ການເຜີຍແຜ່ຂ່າວປອມ ກ່ຽວກັບລັດຖະບານ ໃນທາງລົບ ສ່ວນຫຼາຍແມ່ນຄົນຕ່າງປະເທດ
2024.08.23

ໃນໄລຍະທີ່ຜ່ານມາຂໍ້ມູນຂ່າວປອມ ແລະ ການເຜີຍແຜ່ຂ່າວສານກ່ຽວກັບ ບໍລິຫານປະເທດ ຂອງລັດຖະບານລາວ ແລະ ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ລັດ ໃນທາງລົບແມ່ນຖືກເຜີຍແຜ່ ໂດຍຄົນຕ່າງປະເທດ. ສ່ວນຄົນລາວພາຍໃນປະເທດ ສ່ວນຫຼາຍແມ່ນເປັນຜູ້ຮັບຂ່າວສານ ແລະ ເປັນຜູ້ກົດໄລ້ ຫຼື ກົດແຊຣ໌. ອີງຕາມການກວດພົບ ຂອງທາງການລາວເອງ. ດັ່ງນັກຂ່າວຢູ່ແຂວງພາກກາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ສິງຫາ 2024 ນີ້.
“ມັນກໍ່ສ່ວນຫຼາຍຂ່າວປອມນີ້ ມັນວຽກການເມືອງທາງເຮົາ ກໍ່ມັນບໍ່ມີຄົນພາຍໃນມີແຕ່ຄົນພາຍນອກ ເປັນຜູ້ຂ່າວ. ຄົນພາຍໃນເຮົາທີ່ຮູ້ເທົ່າບໍ່ເຖີງການເປັນຜູ້ແຊຣ໌ ກົດໄລສື່ ໆ ທີ່ຄົນລາວທີ່ຢູ່ຕ່າງປະເທດຫັ້ນນ່າ. ຄວາມໝາຍຄວາມບໍ່ເຂົ້າໃຈຂອງພາຍໃນ ກໍ່ມີແຕ່ເທົ່ານັ້ນແລ້ວ. ຕົວປອມກໍ່ບໍ່ຢາກໃຫ້ປະຊາຊົນເຮົາ ໄປຕິດຕາມກົດຕິດຕອກຕິດຕາມ ອີ່ຫຍັງຫັ້ນນ່າບໍ່ເປັນການເຊື່ອຖື.”
ໃນຮອບປີທີ່ຜ່ານມານີ້ ກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ກວດພົບວ່າມີສື່ສັງຄົມອ໋ອນລາຍນ໌ ເປັນຕົ້ນບັນຊີເຟສບຸກທີ່ເປັນຂອງບຸກຄົນ ໃນຕ່າງປະເທດເຜີຍແຜ່ຂ່າວປອມ ແລະ ຂ່າວສານກ່ຽວກັບປະເທດລາວ ໃນທາງລົບໃນຫຼາຍແນວເປັນຕົ້ນ ປະເດັນທາງດ້ານເສດຖະກິດ-ການເມືອງ. ດັ່ງເຈົ້າໜ້າທີ່ກ່ຽວຂ້ອງຜູ້ຂໍສະຫງວນຊື່ ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ສຸ່ມສ່ຽງເປັນຂ່າວປອມດຽວນີ້ດ້ານເສດຖະກິດເນາະ ມັນບໍ່ແມ່ນຂອງພັກ-ລັດແຕ່ເຂົາຫັ້ນເຮັດສ່ວນຕົວເນາະ ເພື່ອໃຫ້ຄົນເຂົ້າໄປເບິ່ງວ່າເສດຖະກິດລາວລົ້ມລະລາຍ. ເອີແມ່ນແຫຼະຍົກຕົວຢ່າງ ກະແສໂຕນີ້ ຢູ່ລາວນີ້ລົ້ມລະລາຍແບບບໍ່ມີຫຍັງຢູ່ຫຍັງກິນ ມັນເປັນຂ່າວເພຈປອມ ເຮົາບໍ່ຄວນເອົາມາແຊຣ໌ກັນ.”
ອີງຕາມກົດໝາຍວ່າດ້ວຍສື່ມວນຊົນສະບັບປີ 2016 ໃນມາດຕາ 66 ລະບຸຖ້າຫາກບຸກຄົນໃດນໍາສະເໜີຂ່າວສານ ທີ່ສ້າງຄວາມເສັຍຫາຍໃຫ້ແກ່ປະເທດຊາດ, ເປີດເຜີຍຄວາມລັບຂອງຊາດ ແລະ ລັດຖະບານ ແລະ ອອກຂ່າວບິດເບືອນຈາກຄວາມເປັນຈິງ ຈະຖືກປະຕິບັດມາດຕະການຄືສຶກສາອົບຮົມ, ກ່າວເຕືອນ, ປັບໄໝ, ໂຈະການເຄື່ອນໄຫວຊົ່ວຄາວ ຖອນໃບອະນຸຍາດເຄື່ອນໄຫວ ວຽກງານສື່ມວນຊົນ, ບັດນັກຂ່າວ, ບັດນັກວິຊາການສື່ມວນຊົນ, ໃຫ້ແທນຄ່າເສັຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາຕາມແຕ່ລະກໍລະນີໜັກ-ເບົາ.
ຫຼ້າສຸດທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ຈັດກອງປະຊຸມ ສໍາມະນາກ່ຽວກັບການຕໍ່ຕ້ານ ແລະສະກັດກັ້ນຂ່າວປອມ ໃນສື່ສັງຄົມອ໋ອນລາຍນ໌ໃຫ້ແກ່ບັນດາສື່ມວນຊົນ ຂອງລັດເພື່ອໃຫ້ພວກເຂົາເຈົ້າຕະໜັກ ແລະສາມາດແບ່ງແຍກໄດ້ວ່າ ຂ່າວໃດແມ່ນສົມຄວນນໍາເກັບເປັນຂໍ້ມູນ ແລະຂ່າວໃດແມ່ນເປັນຂ່າວປອມທີ່ບໍ່ສົມຄວນ ນໍາໄປເຜີຍແຜ່ຕໍ່ອີກທັງຍັງເປັນການເຕືອນສະຕິ ແກ້ສື່ມວນຊົນບໍ່ໃຫ້ມີການກົດໄລ້ ຫຼື ກົດແຊຣ໌ ຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງ ຫຼື ເຮັດໃຫ້ປະເທດຊາດໄດ້ຮັບຄວາມເສັຍຫາຍ. ດັ່ງເຈົ້າໜ້າທີ່ທ່ານດຽວກັນກ່າວຕື່ມວ່າ.
“ການຂ່າວປອມແມ່ນເພຈເນາະ ໂດຍສະເພາະແມ່ນເພຈທີ່ບໍ່ເປັນທາງການ ໃຫ້ບັນດານັກຂ່າວທີ່ເຮັດວຽກນໍາ ພັກ-ລັດນີ້ໃຫ້ເຂົ້າໃຈວ່າ ອັນແນວໃດທີ່ເປັນຂ່າວອັນແນວໃດ ທີ່ບໍ່ແມ່ນຂ່າວເນາະ ເຮົາກໍ່ຕ້ອງໄປເບິ່ງຕົ້ນເຫດມັນແຕ່ວ່າ ອັນອອກໂຊຊ້ຽວຫັ້ນ ເຮົາກໍ່ບໍ່ຄວນເຊື່ອຖືເບິດເນາະ ເພື່ອເຂົາເຮັດເພື່ອບັນເທີງບໍ່ ຫຼືວ່າເຮັດເພື່ອຄວາມມ່ວນຊື່ນຫັ້ນນ່າ.”
ໃນວັນທີ 8 ສິງຫາ 2024 ທີ່ຜ່ານມາ. ກົມສື່ມວນຊົນກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວໄດ້ຈັດກອງປະຊຸມສຳມະນາວິທະຍາສາດການຕ້ານຂ່າວປອມໃນສື່ອ໋ອນລາຍນ໌ ແລະ ບົດບາດຂອງສື່ທາງການເພື່ອໃຫ້ຄວາມສຳຄັນກ່ຽວກັບຂ່າວປອມ, ຮູບແບບຂອງຂ່າວປອມ, ການຕອບໂຕ້ຂ່າວປອມ, ຜົນກະທົບຂອງຂ່າວປອມ, ວິທີການປ້ອງກັນ, ການຕ້ານຂ່າວປອມອ໋ອນລາຍນ໌ລວມເຖີງບົດບາດຂອງສື່ມວນຊົນໃນການຕ້ານຂ່າວປອມອ໋ອນລາຍນ໌.
ສໍາລັບກອງປະຊຸມສໍາມະນາ ວິທະຍາສາດການຕ້ານຂ່າວປອມ ໃນສື່ສັງຄົມອ໋ອນລາຍນ໌ ແລະ ບົດບາດຂອງຂອງສື່ທາງການທີ່ຈັດຂຶ້ນດັ່ງກ່າວນີ້ແມ່ນໃຫ້ຄວາມສຳຄັນກ່ຽວກັບການເຜີຍແຜ່ຂ່າວປອມຜ່ານສື່ສັງຄົມອ໋ອນລາຍນ໌ເປັນຕົ້ນວິທີການສັງເກດວ່າຂ່າວໃດເປັນຂ່າວປອມຫຼືຂ່າວເກົ່າແຕ່ຖືກນໍາມາເຜີຍແຜ່ຊໍ້າເພື່ອສ້າງກະແສ ແລະ ຄວາມເຂົ້າໃຈຜິດໃຫ້ແກ່ຄົນໃນສັງຄົມ. ດັ່ງນັກຂ່າວຢູ່ພາກໃຕ້ທ່ານກ່າວວ່າ.
“ສ່ວນຫຼາຍກໍ່ເວົ້າເລື່ອງເສດຖະກິດສັງຄົມ ນີ້ແລ້ວບັນຫາຂອງຄົນສ່ວນວ່າການເມືອງ ກໍ່ບໍ່ມີຫຍັງດອກພວກການເມືອງກໍ່ບໍ່ໄດ້ມີປອມ ບໍ່ມີຫຍັງພໍ່ເທົ່າໃດດອກເສດຖະກິດ-ການເມືອງ ຍົກຕົວຢ່າງວ່າລາຄາສິນຄ້າ ເອີໝາກກ້ວຍຂຶ້ນລາຄາ ຫຼືວ່ານໍ້າມັນຂຶ້ນລາຄາແບບນີ້ກໍ່ເກີນກາຍຂອບເຂດ ຕົວະກັນຫັ້ນນ່າຂ່າວປອມລັກສະນະແນວນີ້ແຫຼະ.”
ກ່ອນໜ້າທີ່ໃນວັນທີ 25 ມິຖຸນາ 2024 ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຫົວໜ້າຫ້ອງການເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດໄດ້ລາຍງານ ຕໍ່ກອງປະຊຸມສະຫຼຸບວຽກຮອບ 6 ເດືອນຂອງປີ 2024 ວ່າທາງໜ່ວຍງານຂອງທ່ານໄດ້ກວດຄືນ ນິຕິກໍາທີ່ກ່ຽວຂ້ອງກັບການນໍາໃຊ້ອິນເຕີເນັດ ເພື່ອສ້າງຄວາມປັ່ນປ່ວນໃຫ້ເກີດຄວາມແຕກແຍກ, ໃສ່ຮ້າຍປ້າຍສີ, ສ້າງຂໍ້ມູນເບິດເບືອນທີ່ສົ່ງຜົນບໍ່ດີຕໍ່ສະຖຽນລະພາບ ແລະ ການບໍລິຫານປະເທດຂອງ ພັກ-ລັດ.