ທາງການ ຄວນໃຫ້ຄົນງານລາວ ຕໍ່ອາຍຸ ໃບເຮັດວຽກ ໃນໄທ

ສິດນີ
2018.02.15
F-LAO-WORKERS ຄົນງານລາວ ທີ່ໄປເຮັດວຽກ ໃນໄທ
RFA/TP

ຄົນງານລາວ ຫຼາຍຄົນ ສເນີ ໃຫ້ທາງການລາວ ອອກໜັງສືເດີນທາງ ແລະ ເອກສານ ການເຮັດວຽກຕ່າງໆ ໃນປະເທດໄທ ແທນທີ່ຈະເດີນທາງ ໄປເຮັດຢູ່ລາວ ທັງນີ້ ເພື່ອຫລຸດຜ່ອນ ຄ່າໃຊ້ຈ່າຍ ແລະ ຄວາມສ່ຽງ ທີ່ຈະຕົກເປັນເຫຍື່ອ ຂອງກຸ່ມມິສາຊີບ, ກຸ່ມຄ້າມະນຸດ, ຄ້າປະເວນີ ແລະ ຕຳຣວດໄທ ຮີດໄຖ ເອົາເງິນ ນຳພວກຂະເຈົ້າ, ດັ່ງຄົນງານລາວ ທີ່ເຮັດວຽກ ຢູ່ໄທ ທ່ານນຶ່ງ ກ່າວໃນວັນທີ 29 ມົກຣາ ນີ້ວ່າ:

“ກໍຢາກໃຫ້ ອະນຸຍາດໃຫ້ຄົນລາວ ເຮົານັ້ນ ມາຕໍ່ ຢູ່ໄທໄດ້ ແມ່ນປາສປອດ ຄົນເຮົາ ມັນຍາກຈົນເດ ມັນຈິ່ງເຂົ້າມາດິ້ນຮົນ ຫາກິນຢູ່ໄທ ຄວາມຮູ້ ກໍບໍ່ມີ ຄັນເຮັດ ຢູ່ບ້ານເຮົາ ຄ່າແຮງງານ ມັນໜ້ອຍ, ບາດນີ້ ມີເງິນ 4-5 ຫວັງວ່າ ກັບບ້ານ ຊິໃຫ້ມັນເຫລືອ ຈັກ 2-3 ພັນ ພໍເມືອຮອດບ້ານ ບໍ່ມີ ເງິນກິນເຂົ້າ ບໍ່ມີເງິນໃຫ້ແມ່.”

ຄົນງານທ່ານນີ້ ອະທິບາຍວ່າ ສເພາະການເດີນທາງ ຈາກບາງກອກ ໄປຮອດຊາຍແດນລາວ ໃຊ້ເວລາ 1 ຄືນແລ້ວ ຍັງເສັຽເວລາ ລໍຖ້າ 2-3 ອາທິດ ເສັຽຄ່າໃຫ້ ນາຍໜ້າ ດໍາເນີນເອກສານ 5,000 ບາດ, ຖ້າເຮັດປາ​ສປອດໃໝ່ ໃຊ້ເວລາ ຢ່າງໜ້ອຍ 3 ອາທິດ ຄ່ານາຍໜ້າ 7,000 ບາດ ຖ້າເສັຽຫຼາຍເທົ່າໃດ ຍິ່ງໄດ້ໄວ ຊື່ງສ່ວນຫລາຍ ຄົນງານລາວ ຈະເລືອກວິທີ ໃຫ້ນາຍໜ້າ ເປັນຜູ້ດໍາເນີນ ເອກສານໃຫ້ ເພາະມັນງ່າຍ ແລະ ບໍ່ຢາກເສັຽເວລາ. ຕໍ່ບັນຫານີ້ ເຈົ້າໜ້າທີ່ ທາງການລາວ ໄດ້ຊີ້ແຈງວ່າ ຂັ້ນຕອນຈັດຕັ້ງສູນ ເຮັດເອກສານ ຢູ່ປະເທດໄທນັ້ນ ປັຈຈຸບັນ ກໍາລັງຫາລືກັນຢູ່ ຣະຫວ່າງ ກະຊວງການຕ່າງປະເທດ ແລະ ກະຊວງແຮງງານລາວຢູ່ ແຕ່ຍັງບໍ່ຮູ້ວ່າ ຈະຖືກປະຕິບັດໃຊ ເມື່ອໃດ, ດັ່ງເຈົ້າໜ້າທີ່ລາວ ທ່ານນື່ງ ເວົ້າວ່າ:

“ໂຕນີ້ ເຮົາກໍຈະຖ້າລໍຟັງ ຈາກຂັ້ນເທີງເນາະ ເພີ່ນປະຊຸມກັນ ແລະ ຫຼັງຈາກນັ້ນ ເຮົາຈິ່ງຈັດຕັ້ງປະຕິບັດ ກ່ຽວກັບ ຂໍ້ໂຕນີ້ ອາດຈະເປັນ ແບບວ່າ ຈັດຕັ້ງຈຸດບໍຣິການ ຢູ່ຕາມຊາຍແດນ ຣະຫວ່າງ 2 ປະເທດ ນີ້ບໍ ເພື່ອບໍ່ເປັນການເສັຽເວລາ ໃຫ້ອ້າຍນ້ອງແຮງງານລາວ ທີ່ໄປເຮັດວຽກ ຢູ່ຕ່າງປະເທດ ແຕ່ຍັງໃຫ້ຄໍາຕອບ ຢ່າງຊັດເຈນ ບໍ່ໄດ້.”

ແຕ່ຢ່າງໃດກໍຕາມ, ຄົນງານຢູ່ໄທ ອີກຄົນນື່ງເວົ້າວ່າ ໃນການເດີນທາງ ກັບລາວ ເພື່ອໄປເຮັດເອກສານ ດັ່ງກ່າວ ແຕ່ລະຄັ້ງ ນອກຈາກ ຄວາມລຳບາກ ແລະ ສ່ຽງຕ່າງໆແລ້ວ ຄົນງານລາວ ຍັງຕ້ອງ ໄດ້ເສັຽຄ່າໃຊ້ຈ່າຍ ເປັນຕົ້ນ ຄ່າໜັງສືໃບອະນຸຍາດ ກັບລາວຊົ່ວຄາວ ຫຼື ທີ່ເອີ້ນວ່າ ບັດເຫລືອງ 500 ບາດ ຄ່າເດີນທາງ ແລະ ຄ່າຢູ່ກິນ ປະມານ 5,000 ບາດ ເສັຽຄ່າພິເສດ ໃຫ້ເຈົ້າໜ້າທີ່ລາວ ອີກ 500-1,000 ບາດ, ຄ່ານາຍໜ້າ ດໍາເນີນເອກສານ 3-7 ພັນບາດ, ຄ່າຜ່ານດ່ານ 300 ບາດ ຖ້າຢູ່ເກີນກໍານົດ ຈະຖືກປັບໃໝອີກ ມື້ລະ 500 ບາດ ລວມແລ້ວ ປະມານ 20,000 ບາດ. ສໍາລັບລາຍຈ່າຍ ຂອງ ຄົນງານລາວ ແຕ່ລະຄົນ ໃນການເດີນທາງ ກັບລາວ ເພື່ອເຮັດໜັງສື ເຮັດວຽກຢູ່ໄທ ໃນແຕ່ລະຄັ້ງ.

ຄົນງານລາວ ຢູ່ໄທ ໄດ້ຮັບຄວາມທຸກຍາກ ກົດຂີ່ຂົ່ມເຫັງ ຈາກນາຍຈ້າງ ຢູ່ແລ້ວ ຫລາຍຄົນຕົກເປັນແຮງງານຂ້າທາດ ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ ແລະ ຄ້າປະເວນີ ຣັຖບານລາວ ຄວນໃຫ້ຄວາມສະດວກ ແກ່ຂະເຈົ້າ ໃນການໄປມາ ແລະ ເຮັດຫນັງສື ດ້ວຍການອະນຸຍາດ ໃຫ້ຂະເຈົ້າ ສາມາດເຮັດໜັງ​ສືໄດ້ ໃນໄທ ໂດຍ ໃຫ້ເຈົ້າໜ້າທີ່ລາວ ເຂົ້າມາໄທ ມາເຮັດ ໃຫ້ຂະເຈົ້າ ໃຫ້ເປັນແບບດຽວ ກັບຄົນງານພະມ້າ.

ຄົນງານລາວ ໃນເວລາເດີນທາງ ກັບລາວ ຈະມີອຸປສັກ ຫຼາຍຢ່າງ ບໍ່ວ່າຈະຢູ່ລາວ ແລະ ໄທ, ຂະເຈົ້າ ຈະຖືກຮີດໄຖເອົາເງິນ ຈົນບໍ່ເຫຼືອໃຫ້ພໍ່ແມ່ ແລະ ຍາດພີ່ນ້ອງ ໃນບ້ານ, ຊີວິດຂອງພວກຂະເຈົ້າ ລຳບາກຫຼາຍ ໃຫ້ທາງການລາວ ພິຈາຣະນາ ກ່ຽວກັບ ບັນຫາດັ່ງກ່າວ ໃຫ້ຂະເຈົ້າແດ່. ຜູ້ຮັບຈ້າງເຮັດຫນັງສືຜ່ານແດນ ຢູ່ ແຂວງຈຳປາສັກ ທ່ານນຶ່ງ ເວົ້າວ່າ ໃນແຕ່ລະມື້ ມີຄົນງານລາວ ຕິດຕໍ່ໃຫ້ລາວ ພາໄປເຮັດຫນັງສື ຜ່ານແດນ ປະມານ 50 ຄົນ ສ່ວນຈຳນວນໂຕເລກ ທີ່ຄົນງານລາວ ໄປເຮັດໃບຜ່ານແດນ ທັງຈ້າງນາຍໜ້າ ແລະ ເຮັດເອົາເອງນັ້ນ ຄາດວ່າ ປະມານ ວັນລະ ຫຼາຍພັນສະບັບ.

ທ່ານກ່າວຕື່ມວ່າ ການເຮັດຫນັງສືຜ່ານແດນ ຜ່ານນາຍໜ້າ, ເຖິງແມ່ນວ່າ ຈະມີຫຼາຍພັນຄົນ ໃນແຕ່ລະມື້ ແຕ່ລາຄາ ຍັງຄືເກົ່າ ບໍ່ຂຶ້ນ ປະມານ 3500 ບາດ ຫຼື 8 ແສນ 5 ພັນກີບ ແລະ ຈະເຮັດໃຫ້ແລ້ວ ພາຍໃນ 5 ມື້. ຄົນງານລາວ ທີ່ເຮັດວຽກ ຢູ່ປະເທດໄທ ຈົ່ມວ່າ ບໍ່ໄດ້ຮັບ ການເບິ່ງແຍງ ຊ່ອຍເຫຼືອ ຈາກ ທາງການລາວ ໂດຍສເພາະ ຈາກສະຖານທູດ ສປປລາວ ປະຈໍາປະເທດໄທ ເທົ່າທີ່ຄວນ.

ບໍ່ພຽງເທົ່ານັ້ນ ເມື່ອກັບໄປ ບ້ານແລ້ວ ຢູ່ແຕ່ລະແຂວງ ຂອງລາວ ຍັງມີ ການເກັບເງິນພາສີ ນໍາອີກ, ບາງແຂວງ ກໍເກັບຫຼາຍ ບາງແຂວງ ກໍເກັບໜ້ອຍ ດັ່ງໂຕຢ່າງ ແຂວງຈໍາປາສັກ ເກັບ 4 ແສນກີບ ຕໍ່ຄົນຕໍ່ປີ, ຄົນງານລາວ ທີ່ໄປເຮັດວຽກ ຢູ່ໄທ ແບບບໍ່ຖືກຕ້ອງ ຕາມກົດໝາຍ ຈໍານວນນຶ່ງ ຖຶກເຈົ້າໜ້າທີ່ ຕໍາຣວດໄທ ເກັບເງິນ ໃນເວລາເດີນທາງ ກັບປະເທດ ທັ້ງໆທີ່ ຣັຖບານໄທ ປະກາດແລ້ວວ່າ ຫ້າມເກັບເງິນ ຫຼື ປັບໃໝ ຄົນງານຕ່າງດ້າວ ທຸກຊົນຊາດ ທີ່ເຂົ້າມາເຮັດວຽກຢູ່ໄທ ທີ່ເດີນທາງ ກັບປະເທດ ຂອງເຂົາເຈົ້າ ແຕ່ຕຳຣວດໄທ ໃນບາງເຂດ ຍັງຝ່າຝຶນ ຂໍ້ຫ້າມດັ່ງກ່າວ ນັ້ນຢູ່.

ຄົນງານລາວຜູ້ນີ້ ເວົ້າຕື່ມວ່າ ຕໍາຣວດໄທ ທີ່ກັກຕົວຄົນລາວ ແລະ ເກັບເງິນນັ້ນ ແມ່ນຢູ່ຫຼາຍແຂວງ ທາງຜ່ານໄປລາວ ເປັນຕົ້ນ ແຂວງຍະໂສທອນ, ແຂວງມຸກດາຫານ ແລະ ແຂວງອຸບົນຣາຊທານີ ແລະ ອື່ນໆ, ຊຶ່ງເປັນປ້ອມກວດຣົຖ ແລະ ກວດກາ ຄົນງານຕ່າງດ້າວ ທີ່ພາກັນ ກັບບ້ານ ໂດຍຜ່ານເສັ້ນທາງ ດັ່ງກ່າວ ໄປລາວ. ຄົນງານລາວ ເວົ້າວ່າ ການເກັບເງິນ ຈາກຄົນງານລາວ ບໍ່ພຽງແຕ່ ຢູ່ແຂວງຍະໂສທອນ ເທົ່ານັ້ນ ຢູ່ແຂວງອື່ນໆ ກໍມີຄືກັນ ໂຕຢ່າງ ເມື່ອວັນທີ່ 10 ມິຖຸນາ ຜ່ານມາ ມີຄົນງານລາວ ຫຼາຍຄົນ ຖືກເຈົ້າໜ້າທີ່ຕໍາຣວດ ເກັບເງິນຢູ່ດ່ານ ກ່ອນຮອດເມືອງ ທ່າລີ່ ຂ້າມໄປລາວ  ຜູ້ລະ 500-1000 ບາດ ຍົກເວັ້ນຄົນງານລາວ ທີ່ມີບັດເຫຼືອງ ຈາກສະຖານທູດລາວ ເທົ່ານັ້ນ ບໍ່ຖືກ ເກັບເງິນ. ແຕ່ໃນຫຼາຍກໍຣະນີ ບັດເຫຼືອງ ກໍຖືກຄືກັນ ດັ່ງທີ່ປ້ອມຕຳຣວດ ກວດຄົນເຂົ້າເມືອງ ທີ່ແຂວງມຸກດາຫານ 3 ປ້ອມ ເກັບປ້ອມລະ 300 ບາດ ທັງຫມົດ ເປັນ 900 ບາດ ກ່ອນຈະຂ້າມ ໄປລາວ ເມື່ອໄປຮອດລາວ ຍັງມີການເກັບ ຈາກເຈົ້າ ຫນ້າທີ່ລາວ ອີກ:

"ຂຶຶ້ນໄປກວດໃນຣົດນັ້ນ ສອງຄົນ ໃຜຖືບັດເຫລືອງ ມັນກໍໃຫ້ລົງໄປເສັຽເງີນ ເຂົາບໍ່ເຄີຍ ບອກເຫດຜົລຫຍັງເລີຍ ມີແຕ່ລົງໄປເສັຽເງິນ ຜູ້ໃດ ບັດເຫລືອງ ເຂົາບອກ ຈັ່ງຊີ້ ຍື່ນເງິນໃຫ້ແລ້ວ ກໍຂຶ້ນຣົດເຂົາບອກ ເຄີຍຖາມສະຖານທູດ ແຕ່ເຂົາບອກວ່າ ໃຫ້ຖ່າຍຮູບ ສ.ນ ນັ້ນມາໃຫ້ເຂົາ ເຂົາບອກ ມັນກໍບໍ່ໄດ້ທັນຄິດວ່າ ຈະຖ່າຍຮູບນີ້ເນາະ ຄົນເຮົາມັນຫລາຍ ກໍແບບຜູ້ໃດລົງໄປ ກໍຈ່າຍງເງິນ ຕ້ອງເລັ່ງເລີຍ ເຮົາກໍຢາກຟ້າວ ມີ 3 ດ່ານ ກໍໄດ້ຈ່າຍ 3 ເທື່ອ ກໍເປັນ 9 ຮ້ອຍ ດ່ານລະ 300."

ເຈົ້າໜ້າທີ່ ແຂວງຈຳປາສັກ ທ່ານນຶ່ງກ່າວ ວ່າງຫຼັງໆມານີ້ວ່າ ໃນປັດຈຸບັນ ມີແຮງງານລາວ ຈາກແຂວງຈຳປາສັກ ໄປເຮັດວຽກແບບ ບໍ່ມີ ອະນຸຍາດໃນໄທ ກວ່າ 20 ພັນຄົນ ກຸ່ມດັ່ງກ່າວບອກວ່າ ການລັກໄປເຮັດວຽກໃນໄທ ເຖິງແມ່ນວ່າ ຈະມີຄວາມສ່ຽງ ຈາກກຸ່ມຄ້າມະນຸດ ແຕ່ ຊີວິດການເປັນຢູ່ ກໍຍັງດີກວ່າ ເຮັດວຽກໃນລາວ. ຢູ່ ສປປລາວ ນອກຈາກ ຈະຖືກກົດຂີ່ ຈາກນາຍຈ້າງແລ້ວ ກໍຍັງບໍ່ໄດ້ຮັບສວັດດີການ ທາງສັງຄົມ ນຳອີກ ຮ່ວມກັບ ຄ່າຄອງຊີບແພງ ໃນລາວ ຈື່ງເຮັດໃຫ້ແຮງງານລາວ ຍອມສ່ຽງລັກລອບ ເຂົ້າໄປເຮັດວຽກໃນໄທ ແບບຜິດກົດໝາຍ ຫຼາຍຂຶ້ນ. ການລັກໄປເຮັດວຽກ ແບບຜິດກົດໝາຍ ຂອງຄົນງານລາວ ໃນໄທ ກໍຍ້ອນວ່າ ບໍ່ມີຄວາມສະດວກ ໃນການເຮັດເອກສານ ໃນລາວ ຮ່ວມທັງ ຄ່າໃຊ້ຈ່າຍ ໃນການເອກສານ ດັ່ງກ່າວນັ້ນ ແພງເກີນໄປ ຫຼາຍຄົນ ກໍເອົາຄວາຍໄປຂາຍ ຫຼື ເອົານາໄປຈຳນຳ.

ອີງຕາມຂໍ້ມູນ ຈາກຜແນກແຮງງານ ແລະ ສວັດດີການ ທີ່ແຂວງຈຳປາສັກ ໃນປີ 2015 ມີແຮງງານ ຈາກແຂວງຈຳປາສັກ ພຽງແຕ່ 274 ຄົນ ເທົ່ານັ້ນ ທີ່ເຮັດວຽກແບບຖືກຕ້ອງ ຕາມກົດໝາຍໃນໄທ ສ່ວນເຫຼືອ ຫຼາຍມື່ນຄົນ ແມ່ນຜິດກົດ​ໝາຍ ຍ້ອນຂັ້ນຕອນ ການຂໍໃບອະນຸຍາດ ເຮັດວຽກໃນລາວ ຫຍຸ້ງຍາກສັບສົນ ແລະ ເສັຽຄ່າໃຊ້ຈ່າຍ ຫຼາຍເກີນໄປ.

ການເກີດອຸບັດຕິເຫດ ຣົດໂດຍສານ ເສັຽຫຼັກ ໄປຕໍາຕົ້ນໄມ້ ເປັນເຫດໃຫ້ຄົນງານລາວ 18 ຄົນເສັຽຊີວິດ ແລະ ບາດເຈັບ 7 ຄົນ. ຄົນງານລາວ ສ່ວນຫຼາຍ ມີອາຍຸ ຣະຫວ່າງ 20 ຫາ 30 ປີ ໃນເວລາເດີນທາງກັບບ້ານ ຈາກແຂວງ ສະໝຸດປຣາການ ໄປແຂວງອຸບົນ ເພື່ອໄປຕໍ່ຫນັງສື ຜ່ານແດນ ໃນລາວ ກໍແມ່ນບັນຫາ ທີ່ທາງການ ບໍ່ອະນຸຍາດ ໃຫ້ຂະເຈົ້າ ເຮັດໜັງ​ສື ໃນປະ​ເທດໄທ ແລະ ອີກເຫດການນຶ່ງ ຣົດຂວ້າມ ທີ່ແຂວງບຸຣີຣຳ ເຮັດໃຫ້ຄົນງານລາວ ເສັຽຊີວີດຊີວິດ 19 ຄົນ ແລະ ບາດເຈັບ ຫຼາຍຄົນ ໃນນັ້ນ ຮວມທັງ ແມ່ຍິງຖືພາແກ່ 2 ຄົນ, ວ່າງປີຫລັງໆ ມານີ້ ກໍຍ້ອນ ບັນຫາຄວາມຫຍຸ້ງຍາກ ໃນການເຮັດເອກສານ ໃນລາວ.

ຄົນງານລາວຜູ້ນຶ່ງ ຜູ້ທີ່ລອດຊີວິດ ມາໄດ້ເວົ້າວ່າ ຕົນພ້ອມ ພັລຍາ ໄດ້ຂີ່ຣົດໂດຍສານ ຄັນດັ່ງກ່າວ ມາຈາກ ແຂວງສະໝຸດປຣາການ ເພື່ອກັບບ້ານ ແຂວງສາຣະ​ວັນ ໂດຍຈະຜ່ານດ່ານ ຊ່ອງເມັກ ແຂວງອຸບົນ ເສັຽຄ່າຣົດ ຄົນລະ 1,000 ປາຍບາດ. ທໍາອິດ ວ່າຈະ ພາກັນ ຂີ່ຣົດເມ ແຕ່ຢ້ານ ຈະໄດ້ລໍຖ້າດົນ ຈຶ່ງຈ້າງຣົດໂດຍສານ ໄປກັບໝູ່ຄົນລາວ ຫຼາຍຄົນ ທັງຍິງ ແລະ ຊາຍ ແຕ່ມາເກີດ ອຸບັດຕິເຫດ ຣະຫວ່າງທາງ.

ແຕ່ເຖິງຢ່າງໃດກໍຕາມ, ຍັງມີຫຼາຍບັນຫາ ແລະ ອຸປສັກ ທີ່ຄົນງານລາວ ຢູ່ປະ​ເທດໄທ ໄດ້ພົບພໍ້ ໃນຊີວິດ ຂອງພວກຂະເຈົ້າ ໃນແຕ່ລະມື້ ນອກຈາກ ຖືກເອົາລັດເອົາປຽບ ຈາກນາຍຈ້າງແລ້ວ ກໍແມ່ນການໄປຕໍ່ ໜັງສື ໃນລາວ  ບັນຫານີ້ ທາງການລາວ ສາມາດ ແກ້ໄຂໄດ້ ແຕ່ບໍ່ຢາກແກ້ໄຂ ເປັນບັນຫາຊຳເຮື້ອ ມາເປັນເວລາ ຫຼາຍປີແລ້ວ  ຍ້ອນຫຍັງ ຍ້ອນການປະຕິບັດງານ ຂອງທາງການລາວ ມີຫຼາຍຂັ້ນຕອນ, ສ້າງຄວາມລຳບາກ ແລະ ຫຍຸ້ງຍາກ ໃຫ້ແກ່ຜູ້ ອອກແຮງງານ ທີ່ເປັນຄົນລາວ ຜູ້ທຸກຍາກ ເພື່ອຫາເງິນ ມາຊ່ອຍຄອບຄົວ ແລະ ພໍ່ແມ່ ດ້ວຍເຫື່ອແຮງ ແລະ ນ້ຳຕາ, ຄົນງານລາວ ເປັນຊັພຍາກອນມະນຸດ ທີ່ສ້າງລາຍໄດ້ ໃຫ້ແກ່ປະເທດຊາດ ຢ່າງມະຫາສານ ເຂົ້າໃນຍອດຜົລຜລິດຮວມ ຫຼື GDP ຂອງລາວ ໃນແຕ່ລະປີ ດ້ວຍການສົ່ງເງິນ ກັບບ້ານ ມາໃຫ້ພໍ່ແມ່ ແລະ ຄອບຄົວ ໃຊ້ຈ່າຍ ຄວນໃຫ້ຄວາມສຳຄັນ ໃນບັນຫາດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.