ສື່ມວນຊົນລາວຕ້ອງສເນີຂ່າວ ຕາມໃຈຣັຖ

ມະນີຈັນ
2014.05.09
F-vt ໃນຕົວເມືອງ ນະຄອນ ຫລວງ ວຽງຈັນ
RFA

 

ສື່ມວນຊົນ ລາວ ທ່ານໜຶ່ງ ເປີດເຜີຍ ວ່າ ປັຈຈຸບັນ, ພວກຕົນ ຍັງຖືກ ຈຳກັດ ສິດ ເສຣີພາບ ໃນການ ນຳສເນີ ຂ່າວຢູ່ ແລະ ບໍ່ ສາມາດ ນຳສະເໜີ ຂ່າວ ຄວາມ ເປັນຈິງ ທີ່ ສັງຄົມ ສ່ວນ ໃຫຍ່ ໃຫ້ຄວາມ ສົນໃຈ ໄດ້. ບໍ່ວ່າ ຈະເປັນ ຂ່າວ ທີ່ກ່ຽວກັບ ການຢຶດ ເອົາທີ່ດິນ ຂອງ ຊາວບ້ານ ໃນເຂດ ຕ່າງໆ, ຂ່າວການ ລັກພາຕົວ ທ່ານ ສົມບັດ ສົມພອນ ຫລື ຂ່າວ ໄຟໄໝ້ ຕລາດ ທົ່ງຂັນຄຳ ແລະ ຫລ້າສຸດ ແມ່ນຂ່າວ ເຈົ້າໜ້າທີ່ ທີ່ໃຊ້ ອຳນາດ ຂົ່ມຂູ່ ພວກແມ່ຄ້າ ທີ່ ຂາຍເຄື່ອງ ໃນ ບໍຣິເວນ ຕລາດ ທົ່ງ ຂັນຄຳໃຫ້ຍ້າຍ ອອກຈາກ ແຖບ ຕລາດ ນັ້ນ ແມ່ນບໍ່ ສາມາດ ສເນີຂ່າວ ແບບຕຣົງໄປ ຕຣົງມາ ໄດ້ ເນື່ອງຈາກ ວ່າ ເມື່ອນໍາ ເອົາຂ່າວ ໃຫ້ ບັນນາທິການ ແລ້ວເຂົາ ກໍ່ມັກ ຈະບອກ ວ່າ ຂ່າວນີ້ ມີຄວາມ ຫລໍ່ແຫລມ ຕໍ່ ຄວາມ ໝັ້ນຄົງ ຂອງຊາດ ແລະ ອາດ ເຮັດໃຫ້ ອົງການ ຂ່າວ ຂອງ ພວກເຮົາ ກາຍເປັນ ຈຸດອ່ອນ ໃນສາຍຕາ ຂອງ ພັກ-ຣັຖ ໄດ້. ດັ່ງທ່ານ ໄດ້ກ່າວວ່າ:

"ມັນກະຍັງ ຈໍາກັດ ບາງຂ່າວ ເຮົາ ກະຍັງ ນໍາສະເໜີ ບໍ່ທັນໄດ້ ເຖິງ ຈະເປັນ ຂ່າວໃຫ່ຽ ກໍ່ຕາມ, ມັນຣາຍງານ ບໍ່ໄດ້ ມັນເຮັດ ຫຍັງ ບໍ່ໄດ້ ຫັ້ນນ່າ. ເຮົາເຮັດໄປ ມັນກະມີ ບັນນາທິການ ເຂົາກວດ ເຂົາກະ ບໍ່ໃຫ້ຜ່ານ ຄືເກົ່າ. ຖ້າໃຫ້ ຜ່ານໄປ ຄົນທີ່ ຮັບເຄາະ ກະຄື ບັນນາທິການ ເພາະ ມັນຊິ ແຕະຕ້ອງ ເຖິງ ໜ້າທີ່ ຕຳແໜ່ງ ຫຼືວ່າ ວຽກງານ".

ທ່ານກ່າວ ອີກວ່າ ຂ່າວທີ່ຖືກ ນຳສເນີ ໂດຍ ສື່ມວນຊົນ ໃນ ປະເທດ ລາວ ອັນມີ ໜັງສືພິມ, ວິທຍຸ ແລະ ໂທຣະທັດ ສ່ວນໃຫ່ຍ ແລ້ວ ແມ່ນຂ່າວ ທີ່ ປະຊາຊົນ ບໍ່ຄ່ອຍໃຫ້ ຄວາມ ສົນ ໃຈ ເລີຍ ໂດຽສະເພາະ ກໍແມ່ນ ຂ່າວ ກ່ຽວກັບ ຜູ້ນຳ ປະເທດ ແລະ ຄະນະ ຜູ້ແທນ ຂອງລາວ ໄປ ຢ້ຽມຢາມ ປະເທດ ວຽດນາມ ແລະ ຜູ້ນຳ ປະເທດ ວຽດນາມ ມາ ຢ້ຽມຢາມ ລາວ ຮວມໄປເຖິງ ຂ່າວ ກ່ຽວກັບ ການ ເຄື່ອນໄຫວ ຂອງ ພັກ ປະຊາຊົນ ປະຕິວັດ ລາວ.

ປະຊາຊົນ ລາວ ສ່ວນໃຫ່ຍ ຮັບຮູ້ ຂໍ້ມູນ ຂ່າວສານ ອັນທີ່ ທີ່ພວກ ເຂົາເຈົ້າ ບໍ່ຢາກຮູ້ ແຕ່ ສື່ມວນຊົນ ຂອງ ທາງການ ລາວ ພັດຕ້ອງ ສະເໜີ ໃນຂະນະ ທີ່ ຂ່າວ ຊຶ່ງ ປະຊາຊົນ ໃຫ້ ຄວາມ ສົນໃຈ ນັ້ນ ຊໍ້າພັດ ບໍ່ຖືກ ນຳ ສະເໜີ ເທົ່າທີ່ຄວນ.

ນອກຈາກນີ້, ນັກຂ່າວ ໃນລາວ ແມ່ນ ບໍ່ສາມາດ ນຳ ສເນີຂ່າວ ໃນລັກສນະ ວິເຄາະ ວິຈານ ແບບ ຕຣົງໄປ ຕຣົງມາ ຫຼື ເຈາະເລິກ ຂໍ້ມູນ ເພື່ອໄຂ ບັນຫາ ຕ່າງໆ ທີ່ ເປັນຈຸດ ສົນໃຈ ໃຫ້ກັບ ປະຊາຊົນ ໄດ້. ເມື່ອ ວັນທີ່ 3 ພຶສພາ 2014 ຊຶ່ງ ເປັນວັນ ສິດ ເສຣີພາບ ຂອງ ສື່ມວນຊົນ ໂລກ, ສຳລັບ ສປປລາວ ແລ້ວ ແມ່ນບໍ່ໄດ້ ໃຫ້ຄວາມ ສຳຄັນ ຕໍ່ວັນ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.