ເທີ ຢູ່ນາ ໄດ້ກັບມາ ສູ່ສັງຄົມ ຕາມເດີມແລ້ວ

ພາຍຫລັງທີ່ ທ່ານ ສີພອນ ວົງຈິນດາ ຫລື ເປັນທີ່ຮູ້ຈັກກັນໃນນາມ ເທີ ຢູ່ນາ ນັກສິລປິນຊື່ດັງ ແລະ ທັງເປັນເຂົ້າຂອງຄ້າຍເພງ ຢູ່ນາ ສະຕູດິໂອ ຢູ່ ລາວ ໄດ້ຫາຍໄປຈາກສື່ສັງຄົມ ອອນລາຍ ແລະ ມີຂ່າວລືວ່າ ທ່ານຖືກເຈົ້າໜ້າທີ່ຕໍາຣວດ ຈັບໄປເມື່ອອາທິດ ທີ່ຜ່ານມາ ນັ້ນ ຫລາຍຄົນກໍສົນໃຈ, ເປັນຫ່ວງນໍາ ແລະມີຫາງສຽງຄາດເດົາຕ່າງໆນາໆ ແຕ່ມາດຽວນີ້ ທ່ານ ຖືກປ່ອຍຕົວແລ້ວ ດັ່ງເຈົ້າໜ້າທີ່ກອງບັນຊາການ ຕໍາຣວດປ້ອງກັນຄວາມສງົບ ແຂວງສວັນນະເຂດ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະສຽງ ກ່າວຕໍ່ ວິທຍຸ ເອເຊັຍເສຣີວ່າ:
“ຂ່າວຄືວ່າ ອອກມາແລ້ວວ່າຊັ້ນນະ ກະບໍ່ເຂົ້າໃຈຣາຍລະອຽດ ໂອ ອັນນີ້ບໍ່ຮູ້ຣາຍລະອຽດປານໃດ ເພາະວ່າບໍ່ແມ່ນວິຊາສະເພາະ ເພິ່ນຫັ້ນນະ ແຕ່ຢືນຢັນວ່າໄດ້ປ່ອຍໂຕ ທ່ານ ເທີ ຢູ່ນາ ໄປແລ້ວ.”
ໃນມື້ວັນທີ່ 29 ກໍຣະກະດາ 2021 ນີ້ ທ່ານ ເທີ ຢູ່ນາ ໄດ້ອອກມາປະກົດໂຕຢູ່ ເຟສບຸກຂອງ ທ່ານ ຊຶ່ງໃນນັ້ນທ່ານໄດ້ເວົ້າເຖິງ ຫາງສຽງຂອງຜູ້ຄົນ ທີ່ຄາດຄະເນໄປຕ່າງໆນາໆ ຮວມທັງ ວ່າ:
”ບາງຄົນກໍວ່າ ບັກ ເທີ ມັນຖືກເຈົ້າໜ້າທີ່ຕຳຣວດຈັບໂຕໄປ, ມັນຕ້ອງຄ້າຢາເສພຕິດ, ມີຮອດຜູ້ເວົ້າວ່າ ມັນມີເງິນຫຼາຍໂດຍມິຮູ້ແຫຼ່ງ ທີ່ໄປທີ່ມາ ວ່າໄດ໋ ຄັນມິຮູ້ພິເຫຼີຢ່າຟ້າວເວົ້າໄປກ່ອນ ຖົ່ມນໍ້າລາຍຂຶ້ນຟ້າ ມັນຕົກໃສ່ໜ້າໄດ໋ ເປີ້ນໄດ໋ ແລະ ມື້ນີ້ກະຕັ້ງເຈີ ຈະອັດຄລິບ ມາຣາຍງານ ໃຫ້ທຸກຄົນໄດ້ເຂົ້າເຈີ ລະອຽດນໍາກັນວ່າ ຕອນນີ້ຂ້ອຍກໍາລັງຕັດຕໍ່ໜັງທີ່ ຊື່ ບຸນສວນ ຢູ່ນິ."
ພ້ອມກັນນັ້ນ ທ່ານກໍເວົ້າວ່າ:
”ເວທີສອງ ເຮົາມີສັນຍາຜລິດໂຄສະນາ ຮ່ວມກັບບໍຣິສັດ ມີໄຊຂົນສົ່ງ ທີ່ຈະຖ່າຍທໍາໃນມໍ່ໆນີ້.”
ຫລັງຈາກ ທ່ານ ສີພອນ ວົງຈິນດາ ໄດ້ອອກມາປາກົດຕົວແລ້ວ ວິທຍຸເອເຊັຍເສຣີ ກໍໄດ້ຕິດຕໍ່ໄປຫາ ທ່ານ ໂດຍກົງ ເພື່ອຂໍຮູ້ ຣາຍລະອຽດ ກ່ຽວກັບສິ່ງທີ່ເກີດຂຶ້ນກັບທ່ານ ແຕ່ທ່ານ ບໍ່ສະດວກ ທີ່ຈະໃຫ້ຄໍາເຫັນ. ແລະເມື່ອຮູ້ຂ່າວວ່າ ທ່ານ ສີພອນ ວົງຈິນດາ ໄດ້ກັບມາເຄື່ອນໄຫວ ທາງສື່ສັງຄົມອອນລາຍອີກ ໃນຕອນຄໍ່າຂອງຄືນ ວັນທີ 29 ກໍຣະກະດາ ນີ້ແລ້ວ ປະຊາຊົນລາວ ຫຼາຍຄົນ ກໍໂລ່ງໃຈ ດັ່ງຊາວລາວຜູ້ນຶ່ງ ທີ່ຕິດຕາມຜົລງານຂອງທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ກໍຣະກະດາ ນີ້ວ່າ:
“ເອີ ກະດີໃຈນໍາ ບໍ່ເປັນຫຍັງທີ່ມັນບໍ່ຮຸນແຮງນະ ຄິດວ່າມັນສິໜັກໜ່ວງຫຍັງຫັ້ນນ່າ ກະຖືວ່າຂ່າວລືກະແມ່ນນ່າ ເຂົາອັນໃດກັນຊື່ໆຕີ໋ ຖືວ່າເພິ່ນມາແລ້ວຕິ.”
ແລະ ຊາວລາວອີກທ່ານນຶ່ງ ທີ່ຕິດຕາມຜົລງານ ແລະ ການເຄື່ອນໄຫວຂອງ ທ່ານ ເທີ ຢູ່ນາ ມາໂດຍຕລອດ ເວົ້າວ່າ ຕົນຮູ້ສຶກ ໂລ່ງໃຈ ທີ່ເຫັນທ່ານອອກມາປະກົດຕົວ ຜ່ານສື່ສັງຄົມ ອອນລາຍ ອີກ ພາຍຫລັງທີ່ມີຂ່າວລືວ່າ ທ່ານຖືກຕໍາຣວດຈັບຕົວໄປ ຊຶ່ງ ເປັນເຣື່ອງທີ່ຕົນບໍ່ຮູ້ວ່າ ເປັນແນວໃດກັນແທ້ ເປັນຂ່າວປອມ ຫລື ຂ່າວຈິງ ຍ້ອນ ທ່ານ ເທີ ຢູ່ນາ ເອງ ບໍ່ໄດ້ຊີ້ແຈງ ກ່ຽວກັບຂ່າວ ທີ່ວ່ານັ້ນ ດັ່ງທີ່ທ່ານກ່າວວ່າ:
“ເພິ່ນກະກັບມາເຄື່ອນໄຫວ ເຟສບຸກ ເອີ ກະຖືວ່າໂລ່ງໃຈ ກ່ອນໜ້ານັ້ນເຮົາກະບໍ່ຮູ້ ວ່າລາວໄປໃສເນາະ ແຕ່ວ່າລາວມາ ລາວກໍບໍ່ໄດ້ ບອກວ່າລາວໄປໃສມາ ອັນນີ້ຂໍໃຫ້ວິເຄາະ ຈາກ ລາວ ມາເວົ້າຫັ້ນແຫລະ ບໍ່ສາມາດຢືນຢັນໄດ້ ວ່າປອມ ຫລື ວ່າບໍ່ປອມ.”
ທ່ານກ່າວຕື່ມວ່າ ເມື່ອ ທ່ານ ເທີ ຢູ່ນາ ກັບມາເຄື່ອນໄຫວ ວຽກງານຕາມປົກກະຕິແລ້ວ ຕົນກໍລໍຖ້າຕິດຕາມ ຜົລງານເພງ, ຮູບເງົາສັ້ນ ແລະ ຜົລງານອື່ນໆຂອງ ຢູ່ນາ ສູຕູດິໂອ ໄປເລື້ອຍໆ ຍ້ອນຜົລງານຫລາຍອັນຂອງ ທ່ານ ຜ່ານມາ ເປັນໜ້າສົນໃຈ ແລະ ທ່ານ ກໍເປັນຄົນໃຈບຸນ ມັກຊ່ອຍເຫລືອ ຜູ້ປະສົບພັຍ ນໍ້າຖ້ວມ ແລະ ຜູ້ຕົກທຸກໄດ້ຍາກ ຢູ່ຕລອດ.
ແລະ ຊາວລາວອີກທ່ານນຶ່ງ ທີ່ມັກຕິດຕາມການເຄື່ອນໄຫວ ວຽກງານຂອງ ທ່ານ ເທີ ຢູ່ນາ ຜ່ານສື່ສັງຄົມອອນລາຍ ກໍເວົ້າວ່າຕົນກໍ ເປັນຫ່ວງນໍາ ທ່ານ ພາຍຫລັງທີ່ມີຂ່າວລືວ່າ ທ່ານ ຖືກຕໍາຣວດຈັບຕົວໄປ, ທ່ານ ບໍ່ຮູ້ເຣື່ອງ ແລະ ໄດ້ຕິດຕາມຂ່າວຢ່າງໃກ້ຊິດ, ແຕ່ເມື່ອເຫັນ ທ່ານ ກັບມາເຄື່ອນໄຫວ ທາງສື່ສັງຄົມອອນລາຍ ອີກ ຕົນກໍໂລ່ງໃຈ ດັ່ງທີ່ທ່ານກ່າວວ່າ:
“ເອີ ຕາມຂ່າວຢູ່ ເອີ ເຫັນເພິ່ນມາເຄື່ອນໄຫວ ແຕ່ເຮົາບໍ່ທັນຮູ້ລະອຽດເທື່ອວ່າ ເພິ່ນເປັນຈັ່ງໃດ ບໍ່ແນ່ໃຈວ່າຜູ້ກ່ຽວ ໄປໃສເນາະ ເຄີຍຕິດຕາມ ຜູ້ກ່ຽວຢູ່ ແຕ່ບໍ່ຮູ້ວ່າໄປທາງໃດ.”
ກ່ອນໜ້ານີ້ ມີກະແສຂ່າວລື ທາງສື່ສັງຄົມອອນລາຍ ວ່າ ທ່ານ ເທີ ຢູ່ນາ ໄດ້ຖືກເຈົ້າໜ້າທີ່ຕໍາຣວດ ຈັບຕົວໄປ ຍ້ອນມີຂ່າວວ່າ ພໍ່ຄ້າ ອາວຸດເຖື່ອນຄົນນຶ່ງ ທີ່ຖືກຕໍາຣວດຈັບ ໄດ້ຊັກທອດ ເຖິງທ່ານວ່າ ທ່ານມີສ່ວນກ່ຽວຂ້ອງນໍາ. ກ່ຽວກັບຂ່າວລື ທີ່ວ່ານັ້ນ ວິທຍຸເອເຊັຽ ເສຣີ ໄດ້ຕິດຕໍ່ຖາມໄປຍັງ ຫ້ອງການຕໍາຣວດ ປ້ອງກັນຄວາມສງົບ ເມືອງເຊໂປນ, ເຈົ້າໜ້າທີ່ ທ່ານນຶ່ງ ເວົ້າວ່າ ໄດ້ເຊີນ ທ່ານ ເທີ ຢູ່ນາ ມາສອບສວນ ແລະໄດ້ສົ່ງຕົວໄປໃຫ້ ທາງກອງບັນຊາການ ຕໍາຣວດ ປ້ອງກັນຄວາມສງົບ ແຂວງສວັນນະເຂດ.