ກົດໝາຍ ວ່າດ້ວຍ ປວັດສາດ ແລະ ວັທນະທັມລາວ
2019.04.03

ຮ່າງກົດໝາຍ ວ່າດ້ວຍ ປວັດສາດ ແລະ ວັທນະທັມລາວ AB 1393, ຊຶ່ງຊາວລາວ-ອະເມຣິກັນ ຣັຖແຄລີຟໍເນັຽ (California) ຣະດົມຫາສຽງ ສນັບສນູນ ມາແຕ່ເດືອນກັນຍາ ປີກາຍ ແລະ ຈະມີການຊີ້ແຈງ ຕໍ່ຄນະກັມການສຶກສາ ຂອງສະພາແຫ່ງຣັຖ ແຄລີຟໍເນັຽ (California) ໃນມື້ວັນທີ 10 ເມສາ 2019 ນີ້ ແລະ ຄາດກັນວ່າ ຮ່າງກົດໝາຍນັ້ນ ຈະຖືກຮັບຜ່ານໄປ ດ້ວຍດີ, ອີງຕາມຄໍາເວົ້າຂອງ ດຣ. ຄອນເພັດ ຫລ່ຽມທອງສມຸດ ຫລື ລີ່ລີ້ (Lily), ໃນຄນະນໍາພາ ຂະບວນຣະດົມ ສຽງສນັບສນູນ ຮ່າງກົດໝາຍ ດັ່ງກ່າວ ຕໍ່ ອາຣແອັຟເອ (RFA) ໃນມື້ວັນທີ 27 ມີນາຜ່ານມາ. ດຣ. ຄອນເພັດ ກ່າວຕອນນຶ່ງວ່າ:
"ເຮົາຈະໄດ້ຂົນຂວາຍ ໃນສັງຄົມລາວເຮົາ ນີ້ລະໄປ testify ວ່າ ຈຸດປະສົງສໍາຄັນ ເປັນຫຍັງ ເຮົາຈຶ່ງຢາກໃຫ້ມີ ລະເຮົາຮ້ອງຂໍ ໃຫ້ສະພາຮັບຮູ້ ລະກະລົງຄະແນນ ໃຫ້ຮ່າງກົດໝາຍ ໂຕນີ້ຜ່ານ ເຮົາໄດ້ລາຍຊື່ບຸກຄົນ ຢູ່ໃນສັງຄົມມ້ຽນ ສັງຄົມລາວ ທີ່ວ່າສນັບສນູນ ຢາກໃຫ້ມີຮ່າງກົດໝາຍ ໂຕນີ້ 15 ພັນຄົນແລ້ວ.”
ດຣ. ຄອນເພັດ ກ່າວວ່າ ຫາກຮ່າງກົດໝາຍ AB 1393 ສະບັບນີ້ ຖືກຮັບຜ່ານ ກໍໝາຍຄວາມວ່າ ຈະໄດ້ມີການຮຽນ, ການສອນ ປວັດສາດ ແລະວັທນະທັມລາວ ຢູ່ໂຮງຮຽນຕ່າງໆ ແຕ່ຊັ້ນອະນຸບານ ໄປເຖິງ ມັທຍົມປາຍ ປີສຸດທ້າຍ ຫຼື ຫ້ອງ 12 ໃນທົ່ວຣັຖ ແຄລີຟໍເນັຽ, ຊຶ່ງຈະເຮັດໃຫ້ ລູກຫຼານລາວ ແລະ ຊາວຕ່າງປະເທດ ຮູ້ຈັກ ປະເທດລາວດີຂຶ້ນ. ປວັດສາດ ທີ່ຈະນໍາໄປ ສິດສອນນັ້ນ, ດຣ. ຄອນເພັດ ບອກວ່າ ຈະເລັ່ງໃສ່ ສມັຍບ້ານເມືອງລາວແຕກ ນັບແຕ່ປີ 1975 ມາ:
"ເວົ້າເຣື່ອງ ອົພຍົບເລີ່ມ 1975 ຫາກແຕ່ວ່າ ເຮົາສິມີ history (ປວັດສາດ) ຂອງປະເທດລາວ ຕອນເຮົາ ມີສົງຄາມ ລະກະເຣື່ອງ ສົງຄາມນ້ອຍນຶ່ງ ລະຈຶ່ງ ຄ່ອຍມາເປັນວັກ ເປັນ 3 ວັກ ກ່ອນສົງຄາມ ປະເທດລາວເຮົາ ຢູ່ດີມີສຸກ ລະຕໍ່ມາ ມີສົງຄາມ ລະຫຼັງຈາກນັ້ນຈຶ່ງມີການອົພຍົບມາ.”
ຮ່າງກົດໝາຍ ວ່າດ້ວຍ ປວັດສາດ ແລະ ວັທນະທັມລາວ AB 1393 ຖືກສເນີໂດຍ ດຣ. ເຊີເລ ເວັບເບີ (Shirley Weber) ສະມາຊິກສະພາຕໍ່າ ຈາກນະຄອນ ແຊນ ດີເອໂກ້ (San Diego) ພາຍຫລັງ ສະພາສູງຣັຖ ແຄລີຟໍເນັຽ ໄດ້ຮັບຜ່ານ ຮ່າງກົດໝາຍ ວ່າດ້ວຍ ປວັດສາດ ແລະ ວັທນະທັມ ວຽດນາມ, ກັມພູຊາ ແລະ ມົ້ງ-ອະເມຣິກັນ SB 895 ເມື່ອເດືອນກັນຍາ 2018 ເພື່ອໃຫ້ມີ ການພັທນາ ຕົວແບບຫລັກສູດ ການສອນປວັດສາດ ແລະ ວັທນະທັມ ຂອງຊາວວຽດນາມ, ກັມພູຊາ ແລະ ຊາວມົ້ງ-ອະເມຣິກັນ ໃນຣັຖ ແຄລີຟໍເນັຽ ຂອງສະຫະຣັຖອາເມຣິກາ.
ອີງຕາມການສໍາຣວດພົລເມືອງ ຂອງສະຫະຣັຖອະເມຣິກາ ປີ 2010, ມີຄົນອາເມຣິກັນ ເຊື້ອສາຍລາວ ຢູ່ຣັຖ California 69,000 ປາຍຄົນ ຄື ມີຫຼາຍກວ່າ ຢູ່ຣັຖອື່ນໆ ຂອງສະຫະຣັຖ.