນຊົນລາວ ຖືກຈັດໃຫ້ຢູ່ໃນອັນດັບ 153 ໃນ 180 ປະເທດທົ່ວໂລກ

ສື່ມວນຊົນລາວ ຖືກຈັດໃຫ້ຢູ່ໃນອັນດັບ 153 ໃນ 180 ປະເທດ ທົ່ວໂລກ ໃນປີ 2024 ທີ່ບໍ່ມີເສລີພາບໃນການນໍາບໍ່ມີເສລີພາບຍ້ອນພັກ-ລັດຄວບຄຸມ ຈໍາກັດຮັດແຄບ, ໃຫ້ອອກຂ່າວ ຕາມການຊີ້ນໍາຂອງພັກ ຊຶ່ງເປັນພັກດຽວຜູກຂາດອໍານາດ.

ຜະລິດໂດຍທີມງານວິທຍຸເອເຊັຽເສຣີ ດ້ວຍຮູບພາບ ສຳນັກງານ ນາຍົກລັດຖະມົນຕີ ສປປ ລາວ ຢູ່ນະຄອນຫຼວງວຽງຈັນ. ເດືອນພະຈິກ ປີ 2024. RFA/Canva

ສື່ມວນຊົນລາວ ຍັງຖືກຈັດໃຫ້ຢູ່ໃນກຸ່ມປະເທດໃນໂລກ ທີ່ສື່ມວນຊົນ ຂາດສິດຢ່າງຮຸນແຮງ ໃນການນໍາສະເໜີຂ່າວແບບເສລີ ຍ້ອນສື່ມວນຊົນລາວ ເປັນສື່ຂອງພັກປະຊາຊົນປະຕິວັດລາວ ພັກດຽວ ທີ່ຜູກຂາດອໍານາດ ແລະຂອງລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ຄວບຄຸມຮອບດ້ານ.

ອົງການນັກຂ່າວ ບໍ່ມີພົມແດນ (Reporters Without Borders) ຈັດໃຫ້ສື່ມວນຊົນຂອງລາວ ຢູ່ໃນອັນດັບທີ 153 ໃນຈໍານວນ 180 ປະເທດທົ່ວໂລກ ເລື່ອງເສລີພາບ ໃນການສະເໜີຂ່າວ ປະຈໍາ ປີ 2024 ທີ່ຜ່ານມາ ຄືຈັດໃຫ້ຢູ່ໃນກຸ່ມປະເທດ ຂີ້ຮ້າຍທີ່ສຸດ ທີ່ສື່ມວນຊົນ ບໍ່ມີສິດອອກຂ່າວ ຢ່າງເສລີ.

ການທີ່ສື່ມວນຊົນຂອງລາວ ຖືກຈັດໃຫ້ຢູ່ໃນອັນດັບຂີ້ຮ້າຍຄືແນວນັ້ນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຖະແຫຼງຂ່າວ, ວັດທະນາທໍາ ແລະທ່ອງທ່ຽວ ທ່ານໜຶ່ງ ແລ້ວແມ່ນວ່າ ກໍຍ້ອນສື່ມວນຊົນ ໃນປະເທດລາວ ຍັງຖືກຄວບຄຸມ ແລະຖືກຈໍາກັດສິດ ໃນການນໍາສະເໜີຂ່າວ ຈາກລັດຖະບານລາວຢູ່, ຕ້ອງໃຫ້ລັດຖະບານ ເປັນຜູ້ຊີ້ນໍາ ແລະ ຂ່າວ ທີ່ຈະສະເໜີ ອອກສູ່ສັງຄົມ ກໍຕ້ອງແມ່ນຂ່າວ ທີ່ບໍ່ໃສ່ຮ້າຍປ້າຍສີພັກ-ລັດ ຫຼືເຮັດໃຫ້ພັກ-ລັດເຊື່ອມເສຍ ດັ່ງທີ່ທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ກຸມພາ ນີ້ວ່າ:

”ໄທເຮົາປົກຄອງ ແບບບໍ່ແມ່ນວ່າ ເຮົາເສລີເດ ມັນມີຂອບ ມີເຂດ ມີການຄວບຄຸມ ວ່າອັນໃດ ມັນແຕະຕ້ອງ ສົມມຸດຈັ່ງຊີ້ ເພິ່ນກໍຈໍາກັດ. ການທີ່ແມ່ນບໍ່ໂຄ້ນລົ້ມ ໂຈມຕີລັດຖະບານບໍ່ ບໍ່ລົ້ມ ໂຄ້ນການນໍານີ້ ນໍາສະເໜີນີ້ ແມ່ນໄດ້ບໍ່ເປັນຫຍັງ ສົມມຸດວ່າ ຄອບຄົວນີ້ເດືອດຮ້ອນ ແລ້ວກໍຍົກນໍາສະເໜີ ຢາກໃຫ້ມາແກ້ໄຂກໍໄດ້ຢູ່ ໂດຍທີ່ວ່າ ຂໍ້ມູນບໍ່ໃສ່ຮ້າຍປ້າຍສີ ຫັ້ນນ່າ.”

ໃນຂະນະດຽວກັນ ນັກຂ່າວໃນລາວ ຜູ້ໜຶ່ງ ກໍຍອມຮັບວ່າ ການນໍາສະເໜີຂ່າວຢູ່ປະເທດລາວ ຍັງຈໍາກັດຢູ່, ລັດຖະບານລາວ ຍັງຄວບຄຸມແທ້ ໂດຍສະເພາະ ການນໍາສະເໜີຂ່າວ ທີ່ເຮັດໃຫ້ປະຊາຊົນ ເບິ່ງລັດຖະບານ ໄປໃນທິດທາງທີ່ບໍ່ດີ ນັ້ນ ແມ່ນຈະບໍ່ສາມາດ ນໍາສະເໜີໄດ້. ສ່ວນຂ່າວ ທີ່ສື່ມວນຊົນ ນໍາສະເໜີອອກໄປນັ້ນ ແມ່ນຂ່າວ ທີ່ລັດຖະບານ ອະນຸຍາດ ແລະກໍານົດຂໍ້ມູນໃຫ້ ແລະ ວ່າ ການປົກຄອງຢູ່ລາວ ແມ່ນລະບົບພັກດຽວ:

”ລະບົບການປົກຄອງເຮົາ ມັນລະບົບພັກດຽວເດ ມີບາງຂ່າວ ມັນກະເປັນຂ່າວເຂົາເອີ້ນວ່າ sensitive ຫັ້ນນ່າ ທຸກໆ ຂ່າວ ທີ່ຈະອອກ ມັນຕ້ອງໄດ້ຜ່ານການກວດກາ ຈາກຜູ້ຮັບຜິດຊອບຄັກແນ່ ຫັ້ນນ່າ, ມັນຈະແຕະຕ້ອງແນວທາງນະໂຍບາຍ ຄັນພະນັກງານລັດເພິ່ນເອົາສະໜອງຂໍ້ມູນໃຫ້ແນວນັ້ນ ກໍເວົ້າຕາມທີ່ເພິ່ນສະໜອງໃຫ້ຫັ້ນແລ້ວ.”


ຂ່າວ ກ່ຽວກັນ
ສາກົນວ່າ ເສລີພາບສື່ມວນຊົນ ໃນລາວ ໜ້າເປັນຫ່ວງໜັກ
ສື່ມວນຊົນລາວ ຍັງພົບພໍ້ ບາງຂໍ້ຈຳກັດ ໃນການສະເໜີຂ່າວ


ກ່ຽວກັບເລື່ອງທີ່ວ່ານີ້ ປະຊາຊົນ ຜູ້ໜຶ່ງ ເວົ້າວ່າ ເປັນເລື່ອງປົກກະຕິ ທີ່ການນໍາສະເໜີຂ່າວໃນລາວ ຍັງບໍ່ເປີດກວ້າງ ເນື່ອງຈາກລັດຖະບານ ຄວບຄຸມສື່ມວນຊົນຢູ່ ເຮັດໃຫ້ສື່ມວນຊົນລາວ ບໍ່ມີເສລີພາບ ໃນການເວົ້າຄວາມຈິງ ແລະການລາຍງານຂ່າວ ກໍບໍ່ກົງໄປກົງມາ ຊຶ່ງກໍເປັນການຍາກ ທີ່ຈະເປີດກວ້າງ ການນໍາສະເໜີຂ່າວໃນລາວ ແລະ ມີເສລີພາບຫຼາຍກວ່ານີ້ ເພື່ອໃຫ້ປະຊາຊົນ ເຫັນແຈ້ງ ແລະຮູ້ບັນຫາ ຊຶ່ງອັນນີ້ ຕ້ອງຄວນແກ້ໄຂແທ້ໆ. ເວົ້າໃຫ້ມີຄວາມຈິງ ດັ່ງທີ່ທ່ານ ກ່າວວ່າ:

”ຈໍາກັດ ເຮົາກໍຢາກໃຫ້ກວ້າງ ຢາກໃຫ້ຂ່າວສານບ້ານເມືອງ ມັນລົງເລິກຊຶ້ງ ໃຫ້ປະຊາຊົນເຫັນແຈ້ງ ເອີຮູ້ບັນຫາ ເອີໂຕນີ້ ຕ້ອງຄວນແກ້ໄຂແທ້ໆ ໃຫ້ມັນມີຄວາມຈິງ ບໍ່ຕ້ອງຫຼອກຕາກັນ ຫັ້ນນ່າ. ຄັນເຮົາເວົ້າວ່າໄປ ສິ່ງທີ່ມັນຖືກຕ້ອງ ເຮົາກະເປັນຄົນຜິດ.”

ແລະປະຊາຊົນ ອີກຜູ້ໜຶ່ງ ກໍເວົ້າຕື່ມວ່າ ສື່ມວນຊົນລາວ ຍັງຖືກຄວບຄຸມໃນການສະເໜີຂ່າວ ເພື່ອບໍ່ໃຫ້ຂ່າວ ທີ່ຖືກນໍາສະເໜີອອກນັ້ນ ໄປກະທົບໃສ່ພັກ ແລະລັດ ແລະ ທັງມີກົດໝາຍຄວບຄຸມນໍາດ້ວຍ:

”ເວົ້າເລື່ອງສື່ ມີກົດໝາຍ ອອກມາຄວບຄຸມເດ ເລື່ອງການຈໍາກັດຄວາມຄິດເຫັນ ເວົ້າກະທົບກະແທກກັນນີ້ ກະຊິເປັນການບໍ່ດີຫັ້ນນ່າ ມັນຈໍາກັດໂຕນີ້ ການຄວບຄຸມເລື່ອງສິດນີ້ ນ່າ.”

ກົດໝາຍວ່າດ້ວຍສື່ມວນຊົນຂອງ ສປປ ລາວ ມາດຕາ 2 ກໍານົດເອົາໄວ້ທັງວ່າ ສື່ມວນຊົນ ມີພາລະບົດບາດ ເປັນກະບອກສຽງຂອງອົງການຈັດຕັ້ງພັກ, ລັດ ແລະສັງຄົມ ໃນການໂຄສະນາ.

ໃນໂອກາດວັນສື່ມວນຊົນສາກົນ ອົງການນັກຂ່າວ ບໍ່ມີພົມແດນ ໄດ້ເຜີຍແຜ່ຂໍ້ມູນ ກ່ຽວກັບສື່ມວນຊົນໃນລາວ ໃນມື້ວັນທີ 3 ພຶດສະພາ 2024 ທີ່ລະບຸວ່າ ລັດຖະບານລາວ ຄວບຄຸມສື່ສັງຄົມ, ເຮັດໃຫ້ໜັງສືພິມ 24 ສະບັບ, ໂທລະພາບ 32 ເຄືອຂ່າຍ ແລະສະຖານີວິທະຍຸ 44 ແຫ່ງຂອງລາວ ຕ້ອງປະຕິບັດຕາມ ແນວທາງນະໂຍບາຍຂອງພັກ ທີ່ຄະນະກໍາມະການ ໂຄສະນາຊວນເຊື່ອປະຊາຊົນ ເປັນຜູ້ກໍານົດ, ໜັງສືພິມລາຍວັນສໍາຄັນ ທີ່ລັດຖະບານຈັດພິມ ແມ່ນໜັງສືພິມ ປະຊາຊົນ, ປະເທດລາວ ແລະ ວຽງຈັນໃໝ່.

ທາງການລາວ ມີໜັງສືພິມເປັນພາສາຕ່າງປະເທດ 2 ສະບັບຄື ວຽງຈັນທາມ (Vientiane Times) ເປັນພາສາອັງກິດ ແລະ Le Rénovateur ເປັນພາສາ ຝຣັ່ງ.

ອົງການນັກຂ່າວ ບໍ່ມີພົມແດນ ໄດ້ຈັດການຖະແຫຼງຂ່າວ ກ່ຽວກັບເສລີພາບ ຂອງສື່ມວນຊົນ ໃນບັນດາປະເທດລຸ່ມແມ່ນໍ້າຂອງ ໃນມື້ວັນທີ 28 ກຸມພາ ນີ້ ຊຶ່ງໃນນັ້ນ ໄດ້ລະບຸເຖິງສື່ມວນຊົນໃນລາວ ວ່າ ຍັງຈໍາເປັນຕ້ອງໄດ້ປະຕິບັດໜ້າທີ່ ພາຍໃຕ້ຂໍ້ຈໍາກັດ ແລະຖືກທາງການຄວບຄຸມ ຢ່າງເຂັ້ມງວດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org