ຄຣິສຈຽນລາວ 5 ຄົນບໍ່ມີຄວາມ ຜິດ
2014.08.08

ຊາວ ຄຣິສຈຽນລາວ 5 ຄົນ ບໍ່ໄດ້ກະທຳ ຄວາມຜິດ ໃນ ກໍຣະນີ ຊາວ ຄຣິສຈຽນລາວ ທີ່ ປ່ຽນສາສນາ ຊຶ່ງ ເສັຽຊີວິດ ຢ່າງ ກະທັນ ຫັນ ເມື່ອຫລາຍ ອາທິດກ່ອນ ພາຍຫລັງ ການສວດມົນ ແລ້ວ. ຕາມຣາຍງານ ຂ່າວ Christian Today ໃນວັນທີ 7 ສິງຫາ 2014.
ຄຸນພໍ່ ໄກ່ທອງ, ຜູ້ນຳໂບດ 3 ຄົນ ແລະ ສະມາຊິກ ໂບດ ຄົນນຶ່ງ ຢູ່ແຂວງ ສວັນນະເຂດ ຖືກຈັບ ເມື່ອວັນທີ 23 ມີຖຸນາ ຜ່ານມາ ໃນຂໍ້ຫາ ຂ້າ ນາງຈັນ ຜູ້ມາຫາ ພວກເຂົາເຈົ້າ ເພື່ອ ສວດມົນ ເມື່ອ ເດືອນເມສາ ພາຍຫລັງ ທີ່ ນາງ ໄດ້ເຈັບປ່ວຍ ມານານ 2 ປີ. ນາງ ຈັນ ຜູ້ມີລູກ 8 ຄົນ ໃຫຍ່ໝົດແລ້ວ ຢູ່ເມືອງ ອາດສະພັງທອງ ແຂວງ ສວັນນະເຂດ ມີສຸຂພາບ ແຂງແຮງ ມາໄດ້ ຣະຍະນຶ່ງ ຊຶ່ງ ເຮັດໃຫ້ ນາງ ຫັນມານັບຖື ສາສນາ ຄຣິສຈຽນ.
ແຕ່ມາ ໃນວັນທີ 21 ມີຖຸນາ ນາງໄດ້ ເສັຽຊີວິດ ແບບກະທັນຫັນ ຫລັງຈາກ ໄປໂຮງໝໍມາ ຊຶ່ງ ຄຸນພໍ່ ໄກ່ທອງ ເລີຍຖືກ ກ່າວຫາວ່າ ເອົາຢາ ໃຫ້ນາງກິນ ຣະຫວ່າງ ທາງ ກັບມາເຮືອນ ອັນເປັນ ສາເຫດທີ່ ທາງຕຳຣວດ ແລະ ອຳນາດ ການປົກຄອງ ອ້າງວ່າ ເຮັດໃຫ້ນາງ ເສັຽ ຊີວິດ.
ອົງການ ສິດທິມະນຸດ ເພື່ອ ເສຣີພາບ ທາງ ສາສນາ ໃນລາວ ຣາຍນງານວ່າ ຄຸນພໍ່ ໄກ່ທອງ ແລະ ຊາວຄຣິສຈຽນ ລາວ ອີກ 4 ຄົນ ຖືກພົ້ນ ຂໍ້ກ່າວຫາ ຂອງທາງການ ນັ້ນແລ້ວ ແຕ່ຫາກ ຍັງ ຖືກຂັງຄຸກ ໃນເມືອງ ອາດສະພັງທອງ ນັ້ນຢູ່. ການປ່ອຍຕົວ ພວກເຂົາເຈົ້າ ຂຶ້ນຢູ່ກັບ ເຈົ້າເມືອງ ທີ່ຍັງບໍ່ ກຳນົດມື້ ປ່ອຍເທື່ອ. ທ່ານ Mervyn Thomas ຫົວໜ້າ ອົງການ ຄວາມ ສາມັກຄີ ຊາວຄຣິສຈຽນ ທົ່ວໂລກ ເວົ້າວ່າ ພວກທ່ານ ຮຽກຮ້ອງໃຫ້ ທາງເມືອງ ອາດສະພັງທອງ ປ່ອຍຕົວ ຊາວຄຣິສຈຽນ ລາວ ທັງ 5 ຄົນນັ້ນ ຢ່າງຮີບດ່ວນ ແລະ ບໍ່ມີເງື່ອນໄຂ ໃດໆ.
ພ້ອມດຽວກັນ ທ່ານ ກໍຮຽກຮ້ອງ ໃຫ້ທາງການ ສືບສວນ ສອບສວນ ຂໍ້ກ່າວຫາ ທີ່ວ່າຕຳຣວດ ໄດ້ບັງຄັບໃ ຫ້ພີ່ນ້ອງ ຂອງນາງຈັນ ເຊັ່ນຊື່ ໃນໜັງສື ທີ່ກ່າວ ຫາຄຸນພໍ່ ໄກ່ທອງ ເປັນ ຄາຕກອນ ນັ້ນນຳດ້ວຍ. ຕາມຄຳເວົ້າ ຂອງ ອົງການ ຄວາມ ສາມັກຄີ ຊາວ ຄຣິສຈຽນ ທົ່ວໂລກວ່າ ສວັນນະເຂດ ເປັນແຂວງ ນຶ່ງຂອງລາວ ທີ່ຈຳກັດ ເສຣີພາບ ທາງສາສນາ ຫລາຍ ທີ່ສຸດ. ໝູ່ຂອງ ນາງຈັນ ຜູ້ໄດ້ ແນະນຳ ໃຫ້ນາງຈັນ ຮູ້ຈັກໂບດ ຂອງ ບ້ານນັ້ນ ກໍຖືກ ກົດດັນ ໃຫ້ເຊົາເຊື່ອຖື ສາສນາ ຄຣິສຈຽນ ບໍ່ດັ່ງນັ້ນ ຈະຖືກໄລ່ ອອກຈາກ ເຮືອນ ຂອງນາງໄປ.