ຊາວລາວເຫັນວ່າ ຍາກທີ່ສະພາ, ຣັຖບານ ຈະແກ້ໄຂຫຼາຍບັນຫາໄດ້ ໃນເວລາອັນສັ້ນ
ຊາວລາວເຫັນວ່າ ກອງປະຊຸມສະພາແຫ່ງຊາຕລາວ ທີ່ຫາກໍສິ້ນສຸດລົງໄປນັ້ນ ຫຼາຍບັນຫາທີ່ໄດ້ນຳມາສເນີໃຫ້ຣັຖບານ ຫາທາງແກ້ໄຂ ກໍຄົງບໍ່ສາມາດແກ້ໄຂໄດ້ ໃນໄລຍະເວລາອັນສັ້ນ ແລະ ຕ້ອງຫຼ້າຊ້າລົງໄປ ຍ້ອນການຂາດເຂີນງົບປະມານ.
-
ພູວົງສ໌
2023-07-24 -
-
-
Your browser doesn’t support HTML5 audio
ສິ້ນສຸດລົງໄປແລ້ວ ສຳລັບກອງປະຊຸມສະພາແຫ່ງຊາຕລາວ ສໄມສາມັນເທື່ອ 5 ຂອງສະພາແຫ່ງຊາຕຊຸດທີ 9 ທີ່ໄດ້ດຳເນີນໄປລະວ່າງວັນທີ 26 ມິຖຸນາ 2023 ຫາວັນທີ 18 ກໍຣະກະດາ 2023, ຖ່າມກາງບັນຫາຫຼາຍຢ່າງ ທີ່ສັງຄົມລາວ ຢາກຣັຖບານ ແລະ ບັນດາຜູ້ແທນ ທີ່ປະຕິບັດໜ້າທີ່ໃນສະພາແຫ່ງຊາຕ ຫາວິທີແກ້ໄຂຢ່າງຮີບດ່ວນ, ເປັນຕົ້ນກໍແມ່ນວ່າ ບັນຫາດ້ານເສຖກິຈ ທີ່ຍັງບໍ່ມີທ່າທີວ່າ ຈະສາມາດແກ້ໄຂໄດ້ ໃນໄລຍະເວລາອັນສັ້ນ ແລະ ປະຊາຊົນລາວ ກໍຈຳໃຈຕ້ອງສືບຕໍ່ອົດທົນ ປະສົບຄວາມຫຍຸ້ງຍາກໄປຕື່ມ.
ຊາວລາວທ່ານນຶ່ງ ທີ່ປະກອບອາຊີບ ໃນຂແນງທ່ອງທ່ຽວ ກໍໄດ້ໃຫ້ຄວາມເຫັນ ຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ກໍຣະກະດາ ທີ່ຜ່ານມາວ່າ ບັນຫາຄ່າຄອງຊີບແພງ ແລະ ພັຍເງິນເຟີ້ ຍັງຖືເປັນບັນຫາລວມ ທີ່ໜັກໜ່ວງໄປໜ້າ ຂອງສັງຄົມລາວ ແລະ ຜູ້ທີ່ໄດ້ຮັບຜົລກະທົບຫຼາຍທີ່ສຸດ ກໍແມ່ນຜູ້ທີ່ເປັນພະນັກງານ ທັງພາກຣັຖ ແລະ ເອກຊົນ ທີ່ລາຍຮັບຍັງຕ່ຳ, ແຕ່ຄ່າຄອງຊີບສູງ.
“ຄ່າຄອງຊີບ ຖືວ່າສູງກວ່າລາຍຮັບທົ່ວປະເລີຍ, ສູງແບບກະໂດດຂ້າມເລີຍ. ຄືເຮົາຍັງເຮັດປະກອບທຸຣະກິຈເນາະ, ແຕ່ວ່າຄົນທົ່ວໄປ ຄືພະນັກງານເງິນເດືອນເນາະ ເງິນເດືອນລ້ານປາຍ-ສອງລ້ານ ກະຖືວ່າຢາກຝືດໜ້ອຍນຶ່ງສາ, ເວົ້າງ່າຍໆ. ຕົ້ນໆກະຄື ເວົ້າເຣື່ອງພັຍເງິນເຟີ້ແດ່ ລະກະຄ່າຄອງຊີບແຫຼະ ເພາະວ່າພັຍເງິນເຟີ້ ສ່ວນຫຼາຍນຳເຂົ້າຈາກຕ່າງປະເທດເນາະ. ຄັນຄ່າເງິນມັນສູງ ເຮົາກະຕ້ອງໄດ້ປັບຂຶ້ນສູງ ຄືຄ່າເງິນຫັ້ນ ລະກະເຮັດໃຫ້ ເວົ້າງ່າຍໆຄື ຄ່າໃຊ້ຈ່າຍ ຄ່າຄອງຊີບມັນກະສູງຂຶ້ນ, ຫັ້ນນ່າ, ແລ້ວຄົນກະດຳຣົງຊີວິຕຫຍຸ້ງຍາກ. ຄືຮູ້ຫັ້ນແຫຼະ ຄົນລາວເຮົາ ລາຍຮັບມັນຕ່ຳ, ແຕ່ວ່າຄ່າໃຊ້ຈ່າຍສູງ ຄືໂຕຢ່າງເຮົາໄປກິນເຝີເນາະ ເຝີຖ້ວຍນຶ່ງດຽວນີ້ 30,000 ກີບ.”
ຂະນະທີ່ພໍ່ຄ້າທ່ານນຶ່ງ ກໍກ່າວໃນທຳນອງດຽວກັນວ່າ ໄລຍະນີ້ ບັນຫາເງິນກີບອ່ອນຄ່າ ຖືເປັນບັນຫາໜັກ ທີ່ຊາວລາວພວມປະສົບພົບພໍ້ ແລະ ເບິ່ງແລ້ວບໍ່ມີທ່າທີວ່າ ຣັຖບານຈະສາມາດແກ້ໄຂໄດ້ ໃນເວລາອັນສັ້ນ ແລະ ຍິ່ງມາຕການພາກຣັຖ ບໍ່ອະນຸຍາດໃຫ້ມີຮ້ານແລກປ່ຽນເງິນຕຣາ ກໍຍິ່ງເຮັດໃຫ້ກຸ່ມພໍ່ຄ້າ ຕ້ອງໄປຊອກແລກເງິນຕຣາ ກັບກຸ່ມພໍ່ຄ້ານອກລະບົບ ຈົນເຮັດໃຫ້ສິນຄ້າຕ່າງໆ ຕ້ອງແພງຂຶ້ນໄປຕາມອັດຕຣາແລກປ່ຽນ.
“ເຮົາແລກເງິນ ເງິນຕຣາຈາກນອກເນາະ ທນາຄານອາຈບໍ່ສູງ, ແຕ່ວ່າມັນມີບໍ່ມີໃຫ້ເດ, ເຮົາຈຳເປັນຕ້ອງໄດ້ຊື້ເງິນບາທ ຈາກນອກໄປ ມັນເປັນເຣທສູງ. ແຕ່ວ່າຮອບນີ້ແມ່ນ ຜົລກະທົບຈາກອັດຕຣາແລກປ່ຽນໂດຍກົງເລີຍ ເພາະວ່າຄົນກະຊື້ໜ້ອຍລົງ, ຫັ້ນນ່າ. ເພາະວ່າບໍ່ມີເງິນ ທີ່ຈະສາມາດຊື້ໄດ້ຫຼາຍຂຶ້ນ, ຊີ້ນ່າ ມີແຕ່ຊື້ກິນແຕ່ລະວັນໄປ ບໍ່ສາມາດຊື້ຫຼາຍ ແບບກັກຕຸ໋ນໄວ້, ຊີ້ນ່າ. ເພາະວ່າເງິນກະບໍ່ມີ ຫາບໍ່ໄດ້ເດ. ເພິ່ນກະຊື້ໜ້ອຍລົງ ກິນໄປແຕ່ລະມື້ ປະຢັດລົງ, ຫັ້ນນ່າ.”
ກ່ຽວກັບການແກ້ໄຂບັນຫາເສຖກິຈ ແລະ ການພັທນາດ້ານຕ່າງໆນີ້, ຄະນະຣັຖບານລາວເອງ ກໍຍອມຮັບວ່າ ຍັງບໍ່ສາມາດແກ້ໄຂໄດ້ ອັນເນື່ອງມາຈາກຫຼາຍປັດໃຈ ແລະ ນຶ່ງໃນນັ້ນ ກໍແມ່ນປັດໃຈດ້ານງົບປະມານ ທີ່ມີຢ່າງຈຳກັດ ເຮັດໃຫ້ການແກ້ໄຂບັນຫາ ຍັງບໍ່ເປັນຮູບປະທຳເທົ່າທີ່ຄວນ.
ທ່ານ ດຣ. ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີລາວ ກໍຍອມຮັບ ໃນລະວ່າງການກ່າວຊີ້ແຈງ ໃນກອງປະຊຸມສະພາແຫ່ງຊາຕລາວ ໃນຄັ້ງນີ້ວ່າ ນັບຕັ້ງແຕ່ທ່ານ ຂຶ້ນມາຮັບຕຳແໜ່ງນາຍົກຣັຖມົນຕຣີ ກໍຍັງບໍ່ສາມາດປະຕິບັດໜ້າ ທີ່ ໃຫ້ເປັນທີ່ໜ້າພໍໃຈ ຂອງປະຊາຊົນລາວໄດ້ເທື່ອ, ແຕ່ທ່ານກໍຫວັງວ່າ ດ້ວຍມາຕການຕ່າງໆ ທີ່ຈະອອກມາສູ່ສັງຄົມ ກໍຄົງຈະສາມາດແກ້ໄຂບັນຫາໄດ້ ໃນອະນາຄົດອັນໃກ້ນີ້.
“ຂ້າພະເຈົ້າກະເຂົ້າໃຈເນາະ ມາຮັບໜ້າທີ່ຕຳແໜ່ງນີ້ ປະຊາຊົນກະຢາກເຫັນເນາະ ມີການປັບປຸງ-ຫັນປ່ຽນ. ຜ່ານມາ 6 ເດືອນນີ້, ກະຮູ້ສຶກວ່າ ມັນບໍ່ທັນແຂງແຮງປານໃດເນາະ. ສະນັ້ນ, ຄຶດວ່າ ໃນໄຕຣມາດ 3 ໄຕຣມາດ 4 ນີ້, ພວກເຮົາຈະສູ້ຊົນບຸກບືນ ສ້າງການຫັນປ່ຽນ ຕາມມະຕິ 11 ຂອງສູນກາງພັກ ຫັ້ນແຫຼະ ວ່າສ້າງການຫັນປ່ຽນໃໝ່ ຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານກວ່າເກົ່າ. ໃນການແກ້ໄຂບັນຫາເສຖກິຈ ກໍເຊັ່ນດຽວກັນ.”
ຍ້ອນແນວນັ້ນ, ພາຍຫຼັງທີ່ກອງປະຊຸມສະພາແຫ່ງຊາຕລາວ ດຳເນີນໄປໄລຍະນຶ່ງ ຄະນະຣັຖບານລາວ ກໍໄດ້ມີການແຕ່ງຕັ້ງຄະນະສະເພາະກິຈ ເພື່ອແກ້ໄຂບັນຫາເສຖກິຈ ແບບຮີບດ່ວນ ໄລຍະສັ້ນ 3 ເດືອນ ຕາມມະຕິຕົກລົງ ຂອງຄະນະກັມມະການ ກົມການເມືອງສູນກາງພັກ ທີ່ໄດ້ອອກມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິຈ ຮັບຜິດຊອບແກ້ໄຂ ບັນຫາເຄັ່ງຮ້ອນ ຂອງເສຖກິຈ-ການເງິນ, ບັນຫາເງິນເຟີ້, ອັດຕຣາແລກປ່ຽນເງິນຕຣາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ເລກທີ 19/ກມສພ, ລົງວັນທີ 30 ມິຖຸນາ 2023.
ໃນນີ້, ມີທ່ານ ດຣ. ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີ ເປັນຫົວໜ້າ ພ້ອມດ້ວຍຮອງຫົວໜ້າ 2 ທ່ານ ແລະ 5 ທ່ານເປັນສະມາຊິກຄະນະ, ໂດຍໄດ້ມອບສິດໃຫ້ຫົວໜ້າຄະນະ ແບ່ງງານໃຫ້ບັນດາຮອງ ແລະ ຄະນະ ຢ່າງຈະແຈ້ງ ເພື່ອຊີ້ນຳ-ບັນຊາ, ຕິດຕາມຊຸກຍູ້ ແລະ ກວດກາຢ່າງເປັນປະຈໍາ; ຄະນະດັ່ງກ່າວ ມີລະບອບເຮັດວຽກ, ປຶກສາຫາລື ແລະ ຊີ້ນໍາ-ບັນຊາການແກ້ໄຂບັນຫາ ເປັນປະຈໍາວັນ, ປະຈຳສັປດາ, ປະຈໍາເດືອນ ແລະ ໄຕຣມາດ ເຮັດໃຫ້ສະພາບຜ່ອນຄາຍລົງ ໃນຂອບເຂດ 3 ເດືອນ ຄື ເດືອນກໍຣະກະດາ, ສິງຫາ ແລະ ກັນຍາ 2023) ແລະ ເຂົ້າສູ່ສະພາບດີຂຶ້ນ ຢ່າງຕັ້ງໜ້າ ແລະ ກ້າວເຂົ້າສູ່ສະພາບປົກກະຕິ.
ບັນຫາອອກໃບຕາດິນ ກໍເປັນອີກບັນຫານຶ່ງ ທີ່ສະພາແຫ່ງຊາຕ ໄດ້ຍົກຂຶ້ນມາປືກສາຫາລື ເນື່ອງຈາກໃນໂຕຈິງເຫັນວ່າ ການອອກໃບຕາດິນ ໃຫ້ແກ່ພໍ່ແມ່ປະຊາຊົນລາວ ໃນທົ່ວປະເທດ ມີຄວາມຫຼ້າຊ້າຫຼາຍ ອັນເຮັດໃຫ້ປະຊາຊົນຈຳນວນບໍ່ໜ້ອຍ ສູນເສັຽໂອກາດ ທີ່ຈະນຳໃຊ້ຕອນດິນ ໃນວຽກງານຕ່າງໆ ເພື່ອສ້າງສາເສຖກິຈຄອບຄົວ ແລະ ສ່ວນລວມ.
ຍານາງ ບຸນຄຳ ວໍລະຈິດ, ຣັຖມົນຕຣີກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ກໍຍອມຮັບວ່າ ການອອກໃບຕາດິນ ໃຫ້ແກ່ພໍ່ແມ່ປະຊາຊົນ ໃນຮອບ 6 ເດືອນທີ່ຜ່ານມາ ແມ່ນເປັນໄປຢ່າງຫຼ້າຊ້າ ເນື່ອງຈາກການຈັດຕັ້ງປະຕິບັດໂຕຈິງ ແມ່ນພົບອຸປະສັກຫຼາຍຢ່າງ, ໂດຍລວມແລ້ວ ແມ່ນຍັງບໍ່ສາມາດເປັນທີ່ເພິ່ງພໍໃຈ ຂອງພໍ່ແມ່ປະຊາຊົນ ທີ່ລໍຖ້າໃບຕາດິນ ໃນແຕ່ລະທ້ອງຖິ່ນ.
“ນັບແຕ່ການຂຶ້ນທະບຽນ ອອກໃບຕາດິນ ປີ 1995 ມາຮອດວັນທີ 23 ເດືອນພຶສພາ ປີ 2023, ທົ່ວປະເທດ ສາມາດອອກໃບຕາດິນໄດ້ທັງໝົດ 1,782,300 ຕອນ. ສັມມະໂນຕອນດິນເຮົາມີຢູ່ 3,000 ປາຍຕອນ. ປັດຈຸບັນ, ພວມສືບຕໍ່ 632 ຕອນ. ສຸມໃສ່ການອອກໃບຕາດິນໃຫ້ໄດ້ 400,000 ປາຍຕອນ ສຳລັບ ປີ 2023. ການຈັດຕັ້ງປະຕິບັດໂຕຈິງ ສາມາດອອກປະຕິບັດໄດ້ພຽງ 10% ຂອງແຜນການ.”
ນອກຈາກນີ້, ບັນຫາຄຣູອາສາ ໄດ້ຖືກຍົກຂຶ້ນມາໂອ້ລົມ ແລະ ປຶກສາຫາລືກັນຢ່າງໜັກ ໃນກອງປະຊຸມສະພາແຫ່ງຊາຕ ໃນຄັ້ງນີ້ ເນື່ອງຈາກມີຄຣູອາສາ ທະຍອຍລາອອກເປັນຂະບວນ ຍ້ອນບໍ່ໄດ້ຮັບເງິນເດືອນ ແລະ ບໍ່ມີຄວາມຫວັງ ທີ່ຈະໄດ້ຮັບການບັນຈຸ ເປັນພະນັກງານຣັຖກອນຄຣູ ຕາມທີ່ພວກເຂົາຄາດຫວັງ ຈົນນຳໄປສູ່ສະພາບການຂາດແຄນຄຣູສອນ ໃນຫຼາຍແຂວງ ແລະ ໂຮງຮຽນຫຼາຍແຫ່ງ ຈຳເປັນຕ້ອງຖືກປິດລົງ ຍ້ອນບັນຫາຂາດແຄນຄຣູ.
ດັ່ງນັ້ນ, ໃນນາມຣັຖບານ ທ່ານ ດຣ. ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີ ຈຶ່ງໄດ້ເຊັນມະຕິຕົກລົງ ວ່າດ້ວຍນະໂຍບາຍ ແລະ ມາຕການແກ້ໄຂ ບັນຫາຂາດແຄນຄຣູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ ສບັບເລຂທີ 09/ລບ ລົງວັນທີ 17 ກໍຣະກະດາ 2023 ໂດຍມີຈຸດປະສົງ ແກ້ໄຂບັນຫາດັ່ງກ່າວ ຢ່າງຮີບດ່ວນ ແລະ ບໍ່ໃຫ້ບັນຫາ ລາມໄປຫຼາຍກວ່ານີ້.
ທັງໝົດນັ້ນ, ກໍແມ່ນບາງບັນຫາ ທີ່ຊາວລາວເຫັນວ່າ ຍັງມີຄວາມຫຍຸ້ງຍາກ ແລະ ຄົງບໍ່ສາມາດແກ້ໄຂໄດ້ ໃນໄລຍະເວລາອັນສັ້ນ ທັງຕ້ອງຫຼ້າຊ້າລົງໄປ ຍ້ອນການຂາດເຂີນງົບປະມານ ແລະ ປັດໃຈອື່ນໆນຳ, ແຕ່ທາງຣັຖບານລາວ ກໍໃຫ້ຄຳໝັ້ນສັນຍາ ກັບກອງປະຊຸມສະພາແຫ່ງຊາຕວ່າ ຄະນະຣັຖບານ ຈະພະຍາຍາມແກ້ໄຂບັນຫາໃຫ້ໄດ້ ຜ່ານມາຕການຕ່າງໆ ທີ່ຈະອອກມາຕື່ມ ໃນຕໍ່ໜ້ານີ້. ສບາຍດີ.